ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ           ເລກທີ 2156/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 19 ຕຸລາ 2015

ຄຳສັ່ງແນະນຳເພີ່ມເຕີມ

                    ເຖິງ:     ທ່ານ ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.
                  ເລື່ອງ:     ຜະລິດຕະພັນໄມ້ເຄິ່ງສຳເລັດຮູບທີ່ສາມາດສົ່ງອອກໄປຕ່າງປະເທດໄດ້.

-     ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ເລກທີ 790/ຫລບ.ກລຂ, ລົງວັນທີ 21 ພຶດສະພາ2015.
-     ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ເລກທີ 1360/ຫລບ.ກສສ, ລົງວັນທີ 18 ສິງຫາ 2015.
-     ອີງຕາມ ແຈ້ງການຂອງຫ້ອງວ່າການລັດຖະບານ ເລກທີ 1732/ຫລບ.ກສສ, ລົງວັນທີ 16 ຕຸລາ 2015.
-     ອີງຕາມ ຂໍ້ຕົກລົງ ເລກທີ 2005/ອຄ.ກອຫ, ລົງວັນທີ 28 ກັນຍາ 2015 ວ່າດ້ວຍຜະລິດຕະພັນໄມ້.
-     ອີງຕາມຄຳສັ່ງແນະນຳ ເລກທີ 1812/ອຄ.ກຂອ, ລົງວັນທີ 04 ກັນຍາ 2015.

             ເພື່ອຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນໄມ້ ແລະ ອີງໃສ່ຄວາມສາມາດຕົວຈິງໃນການຜະລິດຂອງບັນດາໂຮງງານປຸງແຕ່ງໄມ້ພາຍໃນປະເທດ

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງແນະນຳເພີ່ມເຕີມ ດັ່ງນີ້:

1.       ອະນຸຍາດໃຫ້ສົ່ງອອກ ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ທີ່ໄດ້ລະບຸໄວ້ໃນຕາຕະລາງຊ້ອນທ້າຍ 2 ຂອງ ຂໍ້ຕົກລົງສະບັບເລກທີ 2005/ອຄ.ກອຫ, ລົງວັນທີ 28 ກັນຍາ 2015 ວ່າດ້ວຍຜະລິດຕະພັນໄມ້;

2.       ມອບໃຫ້ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ເປັນຜູ່ພິຈາລະນາອະນຸຍາດການສົ່ງອອກຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ທີ່ໄດ້ກ່າວມາໃນຂໍ້ 1 ຂ້າງເທິງ; ຍົກເວັ້ນ ໄມ້ເສົາໂຊ ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ສົມທົບກັບຂະແໜງການກ່ຽວຂ້ອງ ກວດກາແຫຼ່ງທີ່ມາຂອງໄມ້ ແລ້ວລາຍງານໃຫ້ ກະຊວງ ອຸດສາຫະກຳ ແລະ ການຄ້າ (ກົມການນຳເຂົ້າ ແລະ ສົ່ງອອກ) ເປັນຜູ່ພິຈາລະນາ.

3.       ຄຳສັ່ງແນະນຳເພີ່ມເຕີມສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

                                                                                                            ລັດຖະມົນຕີວ່າການ
                                                                                                 ກະຊວງອຸດສາຫະກຳ ແລະ ການຄ້າ,
                                                                                                         (ເຊັນ ແລະ ປະທັບຕາ)
                                                                                                         ນ ເຂັມມະນີ ພົນເສນາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Additional instruction on semi wood products for export no. 2156/MOIC.DIMEX, dated 19 October 2015 PDF
2 ຄຳສັ່ງແນະນຳເພີ່ມເຕີມ ກ່ຽວກັບ ຜະລິດຕະພັນໄມ້ ເຄິ່ງສໍາເລັດຮູບທີ່ສາມາດສົ່ງອອກໄປຕ່າງປະເທດໄດ້ ສະບັບເລກທີ 2156/ອຄ. ກຂອ, ລົງວັນທີ 19 ຕຸລາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.