ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ
ມາດຕາ 2  ການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ
ມາດຕາ 3  ການອະທິບາຍຄໍາສັບ
ມາດຕາ 4  ຂອບເຂດການນໍາໃຊ້

ໝວດທີ 2 ການນຳເຂົ້າ  ແລະ ສົ່ງອອກ ເພັດຫຍາບ

ມາດຕາ 5  ເງື່ອນໄຂຂອງຜູ່ນໍາເຂົ້າ, ຜູ່ສົ່ງອອກ ແລະ ເງື່ອນໄຂການນຳເຂົ້າເພັດຫຍາບ
ມາດຕາ 6  ການຂໍອະນຸຍາດນໍາເຂົ້າ ເພັດຫຍາບ
ມາດຕາ 7  ການຂໍອະນຸຍາດສົ່ງອອກ ເພັດຫຍາບ
ມາດຕາ 8  ການພິຈະລະນາອອກ ໃບອະນຸຍາດນຳເຂົ້າ ເພັດຫຍາບ
ມາດຕາ 9  ການພິຈະລະນາອອກ ໃບອະນຸຍາດສົ່ງອອກ ເພັດຫຍາບ ແລະ ໃບ KPC
ມາດຕາ 10  ຄ່າທໍານຽມ ແລະ ຄ່າບໍລິການ

ໝວດທີ 3 ສິດ ແລະ ພັນທະຂອງຜູ່ນຳເຂົ້າ, ຜູ່ສົ່ງອອກ ແລະ ຜູ່ດຳເນີນທຸລະກິດເຈຍລະໄນເພັດຫຍາບ

ມາດຕາ 11  ຂອບເຂດສິດ
ມາດຕາ 12  ພັນທະ

ໝວດທີ 4 ຂໍ້ຫ້າມ

ມາດຕາ 13  ຂໍ້ຫ້າມທົ່ວໄປ
ມາດຕາ 14  ຂໍ້ຫ້າມສຳລັບຜູ່ດຳເນີນທຸລະກິດ ການນຳເຂົ້າ ຫຼື ສົ່ງອອກເພັດຫຍາບ
ມາດຕາ 15  ຂໍ້ຫ້າມສຳລັບພະນັກງານລັດຖະກອນ

ໝວດທີ 5 ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກເພັດຫຍາບ 

ມາດຕາ 16  ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ເພັດຫຍາບ
ມາດຕາ 17  ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກເພັດຫຍາບ

ໝວດທີ 6 ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ

ມາດຕາ 18  ນະໂຍບາຍຕໍ່ຜູ່ມີຜົນງານ
ມາດຕາ 19  ມາດຕະການຕໍ່ຜູ່ລະເມີດ

ໝວດທີ 7 ບົດບັນຍັດສຸດທ້າຍ

ມາດຕາ 20  ການຈັດຕັ້ງປະຕິບັດ
ມາດຕາ 21   ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ      ເລກທີ 0224/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 8 ກຸມພາ 2016

ຂໍ້ຕົກລົງ
ວ່າດ້ວຍການນໍາເຂົ້າ ແລະ ສົ່ງອອກ ເພັດຫຍາບ

-  ອີງຕາມ ດໍາລັດສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ;

-  ອີງຕາມ ດຳລັດສະບັບເລກທີ114/ລບ, ລົງວັນທີ 06 ເມສາ 2011 ວ່າດ້ວຍການນໍາເຂົ້າ ແລະ ການສົ່ງອອກສິນຄ້າ;
-  ອີງຕາມ ດໍາລັດສະບັບເລກທີ 180/ນຍ, ລົງວັນທີ 07 ກໍລະກົດ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ;
-  ອີງຕາມ ແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ສະບັບເລກທີ 0009/ຫສນຍ.ກລຂ ລົງວັນທີ 06 ມັງກອນ 2003.

ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງດັ່ງນີ້:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1  ຈຸດປະສົງ

     ຂໍ້ຕົກລົງສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການນໍາເຂົ້າ ແລະ ສົ່ງອອກເພັດຫຍາບ ເພື່ອຄຸ້ມຄອງ ແລະ ສົ່ງເສີມທຸລະກິດການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ລະບຽບການ,ແນໃສ່ຕ້ານ ແລະ ສະກັດກັ້ນການນຳເຂົ້າ-ສົ່ງອອກເພັດຫຍາບ ທີ່ໄດ້ມາຈາກຄວາມຂັດແຍ່ງ ແລະ ການຄ້າ-ຂາຍເພັດທີ່ຜິດກົດໝາຍ, ປະກອບສ່ວນແກ່ການພັດທະນາເສດຖະກິດໃຫ້ເຂັ້ມແຂງ ແລະ ປົກປັກຮັກສາຄວາມສະຫງົບໃນສັງຄົມ.                

ມາດຕາ 2  ການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ

     ການນໍາເຂົ້າ ແລະ ການສົ່ງອອກເພັດຫຍາບ ແມ່ນການນໍາເພັດຫຍາບ ຫຼື ເພັດທີ່ມີຕຳນິເຂົ້າມາ ສປປ ລາວ ເພື່ອເຈຍລະໄນ ໂດຍຜ່ານຂະບວນການຂັດ, ຕັດ, ຜ່າ, ໂກນຂອບເປັນຮູບວົງມົນ ຫຼື ນຳມາສ້ອມແປງ ແລ້ວສົ່ງອອກຄືນ ຫຼື ສົ່ງໄປປະເທດທີສາມ.

ມາດຕາ 3  ການອະທິບາຍຄໍາສັບ

     ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 

1.  ເພັດຫຍາບ ໝາຍເຖິງ ທາດກາກບອນບໍລິສຸດທີ່ເກີດຈາກທຳມະຊາດ, ເປັນແກ້ວປະເສີດ ຫຼື ເຄິ່ງສຳເລັດຮູບທີ່ໄດ້ຜ່ານການສັງເຄາະຊະນິດໜຶ່ງ ມີລັກສະນະເປັນສີໃສທີ່ຫາຍາກ ແລະ ແຂງ ຊຶ່ງເປັນເພັດທີ່ບໍ່ທັນໄດ້ຜ່ານການເຈຍລະໄນ ແລະ ນອນຢູ່ໃນ 03 ລະຫັດສິນຄ້າ (HS code) ດັ່ງນີ້:

-   ລະຫັດສິນຄ້າ 7102.10 ເພັດຫຍາບທີ່ນຳອອກຈາກບໍ່ ແລະ ບໍ່ທັນໄດ້ຜ່ານການຄັດເລືອກ;
-   ລະຫັດສິນຄ້າ 7102.21 ເພັດຫຍາບທີ່ຜ່ານການຄັດເລືອກເຂົ້າໃນທາງດ້ານອຸດສາຫະກຳ;
-   ລະຫັດສິນຄ້າ 7102.31 ເພັດຫຍາບທີ່ຜ່ານການຄັດເລືອກ ບໍ່ນຳໃຊ້ເຂົ້າໃນດ້ານອຸດສາຫະກຳ

2.  ອົງການຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ (Kimberly Process - KP) ໝາຍເຖິງ  ເປັນໜ່ວຍງານຈັດຕັ້ງລະບົບການອອກໃບຢັ້ງຢືນຄວາມຖືກຕ້ອງ ແລະ ຕິດຕາມເພັດຫຍາບ (Kimberley Process Certification Scheme - KPCS) ທີ່ສ້າງຕັ້ງຂື້ນໂດຍລັດຖະບານ ຮ່ວມກັນກຸ່ມອຸດສາຫະກຳເພັດຫຍາບທົ່ວໂລກ.
3.  ໃບອະນຸຍາດ ໝາຍເຖິງ ໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກເພັດຫຍາບ ຢູ່ ສປປ ລາວ ທີ່ອອກໃຫ້ໂດຍອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ເພັດຫຍາບ.
4.  ໃບ KPC (Kimberley Process Certification) ໝາຍເຖິງ ໃບຢັ້ງຢືນແຫຼ່ງທີ່ມາຂອງເພັດຫຍາບ ທີ່ອອກໃຫ້ໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ.

ມາດຕາ 4  ຂອບເຂດການນໍາໃຊ້

     ຂໍ້ຕົກລົງສະບັບນີ້ນຳໃຊ້ຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ  ທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ ດ້ານການນໍາເຂົ້າ ແລະ ສົ່ງອອກ ເພັດຫຍາບ ຢູ່ ສປປ ລາວ.

ໝວດທີ 2
ການນຳເຂົ້າ  ແລະ ສົ່ງອອກ ເພັດຫຍາບ

ມາດຕາ 5  ເງື່ອນໄຂຂອງຜູ່ນໍາເຂົ້າ, ຜູ່ສົ່ງອອກ ແລະ ເງື່ອນໄຂການນຳເຂົ້າເພັດຫຍາບ

     ຜູ່ນຳເຂົ້າ ແລະ ຜູ່ສົ່ງອອກເພັດຫຍາບ ຕ້ອງເປັນນິຕິບຸກຄົນທີ່ດຳເນີນທຸລະກິດການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ຫຼື ຜູ່ດຳເນີນທຸລະກິດເຈຍລະໄນເພັດ ທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ເພັດຫຍາບທີ່ນຳເຂົ້າມາ ສປປ ລາວ ຕ້ອງເປັນເພັດຫຍາບທີ່ສົ່ງອອກຈາກປະເທດສະມາຊິກ (Kimberly Process - KP)  ແລະ ບໍ່ແມ່ນເພັດຫຍາບທີ່ໄດ້ມາຈາກການຂັດແຍ່ງ ຫຼື ເພັດທີ່ຜິດກົດໝາຍ.

ມາດຕາ 6  ການຂໍອະນຸຍາດນໍາເຂົ້າ ເພັດຫຍາບ

     ຜູ່ນໍາເຂົ້າເພັດຫຍາບ ຕ້ອງປະກອບເອກະສານສະເໜີເຖິງ ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກເພັດຫຍາບ ດັ່ງນີ້:

1.  ໃບຄຳຮ້ອງຂໍອະນຸຍາດນໍາເຂົ້າເພັດຫຍາບ;
2.  ສຳເນົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການມອບພັນທະອາກອນປະຈຳປີ;
3.  ໃບ KPC ຈາກປະເທດຕົ້ນທາງ;
4.  ໃບກຳກັບການສົ່ງສິນຄ້າ (Shipping Note).

ມາດຕາ 7  ການຂໍອະນຸຍາດສົ່ງອອກ ເພັດຫຍາບ

     ຜູ່ສົ່ງອອກເພັດຫຍາບ ຕ້ອງປະກອບເອກະສານສະເໜີເຖິງ ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກເພັດຫຍາບ ດັ່ງນີ້:

1.  ຄຳຮ້ອງຂໍອະນຸຍາດສົ່ງອອກເພັດຫຍາບ;
2.  ຄຳຮ້ອງຂໍໃບ KPC;
3.  ສຳເນົາໃບອະນຸຍາດນໍາເຂົ້າໃນຄັ້ງກ່ອນ;
4.  ສຳເນົາໃບທະບຽນວິສາຫະກິດ ແລະ ໃບຢັ້ງຢືນການມອບພັນທະອາກອນປະຈຳປີ;
5.  ໃບແຈ້ງລາຄາ (Invoice) ແລະ ໃບຫຸ້ມຫໍ່ (Packing List).

ມາດຕາ 8  ການພິຈະລະນາອອກ ໃບອະນຸຍາດນຳເຂົ້າ ເພັດຫຍາບ

     ພາຍຫຼັງໄດ້ຮັບຄຳຮ້ອງຂໍອະນຸຍາດນຳເຂົ້າ ເພັດຫຍາບ ພ້ອມດ້ວຍເອກະສານປະກອບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້, ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ພິຈາລະນາອອກໃບອະນຸຍາດນຳເຂົ້າໂດຍທັນທີ ຫຼື ຢ່າງຊ້າບໍ່ໃຫ້ເກີນ 10 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.
     ກໍລະນີທີ່ບໍ່ສາມາດອອກໃບອະນຸຍາດນຳເຂົ້າ, ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ຕ້ອງແຈ້ງໃຫ້ຜູ່ສະເໜີຮັບຊາບເປັນລາຍລັກອັກສອນ ພ້ອມທັງຊີ້ແຈງເຫດຜົນ ພາຍໃນ 03 ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ.
ໃບອະນຸຍາດນຳເຂົ້າເພັດຫຍາບ ມີກຳນົດການນໍາໃຊ້ 60 ວັນ ນັບແຕ່ມື້ອອກອະນຸຍາດເປັນຕົ້ນໄປ.

ມາດຕາ 9  ການພິຈະລະນາອອກ ໃບອະນຸຍາດສົ່ງອອກ ເພັດຫຍາບ ແລະ ໃບ KPC

     ພາຍຫຼັງໄດ້ຮັບຄຳຮ້ອງຂໍອະນຸຍາດສົ່ງອອກ ເພັດຫຍາບ ແລະ ຄໍາຮ້ອງຂໍໃບ KPC ພ້ອມດ້ວຍເອກະສານທີ່ໄດ້ກຳນົດໃນ ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ພິຈາລະນາອອກໃບອະນຸຍາດສົ່ງອອກ ພ້ອມດ້ວຍໃບ KPC ໂດຍທັນທີ ຫຼື ຢ່າງຊ້າບໍ່ເກີນ 10 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.
     ກໍລະນີທີ່ບໍ່ສາມາດອອກ ໃບອະນຸຍາດສົ່ງອອກເພັດຫຍາບ ຫຼື ໃບ KPC ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກຕ້ອງແຈ້ງໃຫ້ຜູ່ສະເໜີຮັບຊາບ ເປັນລາຍລັກອັກສອນ ພ້ອມທັງຊີ້ແຈງເຫດຜົນ ພາຍໃນ 03 ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ.
     ໃບອະນຸຍາດສົ່ງອອກເພັດຫຍາບ ແລະ ໃບ KPC ມີກໍານົດການນໍາໃຊ້ 60 ວັນ ນັບແຕ່ມື້ອອກອະນຸຍາດເປັນຕົ້ນໄປ.

ມາດຕາ 10  ຄ່າທໍານຽມ ແລະ ຄ່າບໍລິການ

     ຄ່າທໍານຽມ ແລະ ຄ່າບໍລິການ ສຳລັບການອອກໃບອານຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກເພັດຫຍາບ ແລະ ໃບ KPC ແມ່ນ ປະຕິບັດຕາມລັດຖະບັນຍັດ ປະທານປະເທດ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ໝວດທີ 3
ສິດ ແລະ ພັນທະຂອງຜູ່ນຳເຂົ້າ, ຜູ່ສົ່ງອອກ ແລະ ຜູ່ດຳເນີນທຸລະກິດເຈຍລະໄນເພັດຫຍາບ

ມາດຕາ 11  ຂອບເຂດສິດ

     ຜູ່ນຳເຂົ້າ, ຜູ່ສົ່ງອອກ ແລະ ຜູ່ດຳເນີນທຸລະກິດເຈຍລະໄນເພັດຫຍາບ ມີຂອບເຂດສິດ ດັ່ງນີ້:

1.  ສະເໜີຂໍນຳເຂົ້າ ຫຼື ສົ່ງອອກເພັດຫຍາບ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2.  ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 12  ພັນທະ

     ຜູ່ນຳເຂົ້າ, ຜູ່ສົ່ງອອກ ແລະ ຜູ່ດຳເນີນທຸລະກິດເຈຍລະໄນເພັດຫຍາບ ມີພັນທະດັ່ງນີ້:

1.  ເສຍພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2.  ສະຫຼຸບການນຳເຂົ້າ ຫຼື ສົ່ງອອກ ເພັດຫຍາບຂອງຕົນ ໂດຍຜ່ານການຢັ້ງຢືນຈາກເຈົ້າໜ້າທີ່ພາສີ ປະຈຳດ່ານແລ້ວສົ່ງໃຫ້ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ປະຈຳງວດ ແລະ ສົກປີ;
3.  ການນຳເຂົ້າ ຫຼື ສົ່ງອອກເພັດຫຍາບ ຕ້ອງຖືກຕ້ອງຕາມໃບອະນຸຍາດທີ່ອອກໃຫ້ໂດຍ ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ;

ໝວດທີ 4
ຂໍ້ຫ້າມ

ມາດຕາ 13  ຂໍ້ຫ້າມທົ່ວໄປ

      ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກຳດັ່ງນີ້:

1.  ໃຫ້ການຮ່ວມມື, ຊ່ວຍເຫຼືອ, ປົກປ້ອງຜູ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ  ລະບຽບການທີ່ກ່ຽວ ຂ້ອງ;
2.  ເປັນສື່ກາງ, ໃຫ້ສິນບົນ ຫຼື ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ, ບຸກຄົນ ຫຼື ກຸ່ມຄົນໃດໜຶ່ງ;
3.  ມີພຶດຕິກຳອື່ນໆ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 14  ຂໍ້ຫ້າມສຳລັບຜູ່ດຳເນີນທຸລະກິດ ການນຳເຂົ້າ ຫຼື ສົ່ງອອກເພັດຫຍາບ

     ຫ້າມຜູ່ນຳເຂົ້າ, ຜູ່ສົ່ງອອກ ແລະ ຜູ່ດຳເນີນທຸລະກິດເຈຍລະໄນເພັດຫຍາບ ມີພຶດຕິກຳດັ່ງນີ້ :

1.  ນຳເຂົ້າ ຫຼື ສົ່ງອອກເພັດຫຍາບ ທີ່ໄດ້ມາຈາກຄວາມຂັດແຍ່ງ, ເພັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ;
2.  ນຳເຂົ້າ ຫຼື ສົ່ງອອກເພັດຫຍາບ ໂດຍບໍ່ໄດ້ຮັບອະນຸຍາດຈາກ ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ;
3.  ປອມແປງ ຫຼື ປ່ຽນແປງເນື້ອໃນໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກ, ໃບ KPC ແລະ ເອກະສານທີ່ກ່ຽວຂ້ອງກັບການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ;
4.  ມີພຶດຕິກຳອື່ນໆ ທີ່ລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ມາດຕາ 15  ຂໍ້ຫ້າມສຳລັບພະນັກງານລັດຖະກອນ

     ຫ້າມພະນັກງານລັດຖະກອນ ທີ່ກ່ຽວຂ້ອງ ມີພຶດຕິກຳ ດັ່ງນີ້:

1.  ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
2.  ສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ ແລະ ໜ້າທີ່ເພື່ອຜົນປະໂຫຍດຂອງຕົນເອງ, ພັກພວກ ແລະຍາດພີ່ນ້ອງ;
3.  ປອມແປງເອກະສານ, ກົດໜ່ວງຖ່ວງດຶງ ຫຼື ທຳລາຍເອກະສານ ກ່ຽວກັບການອະນຸຍາດນຳເຂົ້າ ແລະ ສົ່ງອອກເພັດຫຍາບ;
4.  ມີພຶດຕິກຳອື່ນໆ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ.

ໝວດທີ 5
ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກເພັດຫຍາບ 

ມາດຕາ 16  ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກ ເພັດຫຍາບ

     ກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ່ຄຸ້ມຄອງວຽກງານການນຳເຂົ້າ ແລະ ສົ່ງອອກເພັດຫຍາບ ໂດຍມອບໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ຕາງໜ້າໃຫ້ກະຊວງຮັບຜິດຊອບໂດຍກົງ ແລະ ເປັນເຈົ້້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ອົງການຄຸ້ມຄອງການຄ້າ-ຂາຍເພັດຫຍາບສາກົນ ໃນການປະຕິບັດວຽກງານດັ່ງກ່າວ.

ມາດຕາ 17  ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກເພັດຫຍາບ

     ອົງການຄຸ້ມຄອງການນຳເຂົ້າ ແລະ ການສົ່ງອອກເພັດຫຍາບ ມີສິດ ແລະ ໜ້າທີ່ດັ່ງນີ້:

1.  ເຜີຍແຜ່, ແນະນຳການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ;
2.  ພິຈາລະນາອອກໃບອະນຸຍາດການນຳເຂົ້າ, ໃບອະນຸຍາດສົ່ງອອກ, ໃບ KPC ເພັດຫຍາບ;
3.  ເປັນເຈົ້າການເຂົ້າຮ່ວມກອງປະຊຸມ, ສຳມະນາ ແລະ ອື່ນໆ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນວຽກງານດັງກ່າວ;
4.  ຕິດຕາມ, ກວດກາ ການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ;
5.  ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຍຶດເພັດຫຍາບທີ່ນຳເຂົ້າ ຫຼື ສົ່ງອອກ ບໍ່ຖືກຕ້ອງຕາມເງື່ອນໄຂ,    ຂັ້ນຕອນທີ່ກຳນົດໃນຂໍ້ຕົກລົງສະບັບນີ້ ຫຼື ເພັດຫຍາບທີ່ມາຈາກຄວາມຂັດແຍ່ງ;
6.  ສະຫຼຸບການນຳເຂົ້າ ແລະ ສົ່ງອອກເພັດຫຍາບໃຫ້ອົງການຄຸ້ມຄອງການຄ້າ-ຂາຍເພັດສາກົນ ເພື່ອຊາບເປັນແຕ່ລະໄລຍະ;
7.  ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 6
ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ່ລະເມີດ   

ມາດຕາ 18  ນະໂຍບາຍຕໍ່ຜູ່ມີຜົນງານ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນໆຕາມກົດໝາຍ ແລະ ລະບຽບການ.

ມາດຕາ 19  ມາດຕະການຕໍ່ຜູ່ລະເມີດ

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ທາງວິໄນ, ປັບໃໝທາງແພ່ງ ຫຼື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ;
     ເພັດຫຍາບທີ່ນຳເຂົ້າ ຫຼື ສົ່ງອອກ  ທີ່ບໍ່ຖືກຕ້ອງຕາມເງື່ອນໄຂ ຫຼື ຂັ້ນຕອນທີ່ກຳນົດໃນຂໍ້ຕົກລົງສະບັບນີ້ ແລະ ເພັດຫຍາບທີ່ມາຈາກຄວາມຂັດແຍ່ງ ຈະຖືກຍຶດເປັນຊັບສິນຂອງລັດ ແລະ ລັດສາມາດນຳໄປປະມູນຂາຍຕາມລະບຽບການ;
     ຜູ່ນຳເຂົ້າ, ຜູ່ສົ່ງອອກເພັດຫຍາບທີ່ບໍ່ຖືກຕ້ອງ ແລະ ຜູ່ຄອບຄອງເພັດຫຍາບ ທີ່ມາຈາກຄວາມຂັດແຍ່ງ ຈະຖືກປະ ຕິບັດໂທດຕາມກົດໝາຍ ແລະ ລະບຽບການ.

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 20  ການຈັດຕັ້ງປະຕິບັດ

     ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການໃນການປະສານສົມທົບ ກັບຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ ກົມພາສີ (ກະຊວງການເງິນ), ກົມຕໍາຫຼວດເສດຖະກິດ (ກະຊວງປ້ອງກັນຄວາມສະຫງົບ) ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງສຸດ.

ມາດຕາ 21   ຜົນສັກສິດ

     ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງ 15 ວັນ ນັບແຕ່ວັນພິມລົງໃນຈົດໝາຍເຫດທາງລັດຖະການເປັນຕົ້ນໄປ.
     ຂໍ້ຕົກລົງສະບັບນີ້ ປ່ຽນແທນແຈ້ງການຂອງລັດຖະມົນຕີວ່າການກະຊວງການຄ້າ ກ່ຽວກັບການນຳເຂົ້າ ແລະ ສົ່ງອອກເພັດທີ່ຍັງບໍ່ທັນເຈຍລະໄນ (ເພັດຫຍາບ) ສະບັບເລກທີ 0558/ກຄ.ກປທ, ລົງວັນທີ 03 ມີຖຸນາ 2003.

ລັດຖະມົນຕີວ່າການ
ກະຊວງອຸດສາຫະກໍາ ແລະ ການຄ້າ

( ເຊັນ ແລະ ປະທັບຕາ )
ນ ເຂັມມະນາ ພົນເສນາ

         ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the Import and Export of Rough Diamond, No. 0224/MoIC.DIMEX, dated 8 February 2016 PDF
2 ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບອະນຸຍາດນໍາເຂົ້າ - ເພັດຫຍາບ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າເພັດຫຍາບ ຕ້ອງມີໃບອະນຸຍາດນໍາເຂົ້າ ຈາກກົມນໍາເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 9999-12-31 ALL
2 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ເພັດຫຍາບນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້າເພັດຫຍາບ ຕ້ອງມີໃບ KPC ຈາກປະເທດຕົ້ນທາງ ຄັດຕິດມາພ້ອມ ເພື່ອຂໍອະນຸຍາດນໍາເຂົ້າ ຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 9999-12-31 ALL
3 ຮຽກຮ້ອງໃຫ້ຂຶ້ນທະບຽນຜູ້ນໍາເຂົ້າ - ເພັດຫຍາບ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ນຳເຂົ້າ ເພັດຫຍາບ ຕ້ອງເປັນນິຕິບຸກຄົນທີ່ດຳເນີນທຸລະກິດການນຳເຂົ້າ ຫຼື ຜູ່ດຳເນີນທຸລະກິດເຈຍລະໄນເພັດ ທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 9999-12-31 ALL
4 ຮຽກຮ້ອງໃຫ້ຂຶ້ນທະບຽນຜູ້ສົ່ງອອກ - ເພັດຫຍາບ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜູ້ສົ່ງອອກ ເພັດຫຍາບ ຕ້ອງເປັນນິຕິບຸກຄົນທີ່ດຳເນີນທຸລະກິດການສົ່ງອອກ ຫຼື ຜູ້ດຳເນີນທຸລະກິດເຈຍລະໄນເພັດ ທີ່ຂຶ້ນທະບຽນວິສາຫະກິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 9999-12-31 ALL
5 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກເພັດຫຍາບ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກເພັດຫຍາບ, ຕ້ອງມີໃບອະນຸຍາດສົ່ງອອກ ຈາກກົມນໍາເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.