ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ
ຫ້ອງການ       ເລກທີ 0075/ຫອຄ.ກຂອ.ຄຄ.02
ນະຄອນຫຼວງວຽງຈັນ, ວັນທີ 13 ມັງກອນ 2016

ແຈ້ງການ

ເຖິງ:  -  ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງ;
-    ທ່ານ ປະທານສະພາບໍລິຫານເຂດເສດຖະກິດະເສດ ແລະ ສະເພາະ;
-    ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກໍາແຂວງ
-    ຫົວໜ່ວຍທຸລະກິດສົ່ງອອກທີ່ນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ເລື່ອງ: ການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AANZ ສະບັບປັບປຸງໃໝ່

 - ອີງຕາມການຕົກລົງເຫັນດີໃນກອງປະຊຸມອະນຸກໍາມະການວ່າດ້ວຍລະບຽບແຫຼ່ງກໍາເນີດ ສິນຄ້າພາຍໃຕ້ຂອບສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ (ASEAN-Australia-New Zealand Sub-Committee on Rules of Origin: AANZSC-ROO)

     ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ: ນັບແຕ່ວັນທີ 1 ຕຸລາ 2015 ເປັນຕົ້ນໄປຈະໄດ້ເລີ່ມນໍາໃຊ້ແບບຟອມ AANZ (ພາຍໃຕ້ຂອບ ສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ) ສະບັບປັບປຸງໃໝ່ ຊຶ່ງມີການປັບປຸງເນື້ອໃນຫ້ອງທີ 7, ຫ້ອງທີ 9 ແລະ ປັບປຸງບາງເນື້ອໃນຂໍ້ທີ 5, 7 ແລະ 9 ທາງດ້ານຫຼັງຂອງແບບຟອມ ດັ່ງລາຍລະອຽດລຸ່ມນີ້:

     ຫ້ອງທີ 7 ໄດ້ປ່ຽນຄໍາເວົ້າຈາກ “Number and kind of packages, description of goods including HS Code (6 digits) and brand name (if applicable) ” ມາເປັນ “Number and kind of packages, description of goods including HS Code (6 digits) and brand name (if applicable) Name of company issuing third party invoice (if applicable);

ສໍາລັບຫ້ອງທີ 9 ໄດ້ປ່ຽນຈາກຄໍາວ່າ “Quantity (Gross weight or other measurements), and value (FOB)” ມາເປັນ “Quantity (Gross weight or other measurements), and value (FOB) where RVC is applied”.

    ສໍາລັບດ່ານຫຼັງຂອງແບບຟອມ ຂໍ້ທີ່ 5 ສະບັບເກົ່າແມ່ນມີ 5 ຂໍ້ຍ່ອຍ (a,b,c,d ແລະ e). ສ່ວນສະບັບໃຫມ່ແມ່ນມີແຕ່ 3 ຂໍ້ຍ່ອຍ (a,b ແລະ c) ແລະ ໄດ້ປ່ຽນຈາກ “PSR(CTC), PSR(RVC) ແລະ PSR(Other)” ມາເປັນ “CTC, RVC, e.g. CTSH + RVC 35% ແລະ Other”.

    ສໍາລັບຂໍ້ທີ 7 ໄດ້ປ່ຽນຈາກຄໍາວ່າ “FOB VALUE:

▪ An exporter from an ASEAN Member State must provide in box 9 the FOB value of the goods
▪ An exporter from Australia or New Zealand can complete either Box 9 or provide a separate “Exporter Declaration” stating the FOB value of the goods” ມາເປັນ “FOB VALUE: For Consignment to all Parties where the origin criteria includes a Regional Value Content requirement:
▪ An exporter from an ASEAN Member State must provide in box 9 the FOB value of the goods
▪ An exporter from Australia or New Zealand can complete either Box 9 or provide a separate “Exporter Declaration” stating the FOB value of the goods”
The FOB value is not required for consignments where the origin criteria does not include a Regional Value Content requirement.

     In the case of goods exported from and imported by Cambodia and Myanmar, the FOB value shall be included in the Certificate of Origin or the back-to-back Certificate of Origin for all goods, irrespective of the origin criteria used, for two (2) years from the date of entry into force of the First Protocol or an earlier date as endorsed by the Committee on Trade in Goods.

     ສໍາລັບຂໍ້ທີ 9 ໄດ້ປ່ຽນຈາກຄໍາເວົ້າ “SUBJECT OF THIRD PARTY INVOICE: In case where invoices are issued by a third country, in accordance with Rule 22 of the Operational Certification Procedures, the “SUBJECT OF THIRD-PARTY INVOICE” box in Box 13 should be ticked (√). The number of invoices issued by the manufacturers or the exporters and the number of invoices issued by the trader (if known) for the importation of goods into the importing Party should be indicated in Box 10” ມາເປັນ “SUBJECT OF THIRD PARTY INVOICE: In cases where invoices used for the importation are issued in a third country, in accordance with Rule 22 of the Operational Certification Procedures, the “SUBJECT OF THIRD-PARTY INVOICE” box in Box 13 should be ticked (√) and the name of company issuing the invoice should be provided in Box 7 or, if there is insufficient space, on a continuation sheet. The number of invoices issued by the manufacturers or the exporters and the number of invoices issued by the trader (if known) for the importation of goods into the importing Party should be indicated in Box 10” 

      ສ່ວນຂໍ້ຄວາມອື່ນໆແມ່ນຍັງຄືເກົ່າ. ໝາຍວ່າ ຢູ່ໃນຫ້ອງທີ 9 ຂອງແບບຟອມສະບັບປັບປຸງໃໝ່ ແມ່ນຈະໃຫ້ລະບຸລາຄາ FOB ໃສ່ ແຕ່ສະເພາະກໍລະນີກໍານົດແຫຼ່ງກໍາເນີດສິນຄ້າໂດຍນໍາໃຊ້ເງື່ອນໄຂການສ້າງມູນຄ່າເພີ່ມ (RVC) ເທົ່ານັ້ນ, ສ່ວນການກໍານົດແຫຼ່ງກໍາເນີດໂດຍການນໍາໃຊ້ເງື່ອນໄຂການປ່ຽນແປງລະຫັດພາສີ (CTC), ຜະລິດຕະພັນພາຍໃນທັງໝົດ (WO) ແລະ ອື່ນໆແມ່ນບໍ່ໃຫ້ລະບຸລາຄາ FOB ໃສ່.

     ກໍານົດເວລາການນໍາໃຊ້: ແບບຟອມ AANZ ສະບັບປັບປຸງໃໝ່ແມ່ນໄດ້ເລີ່ມນໍາໃຊ້ແຕ່ວັນທີ 1 ຕຸລາ 2015 ເປັນຕົ້ນໄປ. ສ່ວນແບບຟອມ AANZ ສະບັບເກົ່າ ແມ່ນຍັງສາມາດນໍາໃຊ້ ຄວບຄູ່ກັບແບບຟອມສະບັບປັບປຸງໃໝ່ໄດ້ອີກ 6 ເດືອນ ຈົນຮອດວັນທີ 31 ມິນາ 2016. ຫຼັງ ຈາກນັ້ນ ຫຼື ເລີ່ມຈາກວັນທີ 1 ເມສາ 2016 ເປັນຕົ້ນໄປແມ່ນໃຫ້ນໍາໃຊ້ແບບຟອມໃໝ່ຢ່າງດຽວ ເທົ່ານັ້ນ.

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

 ຫົວໜ້າຫ້ອງການ,
(ເຊັນ ແລະ ປະທັບກາ)

ພຸດທະວັນ ນັນນະວົງ

ບ່ອນສົ່ງ:

-    ກົມນະໂຍບາຍການຄ້າຕ່າງປະເທດ “ເພື່ອຊາບ”
-    ກົມພາສີ, ກະຊວງການເງິນ “ເພື່ອຊາບ”

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Utilization of the new Certificate of Origin Form AANZ (Revised Version No. 0075/MoIC.DIMEX.02, dated 13 January 2016 PDF
2 ແຈ້ງການ ກ່ຽວກັບ ການນໍາໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຟອມ AANZ ສະບັບປັບປຸງໃໝ່ ເລກທີ 0075/ຫອຄ.ກຂອ.ຄຄ.02, ລົງວັນທີ 13 ມັງກອນ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.