ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການລັດຖະບານ    ເລກທີ 790/ຫລບ.ກລຂ
ນະຄອນຫຼວງວຽງຈັນ, ວັນທີ 21 ພຶດສະພາ 2015

ແຈ້ງການ

ຮຽນ: - ທ່ານລັດຖະມົນຕີວ່າການກະຊວງ ກະສິກຳ ແລະ ປ່າໄມ້.
        -   ທ່ານລັດຖະມົນຕີວ່າການກະຊວງ ການເງິນ.
        -   ທ່ານລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ.

ເລື່ອງ: ສະເໜີພິຈາລະນາການປັບປຸງລາຄາພັນທະໄມ້ ສົກປີ 2014-2015.

-   ອີງຕາມ ເອກະສານລາຍງານ ສະບັບເລກທີ 0204/ອຄ.ກຂອ, ລົງວັນທີ 06 ກຸມພາ 2015 ຂອງກະຊວງອຸດສາຫະກຳ ແລະ ການຄ້າ.
-   ອີງຕາມ ການຊີ້ນຳ ແລະ ຕົກລົງຂອງກອງປະຊຸມ ນາຍົກ-ຮອງນາຍົກ ຮ່ວມກັບຂະແໜງການກ່ຽວຂ້ອງ ຄັ້ງວັນທີ 03 ເມສາ 2015.
-   ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ແລະ ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດການຜະລິດ ແລະ ຈໍລະຈອນ ຄັ້ງວັນທີ 12 ພຶດສະພາ 2015. ຂ້າງເທິງ

     ຫ້ອງວ່າການລັດຖະບານ ຂໍຖືເປັນກຽດແຈ້ງທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດການຜະລິດ ແລະ ຈໍລະຈອນ ມາຍັງທ່ານຊາບດັ່ງນີ້: “1). ລາຄາພັນທະໄມ້ ສົກປີ 2014-2015 ແມ່ນໃຫ້ກຳນົດເປັນລາຄາດຽວຢູ່ສະໜາມ II ເພື່ອເປັນລາຄາພື້ນຖານໃນການຄິດໄລ່ ແລະ ປະມູນຂາຍໄມ້ ໂດຍມອບໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນຜູ້ກຳນົດລາຄາດັ່ງກ່າວ ໃຫ້ສອດຄ່ອງກັບກົດໝາຍ ແລະ ສະພາບຕົວຈິງຂອງຕະຫຼາດໂລກ.

2). ຫ້າມສົ່ງອອກໄມ້ທ່ອນທຸກປະເພດ ອອກໄປຕ່າງປະເທດເດັດຂາດ. ສຳລັບໄມ້ທີ່ຕົກຄ້າງຢູ່ສະໜາມ II ທີ່ລັດຖະບານ ໄດ້ຕົກລົງອະນຸມັດໃຫ້ສົ່ງອອກຜ່ານມາ ແຕ່ຈັດຕັ້ງປະຕິບັດບໍ່ທັນສຳເລັດ. ແມ່ນມອບໃຫ້ແຂວງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນຈຳນວນໄມ້ທີ່ມີຕົວຈິງໃນສະໜາມ II ນັ້ນ ມີຈຳນວນເທົ່າໃດ ແມ່ນໃຫ້ເອົາມາປຸງແຕ່ງ ແລະ ຂາຍຢູ່ພາຍໃນ ຫຼື ຕ່າງປະເທດ, ຫ້າມສົ່ງໄມ້ທ່ອນອອກຢ່າງເດັດຂາດ.

3). ສຳລັບໄມ້ທີ່ຂຸດຄົ້ນອອກຈາກໂຄງການຕ່າງໆ, ເປັນຕົ້ນແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງ, ໂຄງການກໍ່ສ້າງເຂື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການຂຸດຄົ້ນອອກຈາກແລວສາຍໄຟຟ້າ ແລະ ຂຸດຄົ້ນອອກຈາກໂຄງການພັດທະນາຕ່າງໆ ແມ່ນໃຫ້ຂາຍໃຫ້ບັນດາໂຮງງານປຸງແຕ່ງພາຍໃນ. ຂ້າງເທິງ

4). ສຳລັບໄມ້ປູກແມ່ນສົ່ງເສີມໃຫ້ປຸງແຕ່ງພາຍໃນ, ຖ້າບໍ່ສາມາດປຸງແຕ່ງໄດ້ ແມ່ນໃຫ້ສົ່ງອອກເປັນໄມ້ທ່ອນ, ແຕ່ຕ້ອງມີເອກະສານຢັ້ງຢືນຄົບຖ້ວນຈາກອຳນາດການປົກຄອງ ແລະ ຂະແໜງການກ່ຽວຂ້ອງ ກ່ຽວກັບແຫຼ່ງທີ່ມາຂອງໄມ້ໃຫ້ຊັດເຈນ ແລະ ສອດຄ່ອງກັບລະບຽບກົດໝາຍ.

5). ມອບໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງ ການເງິນ ແລະ ພາກສ່ວນກ່ຽວຂ້ອງ ເປັນເຈົ້າການຕິດຕາມ, ກວດກາ, ຖ້າພົບເຫັນທຸກກໍລະນີທີ່ລະເມີດ ແມ່ນໃຫ້ດຳເນີນການຕາມລະບຽບກົດໝາຍຢ່າງເຂັ້ມງວດ. ຂ້າງເທິງ

6). ມອບໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຮີບຮ້ອນສືບຕໍ່ສົມທົບບັນດາແຂວງ ເພື່ອປັບປຸງ ແລະ ດັດສົມບັນດາໂຮງງານປຸງແຕ່ງໄມ້ໃຫ້ໄດ້ມາດຕະຖານ ແລະ ສອດຄ່ອງກັບສະພາບຕົວຈິງໃນການສະໜອງວັດຖຸດິບ.”

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມຈິດໃຈຊີ້ນຳນີ້ດ້ວຍ.

(ເຊັນແທນ) ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ
(ເຊັນ ແລະ ປະທັບຕາ)

ເພັດສາຄອນ ຫຼວງອາໄພ

ບ່ອນນຳສົ່ງ:

-   ນາຍົກ-ຮອງນາຍົກ               06 ສະບັບ
-   ຫ້ອງວ່າການສູນກາງພັກ        01 ສະບັບ
-   ຫ້ອງວ່າການສະພາແຫ່ງຊາດ   01 ສະບັບ
-   ອົງການກວດກາລັດຖະບານ    01 ສະບັບ
-   ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ    01 ສະບັບ
-   ກລຂ, ກສສ        01 ສະບັບ
-   ເກັບມ້ຽນ           08 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Proposal to Revise Timber Price for Biding No. 790/GO. DS, dated 21 May 2015 PDF
2 ແຈ້ງການ ກ່ຽວກັບ ສະເໜີພິຈາລະນາການປັບປຸງລາຄາພັນທະໄມ້ ສົກປີ 2014-2015 ເລກທີ 790/ ຫລບ. ກລຂ, ລົງວັນທີ 21 ພຶດສະພາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.