ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ        ເລກທີ 252/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 6 ມິຖຸນາ 2007

ຄຳສັ່ງແນະນຳ
ວ່າດ້ວຍການຈັດຕັ້ງປະຕິບັດດຳລັດຂອງ ນາຍົກລັດຖະມົນຕີ ກ່ຽວກັບຊັບພະຍາກອນ
ທຳມະຊາດທີ່ເປັນຢາ ເລກທີ 155/ຍ, ລົງວັນ ທີ 30 ກັນຍາ 2003

ເຖິງ: ບັນດາຫົວໜ້າພະແນກບັນດາຫົວໜ້າພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງ

   ເພື່ອປະຕິບັດກົດໝາຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 01/ສພຊ, ລົງວັນທີ 08/04/2000, ດຳລັດວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ເລກທີ 155/ນຍ, ລົງວັນທີ 30 ກັນຍາ 2003 ແລະ ຂໍ້ຕົກລົງຂອງ ນາຍົກລັດຖະມົນຕີວ່າດ້ວຍການຮັບຮອງເອົາຜົນກອງປະຊຸມວຽກງານຄຸ້ມຄອງປ່າໄມ້ທົ່ວປະເທດ ຄັ້ງວັນທີ 01/03/2007 ສະບັບ ເລກທີ 25/ນຍ, ລົງວັນທີ 03/04/2007.

   ຜ່ານການຕິດຕາມ ເກັບກໍາສະພາບການ ແລະ ຜ່ານການຮັບລາຍງານຂອງຂະແໜງການຈາກທ້ອງຖິ່ນຕ່າງໆ ເຫັນວ່າການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາໃນ ທົ່ວປະເທດມີລັກສະນະຊະຊາຍ, ບໍ່ຖືກຕ້ອງຕາມ ເຕັກນິກວິຊາການ ການຂຸດຄົ້ນ  ແລະ ການຜະລິດເຄິ່ງສຳເລັດຮູບມີລັກສະນະຟູມເຟືອຍ, ຜູ້ຂຸດຄົ້ນສ່ວນໃຫຍ່ ຂາດສະຕິຄວາມຮັບຜິດຊອບ, ບໍ່ໄດ້ຄຳນຶງເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ມີທ່າອ່ຽງ ເຮັດໃຫ້ຕົ້ນໄມ້ທີ່ເປັນຢາຫຼາຍຊະນິດຈະສູນພັນໄປ.

   ອີງໃສ່ແຈ້ງການຂອງຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ເລກທີ 049/ຫສນຍ.ກລຂ, ລົງວັນທີ 27 ມັງກອນ  2006.

ສະນັ້ນ , ລັດຖະມົນຕີວ່າການກະຊວງສາທາລະນະສຸກ ອອກຄຳສັ່ງແນະນຳດັ່ງນີ້:

  1. ໃຫ້ບັນດາພະແນກສາທາລະນະສຸກແຂວງ,ນະຄອນຫຼວງສົມ ທົບກັບ ພະແນກ ກະສິກຳ-ປ່າໄມ້, ອຸດສາຫະກຳ, ການຄ້າ ແຂວງ ແລະ ອຳນາດການປົກຄອງແຕ່ລະຂັ້ນ ເອົາໃຈໃສ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດ, ຕິດຕາມ, ກວດກາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດ ດຳລັດ ເລກທີ 155/ນຍ, ລົງວັນທີ 30 ກັນຍາ 2003 ກ່ຽວກັບຊັບພະຍາກອນ ທຳມະຊາດ ທີ່ເປັນຢາ ຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍ່ຕ້ອງຈັດ ຕັ້ງເຜີຍແຜ່ ບັນຊີຊັບພະຍາກອນ ທຳມະຊາດທີ່ເປັນຢາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ແນໃສ່ເພື່ອຍົກສູງປະສິດທິຜົນ ທາງດ້ານເສດຖະກິດ ແລະ ທັງເປັນການປົກປັກຮັກສາ ຊັບພະຍາກອນທຳມະຊາດທີ່ເປັນຢາ ຂອງຊາດ ໃຫ້ມີຄວາມຍືນຍົງ ຕະຫຼອດໄປ.
  2. ການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາໃຫ້ປະຕິບັດຕາມ ມາດຕາ 10 ຂອງດຳລັດ ເລກທີ 155/ນຍ, ລົງວັນທີ 30 ກັນຍາ 2003 ວ່າດ້ວຍຊັບພະຍາກອນທໍາມະຊາດທີ່ເປັນຢາ.
  3. ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ ສົມທົບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ ຫຼວງ ເພື່ອສຳຫຼວດ, ຂຶ້ນບັນຊີຄຸ້ມຄອງ ແລະ ນຳໃຊ້ໂດຍແບ່ງບັນຊີຊັບພະຍາກອນທຳມະຊາດ ທີ່ເປັນຢາ ອອກຈາກເຄື່ອງປ່າຂອງດົງໃຫ້ຈະແຈ້ງ ໂດຍອີງໃສ່ບັນຊີ ທີ່ໄດ້ກຳນົດໄວ້ໃນ ດຳລັດ ເລກທີ 155/ນຍ, ລົງວັນທີ 30 ກັນຍາ 2003, ຂໍ້ຕົກລົງຂອງນາຍົກ, ສະບັບເລກທີ 25/ນຍ, ລົງວັນທີ 03/04/2007 ແລະ ປະສານງານ ໃນການຄຸ້ມຄອງ ການຂຸດຄົ້ນ, ປຸງແຕ່ງ, ຜະລິດແລະ ນຳໃຊ້ໃຫ້ມີປະສິດທິ ຜົນ ຢູ່ໃນທ້ອງຖິ່ນຂອງຕົນ.
  4. ຫ້າມຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ ເພື່ອສົ່ງອອກໂດຍກົງຢ່າງຊະຊາຍ, ຄວນຕ້ອງໄດ້ຮັບການ ປຸງແຕ່ງເປັນຜະລິດຕະພັນເຄິ່ງສຳເລັດຮູບ ຫຼື ດີທີ່ສຸດແມ່ນຜະລິດຕະພັນສຳເລັດຮູບ ຢູ່ພາຍໃນປະ ເທດເສຍກ່ອນ ແລ້ວຈຶ່ງຈຳໜ່າຍ ຫຼື ສົ່ງອອກໄປຕ່າງປະເທດ.
  5. ການສ້າງຕັ້ງໂຮງງານຜະລິດຢາພື້ນເມືອງ ຫຼື ໂຮງງານຖອດຮີດພືດ, ຕົ້ນໄມ້ທີ່ເປັນຢາ ແບບຫັດຖະກຳ ຫຼື ແບບອຸດສະຫະກຳ ຕ້ອງໄດ້ຮັບອະນຸມັດຈາກ ກະຊວງສາທາລະນະສຸກເສຍກ່ອນ.
  6. ກ່ອນການອະນຸມັດໃຫ້ຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ,  ຜູ້ສະເໜີຂໍຂຸດຄົ້ນ ຕ້ອງໄດ້ສ້າງແຜນ ການປູກ ຫຼື ລ້ຽງທົດແທນແຕ່ຫົວທີໂລດ.
  7. ການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ, ຕ້ອງໄດ້ຜ່ານການພິຈາລະນາເຫັນດີ ແລະ ອະນຸມັດຈາກ ຂະແໜງການສາທາລະນະສຸກເສຍກ່ອນ.
  8. ໃຫ້ບັນດາພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຈົ່ງ ຮັບຮູ້ ແລະ ຈັດຕັ້ງປະຕິບັດຄຳສັ່ງແນະນຳສະບັບນີ້ຢ່າງເຂັ້ມງວດ. ຄຳສັ່ງແນະນຳສະບັບນີ້ມີຜົນສັກສິດນຳໃຊ້ນັບແຕ່ມື້ ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ດຣ. ປອນເມກ ດາລາລອຍ


ບັນຊີພືດທີ່ເປັນຢາ ກະຊວງສາທາລະນະສຸກຄຸ້ມຄອງ

ລ/ດ

ຊື່ລາວ

ຊື່ວິທະຍາສາດ

1

ກູດຕີນຮຸ້ງ

Helmintostachus zeylanica (L.) Hook.

2

ກົງສະເດັນ

Croton sp.

3

ຂົມລະຫວານຈໍ້

Evodia lepta (Spreng) Merr.

4

ຂີງແຄງປາກັ້ງ

Homalomena spp

5

ຂີງຜາ

Polygonatum spp

6

ຂະຍອມພູ

Rauwolfia spp.

7

ແຄ່

Cinnamomum spp.

8

ຈັນໄດ

Dracaena cambodiana P.

9

ສົ້ມມໍ

Terminalia chebula Retz.

10

ແສງເບື່ອ

Strychnos nux vomica L.

11

ແສງຄຳຕົ້ນ

Terminalia nigrovenulosa P.

12

ສ່ອງຟ້າ

Clausena harmandiana P.

13

ສີໄຄຕົ້ນ

Litseea cubeba (Lour.) Pers.

14

ຢິກບໍ່ຖອງ

Eurycoma longifolia Jack.

15

ຍໍປ່າ

Morinda tinctoria Roxb.

16

ດອກເຜີ້ງ

Dendrobium spp

17

ຕູມກາແດງ

Strychnos spp

18

ຕ່ອມ

Stephania spp

19

ຕີນເປັດ

Alstonia scholaris L.

20

ຝາງແດງ

Caesalpinia sappan Linn.

21

ມັນອ້ອມລີງ

Polygonum multiflorum Thunb

22

ມັນຂາໄກ່

Codonopsis sp.

23

ຢາຫົວ

Smilax glabra Roxb.

24

ຫົວສາມສິບ

Stemona tuberosa Lour.

25

ຫວ້ານລາຍ

Anoectochilus formosus Hayana

26

ຫາດມີ້

Artocarpus lakoocha Roxb.

27

ເຫັດທີ່ເປັນຢາຕ່າງໆ

Medicinal mushroom species

28

ອຽນດ່ອນ

Osbeckia chinensis L.

29

ແຝກຫອມ

Vetiveria zizanioides (L.) Nash.

30

ເຄືອແຮມ

Coscinium spp

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of Decree on Medical Natural Resources No. 252/MoH PDF
2 ຄຳສັ່ງແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດ ດຳລັດ ຂອງ ນາຍົກລັດຖະມົນຕີ ກ່ຽວກັບ ຊັບພະຍາກອນທຳມະຊາດ ທີ່ເປັນຢາ ເລກທີ 252/ກຊສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຫ້າມສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາທີ່ເປັນວັດຖຸດິບ ສິນຄ້າເກືອດຫ້າມ ກະຊວງ ສາທາລະນະສຸກ ຊັບພະຍາກອນທຳມະຊາດທີ່ເປັນຢາທີ່ເປັນວັດຖຸດິບ ແມ່ນຫ້າມສົ່ງອອກ. ຄຳສັ່ງແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດ ດຳລັດ ຂອງ ນາຍົກລັດຖະມົນຕີ ກ່ຽວກັບ ຊັບພະຍາກອນທຳມະຊາດ ທີ່ເປັນຢາ ເລກທີ 252/ກຊສ 9999-12-31 ALL
2 ຕ້ອງຂໍອະນຸຍາດສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາທີ່ປຸງແຕ່ງ ຕ້ອງມີໃບອະນຸຍາດ ກະຊວງ ສາທາລະນະສຸກ ການສົ່ງອອກຊັບພະຍາກອນທຳມະຊາດທີ່ເປັນຢາ, ຕ້ອງໄດ້ຮັບການປຸງແຕ່ງເປັນຜະລິດຕະພັນເຄິ່ງສຳເລັດຮູບ ຫຼື ສຳເລັດຮູບເສຍກ່ອນ ຈຶ່ງສົ່ງອອກໄດ້ ແລະ ຕ້ອງໄດ້ຮັບອະນຸຍາດສົ່ງອອກຈາກກະຊວງສາທາລະນະສຸກ. ຄຳສັ່ງແນະນຳ ວ່າດ້ວຍ ການຈັດຕັ້ງປະຕິບັດ ດຳລັດ ຂອງ ນາຍົກລັດຖະມົນຕີ ກ່ຽວກັບ ຊັບພະຍາກອນທຳມະຊາດ ທີ່ເປັນຢາ ເລກທີ 252/ກຊສ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.