ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ 0472/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2016

ແຈ້ງການ

               ເຖິງ:  ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.
               ເລື່ອງ: ການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່.

-   ອີງຕາມ ດຳລັດ ຂອງລັດຖະບານ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011.

-   ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍຂັ້ນຕອນການອອກອະນຸຍາດນຳເຂົ້າສິນຄ້າ ສະບັບເລກທີ 180/ນຍ, ລົງວັນທີ 7 ກໍລະກົດ 2009.
-   ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ

        ເພື່ອໃຫ້ການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ ແລະ ໃບອະນຸຍາດສົ່ງອອກສິນຄ້າ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສະດວກງ່າຍດາຍ, ຫຼຸດຜ່ອນເວລາ ແລະ ຂັ້ນຕອນໃນການດຳເນີນເອກະສານເໝາະສົມກັບສະພາບຕົວຈິງໃນປະຈຸບັນ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ດັ່ງນີ້:

1.  ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ອອກຄຳແນະນຳການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ ແລະ ໃບອະນຸຍາດ ສົ່ງອອກສະບັບປັບປຸງໃໝ່ ແລະ ອັບໂຫຼດແບບຟອມໃບອະນຸຍາດດັ່ງກ່າວຂຶ້ນສູນຂໍ້ມູນຂ່າວສານທາງດ້ານ ການຄ້າ (LTP) ເພື່ອໃຫ້ພາກລັດ ແລະ ພາກທຸລະກິດສາມາດດາວໂຫຼດໄດ້;

2.  ໃນໄລຍະກ້າວຜ່ານເພື່ອຫັນໄປສູ່ການອອກອະນຸຍາດແບບທັນສະໄໝ (Electronic- License), ການນຳໃຊ້ແບບຟອມໃບອະນຸຍາດ ແມ່ນສາມາດເລືອກນຳໃຊ້ໄດ້ທັງສອງລະບົບໄປພ້ອມກັນ ຈົນກວ່າທຸກພາກສ່ວນຈະມີຄວາມພ້ອມຄື:  ລະບົບເກົ່າ (ຊື້ແບບຟອມນຳຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອໄປປະກອບ) ‚ ລະບົບໃໝ່ (ດາວໂຫຼດຜ່ານ LTP ພາຍຫຼັງປະກອບຖືກຕ້ອງຄົບຖ້ວນ ແລ້ວມາຍື່ນຂໍອະນຸມັດ ແລະ ຊໍາລະຕາມພາຍຫຼັງ ນຳຂະແໜງອຸດສາຫະກຳ ແລະ ການຄ້າ);

3.  ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການເຜີຍແຜ່, ນໍາພາພາກທຸລະກິດ ເພື່ອຈັດຕັ້ງປະຕິບັດການນໍາໃຊ້ແບບຟອມໃບອະນຸຍາດນໍາເຂົ້າ ແລະ ໃບອະ ນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

4.  ການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສະບັບປັບປຸງໃໝ່ ແມ່ນໃຫ້ເລີ່ມນໍາໃຊ້ຕັ້ງແຕ່ວັນທີ 1 ເມສາ 2016 ເປັນຕົ້ນໄປ.

                ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ເຊັນແທນ) ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ
(ເຊັນ ແລະ ປະທັບຕາ)

ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Utilisation of Revised Import and Export of Goods Forms No. 0472/MoIC.DIMEX, dated 10 March 2016 PDF
2 ແຈ້ງການ ກ່ຽວກັບ ການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ເລກທີ 0472/ອຄ.ກຂອ, ລົງວັນທີ 10 ມີນາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.