ພະຣາຊະບັນຍັດ ການສົ່ງອອກ ແລະ ການນໍາເຂົ້າສິນຄ້າໃນຮາຊອານາຈັກໄທ ສະບັບທີ 2 ປີ 2015 ເປັນສະບັບແກ້ໄຂຊິ່ງເປັນສະບັບເພີ່ມເຕິີມ ພະຣາຊະບັນຍັດ ການສົ່ງອອກ ແລະ ການນໍາເຂົ້າສິນຄ້າໃນຮາຊອານາຈັກໄທ ສະບັບປີ 1979.  ພະຣາຊະບັນຍັດ ການສົ່ງອອກ ແລະ ການນໍາເຂົ້າສິນຄ້າໃນຮາຊອານາຈັກໄທ ສະບັບທີ 2 ປະກອບມີ 13 ມາດຕາ, ແນໃສ່ກໍານົດນິຍາມຄໍາວ່າ “ນໍາຜ່ານ” ເຂົ້າໃນບົດນິຍາມຄໍາວ່າ “ນໍາເຂົ້າ”ເພື່ອໃຫ້ການນໍາສິນຄ້າຜ່ານແດນປະເທດໄທໄປປະເທດທີສາມ ເປັນໄປດ້ວຍຄວາມຮຽບຮ້ອຍ. ຄໍາວ່າ “ນໍາຜ່ານ” ມີຄວາມໝາຍດັ່ງນີ້: ແມ່ນ ການນໍາ ຫຼື ສົ່ງສິນຄ້າຜ່ານຣາຊະອານາຈັກໄທ ໂດຍມີຈຸດເລິ່ມຕົ້ນ ແລະ ຈຸດສິ້ນສຸດຂອງການຂົນສົ່ງນອກຣາຊະອານາຈັກ ບໍ່ວ່າຈະມີການພັກສິນຄ້າ, ການປ່ຽນຖ່າຍຍານພາຫະນະ ຫຼື ການເພີ່ມ ຫຼື ປ່ຽນພາຊະນະບັນຈຸສິນຄ້າໃນຣາຊະອານາຈັກ ເພື່ອປະໂຫຍດໃນການຂົນສົ່ງ ຫຼື ບໍ່ກໍຕາມ, ທັງນີ້ ຈະຕ້ອງບໍ່ມີການໃຊ້ປະໂຫຍດໃດໆ ຂອງສິນຄ້ານັ້ນໃນຣາຊະອານາຈັກ. ນອກນັ້ນ, ກໍຍັງມີການກໍານົດໃຫ້ກະຊວງພານິດໄທກໍານົດລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາຜ່ານດິນແດນຣາຊອານາຈັກໄທ. ພະຣາຊບັນຍັດນີ້ ໄດ້ເຜີຍແຜ່ລົງຈົດໝາຍເຫດທາງລັດຖະການໃນວັນທີ 15 ກັນຍາ 2015 ຊຶ່ງຈະມີຜົນບັງຄັບໃຊ້ 90 ວັນຫຼັງຈາກມື້ລົງ (15 ທັນວາ 2015).

ການກໍານົດນິຍາມໃນພະຣາຊະບັນຍັດເພີ່ມເຕີມດັ່ງກ່າວ ຈະຊ່ວຍອໍານວຍຄວາມສະດວກໃຫ້ຜູ້ສົ່ງອອກ-ນໍາເຂົ້າ ໃນການຂົນສົ່ງສິນຄ້າຜ່ານແດນໄທ ໃຫ້ມີຄວາມສະດວກໃນການຈໍລະຈອນສິນຄ້າຂື້ນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.