ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ກະສິກຳ ແລະ ປ່າໄມ້
ເລກທີ 3300 / ກປ.
ນະຄອນຫລວງວຽງຈັນ, ວັນທີ 30 ຕຸລາ 2014

ຄຳສັ່ງ
ຂອງລັດຖະມົນຕີ ກ່ຽວກັບ
ການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາຢັ້ງຢືນສຸຂານາໄມພືດ
ສຳລັບ ພືດ ແລະ ຜະລິດຕະພັນພືດ ສົ່ງອອກ ໄປຍັງ ສສ ຫວຽດນາມ

ເຖິງ: - ທ່ານຫົວຫນ້າຫ້ອງການ, ກົມ, ສະຖາບັນ ແລະ ໂຄງການຕ່າງໆອ້ອມຂ້າງກະຊວງ ກະສິກຳ ແລະ ປ່າໄມ້.

  • ທ່ານຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ, ນະຄອນຫລວງ ໃນຂອບເຂດທົ່ວປະເທດ.
  • ອີງຕາມ ກົດຫມາຍ ວ່າດ້ວຍການປ້ອງກັນພຶດ ສະບັບເລກທີ 06/ສພຊ, ລົງວັນທີ 09/12/2008.
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້.
  • ອີງຕາມບົດບັນທຶກການຮ່ວມມື ລະຫວ່າງກົມປູກຝັງ (ສປປ ລາວ) ແລະ ກົມປ້ອງກັນພືດ (ສສ ຫວຽດນາມ)ກ່ຽວກັບ ການກັກກັນພືດ ແລະ ການກວດກາປະຕູດຽວ ຄັ້ງດຽວ ຄັ້ງວັນທີ 3/10/2014 ທີ່ແຂວງກວາງຈີ ສສ ຫວຽດນາມ.
  • ອີງຕາມແຈ້ງການ ຂອງກົມປ້ອງກັນພືດ, ສສ ຫວຽດນາມ ກ່ຽວກັບ ການຢັ້ງຢືນສຸຂານາໄມພືດ ສຳລັບ ພືດ ແລະ ຜະລິດຕະພັນ ສົ່ງອອກ ໄປຍັງ ສສ ຫວຽດນາມ, ລົງວັນທີ 14/10/2014.

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ສົ່ງອອກ ແລະ ຜູ້ດຳເນີນທຸລະກິດ ສຸຂານາໄມພືດ ຫລີກເວັ້ນຜົນກະທົບ ຕໍ່ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ໄປຍັງ ສສ ຫວຽດນາມ ພ້ອມທັງຮັບປະກັນການປະຕິບັດມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດຂອງສົນທິສັນຍາປ້ອງກັນພືດສາກົນ   (ISPMs, IPPC) ແລະ ລະບຽບການນຳເຂົ້າດ້ານສຸຂານາໄມພືດ ຂອງ ສສ ຫວຽດນາມ.

ລັດຖະມົນຕີ ວ່າການກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ:

1.  ໃຫ້ພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ, ນະຄອນຫລວງ ທີ່ມີ ດ່ານປ້ອງກັນພືດ ຊີ້ນຳ ຂະແຫນງປູກຝັງ, ດ່ານປ້ອງກັນພືດໃນການຄຸ້ມຄອງ, ການກວດກາ ແລະ ການອອກໃບຢັ້ງຢືນສຸຂານາໄມພືດ (Phytosanitary certificate-PC) ສຳລັບພືດ ແລະ ຜະລິດຕະພັນພືດທີ່ສົ່ງອອກ ໄປຍັງ ສສ ຫວຽດນາມ ໂດຍປະຕິບັດຕາມມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດຂອງສົນທິສັນຍາປ້ອງກັນພືດສາກົນ(ISPMs-IPPC); ເຊິ່ງ ສສ ຫວຽດນາມ ຈະເລີ້ມບັງຄັບໃຊ້ມາດຕະການດັ່ງກ່າວ ນັບແຕ່ ວັນທີ 1 ພຶດສະພາ 2015 ເປັນຕົ້ນໄປ;

2.  ບັນດາພະແນກກະສິກຳ ແລະ ປ່າໄມ້ ປະຈຳແຂວງ ທີ່ມີ ດ່ານປ້ອງກັນພືດສາກົນ ຊຶ່ງມີຊາຍແດນຕິດຈອດກັບ ສສ ຫວຽດນາມ (ດ່ານປາງຫົກ ແຂວງຜົ້ງສາລີ, ດ່ານນ້ຳໂສຍ ແຂວງຫົວພັນ, ດ່ານນ້ຳກັ່ນ ແຂວງຊຽງຂວາງ, ດ່ານນ້ຳພາວ ແຂວງບໍລິຄຳໄຊ ແລະ ດ່ານພູເກືອ ແຂວງອັດຕະປື) ມີຄວາມຮັບຜິດຊອບໃນການຂຶ້ນແຜນງົບປະມານເພຶ່ອປັບປຸງພື້ນຖານໂຄງລ່າງ ແລະ ວັດຖຸເຕັກນິກ ປະຈຳດ່ານປ້ອງກັນພືດ, ສ້າງແຜນ ກໍ່ສ້າງ ແລະ ພັດທະນາວິຊາການສະເພາະດ້ານປ້ອງກັນພືດ ເພື່ອກຽມຄວາມພ້ອມໃນການອອກໃບຢັ້ງຢືນສຸຂານາໄມພືດ ປະຈຳດ່ານ ປ້ອງກັນພືດສາກົນໃນແຂວງຂອງຕົນ;

3.  ໃຫ້ກົມປູກຝັງ ແຈ້ງໃຫ້ ອົງການປ້ອງກັນພືດແຫ່ງຊາດ (ກົມປ້ອງກັນພືດ) ຂອງ ສສ ຫວຽດນາມ ແລະ ຄະນະເລຂາທິການສົນທິສັນຍາປ້ອງກັນພືດສາກົນ ເພື່ອແຈ້ງຕໍ່ ໄປຍັງ ບັນດາປະເທດທີ່ເປັນພາຄີ ຂອງ ສົນທິສັນຍາປ້ອງກັນພຶດສາກົນ ຮັບຊາບ ເຖິງ ການປັບປຸງລະບົບການອອກໃບຢັ້ງຢືນສຸຂານາໄມພືດ ຢູ່ດ່ານປ້ອງກັນພືດຂອງ ສປປ ລາວ;

4.  ມອບໃຫ້ກົມປູກຝັງ ອອກແຈ້ງການ, ບົດແນະນຳເຕັກນິກ, ແຜນຝຶກອົບຮົມດ້ານເຕັກນິກວິຊາການ, ພ້ອມທັງຕິດຕັ້ງໂປແກຣມການອອກໃບຢັ້ງຢືນສະຂານາໄມພຶດ (National phytosanitary Database) ຕາມມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພຶດ (ISPMs-IPPC), ແນະນຳການປະຕິບັດສັນຍາວ່າດ້ວຍ ສຸຂານາໄມ ແລະ ສຸຂານາໄມພືດ ຂອງອົງການ ການຄ້າໂລກ (SPS-WTO Agreement) ແລະ ແນະນຳວິທີການຈັດຕັ້ງປະຕິບັດລະບຽບການນຳເຂົ້າດ້ານສຸຂານາໄມພືດ ຂອງ ສສ ຫວຽດນາມ;

5.  ມອບໃຫ້ກົມປູກຝັງ, ຂະແຫນງປູກຝັງແຂວງ, ນະຄອນຫລວງ ແລະ ດ່ານປ້ອງກັນພືດ ຮັບຜິດຊອບໃນການກວດກາພືດ, ການອອກໃບຢັ້ງຢືນສຸຂານາໄມພືດ ແລະ ລົງລາຍເຊັນໃສ່ໃບຢັ້ງຢືນສຸຂານາໄມພືດ ໂດຍປະຕິບັດຕາມຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງພະນັກງານຜູ້ມີສິດລົງລາຍເຊັນໃສ່ໃບຢັ້ງຢືນສຸຂານາໄມພືດ ຕາມທີ່ໄດ້ລະໄວ້ໃນແຕ່ລະໄລຍະຢ່າງເຂັ້ມງວດ;

6.  ກົມປູກຝັງ ມີບົດບາດ ຫນ້າທີ່ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານປ້ອງກັນພືດ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 29, 30 ຂອງດຳລັດແນະນຳປະຕິບັດກົດຫມາຍວ່າດ້ວຍການປ້ອງກັນພືດ;

7.  ຄຳສັ່ງສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດັ ນັບແຕ່ວັນລົງລາຍເຊັນເປັນຕັ້ນໄປ.

ເຊັນແທນ ລັດຖະມົນຕີ ວ່າການ ກະຊວງກະສິກຳ ແລະ ປ່າໄມ້

(ເຊັນ ແລະ ປະທັບຕາ)
ດຣ ຕີ ພົມມະສັກ

ບ່ອນນຳສົ່ງ:

  • ຫ້ອງວ່າການສູນກາງພັກ      01 ສະບັບ (ເພື່ອລາຍງານ)
  • ຫ້ອງວ່າການລັດຖະບານ     01 ສະບັບ (ເພື່ອລາຍງານ)
  • ກະຊວງ ອຸດສາຫະກຳແລະການຄ້າ     01 ສະບັບ (ເພື່ອລາຍງານ)
  • ກະຊວງ ການເງີນ      01 ສະບັບ (ເພື່ອລາຍງານ)
  • ກະຊວງປ້ອງກັນຄວາມສະຫງົບ    01 ສະບັບ (ເພື່ອລາຍງານ)
  • ຫ້ອງວ່າການປົກຄອງແຂວງ, ນະຄອນຫລວງ ບ່ອນລະ 01 ສະບັບ
  • ຫ້ອງການກະຊວງ ກປ    01 ສະບັບ
  • ດ່ານສາກົນ ບ່ອນລະ    1 ສະບັບ
  • ເກັບມ້ຽນ    01 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order to Increase Strictness on Administration and Inspection of Phytosanitary Certification for Plants and Plant Products to the Socialist Republic of Vietnam PDF
2 ຄຳສັ່ງ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາຢັ້ງຢຶນສຸຂານາໄມພືດ ສໍາລັບພືດ ແລະ ຜະລິດຕະພັນພືດ ສົ່ງອອກໄປຍັງ ສສ ຫວຽດນາມ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.