ເມື່ອບໍ່ດົນມານີ້ ຣາຊະອານາຈັກໄທ ໄດ້ອອກ ພະຣາຊະບັນຍັດ ການສົ່ງອອກ ແລະ ການນໍາເຂົ້າສິນຄ້າໃນຮາຊອານາຈັກໄທ ສະບັບທີ 2 ປີ 2015 ເຊິ່ງເປັນສະບັບແກ້ໄຂເພີ່ມເຕິີມຈາກ ພະຣາຊະບັນຍັດ ການສົ່ງອອກ ແລະ ການນໍາເຂົ້າສິນຄ້າໃນຣາຊະອານາຈັກໄທ ສະບັບປີ 1979, ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 14 ທັນວາ 2015 ເປັນຕົ້ນມາໂດຍໃນ ພຣບ ສະບັບໃໝ່ ໄດ້ ເພີ່ມຄໍານິຍາມ “ນໍາຜ່ານ” ເພື່ອຈະຊ່ວຍໃຫ້ການນໍາສິນຄ້າຜ່ານແດນ ຫຼື ຄ່ຽນຖ່າຍໃນປະເທດໄທອອກໄປປະເທດທີສາມ ມີຄວາມຮຽບຮ້ອຍ, ຊັດເຈນຂຶ້ນ. ໃນນີ້ ສະຖານເອກອັກຄະຣັດຊະທູດໄທ ປະຈໍາ ລາວ ໄດ້ແຈ້ງຄວາມຄືບໜ້າເລື່ອງການປະກາດໃຊ້ ພຣບ ດັ່ງກ່າວ ໃຫ້ຊາບວ່າ ກົມການຄ້າຕ່າງປະເທດ, ກະຊວງພານິດ ຈະອອກປະກາດ ເພື່ອຄວບຄຸມ ແລະ ຈັດລະບຽບການນໍາຜ່ານສິນຄ້າ ໂດຍສະເພາະສິນຄ້າທີ່ມີມາດຕະການຫ້າມ ຫຼື ຄວບຄຸມການນໍາເຂົ້າ-ສົ່ງອອກຕາມປະກາດກະຊວງພານິດ ເນື່ອງຈາກເປັນສິນຄ້າອອ່ນໄຫວທີ່ອາດສົ່ງຜົນກະທົບຕໍ່ເສດຖະກິດ ຫຼື ຄວາມໝັ້ນຄົງຂອງປະເທດ ເຊິ່ງຢູ່ໃນລະຫວ່າງການສະເໜີຄະນະລັດຖະມົນຕີພິຈາລະນາຮ່າງປະກາດຈໍານວນ 2 ສະບັບ ຄື:

1.    ຮ່າງປະກາດຂອງກະຊວງພານິດ ເລື່ອງ: ກຳນົດໃຫ້ສິນຄ້າທີ່ມີມາດຕະການນໍາເຂົ້າ ຫຼື ສົ່ງອອກເປັນສິນຄ້າທີ່ຕ້ອງຫ້າມໃນການນໍາຜ່ານຣາຊອານາຈັກ  ເຊີ່ງຈະຫ້າມນໍາຜ່ານສິນຄ້າ 8 ລາຍການ ຄື: ສິນຄ້າປອມ/ຮຽນແບບເຄື່ອງໝາຍການຄ້າ, ສິນຄ້າລະເມີດລິຂະສິດ, ເຄື່ອງຫຼີ້ນເກມ, ບາຣາກູ່, ວັດຖູບູຮານ, ພະພຸດທະຮູບ ແລະ ເທວະຮູບ, ຊ້າງ ແລະ ສານກາເຟອິນ.

2.    ຮ່າງປະກາດກະຊວງພານິດ ເລື່ອງ ກໍານົດໃຫ້ສິນຄ້າທີ່ມີມາດຕະການຄວ້ໍາບາດຕາມມະຕິ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເປັນສິນຄ້າທີ່ຕ້ອງຫ້າມໃນການນໍາຜ່ານຣາຊະອານາຈັກ ລວມມີ 8 ປະເທດ ໂດຍມີເຫດຜົນເພື່ອຄວາມໝັ້ນຄົງ, ສິນລະທໍາອັນດີງາມຂອງປະຊາຊົນ, ຊີວິດ ແລະ ສຸຂະພາບຂອງມະນຸດ, ສິລະປະວັດທະນະທໍາ, ປະຫວັດຊາດ ຫຼື ຄ່ານິຍົມທາງບູຮານຄະດີ ຫຼື ຊັບສິນທາງການຄ້າ ຫຼື ອຸດສາຫະກໍາຂອງປະເທດ.

ສໍາລັບການຈັດລະບຽບການນໍາຜ່ານສິນຄ້າອື່ນໆ ເຊັ່ນ: ໄມ້ ແລະ ໄມ້ແປຮູບ, ມັນຕົ້ນ ລວມທັງສິນຄ້າກະສິກໍາ 22 ລາຍການທີ່ຕ້ອງເປີດຕະຫຼາດຕາມຂໍ້ຜູກພັນຂອງ WTO ເຊັ່ນ: ເຂົ້າ, ນໍ້າມັນປາມ, ສາລີລ້ຽງສັດ, ຜັກຫອມບົ່ວຫົວໃຫຍ່, ຜັກທຽມ, ນົມ ແລະ ນໍ້າຕານ ເຊິ່ງເປັນສິນຄ້າທີ່ບໍ່ຢູ່ໃນລາຍການສິນຄ້າຫ້າມນໍາເຂົ້າ ຫຼື ຫ້າມສົ່ງອອກ ແລະ ໃນຫຼັກການຄວນນໍາຜ່ານໄດ້ນັ້ນ ປະຈຸບັນຢູ່ໃນຂັ້ນຕອນລໍຖ້າການພິຈາລະນາຂອງຄະນະກໍາມະການທີ່ຮັບຜິດຊອບດັ່ງກ່າວ ເພື່ອກໍານົດມາດຕະການຄວບຄຸມທີ່ເໝາະສົມກັບແຕ່ລະສິນຄ້າ ເຊັ່ນ: ຕ້ອງມີໃບຮັບຮອງແຫຼ່ງກໍາເນີດສິນຄ້າ, ໃບຮັບຮອງສຸຂານາໄມພືດ ຫຼື ການກໍານົດດ່ານນໍາເຂົ້າ-ສົ່ງອອກເປັນຕົ້ນ ເນື່ອງຈາກເປັນສິນຄ້າອອ່ນໄຫວ ເຊິ່ງອາດຈະສົ່ງຜົນກະທົບຕໍ່ຊາວກະສິກອນ ຫຼື ກະທົບຕໍ່ເສດຖະກິດຂອງໄທ ໂດຍກະຊວງພານິດໄທ ຈະພິຈາລະນາອອກປະກາດຕາມພາຍຫຼັງ.

ຜ່ານການປະສານງານ ແລະ ພົບປະລະຫວ່າງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າລາວ ແລະ ກົມການຄ້າຕ່າງປະເທດ, ກະຊວງພານິດໄທ ແຈ້ງໃຫ້ຮັບຮູ້ວ່າ ປະຈຸບັນການນໍາຜ່ານສິນຄ້າທີ່ມີມາດຕະການນໍາເຂົ້າ-ສົ່ງອອກຕາມປະກາດກະຊວງພານິດ ສາມາດດໍາເນີນການໄດ້ພາຍໃຕ້ການຕິດຕາມຄວບຄຸມຂອງກົມພາສີ ໂດຍຜູ່ນໍາຜ່ານສິນຄ້າຈະຕ້ອງປະຕິບັດຕາມ ປະກາດກົມພາສີ ເລກທີ 210/2558 ເລື່ອງ ພິທີການພາສີວ່າດ້ວຍການຜ່ານແດນ ແລະ ປະກາດກົມພາສີ ເລກທີ 211/2558 ເລື່ອງ ພິທີການພາສີວ່າດ້ວຍການຄ່ຽນຖ່າຍ. ເມື່ອມີປະກາດກະຊວງພານິດອອກມາໃຊ້ບັງຄັບ ຜູ່ນໍາຜ່ານສິນຄ້າຈຶ່ງຈະຕ້ອງປະຕິບັດຕາມເງື່ອນໄຂທີ່ປະກາດກະຊວງພານິດກໍານົດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.