ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ       ເລກທີ: 1027 /ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 25 ພຶດສະພາ 2015

ຄຳແນະນຳ

  ເຖິງ:  ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ
  ເລື່ອງ: ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງ  

  • ອີງຕາມດຳລັດ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011.
  • ອີງຕາມດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011.
  • ອີງຕາມຂໍ້ຕົກລົງ ວ່າດ້ວຍຮູບແບບ ແລະ ຂະໜາດຜະລິດຕະພັນໄມ້ ສະບັບເລກທີ 1415/ອຄ.    ກອກ, ລົງວັນທີ 28 ສິງຫາ 2008.
  • ອີງຕາມແຈ້ງການ ວ່າດ້ວຍການອອກອະນຸຍາດນຳເຂົ້າ ແລະ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ສະບັບເລກທີ 1904/ອຄ.ກຂອ, ລົງວັນທີ 30/09/2011.

    ເພື່ອຫຼຸດຜ່ອນຄວາມຊໍ້າຊ້ອນ ໃນການກວດກາເອກະສານປະກອບ ສຳລັບການສົ່ງອອກ ຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງສິນຄ້າ ແນໃສ່ອຳນວຍຄວາມສະດວກ ແກ່ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ.

ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ  ດັ່ງລຸ່ມນີ້:

        ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງຕ່າງໆ ທີ່ຈັດຂຶ້ນ ຢູ່ ສປປ ລາວ ໂດຍໄດ້ຮັບອະນຸຍາດຈັດງານວາງສະແດງ ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນ ດັ່ງນີ້:

I.  ເງື່ອນໄຂການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງ 
ຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງສິນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ມີເງື່ອນໄຂດັ່ງນີ້:
1.   ຜະລິດຕະພັນໄມ້ສຳເລັດຮູບ ຕ້ອງມີຮູບແບບ ແລະ ຂະໜາດທີ່ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກ ລົງຂອງ ລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1415/ອຄ.ກຂອ, ລົງວັນທີ 28 ສິງຫາ 2008 ວ່າດ້ວຍ ຮູບແບບ ແລະ ຂະໜາດຜະລິດຕະພັນໄມ້ ແລະ ກົດໝາຍ, ລະບຽບການອື່ນທີ່ກ່ຽວຂ້ອງ.
2.   ຜະລິດຕະພັນໄມ້ ທີ່ນຳມາວາງສະແດງ ຢູ່ງານວາງສະແດງ ຕ້ອງມີແຫຼ່ງທີ່ມາຂອງໄມ້ ແລະ ເສຍພັນທະຢ່າງຖືກຕ້ອງ ແລະ ຕ້ອງຖືກຮັບຮອງຢ່າງເປັນລາຍລັກອັກສອນຈາກຄະນະຮັບຜິດຊອບຈັດງານວາງສະແດງ.
3.   ຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງແດງ ເພື່ອສົ່ງອອກ ຕ້ອງມີມູນຄ່າບໍ່ເກີນ 160.000.0000 ກີບ (ໜຶ່ງຮ້ອຍຫົກສິບລ້ານກີບ) ຕໍ່ໜຶ່ງຜູ້ສົ່ງອອກ (ຫຼື ຕໍ່ຄັ້ງ). ຖ້າຜະລິດຕະພັນໄມ້ສຳເລັດຮູບເປັນຊຸດ ຫາກມີມູນຄ່າເກີນ 160.000.0000 ກີບ (ໜຶ່ງຮ້ອຍຫົກສິບລ້ານກີບ)/ຊຸດ, ການສົ່ງອອກດັ່ງກ່າວແມ່ນບໍ່ເກີນ 1 ຊຸດ. ຂ້າງເທິງ

II. ການປະກອບເອກະສານ 
ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງ ຕ້ອງມີເອກະສານປະກອບ ດັ່ງນີ້:
1.   ໃບບິນເກັບເງິນ ການຊື້-ຂາຍ ຕົວຈິງ ຊຶ່ງເປັນໃບເກັບເງິນຂອງຂະແໜງອາກອນທີ່ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.
2.   ໜັງສືຢັ້ງຢືນ ຂອງຄະນະກຳມະການຈັດງານວາງສະແດງສິນຄ້າ ຊຶ່ງຢັ້ງຢືນຄວາມຖືກຕ້ອງຕາມເງື່ອນ ໄຂທີ່ໄດ້ກຳນົດໃນໂລແມງ I ຂອງຄໍາແນະນໍາສະບັບນີ້. ຂ້າງເທິງ

III.      ຂັ້ນຕອນການສົ່ງອອກ
ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງສິນຄ້າ ແມ່ນສາມາດສົ່ງອອກໄດ້ເລີຍ ໂດຍບໍ່ຈໍາເປັນຂໍອະນຸຍາດກ່ອນການສົ່ງອອກ ແຕ່ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:
1.   ພາຍຫຼັງ ໄດ້ຈ່າຍເງິນຄ່າຜະລິດຕະພັນໄມ້ແລ້ວ ຜູ່ມີຈຸດປະສົງສົ່ງອອກສິນຄ້າ ໃຫ້ນຳເອົາໃບບິນເກັບເງິນ ການຊື້-ຂາຍ ໄປສະເໜີຕໍ່ ຄະນະກຳມະການຈັດງານວາງສະແດງສິນຄ້າ ເພື່ອສະເໜີເອົາໜັງສືຢັ້ງຢືນ ຕາມທີ່ກຳນົດໄວ້ໃນ ຂໍ້ 2 ໂລແມງ II ຂອງຄໍາແນະນໍາສະບັບນີ້ ຕໍ່ຄະນະກຳມະການຈັດງານວາງສະແດງຊຶ່ງປະກອບມີ 3 ຂະແໜງການຫຼັກຄື: ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງ ການເງິນ ແລະ ຂະແໜງກະສິກຳ ແລະ ປ່າໄມ້.
2.   ແຈ້ງເອກະສານ ຕາມທີ່ກຳນົດໃນໂລແມງ II ຂອງຄໍາແນະນໍາສະບັບນີ້ ໃຫ້ເຈົ້າໜ້າທີ່ພາສີ ປະຈໍາດ່ານບ່ອນສົ່ງອອກ ເພື່ອກວດກາຄວາມຖືກຕ້ອງ ແລະ ດຳເນີນຕາມລະບຽບການ. ຂ້າງເທິງ

IV. ການຈັດຕັ້ງປະຕິບັດ ແລະ ຜົນສັກສິດ
1.   ມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ (ກະຊວງອຸດສາຫະກຳ ແລະ ການຄ້າ) ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ກົມພາສີ, ກົມອາກອນ, ກົມຊັບສິນ (ກະຊວງການເງິນ), ກົມກວດກາປ່າໄມ້ (ກະຊວງກະສິກຳ ແລະ ປ່າໄມ້), ກົມຕຳຫຼວດເສດຖະກິດ (ກະຊວງປ້ອງກັນຄວາມສະຫງົບ) ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ຢ່າງມີປະສິດທິຜົນສູງ.
2.   ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ປະສານກັບບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອເຜີຍແຜ່ ແລະ ແນະນຳ ການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ພ້ອມທັງຕິດຕາມຜົນການຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ຄະນະນຳກະຊວງຊາບ. ຖ້າຫາກພົບບັນຫາຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຕ້ອງລາຍງານຂໍທິດຊີ້ນຳຈາກຄະນະນຳກະຊວງ ເພື່ອຊອກຫາວິທີແກ້ໄຂໃຫ້ທັນເວລາ.
3.   ຄຳແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ (15) ວັນ.

ລັດຖະມົນຕີວ່າການ
ກະຊວງອຸດສາຫະກຳ ແລະ ການຄ້າ
(ເຊັນ ແລະ ຈ້ຳກາ)

 . ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on Export of Finished Wood Products at Trade Fair No. 1027/TF.DIMEX, dated 25 May 2015 PDF
2 ຄຳແນະນຳ ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ທີ່ຊື້ຢູ່ງານວາງສະແດງ ເລກທີ 1027/ອຄ.ກຂອ, ລົງວັນທີ 25 ພຶດສະພາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.