ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ        ເລກທີ 1592 /ອຄ.ທຄວ
ນະຄອນຫຼວງວຽງຈັນ, ວັນທີ 26 ສິງຫາ 2013

ແຈ້ງການ

 ເຖິງ:   -   ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ
            -   ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທດສະບານ
            -   ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ

ເລື່ອງ:    ບັນຊີປະເພດທຸລະກິດເກືອດຫ້າມ

ເພື່ອໃຫ້ປະຊາຊົນບັນດາເຜົ່າ ແລະ ນັກລົງທືນ ( ພາຍໃນ / ຕ່າງປະເທດ ) ມີຄວາມສະດວກ ໃນການພິຈາລະນາ ກ່ອນການປະກອບທຸລະກິດໃດໜຶ່ງ ຢູ່ປະເທດເຮົາ ວ່າ : ມີທຸລະກິດປະເພດໃດທີ່ກົດໝາຍເກືອດຫ້າມ, ກະຊວງອຸດສາຫະກຳ ແລະ ການຄ້າ (ບົນພື້ນຖານການຄົ້ນຄວ້າ ສະເໜີຂອງບັນດາຂະແໜງການທີ່ກ່ຽວຂ້ອງ), ແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງ ຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

1.   ປະເພດທຸລະກິດເກືອດຫ້າມ ແມ່ນປະເພດທຸລະກິດ ທີ່ບໍ່ອະນຸຍາດໃຫ້ສ້າງຕັ້ງ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ ສປປ ລາວ;

2.   ການອະນຸຍາດ ຫຼື ຂື້ນທະບຽນວິສາຫະກິດໃຫ້ບຸກຄົນ ຫຼື ນິຕິບຸກຄົນທີ່ບໍ່ຖືກຕ້ອງ ຕາມການແຈ້ງສະບັບນີ້ ລ້ວນແຕ່ເປັນໂມຄະ. ຜູ້ລະເມີດ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ;

3.   ລາຍການປະເພດທຸລະກິດເກືອດຫ້າມ ກຳນົດໃນບັນຊີ ຂໍ 01-2013 ( ຄັດຕິດມາພ້ອມນີ້) ;

4.   ໃນໄລຍະຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ຫາກພາກສ່ວນ ຫຼື ຂະແໜງການໃດ ເຫັນວ່າມີອັນຍັງບໍ່ທັນສອດຄ່ອງ ຢາກເພີ້ມເຂົ້າ ຫຼື ຕັດອອກຈາກບັນຊີດັ່ງກ່ວາ ໃຫ້ແຈ້ງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປັບປຸງ ປະກາດໃຊ້ເພີ້ມເຕີມຕໍ່ໄປ.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ດຣ ນາມ ວິຍະເກດ

ຂ້າງເທິງ


ບັນຊີ ຂໍ 01 – 2013

ບັນຊີປະເພດທຸລະກິດເກືອດຫ້າມດຳເນີນທຸລະກິດ ຢູ່ ສປປ ລາວ

ລ/ດ

ປະເພດທຸລະກິດ

ນິຕິກຳ

ພາກສ່ວນຮັບຜິດຊອບ

1

ສານເຄມີອັນຕະລາຍປະເພດທີ 1 ( ເອກະສານຊ້ອນທ້າຍ 01 ຂອງ ຂໍ້ຕົກລົງສະບັບເລກທີ 1041/ອຄ.ກອຫ, ລົງວັນທີ 28 /05/ 2012)

- ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາດ ແລະ ທາດເຄມີອຸດສາຫະກຳ ເລກທີ 1041/ອຄ.ກອຫ, ລົງວັນທີ 28/05/2012;

- ດຳລັດວ່າດ້ວຍການນຳເຂົ້າ ແລະ ສົ່ງອອກສີນຄ້າ ເລກທີ 114/ລບ, ລົງວັນທີ 6 ເມສາ 2011

ກຊ ອຄ

2

ແຮ່ທາດກຳມັນຕະພາບລັງສີທຸກຊະນິດ

- ດຳລັດວ່າດ້ວຍການສົ່ງອອກຜະລິດຕະພັນແຮ່ທາດ ເລກທີ 90/ນຍ, ລົງວັນທີ 09/06/2008 ແລະ

- ກົດໝາຍ ວ່າດ້ວຍແຮ່ທາດ ເລກທີ 02/ສພຊ, ລົງວັນທີ 20/12/2011

ກຊ ພບ

3

ລູກກະສູນ ແລະ ອາວຸດທຸກຊະນິດ ( ຍົກເວັ້ນທາດລະເບີດ ເພື່ອຮັບໃຊ້ອຸດສາຫະກຳ ແຕ່ຕ້ອງໄດ້ຮັບອະນຸຍາດສະເພາະ), ອພາຫະນະຮັບໃຊ້ສົງຄາມ.

- ກົດໝາຍອາຍາ ເລກທີ 12/ສພຊ, ລົງວັນທີ 9 ພະຈິກ 2005

- ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທາດລະເບີດ ຢູ່ ສປປ ລາວ ເລກທີ 39/ນຍ, ລົງວັນທີ12 ກໍລະກົດ 2001

ກຊ ປທ

4

ຝີ່ນ, ເມັດຝີ່ນ, ດອກຝີ່ນ, ແກ່ນຝີ່ນ, ດອກຝີ່ນແຫ້ງ, ຝີ່ນສຳເລັດຮູບ, ອື່ນໆທີ່ເຮັດຈາກຝີ່ນ, ໃບໂກໂກ້, ກັນຊາໃນຮູບແບບຕ່າງໆ, ໂຄເຄນ ແລະ ອະນຸພັນຂອງມັນ.

- ກົດໝາຍອາຍາເລກທີ 12/ສພຊ, ລົງວັນທີ 9 ພະຈິກ 2005

- ກົດໝາຍວ່າດ້ວຍຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25/12/2007

- ດຳລັດຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍຢາເສບຕິດ ເລກທີ 076/ນຍ, ລົງວັນທີ 20 ກຸມພາ 2009

ຄລບ, ກຊ ປກສ

5

ເຈ້ຍພິມເງີນ, ນ້ຳມຶກພິມເງີນ, ເຄື່ອງຈັກພິມເງີນ ແລະ ເຄື່ອງຈັກຫຼວມເງີນຫຼຽນ

- ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ເລກທີ 05/ສພຊ, ລົງວັນທີ 14 ຕຸລາ 1999

ທຫລ

6

ປະເພດທຸລະກິດເກືອດຫ້າມຕ່າງໆຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ

- ບັນດາລະບຽບການຂອງຂະແໜງການກ່ຽວຂ້ອງ

ຂະແໜງການກ່ຽວຂ້ອງ

ໝາຍເຫດ:

ປະເພດທຸລະກິດໃນບັນຊີ ຂໍ 01 – 2013 ແມ່ນໄດ້ຄົ້ນຄວ້າ ແລະ ລວບລວມມາຈາກ ຄຳສະເໜີ ຂອງບັນດາ ກະຊວງ ທີ່ກ່ຽວຂ້ອງ.

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?