ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ລັດຖະບານ       ເລກທີ 471/ລບ
ນະຄອນຫຼວງວຽງຈັນ, ວັນ​ທີ 27 ທັນວາ 2019

ດໍາລັດ

ວ່າດ້ວຍການສື່ສານຜ່ານດາວທຽມ

  • ອີງຕາມ ກົດໝາຍ ວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ່ 08 ພະຈິກ 2016;
  • ອີງຕາມ ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ເລກທີ 17/ສພຊ, ລົງວັນທີ່ 05 ພຶດສະພາ 2017;
  • ອີງຕາມ ໜັງສືສະເໜີຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 3900/ປທສ, ລົງວັນທີ 04 ທັນວາ 2019.

ລັດຖະບານ ອອກດໍາລັດ:

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດກວດກາວຽກງານການສື່ສານຜ່ານດາວທຽມ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີການພັດທະນາ, ມີຄຸນນະພາບ ແລະ ທັນສະໄໝ ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ການສື່ສານຜ່ານດາວທຽມ

ການສື່ສານຜ່ານດາວທຽມ ແມ່ນ ເຕັກໂນໂລຊີການສື່ສານປະເພດໜຶ່ງ ໂດຍນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອຮັບ, ສົ່ງສັນຍານສຽງ, ຮູບພາບ ແລະ ຂໍ້ມູນຂ່າວສານ ລະຫວ່າງໜຶ່ງ ຫຼື ຫຼາຍສະຖານນີດາວທຽມພາກພື້ນດີນ ແລະ ດາວທຽມ ຢູ່ວົງໂຄຈອນໃນຮ່ວງອາວະກາດ.

ມາດຕາ 3 ການອະທິບາຍຄຳສັັບ

ຄໍາສັບທີ່ໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ການສື່ສານ ໝາຍເຖິງການຮັບ ຫຼື ສົ່ງ ຫຼື ທັງຮັບ ທັງສົ່ງສັນຍານ, ຂໍ້ມູນ ຂ່າວສານ, ຕົວໝັງສື, ສຽງ ແລະ ຮູບພາບ ໂດຍການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ;
  2. ອຸປະກອນສື່ສານຜ່ານດາວທຽມ ໝາຍເຖິງ ອຸປະກອນທີ່ ນໍາໃຊ້ໃນການຮັບ, ການສົ່ງ ຫຼື ທັງຮັບທັງສົ່ງສັນຍານສຽງ, ພາບ ແລະ ຂໍ້ມູນ ຂ່າວສານ ໂດຍການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ ເປັນຕົ້ນ ເຄື່ອງຮັບສັນຍານໂທະລະພາບຜ່ານດາວທຽມ, ອຸປະກອນສື່ສານຜ່ານດາວທຽມຂະໜາດນ້ອຍ (Very Small Aperture Terminal – VSAT);
  3. ດາວທຽມຕ່າງປະເທດ ດາວທຽມທີ່ຂຶ້ນທະບຽນ ແລະ ໃຫ້ບໍລິການໃນນາມຕ່າງປະເທດ;
  4. ພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ ໝາຍເຖິງ ລັດຖະກອນ ທີ່ສັງກັດຢູ່ໃນໜ່ວຍງານຮັບຜິດຊອບການຄຸ້ມຄອງການສື່ສານຜ່ານດາວທຽມ ໃນຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສື່ສານຜ່ານດາວທຽມ

ລັດສົ່ງເສີມໃຫ້ທຸກພາກສ່ວນຂອງລັດ ແລະ ເອກະຊົນ ທີ່ມີເງື່ອນໄຂຄົບຖ້ວນ ນຳໃຊ້ການສື່ສານຜ່ານດາວທຽມລາວ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ວັດທະນະທຳສັງຄົມ, ວຽກງານປ້ອງການຊາດ-ປ້ອງການຄວາມສະຫງົບ, ວຽກງານແຈ້ງເຕຶືອນໄພ ແລະ ບັນເທົາໄພພິບັດຕ່າງໆ, ວຽກງານຄົ້ນຄ້ວາວິໄຈທາງວິທະຍາສາດ ຢ່າງມີປະສີດທິພາບ, ປະສີດທິຜົນ, ປອດໄພ ແລະ ຍຸຕິທຳ.

ລັດສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ວຽກງານຄຸ້ມຄອງການສື່ສານຜ່ານດາວທຽວ ດ້ວຍການປະກອບບຸກຄະລາກອນ, ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ການສະໜອງງົບປະມານ ແລະ ອຸປະກອນທີ່ຈຳເປັນ ຕາມຄວາມສາມາດໃນແຕ່ລະໄລຍະ.

ລັດ ຊຸກຍູ້ ແລະ ສົ່ງເສີມ ການນຳໃຊ້ການສື່ສານຜ່ານດາວທຽມ ດ້ວຍຫຼາຍຮູບແບບ ທີ່ນຳໃຊ້ເຕັກໂນໂລຊີໃໝ່ ແລະ ກ້າວໜ້າ ເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ສັງຄົມ ແລະ ປະເທດຊາດ.

ມາດຕາ 5 ຫຼັກການກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ການສື່ສານຜ່ານດາວທຽມ.

ຫຼັກການກ່ຽວກັບການຄຸ້ມຄອງ ແລະ ການນຳໃຊ້ການສື່ສານຜ່ານດາວທຽມ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:

  1. ​ ສອດຄ່ອງກັບນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຍຸດທະສາດ ແລະ ແຜນຜັງແຫ່ງຊາດກ່ຽວກັບການຄື້ນຄວາມຖີ່ວິທະຍຸສື່ສານ;

2. ຮັບປະກັນການຄຸ້ມຄອງຢ່າງລວມສູນເປັນເອກະພາບທົ່ວປະເທດ;

3. ຮັບປະກັນໃຫ້ມີຄວາມຍຸຕິທໍາ, ປະສີດທິພາບ, ປະສີດທິຜົນ, ນໍາໃຊ້ຖືກເປົ້າໝາຍ, ທົ່ວເຖິງ ແລະ ບໍ່ໃຫ້ມີການລົບກວນຊຶ່ງກັນ ແລະ ກັນ;

4. ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ;

5. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 ຂອບເຂດການນຳໃຊ້

ດໍາລັດສະບັບນີ້ ນຳໃຊ້ສະລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການນຳໃຊ້ການສື່ສານຜ່ານດາວທຽມ ຢູ່ ສປປ ລາວ.

ມາດຕາ 7 ການຮ່ວມມືສາກົນ

ລັດສົ່ງເສີມ ການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານສື່ສານຜ່ານດາວທຽມ ດ້ວຍຜ່ານການແລກປ່ຽນບົດຮຽນ ດ້ານຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີການພັດທະນາ ແລະ ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ II
ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານ, ວົງໂຄຈອນດາວທຽມ ແລະ ປະເພດການສື່ສານຜ່ານດາວທຽມ

ໝວດທີ 1
ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານສຳລັບການສື່ສານຜ່ານດາວທຽມ

ມາດຕ 8 ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ

ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ ແມ່ນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ກະຈາຍໃນອາກາດ ແລະ ອາວະກາດ ຊຶ່ງໄດ້ຈັດສັນຢູ່ແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ ທີ່ນຳໃຊ້ເຂົ້າໃນການສື່ສານຜ່ານດາວທຽມ.

ມາດຕາ 9 ການຈັດສານຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຈັດສັນ, ຈັດແບ່ງ, ອະນຸຍາດໃຫ້ນຳໃຊ້ ແລະ ເກັບຄືນ ຄື້ນຄວາມຖີ່ວິທະຍຸສື່ສານຜ່ານດາວທຽມ ຢູ່ ສປປ ລາວ ໂດຍສອດຄ່ອງກັບແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ, ລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ໝວດທີ 2
ວົງໂຄຈອນດາວທຽມ

ມາດຕາ 10  ວົງໂຄຈອນດາວທຽມ

ວົງໂຄຈອນດາວທຽມ ແມ່ນ ເສັ້ນທາງໂຄຈອນຂອງໜ່ວຍດາວທຽມ ທີ່ປິ່ນອ້ອມໜ່ວຍໂລກ ຫຼື ວັດຖຸອື່ນໃນຮ່ວງອາວະກາດ.

ວົງໂຄຈອນດາວທຽມມີ ສາມ ປະເພດ ຕົ້ນຕໍ ດັ່ງນີ້:

  1. ວົງໂຄຈອນດາວທຽມລະດັບຕໍ່າ (LEO-Low Earth Orbit);
  2. ວົງໂຄຈອນດາວທຽມລະດັບກາງ ( MEO-Medium Earth orbit);
  3. ວົງໂຄຈອນດາວທຽມລະດັບສູງ (GEO-Geostationary Equatorial Orbit).

ມາດຕາ 11 ວົງໂຄຈອນດາວທຽມລະດັບຕໍ່າ

ວົງໂຄຈອນດາວທຽມໃນລະດັບຕໍ່າ ແມ່ນ ເສັ້ນທາງການໂຄຈອນຂອງດາວທຽມ ທີ່ປິ່ນອ້ອມໜ່ວຍໂລກໃນລະດັບຄວາມສູງ ລະຫວ່າງ 400 ເຖິງ 2.000 ກິໂລແມັດ ຈາກໜ້າໂລກ ທີ່ນຳໃຊ້ເຂົ້າໃນການສື່ສານຜ່ານດາວທຽມ ເປັນຕົ້ນການສື່ສານສຳຫຼວດໂລກຜ່ານດາວທຽມ.

ມາດຕາ 12 ວົງໂຄຈອນດາວທຽມລະດັບກາງ

ວົງໂຄຈອນດາວທຽມໃນລະດັບກາງ ແມ່ນ ເສັ້ນທາງການໂຄຈອນຂອງດາວທຽມ ທີ່ປິ່ນອ້ອມໜ່ວຍໂລກໃນລະດັບຄວາມສູງ ລະຫວ່າງ 800 ເຖິງ 20.000 ກິໂລແມັດ ຈາກໜ້າໂລກ ທີ່ນຳໃຊ້ເຂົ້າໃນການສື່ສານຜ່ານດາວທຽມ ເປັນຕົ້ນ ການສື່ສານເຄື່ອນທີ່ຜ່ານດາວທຽວ, ການສຳຫຼວດ ແລະ ຄົ້ນຄວາຫາຕໍາແໜ່ງຜ່ານດາວທຽມ. 

ມາດຕາ 13 ວົງໂຄຈອນດາວທຽມໃນລະດັບສູງ

ວົງໂຄຈອນດາວທຽມໃນລະດັບກາງ ແມ່ນ ເສັ້ນທາງການໂຄຈອນຂອງດາວທຽມ ທີ່ປິ່ນອ້ອມໜ່ວຍໂລກຫຼື ວັດຖຸອື່ນ ໃນລະດັບຄວາມສູງ ລະຫວ່າງ 35.786 ກິໂລແມັດຂຶ້ນໄປຈາກໜ້າໂລກ ທີ່ນຳໃຊ້ເຂົ້າໃນການສື່ສານຜ່ານດາວທຽມ ເປັນຕົ້ນ ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ, ການສື່ສານຄົງທີ່ຜ່ານດາວທຽມ.

ໝວດທີ 3
ປະເພດການສື່ສານຜ່ານດາວທຽມ

ມາດຕາ 14 ປະເພດການສື່ສານຜ່ານດາວທຽມ

ການສື່ສານຜ່ານດາວທຽມ ມີ ຫ້າ ປະເພດຕົ້ນຕໍ່ ດັ່ງນີ້:

  1. ການສື່ສານຄົງທີ່ຜ່ານດາວທຽມ (Fixed Satellite Service);
  2. ການສື່ສານເຄື່ອນທີ່ຜ່ານດາວທຽມ (Mobile Satellite Service);
  3. ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ (Broadcasting Satellite Service);
  4. ການສື່ສານສຳຫຼວດ ແລະ ຄົ້ນຫາຕຳແໜ່ງຜ່ານດາວທຽມ (Radiodetermination);
  5. ການສື່ສານສຳຫຼວດໂລກຜ່ານດາວທຽມ (Earth Exploration-Satellite Service).

ມາດຕາ 15 ການສື່ສານຄົງທີ່ຜ່ານດາວທຽມ

ການສື່ສານຄົງທີ່ຜ່ານດາວທຽມ ແມ່ນ ການການຮັບ, ສົ່ງຄື້ນຄວາມຖີ່ວິທະຍຸສື່ສານ ລະຫວ່າງສະຖານດາວທຽມພາກພື້ນດິນກັບດາວທຽມ ເປັນຕົ້ນ ເຄືອຂ່າຍສະຖານີສື່ສານດາວທຽມຂະໜາດນ້ອຍ (VSAT Network).

ມາດຕາ 16 ການສື່ສານເຄື່ອນທີຜ່ານດາວທຽມ

ການສື່ສານເຄື່ອນທີ່ຜ່ານດາວທຽມ ແມ່ນ ການຮັບ, ສົ່ງຄື້ນຄວາມຖີ່ວິທະຍຸສື່ສານ ລະຫວ່າງສະຖານີດາວທຽມພາກພື້ນດິນ ກັບໜຶ່ງ ຫຼື ຫຼາຍດາວທຽມ ຫຼື ລະຫວ່າງດາວທຽມກັບດາວທຽມດ້ວຍກັນ ເປັນຕົ້ນ ການສື່ສານເຄື່ອນທີ່ທາງການບິນຜ່ານດາວທຽມ, ການສື່ສານໂທລະສັບເຄື່ອນທີ່ຜ່ານດາວທຽມ.

ມາດຕາ 17 ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ

ວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ ແມ່ນ ການສົ່ງ ຫຼື ຖ່າຍທອດ ສັນຍານລາຍການວິທະຍຸ ແລະ ໂທລະພາບຜ່ານດາວທຽມ ເພື່ອໃຫ້ປະຊາຊົນທົ່ວໄປສາມາດຮັບຟັງ ແລະ ຮັບຊົມລາຍການດັ່ງກ່າວໄດ້ ໂດຍກົງ ເປັນຕົ້ນ ລະບົບສົ່ງ, ຮັບສັນຍານໂທລະພາບຜ່ານດາວທຽມ.

ມາດຕາ 18 ການສື່ສານສໍາຫຼວດ ແລະ ຄົ້ນຫາຕໍາແໜ່ງຜ່ານດາວທຽມ

ການສື່ສານສໍາຫຼວດ ແລະ ຄົ້ນຫາຕໍາແໜ່ງຜ່ານດາວທຽມ ແມ່ນ ການສື່ສານ ລະຫວ່າງສະຖານີດາວທຽມ ພາກພື້ນດິນ ກັບຫນຶ່ງ ຫຼື ຫຼາຍດາວທຽມ ເພື່ອສໍາຫຼວດວັດຖຸ, ຄົ້ນຫາຈຸດທີ່ຕັ້ງ, ຄວາມໄວ ແລະ ຄຸນລັກສະນະອື່ນ ຂອງເປົ້າຫມາຍ ເປັນຕົ້ນ ການສື່ສານນໍາທາງຜ່ານດາວທຽມ, ການສື່ສານຄົ້ນຫາຕໍາແໜ່ງຜ່ານດາວທຽມ.

ມາດຕາ 19 ການສື່ສານສໍາຫຼວດໂລກຜ່ານດາວທຽມ

ການສື່ສານສໍາຫຼວດໂລກຜ່ານດາວທຽມ ເເມ່ນ ການສື່ສານ ລະຫວ່າງສະຖານີດາວທຽມພາກພື້ນດິນ ກັບຫນຶ່ງ ຫຼື ຫຼາຍດາວທຽມ ເພື່ອຮັບ, ສົ່ງຂໍ້ມູນ ກ່ຽວກັບຄຸນລັກສະນະຂອງໂລກ ແລະ ປະກົດການທາງທໍາມະຊາດ ເປັນຕົ້ນ ການຕິດຕາມຂໍ້ມູນສະພາບແວດລ້ອມ, ການຖ່າຍຮູບພາບພູມີປະເທດ, ການສື່ສານອຸຕຸນິຍົມວິທະຍາຜ່ານດາວທຽມ.

ພາກທີ III
ດາວທຽມ ແລະ ສະຖານີດາວທຽມພາກພື້ນດິນ

ຫມວດທີ 1
ດາວທຽມ

ມາດຕາ 20 ດາວທຽມ

ດາວທຽມ ເເມ່ນ ສິ່ງປະດິດທີ່ມະນຸດສ້າງຂຶ້ນ ແລະ ມີວົງໂຄຈອນ ທີ່ປິ່ນອ້ອມຫນ່ວຍໂລກ ຫຼື ວັດຖຸອື່ນ ເພື່ອ ນໍາໃຊ້ເຂົ້າໃນການສື່ສານ ແລະ ອື່ນໆ.

ມາດຕາ 21 ການຂຶ້ນທະບຽນດາວທຽມ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງຢ່າງຖືກຕ້ອງ ຢູ່ ສປປ ລາວ ຫາກມີຈຸດປະສົງສ້າງ ຫຼື ຊື້ຕໍ່ດາວທຽມ ເພື່ອ ໃຫ້ບໍລິການໃນນາມ ສປປ ລາວ ຕ້ອງຂໍຂຶ້ນທະບຽນ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບຂໍຂຶ້ນທະບຽນດາວທຽມແລ້ວ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຕາງຫນ້າໃຫ້ລັດຖະບານຂອງ ສປປ ລາວ ສະເໜີຂຶ້ນທະບຽນດາວທຽມດັ່ງກ່າວ ນໍາສະຫະພາບໂທລະຄົມມະນາຄົມສາກົນ (ITU).

ມາດຕາ 22 ເອກະສານປະກອບຂໍຂຶ້ນທະບຽນດາວທຽມ

ເອກະສານປະກອບຂໍຂຶ້ນທະບຽນດາວທຽມ ມີ ດັ່ງນີ້:

1. ຄໍາຮ້ອງຕາມແບບພິມ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍານົດ;

2. ເເຜນພັດທະນາເຄືອຂ່າຍ ແລະ ແຜນດໍາເນີນກິດຈະການຂອງຕົນ;

3. ບົດວິພາກເສດຖະກິດເຕັກນິກ ຊຶ່ງຕ້ອງກໍານົດຂໍ້ມູນຊັດເຈນ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ, ຕໍ່າແໜ່ງງວົງໂຄຈອນດາວທຽມ, ພື້ນທີ່ໃຫ້ບໍລິການ, ຄວາມແຮງຂອງການສົ່ງສັນຍານ, ຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ລັດ ແລະ ປະເທດຊາດ ພ້ອມທັງຊີ້ໃຫ້ເຫັນຜົນກະທົບດ້ານລົບທີ່ອາດເກີດຂຶ້ນ, ວິທີການຈໍາກັດ-ເເກ້ໄຂ ຜົນກະທົບດ້ານລົບ ແລະ ຂໍ້ມູນອື່ນ;

4. ສັນຍາຮ່ວມທຶນ;

5. ສໍາເນົາໃບທະບຽນວິສະຫະກິດ ຫຼື ໃບອະນຸຍາດສ້າງຕັ້ງ;

6. ເອກະສານອື່ນ ຕາມການກໍານົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 23 ການປະສານງານດາວທຽມ

ຜູ້ຂໍຂຶ້ນທະບຽນດາວທຽມ ຕ້ອງປະສານງານກັບເຄື່ອຂ່າຍດາວທຽມອື່ນ ຕາມກົດລະບຽບຂອງສະຫະພາບໂທລະຄົມມະນາຄົມສາກົນ ກ່ອນການນໍາໃຊ້ ແລະ ໃຫ້ບໍລິການສື່ສານຜ່ານດາວທຽມ.

ມາດຕາ 24 ຄ່າໃຊ້ຈ່າຍໃນການຂຶ້ນທະບຽນ

ຜູ້ຂໍຂຶ້ນທະບຽນດາວທຽມ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການຂຶ້ນທະບຽນດາວທຽມ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຄ່າໃຊ້ຈ່າຍໃນການປະສານງານກັບເຄືອຂ່າຍດາວທຽມອື່ນ ແລະ ຄ່າໃຊ້ຈ່າຍໃນການຂຶ້ນທະບຽນນໍາສະຫະພາບໂທລະຄົມມະນາຄົມສາກົນ.

ໝວດທີ 2
ສະຖານີດາວທຽມພາກພື້ນດິນ

ມາດຕາ 25 ສະຖານີດາວທຽມພາກພື້ນດິນ

ສະຖານີດາວທຽມພາກພື້ນດິນ (Earth Station) ແມ່ນ ສະຖານີຮັບ, ສົ່ງ ຄື້ນຄວາມຖີ່ວິທະຍຸສື່ສານ ທີ່ ຕິດຕັ້ງຢູ່ເທິງໜ້າໂລກ ຫຼື ຊັ້ນບັນຍາກາດຂອງໂລກ ເພື່ອນໍາໃຊ້ສໍາລັບການຕິດຕໍ່ສື່ສານ ກັບໜຶ່ງ ຫຼື ຫຼາຍດາວທຽມ.

ມາດຕາ 26 ປະເພດສະຖານີດາວທຽມພາກພື້ນດິນ

ສະຖານີດາວທຽມພາກພື້ນດິນ ມີ ສາມ ປະເພດ ດັ່ງນີ້:

1. ສະຖານີຮັບ ແລະ ສົ່ງສັນຍານດາວທຽມ;

2. ສະຖານີສົ່ງສັນຍານດາວທຽມ;

3. ສະຖານີຮັບສັນຍານດາວທຽມ.

ມາດຕາ 27 ສະຖານີຮັບ ແລະ ສົ່ງສັນຍານດາວທຽມ

ສະຖານີຮັບ ແລະ ສົ່ງສັນຍານດາວທຽມ ແມ່ນ ສະຖານີທີ່ຮັບ ແລະ ສົ່ງ ຂໍ້ມູນລະຫວ່າງສະຖານນີດາວທຽມ ພາກພື້ນດິນ ກັບຫນຶ່ງ ຫຼື ຫຼາຍດາວທຽມ ເປັນຕົ້ນ ສະຖານີບັນຊາດາວທຽມ, ສະຖານີສື່ສານຜ່ານດາວທຽມຂະໜາດນ້ອຍ, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ.

ມາດຕາ 28 ສະຖານີສົ່ງສັນຍານດາວທຽມ

ສະຖານີສົ່ງສັນຍານດາວທຽມ ເເມ່ນ ສະຖານີທີ່ສົ່ງຂໍ້ມູນໄປຫາດາວທຽມໃດໜຶ່ງ ເພື່ອສົ່ງຕໍ່ໄປຫາດາວທຽມ ຫຼື ສະຖານີດາວທຽມພາກພື້ນດິນອື່ນ ເປັນຕົ້ນ ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບຜ່ານດາວທຽມ.

ມາດຕາ 29 ສະຖານີຮັບສັນຍານດາວທຽມ

ສະຖານີຮັບສັນຍານດາວທຽມ ເເມ່ນ ສະຖານີທີ່ຮັບຂໍ້ມູນຈາກດາວທຽມໃດໜຶ່ງ ເພື່ອນໍາໃຊ້ການບໍລິການສື່ສານ ຜ່ານດາວທຽມ ເປັນຕົ້ນ ເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ ທີ່ຕິດຕັ້ງຢູ່ສໍານັກງານ ຫຼື ເຮືອນ.

ມາດຕາ 30 ການຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງຢ່າງຖືກຕ້ອງ ຢູ່ ສປປ ລາວ ຫາກມີຈຸດປະສົງສ້າງ ຫຼື ມີສະຖານີຮັບ ແລະ ສົ່ງ, ສະຖານີສົ່ງສັນຍານດາວທຽມ ໃນ ສປປ ລາວ ຕ້ອງຂໍຂຶ້ນທະບຽນ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ສໍາລັບສະຖານີຮັບສັນຍານດາວທຽມ ບໍ່ຈໍາເປັນຕ້ອງຂຶ້ນທະບຽນ.

ມາດຕາ 31 ເອກະສານປະກອບການຂໍຂຶ້ນທະບຽນ

ເອກະສານປະກອບການຂໍຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ ມີ ດັ່ງນີ້:

1. ຄໍາຮ້ອງຕາມແບບພິມ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍານົດ;

2. ແຜນພັດທະນາເຄືອຂ່າຍ ແລະ ແຜນດໍາເນີນກິດຈະການຂອງຕົນສໍາລັບຜູ້ດໍາເນີນທຸລະກິດ;

3. ບົດວິພາກເສດຖະກິດເຕັກນິກ ຊຶ່ງຕ້ອງກໍານົດຂໍ້ມູນຊັດເຈນ ກ່ຽວກັບດາວທຽມທີ່ນໍາໃຊ້;

4. ສັນຍາຮ່ວມທຶນ;

5. ສໍາເນົາໃບທະບຽນວິສະຫະກິດ ຫຼື ໃບອະນຸຍາດສ້າງຕັ້ງ;

6. ເອກະສານອື່ນ ຕາມການກໍານົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 32 ການປະສານງານສະຖານີດາວທຽມພາກພື້ນດິນ

ຜູ້ຂໍຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ ຕ້ອງປະສານງານກັບເຄືອຂ່າຍດາວທຽມອື່ນ ຕາມກົດລະ ບຽບຂອງສະຫະພາບໂທລະຄົມມະນາຄົມສາກົນ ກ່ອນການນໍາໃຊ້ ແລະ ໃຫ້ບໍລິການສື່ສານຜ່ານດາວທຽມ.

ມາດຕາ 33 ຄ່າໃຊ້ຈ່າຍໃນການຂຶ້ນທະບຽນ

ຜູ້ຂໍຂຶ້ນທະບຽນສະຖານີດາວທຽມພາກພື້ນດິນ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການຂຶ້ນທະບຽນຕາມທີ່ ໄດ້ກໍານົດໄວ້ໃນລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ ແລະ ຄ່າໃຊ້ ຈ່າຍໃນການປະສານງານກັບເຄືອຂ່າຍດາວທຽມອື່ນ.

ຫມວດທີ 3
ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ (
Landing Rights)

ມາດຕາ 34 ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ

ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ແມ່ນ ການອະນຸຍາດໃຫ້ດາວທຽມຕ່າງປະເທດໃຫ້ບໍລິການສື່ສານຜ່ານດາວທຽມ ຢູ່ ສປປ ລາວ.

ມາດຕາ 35 ການຂໍສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຂໍສິດໃນການໃຫ້ບໍລິການສື່ສານ ຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 36 ເງື່ອນໄຂການອະນຸຍາດໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ການອະນຸຍາດໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ໄດ້ສໍາເລັດການປະສານງານເຄືອຂ່າຍດາວທຽມ ເເລະ ໄດ້ໃບຮັບຮອງຈາກລັດຖະບານທີ່ກ່ຽວຂ້ອງ;

2. ມີສໍານັກງານ ຢູ່ ສປປ ລາວ;

3. ມີໜ່ວຍງານ ຫຼື ພະນັກງານທີ່ຮັບຜິດຊອບ ໃນການປະສານງານເຄືອຂ່າຍດາວທຽມສະເພາະ;

4. ມີຖານະການເງິນທີ່ໝັ້ນຄົງ;

5. ມີອຸປະກອນສື່ສານຜ່ານດາວທຽມທີ່ໄດ້ຜ່ານການກວດກາ ເເລະ ຢັ້ງຢືນມາດຕະຖານເຕັກນິກ ຕາມກົດຫມາຍ ແລະ ລະບຽບການ;

6. ມີການບໍລິການຫຼັງການຂາຍໃຫ້ກັບລູກຄ້າ;

7. ເງື່ອນໄຂອື່ນ ຕາມແຕ່ລະປະເພດທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ.

ມາດຕາ 37 ເອກະສານປະກອບການຂໍສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ 

ເອກະສານປະກອບການຂໍສິດໃນການບໍລິການສື່ສານຜ່ານດາວທຽມມີ ດັ່ງນີ້:

1. ຄໍາຮ້ອງຕາມເເບບພິມ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍານົດ;

2. ປະຫວັດການດໍາເນີນທຸລະກິດຂອງຜູ້ສະເໜີຂໍສິດ;

3. ໜັງສືແຈ້ງຜົນການປະສານງານເຄືອຂ່າຍດາວທຽມກັບບັນດາປະເທດ ທີ່ສະຫະພາບໂທລະຄົມມະນາຄົມສາກົນ ແຈ້ງໃຫ້ປະສານ;

4. ແຜນພັດທະນາເຄືອຂ່າຍ ແລະ ແຜນດໍາເນີນກິດຈະການຂອງຕົນ;

5. ບົດວິພາກເສດຖະກິດເຕັກນິກ ຊຶ່ງຕ້ອງກໍານົດຂໍ້ມູນຊັດເຈນ ກ່ຽວກັບດາວທຽມທີ່ນໍາໃຊ້;

6. ສັນຍາຮ່ວມທຶນ;

7. ສໍາເນົາ ໃບທະບຽນວິສະຫະກິດ ຫຼື ໃບອະນຸຍາດສ້າງຕັ້ງ;

8. ເອກະສານອື່ນ ຕາມການກໍານົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 38 ການພິຈາລະນາການຂໍສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາອະນຸຍາດໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ພາຍໃນກໍານົດເວລາ ສາມສິບ ວັນ.

ໃນກໍລະນີປະຕິເສດ ການໃຫ້ສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍຕ້ອງເເຈ້ງເຫດຜົນຢ່າງເປັນລາຍລັກອັກສອນ ໃຫ້ຜູ້ຮ້ອງ ຂໍ ພາຍໃນກໍານົດເວລາ ສາມສິບ ວັນ ເຊັ່ນກັນ.

ມາດຕາ 39 ອາຍຸຂອງໃບອະນຸຍາດໃຫ້ບໍລິການສື່ສານຜ່ານດາວທຽມຕ່າງປະເທດ

ໃບອະນຸຍາດໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ ມີອາຍຸການ ໜຶ່ງ ປີ ແລະ ສາມາດຕໍ່ໄດ້.

ພາກທີ IV
ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ

ມາດຕາ 40 ທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດໍາເນີນທຸລະກິດ ກ່ຽວກັບ ການສື່ສານຜ່ານດາວທຽມ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບຂໍສ້າງຕັ້ງວິສະຫະກິດ ນໍາຫ້ອງການບໍລິການ ການລົງທຶນປະຕູດຽວ, ກະຊວງແຜນການ ແລະ ການລົງທຶນ ຕາມທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ຂໍອະນຸຍາດດໍາເນີນກິດຈະການ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ມາດຕາ 41 ປະເພດທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ

ປະເພດທຸລະກິດກ່ຽວກັບການສື່ສານຜ່ານດາວທຽມ ມີດັ່ງນີ້:

1. ການບໍລິການໃຫ້ເຊົ່າຊ່ອງສັນຍານການສື່ສານຜ່ານດາວທຽມ;

2. ການບໍລິການການສື່ສານຜ່ານດາວທຽມລະບົບ VSAT;

3. ການໃຫ້ບໍລິການຮັບ ແລະ ສົ່ງຂໍ້ມູນຜ່ານສະຖານີດາວທຽມພາກພື້ນດິນ;

4. ການນໍາເຂົ້າ, ຈໍາໜ່າຍ, ຕິດຕັ້ງ, ຜະລິດ ແລະ ສົ່ງອອກ ອຸປະກອນສື່ສານຜ່ານດາວທຽມ;

5. ທຸລະກິດການສື່ສານຜ່ານດາວທຽມອື່ນ.

ມາດຕາ 42 ເງື່ອນໄຂການດໍາເນີນກິດຈະການ

ຜູ້ທີ່ຈະດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ມີໃບທະບຽນວິສະຫະກິດ;

2. ມີສໍານັກງານ;

3. ມີຖານະການເງິນທີ່ຫມັ້ນຄົງ:

4. ມີບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດຢ່າງເໝາະສົມ ຕາມປະເພດທຸລະກິດ;

5. ມີແຜນດໍາເນີນກິດຈະການ;

6. ມີການບໍລິການຫຼັງການຂາຍໃຫ້ກັບລູກຄ້າ;

7. ໄດ້ຮັບສິດໃນການໃຫ້ບໍລິການສື່ສານຜ່ານດາວທຽມສໍາລັບດາວທຽມຕ່າງປະເທດ.

ມາດຕາ 43 ການພິຈາລະນາການຂໍດໍາເນີນກິດຈະການ

ພາຍຫຼັງໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາການຂໍອະນຸຍາດດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ພາຍໃນກໍານົດເວລາ ສາມສິບ ວັນ.

ໃນກໍລະນີປະຕິເສດ ການອະນຸຍາດດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນ ໃຫ້ກັບຜູ້ຮອງຂໍພາຍໃນກໍານົດເວລາ ສາມສິບ ວັນ ເຊັ່ນກັນ.

ມາດຕາ 44 ອາຍຸຂອງໃບອະນຸຍາດດໍາເນີນກິດຈະການ

ໃບອະນຸຍາດດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ມີອາຍຸການ ໝຶ່ງ ປີ ແລະ ສາມາດຕໍ່ໄດ້.

ມາດຕາ 45 ການຕໍ່ອາຍຸໃບອະນຸຍາດດໍາເນີນກິດຈະການ

ຜູ້ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ສາມາດຂໍຕໍ່ອາຍຸໃບອະນຸຍາດ ຊຶ່ງຕ້ອງຍື່ນຄໍາຮ້ອງ ເເລະ ເອກະສານປະກອບ ຫົກສິບ ວັນ ກ່ອນວັນຫມົດອາຍຸໃຊ້.

ການຂໍຕໍ່ອາຍຸດັ່ງກ່າວ ຈະໄດ້ຮັບການພິຈາລະນາ ກໍ່ຕໍ່ເມື່ອຜູ້ນໍາໃຊ້:

1. ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ;

2. ປະຕິບັດພັນທະ, ເສຍຄ່າທໍານຽມ ແລະ ຄ່າບໍລິການຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

ພາກທີ V
ສິດ ແລະ ພັນທະຂອງຜູ້ດໍາເນີນກິດຈະການ ແລະ ຜູ້ໃຊ້ບໍລິການກ່ຽວກັບການສື່ສານຜ່ານດາວທຽມ

ມາດຕາ 46 ສິດຂອງຜູ້ດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ

ຜູ້ດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ມີ ສິດ ດັ່ງນີ້:

1. ດໍາເນີນກິດຈະການ ຕາມທີ່ໄດ້ຮັບອະນຸຍາດ;

2. ໂຈະ ຫຼື ຢຸດເຊົາ ການໃຫ້ບໍລິການແກ່ຜູ້ໃຊ້ບໍລິການ ທີ່ບໍ່ຊໍາລະຄ່າບໍລິການ ພາຍຫຼັງໄດ້ມີການເເຈ້ງເຕືອນ;

3. ສະເໜີຂະຫຍາຍເຄືອຂ່າຍ ຫຼື ຂອບເຂດການໃຫ້ບໍລິການ ນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອພິຈາລະນາ;

4. ຂໍອະນຸຍາດປ່ຽນເເປງການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ແລະ ອຸປະກອນການສື່ສານຜ່ານດາວທຽມນໍາກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

5. ນໍາເຂົ້າ, ສົ່ງອອກ, ຜະລິດ, ນໍາໃຊ້, ຈໍາໜ່າຍ ແລະ ຕິດຕັ້ງອຸປະກອນສື່ສານຜ່ານດາວທຽມ ຕາມທີ່ໄດ້ຮັບອະນຸຍາດ;

6. ສະເໜີຫາຜູ້ດໍາເນີນກິດຈະການສື່ສານຜ່ານດາວທຽມອື່ນ ເພື່ອແກ້ໄຂໃນກໍລະນີການສື່ສານຜ່ານດາວ ທຽມຂອງຕົນຖືກລົບກວນ ຫຼື ສະເໜີລັດຖະບານ ເພື່ອຊ່ວຍແກ້ໄຂໃນກໍລະນີຜູ້ດໍາເນີນກິດຈະການນັ້ນ ບໍ່ດໍາເນີນ ການແກ້ໄຂ;

7. ເກັບຄ່າບໍລິການນໍາຜູ້ໃຊ້ບໍລິການ;

8. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 47 ພັນທະຂອງຜູ້ດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ

ຜູ້ດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ມີພັນທະ ດັ່ງນີ້:

1. ຮັບປະກັນການດໍາເນີນກິດຈະການ ຢ່າງມີຄຸນນະພາບ, ມີຄວາມສະດວກ, ວ່ອງໄວ ແລະ ເປັນທໍາ;

2. ປະຕິບັດຕາມລະບຽບການຂອງສະຫະພາບໂທລະຄົມມະນາຄົມສາກົນ;

3. ລາຍງານ ຫຼື ແຈ້ງຕໍ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນກໍລະນີການສື່ສານຜ່ານ ດາວທຽມຖືກລົບກວນ;

4. ສະໜອງຂໍ້ມູນຢ່າງຖືກຕ້ອງ ກ່ຽວກັບລະບົບເຄືອຂ່າຍ, ການປະຕິບັດວຽກງານ ແລະ ຈໍານວນລູກຄ້າ ເປັນຕົ້ນ ທີ່ຕັ້ງ, ກໍາລັງສົ່ງສັນຍານ ແລະ ຂໍ້ມູນອື່ນ;

5. ເກັບຄ່າບໍລິການຕາມລະບຽບການ ທີ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກໍານົດ;

6. ຮັບປະກັນການນໍາໃຊ້ໃຫ້ມີຄວາມປອດໄພຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ ຕາມມາດຕະຖານສາກົນ ແລະ ລະບຽບການທີ່ກ່ຽວຂ້ອງ;

7. ຮັກສາຂໍ້ມູນຄວາມລັບຂອງຜູ້ໃຊ້ບໍລິການ;

8. ປັບປຸງ ແລະ ແກ້ໄຂ ໃນກໍລະນີການສື່ສານຜ່ານດາວທຽມຂອງຕົນ ໄປລົບກວນຜູ້ດໍາເນີນກິດຈະການ ອື່ນ;

9. ແຈ້ງໃຫ້ລູກຄ້າຊາບ ສິບ ວັນ ກ່ອນມີການປັບປຸງ, ແກ້ໄຂ ຫຼື ຕັດການເຊື່ອມຕໍ່ລະບົບ;

10. ເສຍພັນທະ, ຄ່າທໍານຽມ ແລະ ຄ່າບໍລິການ ຕາມກົດຫມາຍ ແລະ ລະບຽບການ;

11. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

ມາດຕາ 48 ສິດຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມມີສິດ ດັ່ງນີ້:

1. ໄດ້ຮັບການບໍລິການ ຢ່າງມີຄຸນນະພາບ, ສະດວກ, ວ່ອງໄວ ແລະ ເປັນທໍາ;

2. ສະເໜີຕໍ່ຜູ້ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ຫຼື ອົງການທີ່ມີສິດກ່ຽວຂ້ອງຂອງ ລັດ ກ່ຽວກັບການບໍລິການ ທີ່ບໍ່ເປັນທໍາ, ບໍ່ມີຄຸນນະພາບ ເເລະ ເກັບຄ່າບໍລິການສູງ;

3. ໄດ້ຮັບການແນະນໍາ ກ່ຽວກັບການນໍາໃຊ້ການບໍລິການສື່ສານຜ່ານດາວທຽມ; 4. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 49 ພັນທະຂອງຜູ້ໃຊ້ບໍລິການ

ຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມ ມີພັນທະ ດັ່ງນີ້:

1. ນໍາໃຊ້ການສື່ສານຜ່ານດາວທຽມຢ່າງຖືກຕ້ອງ ແລະ ເຫມາະສົມ;

2. ເສຍຄ່າບໍລິການຢ່າງຄົບຖ້ວນ ແລະ ເປັນປົກກະຕິ;

3. ລາຍງານ ຫຼື ແຈ້ງ ຕໍ່ຂະແຫນງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃນກໍລະນີຜູ້ດ່າ ເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ລະເມີດກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

4. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການ.

ພາກທີ VI
ການກວດກາ
, ຢັ້ງຢືນມາດຕະຖານເຕັກນິກ ແລະ ການນໍາເຂົ້າອຸປະກອນການສື່ສານຜ່ານດາວທຽມ

ມາດຕາ 50 ການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນການສື່ສານຜ່ານດາວທຽມ

ທຸກອຸປະກອນການສື່ສານຜ່ານດາວທຽມ ທີ່ຜະລິດ, ນໍາເຂົ້າ ແລະ ສົ່ງອອກ ຕ້ອງໄດ້ຮັບການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນການສື່ສານຜ່ານດາວທຽມ ໄດ້ກໍານົດໄວ້ໃນ ລະບຽບການສະເພາະ.

ມາດຕາ 51 ການນໍາເຂົ້າອຸປະກອນການສື່ສານຜ່ານດາວທຽມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນໍາເຂົ້າອຸປະກອນສື່ສານ ຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເວັ້ນເສຍແຕ່ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ສໍາລັບການຄຸ້ມຄອງການນໍາເຂົ້າອຸປະກອນການສື່ສານຜ່ານດາວທຽມ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

ພາກທີ VII
ຂໍ້ຫ້າມ

ມາດຕາ 52 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1. ດໍາເນີນທຸລະກິດດ້ານການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດ;

2. ຜະລິດ, ນໍາເຂົ້າ ແລະ ສົ່ງອອກ ອຸປະກອນການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດ;

3. ນໍາໃຊ້ການສື່ສານຜ່ານດາວທຽມສ້າງຄວາມເສຍຫາຍແກ່ຜູ້ອື່ນ;

4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 53 ຂໍ້ຫ້າມສໍາລັບພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ

ຫ້າມພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ ມີພຶດຕິກໍາ ດັ່ງນີ້:

1. ເປີດເຜີຍຄວາມລັບຂອງຊາດ ຫຼື ຜູ້ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດ;

2. ກົດໜ່ວງຖ່ວງດຶງ, ປອມແປງເອກະສານ ກ່ຽວກັບການສື່ສານຜ່ານດາວທຽມ;

3. ສວຍໃຊ້ໜ້າທີ່ຕໍາແໜງ ເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ, ການຈັດຕັ້ງ, ລວມໝູ່ ຫຼື ບຸກຄົນ;

4. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍ;

5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 54 ຂໍ້ຫ້າມສໍາລັບຜູ້ດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ

ຫ້າມຜູ້ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ມີພຶດຕິກໍາ ດັ່ງນີ້:

1. ດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ບໍ່ສອດຄ່ອງກັບເງື່ອນໄຂທີ່ໄດ້ຮັບອະນຸຍາດ;

2. ໂອນ, ຂາຍ ຫຼື ໃຫ້ເຊົ່າ ໃບອະນຸຍາດ ໂດຍບໍ່ໄດ້ຮັບອະນຸຍາດ;

3. ສໍາຫຼວດ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບເຂດຍຸດທະສາດ ຫຼື ສະຖານທີ່ອື່ນ ທີ່ສ້າງຜົນກະທົບຕໍ່ຄວາມ ໝັ້ນຄົງຂອງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

4. ຂັດຂວາງການປະຕິບັດວຽກງານ ຂອງພະນັກງານຄຸ້ມຄອງການສື່ສານຜ່ານດາວທຽມ;

5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 55 ຂໍ້ຫ້າມສໍາລັບຜູ້ໃຊ້ບໍລິການ

ຫ້າມຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມ ມີພຶດຕິກໍາ ດັ່ງນີ້:

1. ດັດແປງ ຫຼື ປ່ຽນ ຄື້ນຄວາມຖີ່ວິທະຍຸສື່ສານ ຂອງອຸປະກອນການສື່ສານຜ່ານດາວທຽມ;

2. ນໍາໃຊ້ການສື່ສານຜ່ານດາວທຽມ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ, ການຈັດຕັ້ງ, ລວມຫມູ່ ຫຼື ບຸກຄົນ;

3. ສໍາຫຼວດ ແລະ ເປີດເຜີຍຂໍ້ມູນ ກ່ຽວກັບເຂດຍຸດທະສາດ ຫຼື ສະຖານທີ່ອື່ນ ທີ່ສ້າງຜົນກະທົບຕໍ່ຄວາມ ຫມັ້ນຄົງຂອງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;

4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດຫມາຍ ແລະ ລະບຽບການ.

ພາກທີ VIII
ການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ

ມາດຕາ 56 ອົງການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບ ກັບກະຊວງອື່ນ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ກວດກາວຽກງານດັ່ງກ່າວ.

ອົງການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ປະກອບດ້ວຍ:

1. ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

2. ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນຫຼວງ;

3. ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ.

ມາດຕາ 57 ສິດ ແລະ ຫນ້າທີ່ ຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີສິດ ແລະ ຫນ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງນະໂຍບາຍ, ຍຸດທະສາດ, ກົດໝາຍ, ລັດຖະບັນຍັດ ແລະ ດໍາລັດ ກ່ຽວກັບການສື່ສານ ຜ່ານດາວທຽມ ເພື່ອສະເໜີລັດຖະບານ ພິຈາລະນາ;

2. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ລັດຖະບັນຍັດ ແລະ ດໍາລັດ ກ່ຽວກັບການສື່ສານ ຜ່ານດາວທຽມ ມາເປັນແຜນການ, ແຜນງານ, ໂຄງການ ແລະ ລະບຽບການ ພ້ອມທັງຈັດຕັ້ງປະຕິບັດ;

3. ໂຄສະນາ ເຜີຍແຜ່ ແລະ ສຶກສາອົບຮົມ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາອື່ນ ກ່ຽວ ກັບການສື່ສານຜ່ານດາວທຽມ ໃນຂອບເຂດທົ່ວປະເທດ;

4. ອອກ, ຕໍ່, ຍົກເລີກ ຫຼື ຖອນ ໃບອະນຸຍາດດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ;

5. ພິຈາລະນາຂຶ້ນທະບຽນ ດາວທຽມ ແລະ ສະຖານີດາວທຽມພາກພື້ນດິນ;

6. ອະນຸຍາດການຜະລິດ, ນໍາເຂົ້າ ແລະ ສົ່ງອອກ ອຸປະກອນການສື່ສານຜ່ານດາວທຽມ;

7. ຄຸ້ມຄອງ, ຕິດຕາມ ກວດກາ ການດໍາເນີນກິດຈະການ ກ່ຽວກັບການສື່ສານຜ່ານດາວທຽມ ໃນຂອບ ເຂດທົ່ວປະເທດ;

8. ກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນການສື່ສານຜ່ານດາວທຽມ;

9. ຊີ້ນໍາການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ ຕໍ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ນະຄອນຫຼວງ;

10. ມອບຄວາມຮັບຜິດຊອບ ກ່ຽວກັບການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ ໃຫ້ ແຂວງ, ນະຄອນຫຼວງ ຕາມຄວາມເໝາະສົມ;

11. ສ້າງ, ບໍາລຸງ ແລະ ຍົກລະດັບພະນັກງານວິຊາການ ດ້ານການສື່ສານຜ່ານດາວທຽມ;

12. ຮັບຄໍາຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

13. ກ່າວເຕືອນ ແລະ ນໍາໃຊ້ມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບການ ດ້ານບໍລິຫານ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

14. ປະສານສົມທົບ ກັບບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ;

15. ພົວພັນ ແລະ ຮ່ວມມືກັບສາກົນ ໃນວຽກງານການສື່ສານຜ່ານດາວທຽມ ຕາມຂອບເຂດຄວາມຮັບຜິດ ຊອບ ແລະ ຕາມການມອບໝາຍຂອງລັດຖະບານ;

16. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ຕໍ່ ລັດຖະບານ ຢ່າງເປັນປົກກະຕິ;

17. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ດໍາລັດສະບັບນີ້ ແລະ ລະບຽບ ການທີ່ກ່ຽວຂ້ອງ.

ມາດຕາ 58 ສິດ ແລະ ໜ້າທີ່ ຂອງພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ພະແນກໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ ມີສິດ ແລະ ຫນ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບການສື່ສານຜ່ານດາວທຽມ;

2. ໂຄສະນາ ເຜີຍແຜ່ນະໂຍບາຍ, ຍຸດທະສາດ, ກົດຫມາຍ ແລະ ນິຕິກໍາ ກ່ຽວກັບການສື່ສານຜ່ານດາວທຽມ ໃນທ້ອງຖິ່ນຂອງຕົນໃຫ້ທົ່ວເຖິງ;

3. ກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ;

4. ຕິດຕາມ ແລະ ກວດກາ ການນໍາເຂົ້າເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ;

5. ເກັບກໍາສະຖິຕິຜູ້ນໍາໃຊ້ການສື່ສານຜ່ານດາວທຽມ;

6. ຊີ້ນໍາຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ ກ່ຽວກັບການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ;

7. ຮັບຄໍາຮ້ອງທຸກ ແລະ ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

8. ກ່າວເຕືອນ ແລະ ນໍາໃຊ້ມາດຕະການ ຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບການ ດ້ານບໍລິຫານ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ;

9. ປະສານສົມທົບກັບບັນດາພະແນກການ ແລະ ອົງການປົກຄອງເມືອງທີ່ກ່ຽວຂ້ອງ ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ;

10. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ຕໍ່ ອົງການປົກຄອງແຂວງ, ນະຄອນຫຼວງ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຢ່າງເປັນ ປົກກະຕິ;

11. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ດໍາລັດສະບັບນີ້ ແລະ ລະບຽບ ການທີ່ກ່ຽວຂ້ອງ.

ມາດຕາ 59 ສິດ ແລະ ໜ້າທີ່ຂອງ ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ,ນະຄອນ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ຫ້ອງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ນິຕິກໍາ ກ່ຽວກັບການສື່ສານຜ່ານດາວທຽມ;

2. ປະສານສົມທົບ ກັບອົງການປົກຄອງເມືອງ, ເທດສະບານ, ນະຄອນ ຕິດຕາມການນໍາໃຊ້ການສື່ສານ ຜ່ານດາວທຽມ;

3. ເກັບກໍາສະຖິຕິຜູ້ນໍາໃຊ້ການສື່ສານຜ່ານດາວທຽມ;

4. ສະຫຼຸບ ແລະ ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການສື່ສານຜ່ານດາວທຽມ ຕໍ່ ອົງການປົກຄອງເມືອງ, ເທດສະບານ, ນະຄອນ ແລະ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.

ມາດຕາ 60 ສິດ ແລະ ໜ້າທີ່ ຂອງພາກສ່ວນອື່ນ

ໃນການຄຸ້ມຄອງ ແລະ ກວດກາວຽກງານການສື່ສານຜ່ານດາວທຽມ ຂະແໜງການ, ອົງການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນອື່ນ ມີສິດ ແລະ ຫນ້າທີ່ ໃນການໃຫ້ຄວາມຮ່ວມມື ແລະ ປະສານສົມທົບກັບ ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ.

ມາດຕາ 61 ເນື້ອໃນການກວດກາ

ການກວດກາວຽກງານການສື່ສານຜ່ານດາວທຽມ ມີເນື້ອໃນ ດັ່ງນີ້:

1. ການປະຕິບັດນະໂຍບາຍ, ກົດໝາຍ, ດໍາລັດສະບັບນີ້ ແລະ ນິຕິກໍາອື່ນ ກ່ຽວກັບການສື່ສານຜ່ານດາວທຽມ;

2. ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຄຸ້ມຄອງວຽກງານການສື່ສານຜ່ານດາວທຽມ;

3. ຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກຂອງພະນັກງານຄຸ້ມຄອງການສື່ສານ ຜ່ານດາວທຽມ;

4. ການເຄື່ອນໄຫວຂອງຜູ້ດໍາເນີນກິດຈະການ ແລະ ຜູ້ໃຊ້ບໍລິການການສື່ສານຜ່ານດາວທຽມ;

5. ການປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ກ່ຽວກັບການສື່ສານຜ່ານດາວທຽມ ທີ່ ສປປ ລາວ ເປັນ ພາຄີ.

ມາດຕາ 62 ຮູບການກວດກາ

ການກວດກາວຽກງານການສື່ສານຜ່ານດາວທຽມ ມີ ສາມ ຮູບການ ດັ່ງນີ້:

1. ການກວດກາຕາມປົກກະຕິ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫນ້າ;

3. ການກວດກາແບບກະທັນຫັນ. ການກວດກາຕາມປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກໍານົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງຫນ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມ ຈໍາເປັນ ໂດຍແຈ້ງໃຫ້ຜູ້ທີ່ຈະຖືກກວດກາຮູ້ກ່ອນ ຢ່າງຫນ້ອຍ ຊາວສີ່ ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນ ການກວດກາເມື່ອເຫັນວ່າມີຄວາມຈໍາເປັນ, ຮີບດ່ວນໂດຍບໍ່ໄດ້ແຈ້ງ ໃຫ້ຜູ້ທີ່ຈະຖືກກວດກາຊາບ.

ການກວດກາ ໃຫ້ດໍາເນີນທັງກວດກາເອກະສານ ແລະ ກວດກາການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບວຽກງານການສື່ສານຜ່ານດາວທຽມ ແລະ ໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ພາກທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 63 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດດໍາລັດສະບັບນີ້ ແລະ ລະບຽບການ ທີ່ກ່ຽວຂ້ອງ ເປັນຕົ້ນ ການນໍາໃຊ້ການສື່ສານຜ່ານດາວທຽມ ເພື່ອສ້າງປະໂຫຍດແກ່ສັງຄົມ, ການດໍາເນີນກິດຈະການສີສານຜ່ານດາວທຽມ ມີປະສິດທິພາບ ແລະ ປະສິດທິຜົນ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 64 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ ລວມທັງໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ.

ມາດຕາ 65 ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ເປັນຄັ້ງທໍາອິດທີ່ບໍ່ເປັນອັນຕະລາຍ ຫຼື ຮ້າຍແຮງໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

ມາດຕາ 66 ມາດຕະການທາງວິໄນ

ພະນັກງານ-ລັດຖະກອນ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ຈະຖືກລົງວິໄນຕາມກົດຫມາຍທີ່ກ່ຽວຂ້ອງ.

ມາດຕາ 67 ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງ ອາຍາ ຈະຖືກປັບໃໝ ໃນກໍລະນີ ດັ່ງນີ້:

1. ດໍາເນີນກິດຈະການກ່ຽວກັບການສື່ສານຜ່ານດາວທຽມ ໂດຍບໍ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຫຼື ບໍ່ຖືກຕ້ອງຕາມການອະນຸຍາດ ຈະຖືກປັບໃໝ ຕາມແຕ່ກໍລະນີ ຄື:

- ສໍາລັບການບໍລິການໃຫ້ເຊົ່າຊ່ອງສັນຍານການສື່ສານຜ່ານດາວທຽມ ຈະຖືກປັບໃຫມ 100.000 ກີບ ຄູນໃຫ້ຄວາມກວ້າງຂອງ ຊ່ອງສັນຍານ;

- ສໍາລັບການບໍລິການການສື່ສານຜ່ານດາວທຽມລະບົບ VSAT ຈະຖຶກປັບໃໝ 80.000.000 ກີບ ຄຸນໃຫ້ຈໍານວນສະຖານີລະບົບ VSAT;

- ສໍາລັບການໃຫ້ບໍລິການຮັບ ແລະ ສົ່ງຂໍ້ມູນຜ່ານສະຖານນີດາວທຽມພາກພື້ນດິນ ຈະຖືກປັບໃໝ 80.000.000 ກີບ ຄູນໃຫ້ຈໍານວນສະຖານີພາກພື້ນດິນ;

- ສໍາລັບການໃຫ້ບໍລິການສົ່ງຂໍ້ມູນຜ່ານສະຖານນີດາວທຽມພາກພື້ນດິນ ຈະຖືກປັບໃໝ 40.000.000 ກີບ ຄຸນໃຫ້ຈໍານວນສະຖານີພາກພື້ນດິນ;

- ສໍາລັບການຜະລິດ, ນໍາເຂົ້າ ແລະ ສົ່ງອອກ ອຸປະກອນສື່ສານຜ່ານດາວທຽມ ຈະຖືກປັບໃໝ 70 ຂອງ ມູນຄ່າອຸປະກອນທັງໝົດ;

- ສໍາລັບທຸລະກິດການສື່ສານຜ່ານດາວທຽມອື່ນ ຈະຖືກປັບໃຫມ 10.000 ກີບ ຕໍ່ 1 KHzທີ່ນໍາໃຊ້ໃນ ແຕ່ລະປະເພດທຸລະກິດ.

2. ສ້າງ ຫຼື ມີ ສະຖານີດາວທຽມພາກພື້ນດິນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃຫມ 70 ຂອງມູນຄ່າ ອຸປະກອນທັງຫມົດ;

3. ດາວທຽມຕ່າງປະເທດໃຫ້ບໍລິການສື່ສານຜ່ານດາວທຽມໃນ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ຈະ ຖືກປັບໃຫມ 10.000 ກີບ ຕໍ່ 1 KHz;

4. ອຸປະກອນການສື່ສານຜ່ານດາວທຽມ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກ ຈະ ຖືກປັບໃໝ70 ຂອງມູນຄ່າອຸປະກອນທັງຫມົດ.

ມາດຕາ 68 ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນຫຼື ການຈັດຕັ້ງ ທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນກໍ່ຂຶ້ນ.

ມາດຕາ 69 ມາດຕະການທາງອາຍາ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ລະເມີດດໍາລັດສະບັບນີ້ ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມ ກົດຫມາຍອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ.

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 70 ການຈັດຕັ້ງປະຕິບັດ

ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນຜູ້ຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ມີປະສິດທິຜົນ.

ບັນດາກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດ ດໍາລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 71 ຜົນສັກສິດ

ດໍາລັດສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຕາງຫນ້າລັດຖະບານ ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on Satellite Communications, No. 471/GOL, dated 27 December 2019 PDF
2 ດໍາລັດ ວ່າດ້ວຍ ການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ໄດ້ຮັບອະນຸຍາດນໍາເຂົ້າ​ - ອຸປະກອນການສື່ສານຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບອະນຸມັດ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນໍາເຂົ້າອຸປະກອນສື່ສານຜ່ານດາວທຽມທຸກຊະນິດຕ້ອງໄດ້ຮັບອະນຸຍາດນໍາເຂົ້າ​ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ເວັ້ນເສຍແຕ່ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ດໍາລັດ ວ່າດ້ວຍ ການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019. 9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາ່ການນໍາເຂົ້າ - ອຸປະກອນການສື່ສານຜ່ານດາວທຽມທຸກຊະນິດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ການນໍາເຂົ້າອຸປະກອນສື່ສານຜ່ານດາວທຽມຕ້ອງໄດ້ຮັບການກວດກາມາດຕະຖານເຕັກນິກອຸປະກອນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ດໍາລັດ ວ່າດ້ວຍ ການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019. 9999-12-31 ALL
3 ຮຽກຮ້ອງໃຫ້ມີການຢັ້ງຢືນການນໍາເຂົ້າ - ອຸປະກອນການສື່ສານຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ການນໍາເຂົ້າອຸປະກອນສື່ສານຜ່ານດາວທຽມຕ້ອງໄດ້ຮັບການຢັ້ງຢືນມາດຕະຖານເຕັກນິກອຸປະກອນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ດໍາລັດ ວ່າດ້ວຍ ການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019. 9999-12-31 ALL
4 ຮຽກຮ້ອງໃຫ້ມີການກວດກາ່ການສົ່ງອອກ - ອຸປະກອນການສື່ສານຜ່ານດາວທຽມທຸກຊະນິດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ການສົ່ງອອກອຸປະກອນສື່ສານຜ່ານດາວທຽມຕ້ອງໄດ້ຮັບການກວດກາທາງມາດຕະຖານເຕັກນິກອຸປະກອນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ດໍາລັດ ວ່າດ້ວຍ ການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019. 9999-12-31 ALL
5 ຮຽກຮ້ອງໃຫ້ມີການຢັ້ງຢືນການສົ່ງອອກ - ອຸປະກອນການສື່ສານຜ່ານດາວທຽມທຸກຊະນິດ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ການສົ່ງອອກອຸປະກອນສື່ສານຜ່ານຈານດາວທຽມ ຕ້ອງໄດ້ຮັບການຢັ້ງຢືນມາດຕະຖານເຕັກນິກອຸປະກອນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ດໍາລັດ ວ່າດ້ວຍ ການສື່ສານຜ່ານດາວທຽມ ເລກທີ 471/ລບ, ລົງວັນທີ 27 ທັນວາ 2019. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.