ສາລະບານ

ໝວດທີ 1   ບົດບັນຍັດທົວໄປ

ມາດຕາ 1. ຈຸດປະສົງ

ມາດຕາ 2. ອະທິບາຍຄຳສັບ

ໝວດທີ 2   ການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ

ມາດຕາ 3. ການແຈ້ງຂອງຜູ້ໂດຍສານ ເຂົ້າ-ອອກ ສປປ ລາວ

ມາດຕາ 4. ຂັ້ນຕອນຂອງການແຈ້ງ

ມາດຕາ 5. ການກວດກາຂອງເຈົ້າໜ້າທີ່ພາສີ

ມາດຕາ 6. ການລາຍງານຂອງເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ

ມາດຕາ 7. ການເກັບຮັກສາເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ

ໝວດທີ 3   ນະໂຍບາຍຕໍູ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 8.  ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 9.  ມາດຕະການຕໍ່ຜູ້ລະເມີດ

ໝວດທີ 4   ບົດບັນຍັດສຸດທ້າຍ

ມາດຕາ 10.  ການຈັດຕັ້ງປະຕິບັດ

ມາດຕາ 11.  ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຄະນະກຳມະການແຫ່ງຊາດເພື່ອຕ້ານ
ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ   ເລກທີ 06/ຄຕຟງ
ນະຄອນຫຼວງວຽງຈັນ, ວັນທີ 19 ພຶດສະພາ 2016

ຄຳແນະນຳ
ວ່າດ້ວຍ ການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ
ໃນເວລາ ເຂົ້າ-ອອກ ສປປ ລາວ

-   ອີງຕາມກົດໝາຍວ່າດ້ວຍ ການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 50/ສພຊ, ລົົງວັນທີ 21 ກໍລະກົດ 2014;
-   ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 364/ນຍ, ລົງວັນທີ 13 ຕຸລາ 2014;
-   ອີງຕາມກົດໝາຍວ່າດ້ວຍ ພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ຕຸລາ 2011;
-   ອີງຕາມໜັງສືສະເໜີຂອງໜ່ວຍງານຂໍ້ມູນຕ້ານການຟອກເງິນ ສະບັບເລກທີ 446/ໜຕຟງ, ລົງວັນທີ 7 ພຶດສະພາ 2015.

ປະທານຄະນະກຳມະການແຫ່ງຊາດ
ເພື່ອຕ້ານ ການຟອກເງິນ ແລະ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ອອກຄຳແນະນຳ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ

     ຄຳແນະນຳສະບັບນີ້ ວາງອອກເພື່ອຜັນຂະຫຍາຍ ມາດຕາ 33 ການແຈ້ງເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ແລະ ມາດດຕາ 34 ການກວດກາຂອງເຈົ້າໜ້າທີ່ພາສີປະຈຳດ່່ານຊາຍແດນ ຂອງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ມີຄວາມຊັດເຈນ ໃນການຈັດຕັ້ງປະຕິບັດ.

ມາດຕາ 2.  ອະທິບາຍຄຳສັບ

     ຄຳສັບທີ່ໃຊ້ໃນຄຳນະນຳສະບັບນີ້ ມີຄວາມໝາຍດັ່ງນີ້:

1.  ເງິນສົດ ໝາຍເຖິງ ທະນະບັດ ທີ່ເປັນສະກຸນເງິນຕ່າງໆ ຫຼື ເງິນຫຼຽນ;
2.  ເຄື່ອງມືຕ້ານການຟອກເງິນ ໝາຍເຖິງ ແຊັກທະນາຄານ, ແຊັກເດີນທາງ, ແຊັກສັ່ງຈ່າຍ, ພັນທະບັດ, ດຣາບ (Bank Draft) ແລະ ອື່ນໆ;
3.  ວັດຖຸມີຄ່າ ໝາຍເຖິງ ເງິນ ຫຼື ຄຳ ແທ່ງ, ເງິນ ຫຼື ຄຳ ຮູບປະພັນ, ເພັດ, ພອຍ ແລະ ອື່ນໆ ທີ່ມີມູນຄ່າ ຫຼື ນຳໃຊ້ເປັນພາຫະນະຊຳລະກັບສາກົນໄດ້;
4.  ຜູ້ໂດຍສານ ໝາຍເຖິງ ຄົນລາວ, ຄົນຕ່າງປະເທດ ຫຼື ຊາວຕ່າງດ້າວ ທີ່ເດີນທາງ ເຂົ້າ-ອອກ ສປປ ລາວ ໃນນາມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
5.  ດ່ານພາສີຊາຍແດນ ໝາຍເຖິງ ດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີປະເພນີ ທີ່ອະນຸຍາດໃຫ້ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກ ສປປ ລາວ ລວມທັງສິນຄ້າເຂົ້າ-ອອກ ສປປ ລາວ ຜ່ານລະບົບໄປສະນີ. ຂ້າງເທິງ

ໝວດທີ 2
ການແຈ້ງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ

 

ມາດຕາ 3.  ການແຈ້ງຂອງຜູ້ໂດຍສານ ເຂົ້າ-ອອກ ສປປ ລາວ ທີ່ນຳເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າທຽບເທົ່າ 100.000.000 ກີບ (ໜຶ່ງຮ້ອຍລ້ານກີບ) ຂຶ້ນໄປ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ ຕາມແບບພິມຂອງກົມພາສີ, ກະຊວງການເງິນ ວາງອອກ.

ມາດຕາ 4.  ຂັ້ນຕອນຂອງການແຈ້ງ

     ຜູ້ໂດຍສານ ທີ່ນຳເງິນສົົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າທຽບເທົ່າ 100.000.000 ກີບ (ໜຶ່ງຮ້ອຍລ້ານກີບ) ຂຶ້ນໄປ ຕ້ອງປະຕິບັດ ດັ່ງນີ້:

     1.  ການແຈ້ງເຂົ້ົ້າ ສປປ ລາວ:

-   ປະກອບຂໍ້ມູນໃສ່ແບບຟອມການແຈ້ງອອກໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
-   ສົ່ງມອບແບບພິມ ພ້ອມທັງສະແດງເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ໃຫ້ແກ່ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ເພື່ອກວດກາ.

     2.    ການແຈ້ງອອກ ສປປ ລາວ:

-   ປະກອບຂໍ້ມູນຕາມແບບພິມ ການແຈ້ງອອກໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
-   ສົ່ງມອບແບບພິມ ພ້ອມທັງສະແດງເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ໃຫ້ແກ່ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ເພື່ອກວດກາ;
-   ສະແດງໜັງສືອະນຸຍາດການນຳເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ຈາກອົງການທີ່ກ່ຽວຂ້ອງ;
-   ສະແດງເອກະສານຢັ້ງຢືນການນຳເຂົ້າເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ. ຂ້າງເທິງ

ມາດຕາ 5.  ການກວດກາຂອງເຈົ້າໜ້າທີ່ພາສີ

     ເມື່ອເຈົ້າໜ໊າທີ່ພາສີປະຈຳດ່ານ ໄດ້ຮັບການແຈ້ງກ່ຽວກັບເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ຈາກຜູ້ໂດຍສານ ເຂົ້າ-ອອກ ສປປ ລາວ ຕ້ອງກວດກາ, ກວດນັບ ແລະ ຢັ້ງຢືນເອກະສານການແຈ້ງເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມທາງດ້ານການເງິນ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບເອກະສານການແຈ້ງຂອງຜູ້ໂດຍສານ.

ມາດຕາ 6.  ການລາຍງານຂອງເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ

     ເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ ໄດ້ຮັບການແຈ້ງຂອງຜູ້ໂດຍສານ ເຂົ້າ-ອອກ ຫຼື ກວດເຫັນ, ພົບເຫັນ ການນຳ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ທີີ່ມີມູນຄ່າທຽບເທົ່າ 100.000.000 ກີບ (ໜຶ່ງຮ້ອຍລ້ານກີບ) ຂຶ້ນໄປ, ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຕ້ອງລາຍງານຂໍ້ມູນດັ່ງກ່າວ ໃຫ້ສໍານັກງານຂໍ້ມູນຕ້ານການຟອກເງິນ ພາຍໃນ 15 ວັນ ລັດຖະການ ຕາມແບບພິມທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ ວາງອອກ.

ມາດຕາ 7.  ການເກັບຮັກສາເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ

     ກໍລະນີເຈົ້າໜ້າທີ່ພາສີປະຈຳດ່ານ ໄດ້ຢຶດ ຫຼື ກັກ ເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ທີ່ບໍ່ມີເອກະສານຢັ້ງຢນຄວາມຖືກຕ້ອງ ໃຫ້ເຈົ້າໜ້າທີ່ພາສີປະຈຳດ່ານພາສີຊາຍແດນ ນຳໄປຝາກໄວ້ບັນຊີຂອງຄັງເງິນແຫ່ງຊາດ ເພື່ອເປີດການສືບສວນ-ສອບສວນ. ຂ້າງເທິງ

ໝວດທີ 3
ນະໂຍບາຍຕໍູ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 8.  ນະໂຍບາຍຕໍ່ຜູ້ມີຜົນງານ

     ສຳນັກງານຂໍ້ມູນຕ້ານການຟອກເງິນ ມີໜ້າທີ່ເກັບກຳຜົນງານດີເດັ່ນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນການຈັດຕັ້ງປະຕິບັດວຽກງານກວດກາ ການນຳເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ເພື່ອຄົ້ນຄວ້າການຍ້ອງຍໍຕາມລະບຽບການ.

ມາດຕາ 9.  ມາດຕະການຕໍ່ຜູ້ລະເມີດ

     ຫາກເຈົ້າໜ້າທີ່ພາສີ ກວດເຫັນ, ພົບເຫັນ ຫຼື ມີການແຈ້ງຂໍ້ມູນເທັດ, ຫຼີກລ້ຽງ ໃຫ້ເຈົ້າໜ໊າທີ່ພາສີ ດຳເນີນຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 10.  ການຈັດຕັ້ງປະຕິບັດ

     ມອບໃຫ້ສຳນັກງານຂໍ້ມູນຕ້ານການຟອກເງິນ, ປະສານສົມທົບກັບ ກົມພາສີ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ໃຫ້ໄດ້ຮັບຜົນດີ.

ມາດຕາ 11.  ຜົນສັກສິດ

     ຄຳແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງທີ່ໄດ້ລົງຈົດໝາຍເຫດທາງລັດຖະການ 15 ວັນ.

ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານ
ການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
(ເຊັນ ແລະ ປະທັບກາ)

ດຣ ບຸນປອນ ບຸດຕະນະວົງ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Regulation On the Declaration of Cash, Precious metals and Bearer Negotiable Instruments While Entering/Exiting the Lao PDR, no. 06/NCC, dated 19 May 2015 PDF
2 ຄຳແນະນຳ ວ່າດ້ວຍ ການແຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນໃນເວລາ ເຂົ້າ-ອອກ ສປປ ລາວ, ສະບັບເລກທີ 06/ຄຕຟງ, ລົງວັນທີ 19 ພຶດສະພາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.