ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການປະມົງ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ກໍາມະສິດກ່ຽວກັບປາ ແລະ ສັດນໍ້າອື່ນ
ມາດຕາ 5. ນະໂຍບາຍຂອງລັດດ້ານການປະມົງ
ມາດຕາ 6. ຫຼັກການພື້ນຖານດ້ານການປະມົງ
ມາດຕາ 7. ພັນທະໃນການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າ
ມາດຕາ 8. ການຮ່ວມມືສາກົນ

ພາກທີ II - ການປະມົງ

ໝວດທີ 1 - ປະເພດປາ ແລະ ສັດນໍ້າອື່ນ

ມາດຕາ 9. ການແບ່ງປະເພດປາ ແລະ ສັດນໍ້າອື່ນ
ມາດຕາ 10. ປາ ແລະ ສັດນໍ້າອື່ນປະເພດຫວງຫ້າມ
ມາດຕາ 11. ປາ ແລະ ສັດນໍ້າອື່ນປະເພດຄຸ້ມຄອງ
ມາດຕາ 12. ປາ ແລະ ສັດນໍ້າອື່ນປະເພດທົ່ວໄປ

ໝວດທີ 2 - ຮູບແບບການປະມົງ

ມາດຕາ 13. ຮູບແບບການປະມົງ
ມາດຕາ 14. ການປະມົງແບບຄອບຄົວ
ມາດຕາ 15. ການປະມົງແບບທຸລະກິດ

ພາກທີ  III - ກິດຈະການ ແລະ ການປົກປັກຮັກສາການປະມົງ

ໝວດທີ 1 - ກິດຈະການ ການປະມົງ

ມາດຕາ 16. ຂັ້ນຕອນຂອງກິດຈະການ ການປະມົງ
ມາດຕາ 17. ການສໍາຫຼວດການປະມົງ
ມາດຕາ 18. ການວາງແຜນຍຸດທະສາດດ້ານການປະມົງ
ມາດຕາ 19. ການສຶກສາຄົ້ນຄວ້າ ວິທະຍາສາດດ້ານການປະມົງ
ມາດຕາ 20. ເງື່ອນໄຂສໍາລັບການຄົ້ນຄວ້າວິທະຍາສາດ ດ້ານການປະມົງ

ໝວດທີ 2 - ການປົກປັກຮັກສາ ແລະ ການພັດທະນາການປະມົງ

ມາດຕາ 21. ການປົກປັກຮັກສາການປະມົງ
ມາດຕາ 22. ການປົກປັກຮັກສາປາ ແລະ ສັດນໍ້າອື່ນ
ມາດຕາ 23. ການປົກປັກຮັກສາຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດ
ມາດຕາ 24. ການພັດທະນາການປະມົງ

ພາກທີ IV - ການນໍາໃຊ້ສັດນໍ້າ

ໝວດທີ 1 - ປະເພດການນໍາໃຊ້ສັດນໍ້າ

ມາດຕາ 25. ປະເພດການນໍາໃຊ້ສັດນໍ້າ
ມາດຕາ 26. ການນໍາໃຊ້ເພື່ອຄອບຄົວ
ມາດຕາ 27. ການນໍາໃຊ້ເພື່ອສາທາລະນະປະໂຫຍດ
ມາດຕາ 28. ການນໍາໃຊ້ຕາມຮີດຄອງ
ມາດຕາ 29. ການນໍາໃຊ້ເພື່ອທຸລະກິດ

ໝວດທີ 2 - ທຸລະກິດການປະມົງ

ມາດຕາ 30. ທຸລະກິດການລ້ຽງປາ ແລະ ສັດນໍ້າອື່ນ
ມາດຕາ 31. ທຸລະກິດກ່ຽວກັບປາເອ້
ມາດຕາ 32. ທຸລະກິດການປະມົງກ່ຽວກັບກິດຈະການອື່ນ
ມາດຕາ 33. ເງື່ອນໄຂຂອງການດໍາເນີນທຸລະກິດການປະມົງ
ມາດຕາ 34. ຜົນຜະລິດ ແລະ ຜະລິດຕະພັນສັດນໍ້າ
ມາດຕາ 35. ການໂຈະ ຫຼື ຍົກເລີກການດໍາເນີນທຸລະກິດ

ໝວດທີ 3 - ສິດ ແລະ ພັນທະຂອງຜູ້ປະກອບການ

ມາດຕາ 36. ສິດຂອງຜູ້ປະກອບການ
ມາດຕາ 37. ພັນທະຂອງຜູ້ປະກອບການ

ພາກທີ V - ຂໍ້ຫ້າມ

ມາດຕາ 38. ຂໍ້ຫ້າມທົ່ວໄປ
ມາດຕາ 39. ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງການປະມົງ

ພາກທີ VI - ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 40. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະ ບໍລິຫານກ່ຽວກັບການປະມົງ
ມາດຕາ 41. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບການປະມົງ
ມາດຕາ 42. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການປະມົງ

ພາກທີ VII - ການຄຸ້ມຄອງ ແລະ ກວດກາການປະມົງ

ໝວດທີ 1 - ການຄຸ້ມຄອງການປະມົງ

ມາດຕາ 43. ອົງການຄຸ້ມຄອງການປະມົງ
ມາດຕາ 44. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ມາດຕາ 45. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ມາດຕາ 46. ສິດ ແລະ ໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
ມາດຕາ 47. ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
ມາດຕາ 48. ສະມາຄົມຊາວປະມົງ
ມາດຕາ 49. ສິດ ແລະ ໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ

ໝວດທີ 2 - ການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ

ມາດຕາ 50. ການສ້າງຕັ້ງ ຄະນະກໍາມະການຄຸ້ມຄອງ ການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
ມາດຕາ 51. ໂຄງປະກອບຂອງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
ມາດຕາ 52. ສິດ ແລະ ໜ້າທີ່ຂອງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
ມາດຕາ 53. ກົດລະບຽບການປະມົງຂັ້ນບ້ານ
ມາດຕາ 54. ເນື້ອໃນຂອງກົດລະບຽບ

ໝວດທີ 3 - ການກວດກາການປະມົງ

ມາດຕາ 55. ຈຸດປະສົງຂອງການກວດກາ
ມາດຕາ 56. ປະເພດການກວດກາການປະມົງ
ມາດຕາ 57. ອົງການກວດກາການປະມົງ
ມາດຕາ 58. ສິດ ແລະ ໜ້າທີ່ຂອງອົງການກວດກາການປະມົງ
ມາດຕາ 59. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ການປະມົງ
ມາດຕາ 60. ການກວດກາພາຍນອກ
ມາດຕາ 61. ຮູບການກວດກາການປະມົງ

ພາກທີ VIII - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 62. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 63. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 64. ມາດຕະການສຶກສາອົບຮົມ
ມາດຕາ 65. ມາດຕະການທາງວິໄນ
ມາດຕາ 66. ມາດຕະການປັບໃໝ
ມາດຕາ 67. ມາດຕະການທາງແພ່ງ
ມາດຕາ 68. ມາດຕະການທາງອາຍາ

ພາກທີ IX - ວັນປ່ອຍປາ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 69. ວັນປ່ອຍປາແຫ່ງຊາດ
ມາດຕາ 70. ເຄື່ອງໝາຍ ແລະ ຕາປະທັບ

ພາກທີ X - ບົດບັນຍັດສຸດທ້າຍ

ມາດຕາ 71. ການຈັດຕັ້ງປະຕິບັດ
ມາດຕາ 72. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ   ເລກທີ 03/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 09 ກໍລະກົດ 2009

ກົດໝາຍ
ວ່າດ້ວຍການປະມົງ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ກົດໝາຍວ່າດ້ວຍການປະມົງ ກໍານົດຫຼັກການ, ລະບຽບການ ແລະ ມາດຕະຖານກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການກວດກາວຽກງານການປະມົງ ເພື່ອສົ່ງເສີມການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ ແລະ ນໍາໃຊ້ສັດນໍ້າແບບຍືນຍົງ ແນໃສ່ຮັບປະກັນການຕອບສະໜອງປາ ແລະ ສັດນໍ້າອື່ນເພື່ອເປັນອາຫານ ໃຫ້ປະຊາຊົນລາວບັນດາເຜົ່າ, ການປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ. ຂ້າງເທິງ

ມາດຕາ 2. ການປະມົງ
   ການປະມົງແມ່ນກິດຈະການດ້ານການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ, ການນໍາໃຊ້ສັດນໍ້າດ້ວຍວິທີການຕ່າງໆ ໃນພື້ນທີ່ແຫຼ່ງນໍ້າໃດໜຶ່ງ. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
   ຄໍາສັບຕ່າງໆທີ່ນໍາມາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ສັດນໍ້າໝາຍເຖິງສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວຢູ່ໃນນໍ້າຕາມທໍາມະຊາດ ຫຼື ຖືກນໍາເອົາຈາກທໍາມະຊາດມາລ້ຽງ;
  2. ກິດຈະການ ການປະມົງໝາຍເຖິງທຸກການເຄື່ອນໄຫວ ທີ່ກ່ຽວຂ້ອງກັບການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ ແລະ ການນໍາໃຊ້ສັດນໍ້າ;
  3. ຜະລິດຕະພັນສັດນໍ້າໝາຍເຖິງຜົນຜະລິດຈາກປາ ແລະ ສັດນໍ້າອື່ນທີ່ໄດ້ຜ່ານການປຸງແຕ່ງ;
  4. ບໍລິເວນລ້ຽງສັດນໍ້າໝາຍເຖິງພື້ນທີ່ດິນ, ບໍລິເວນນໍ້າ ລວມທັງສິ່ງປຸກສ້າງ ແລະ ອຸປະກອນຕ່າງໆທີ່ນໍາໃຊ້ເຂົ້າໃນການລ້ຽງສັດນໍ້າ;
  5. ພື້ນທີ່ແຫຼ່ງນໍ້າເພື່ອການປະມົງໝາຍເຖິງ ພື້ນທີ່ແຫຼ່ງນໍ້າທີ່ມີນໍ້າຕະຫຼອດປີ ຫຼື ໃນບາງລະດູການຈະແມ່ນຈາກແຫຼ່ງນໍ້າທໍາມະຊາດ ຫຼື ຈາກແຫຼ່ງນໍ້າທີ່ຄົນສ້າງຂຶ້ນ ລວມທັງພື້ນທີ່ນາທີ່ຈັດເປັນບ່ອນລ້ຽງສັດນໍ້າ ແລະ ບັນດາພື້ນທີ່ແມ່ນໍ້າອື່ນ ຮ່ວມຊາຍແດນກັບປະເທດເພື່ອນບ້ານ ທີ່ຂຶ້ນກັບອໍານາດອະທິປະໄຕຂອງ ສປປລາວ;
  6. ວັງສະຫງວນໝາຍເຖິງເຂດນໍ້າ ເປັນຕົ້ນບ່ອນນໍ້າເລິກໃນພື້ນທີ່ແຫຼ່ງນໍ້າ ຫຼື ຕາມລໍາແມ່ນໍ້າໃດໜຶ່ງ ຕາມການກໍານົດຂອງຄະນະກໍາມະການຄຸ້ມຄອງການປະມົງ ຫຼື ຕາມກົດລະບຽບຂອງການປະມົງຂັ້ນບ້ານ, ຂອງກົມກອງທີ່ໄດ້ກໍານົດໃຫ້ເປັນເຂດຫວງຫ້າມ ຕະຫຼອດລະດູການເພື່ອເປັນບ່ອນທີ່ຢູ່ອາໄສ ແລະ ແຜ່ພັນຢ່າງປອດໄພຂອງຊັບພະຍາກອນສັດນໍ້າ;
  7. ເຄື່ອງມືຈັບປາໝາຍເຖິງອຸປະກອນຕ່າງໆ ເພື່ອໃຊ້ໃນການຫາປາ ແລະ ສັດນໍ້າອື່ນ;
  8. ເຄື່ອງມືຈັບປາແບບດັບສູນໝາຍເຖິງອຸປະກອນຕ່າງໆ ທີ່ນໍາໃຊ້ເຂົ້າໃນການຫາປາ ແລະ ສັດນໍ້າອື່ນທີ່ມີລັກສະນະທໍາລາຍເຊັ່ນ: ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ, ສານເຄມີ, ຄື້ນສຽງແລະອື່ນໆ;
  9. ສັດນໍ້າປະເພດຫວງຫ້າມໝາຍເຖິງ ສັດນໍ້າທີ່ມີປະເພດຄຸນຄ່າສູງ ແລະ ມີຄວາມສໍາຄັນເປັນພິເສດຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ຕາມທີ່ໄດ້ກໍານົດໄວ້ໃນບັນຊີ I ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ. ສັດປະເພດດັ່ງກ່າວຕ້ອງໄດ້ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນໍາໃຊ້ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ;
  10. ສັດນໍ້າປະເພດຄຸ້ມຄອງໝາຍເຖິງສັດນໍ້າ ປະເພດທີ່ມີຄຸນປະໂຫຍດທາງດ້ານ ເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ແລະ ການສຶກສາຄົ້ນຄວ້າທາງດ້ານ ວິທະຍາສາດຕາມທີ່ໄດ້ກໍານົດໄວ້ ໃນບັນຊີ II ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ. ສັດປະເພດດັ່ງກ່າວມີຈໍານວນຈໍາກັດ ແລະ ສາມາດສູນພັນໄດ້ຊຶ່ງຕ້ອງອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມການນໍາໃຊ້;
  11. ສັດນໍ້າປະເພດທົ່ວໄປໝາຍເຖິງສັດນໍ້າ ປະເພດທີ່ສາມາດຂະຫຍາຍພັນໄດ້ ຕາມທໍາມະຊາດຢ່າງຫຼວງຫຼາຍ, ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ຕໍ່ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ຕາມທີ່ໄດ້ກໍານົດໄວ້ໃນບັນຊີ III ຂອງກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ. ສັດປະເພດດັ່ງກ່າວສາມາດນໍາໃຊ້ໄດ້ ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ສັດປະເພດດັ່ງກ່າວສູນພັນ ພ້ອມທັງບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ;
  12. ປາເອ້ໝາຍເຖິງຊະນິດປາທີ່ມີຂະໜາດ, ຮູບຮ່າງ ແລະ ສີສັນງົດງາມແຕກຕ່າງກັນ ທີ່ນໍາມາລ້ຽງເພື່ອຄວາມງາມ, ປະດັບ ແລະ ວາງສະແດງ;
  13. ປາອໍ ຫຼື ປາກອງໝາຍເຖິງຝູງປາຈໍານວນຫຼວງຫຼາຍ ທີ່ກໍາລັງປະສົມພັນຢູ່ປາກນໍ້າ, ຫ້ວຍ, ຮ່ອງ ຫຼື ບໍລິເວນນໍ້າໃດໜຶ່ງແລ້ວຈະກຽມຂຶ້ນໄປວາງໄຂ່ ຕາມຮ່ອມຫ້ວຍ ຫຼື ຕາດນໍ້າ;
  14. ຊາວປະມົງໝາຍເຖິງຜູ້ລ້ຽງ, ຜູ້ພັດທະນາ, ຜູ້ຫາປາ ຫຼື ສັດນໍ້າອື່ນເປັນອາຊີບຕົ້ນຕໍ;
  15. ການຄຸ້ມຄອງການປະມົງແບບຍືນຍົງໝາຍເຖິງ ການນໍາໃຊ້ບັນດາມາດຕະການທາງດ້ານລະບຽບກົດໝາຍ, ແຜນການ ແລະ ການຈັດຕັ້ງຂອງອົງການທີ່ກ່ຽວຂ້ອງ ເພື່ອພັດທະນາ, ຄວບຄຸມ ແລະ ກວດກາການປະມົງ ເຮດັໃຫ້ວຽກງານດັ່ງກ່າວມີການຂະຫຍາຍຕົວ ຢ່າງໝັ້ນຄົງ, ມີລັກສະນະເສດຖະກິດ, ມີປະສິດທິຜົນ, ຮັບປະກັນສິ່ງແວດລ້ອມ, ມີຊີວິດຊີວາ ແລະ ເປັນທີ່ຍອມຮັບຂອງສັງຄົມ ທັງຕອບສະໜອງໄດ້ຄວາມຕ້ອງການ ຂອງຄົນຮຸ່ນປະຈຸບັນ ແລະ ຄົນຮຸ່ນຕໍ່ໆໄປ;
  16. ຊັບພະຍາກອນການປະມົງໝາຍເຖິງ ຊີວະນາໆພັນໃນແຫຼ່ງນໍ້າ, ພາຫະນະ, ເຄື່ອງມື, ເຕັກນິກທີ່ນໍາໃຊ້ເຂົ້າໃນການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ສັດນໍ້າ;
  17. ຜູ້ປະກອບການໝາຍເຖິງບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງທີ່ດໍາເນີນກິດຈະການ ຫຼື ທຸລະກິດກ່ຽວກັບການປະມົງ. ຂ້າງເທິງ

ມາດຕາ 4. ກໍາມະສິດກ່ຽວກັບປາ ແລະ ສັດນໍ້າອື່ນ
   ປາ ແລະ ສັດນໍ້າອື່ນທຸກປະເພດຕາມທໍາມະຊາດ ທີ່ບໍ່ເປັນກໍາມະສິດຂອງບຸກຄົນ ຫຼື ການຈັດຕັ້ງໃນຂອບເຂດດິນແດນຂອງ ສປປລາວ ເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ. ລັດຮັບຮູ້ສິດນໍາໃຊ້ຂອງບຸກຄົນ ແລະ ການຈັດຕັ້ງຕາມລະບຽບກົດໝາຍ.
   ສໍາລັບປາ ແລະ ສັດນໍ້າອື່ນທີ່ບຸກຄົນ ຫຼື ການຈັດຕັ້ງໄດ້ນໍາເອົາມາລ້ຽງ ໃນພື້ນທີ່ໃດໜຶ່ງດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນເປັນກໍາມະສິດຂອງຜູ້ລ້ຽງ ຍົກເວັ້ນພໍ່ພັນແມ່ພັນ ແລະ ສາຍພັນຮຸ່ນ 1 ສໍາລັບສັດນໍ້າປະເພດຫວງຫ້າມ ແລະ ພໍ່ພັນແມ່ພັນສໍາລັບສັດນໍ້າປະເພດຄຸ້ມຄອງ. ໃນກໍລະນີທີ່ນໍາມາລ້ຽງເປັນທຸລະກິດການປະມົງ ຕ້ອງມີການເຫັນດີຈາກຂະແໜງການກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 5. ນະໂຍບາຍຂອງລັດດ້ານການປະມົງ
   ລັດສົ່ງເສີມການລ້ຽງ, ອະນຸລັກ, ປົກປັກຮັກສາ, ພັດທະນາ, ຂະຫຍາຍພັນສັດນໍ້າ ແລະ ຄຸ້ມຄອງການນໍາໃຊ້ສັດນໍ້າ ຕາມທ່າແຮງຂອງທ້ອງຖິ່ນດ້ວຍການວາງນະໂຍບາຍ, ລະບຽບກົດໝາຍ, ສະໜອງທຶນຮອນ, ສົ່ງເສີມດ້ານວິຊາການ, ການຄົ້ນຄວ້າ, ການນໍາໃຊ້ເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ມາດຕະການຕ່າງໆ ເພື່ອເພີ່ມຈໍານວນສັດນໍ້າໃຫ້ຫຼາຍຂຶ້ນ ແນໃສ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນລາວບັນດາເຜົ່າ.
   ລັດສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນການລ້ຽງ, ອະນຸລັກ, ປົກປັກຮັກສາ, ພັດທະນາ, ຂະຫຍາຍພັນ ແລະ ການປຸງແຕ່ງປາ ແລະ ສັດນໍ້າອື່ນ ດ້ວຍການປະຕິບັດນະໂຍບາຍຕ່າງໆເຊັ່ນ: ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີອາກອນຕາມລະບຽບກົດໝາຍ.
   ລັດຊຸກຍູ້ໃຫ້ຊາວປະມົງຈັດຕັ້ງເປັນກຸ່ມ, ເປັນສະມາຄົມ, ເປັນສະຫະກອນ ເພື່ອສົ່ງເສີມວິທີການຜະລິດ, ການປຸງແຕ່ງປາ ແລະ ສັດນໍ້າອື່ນ ແນໃສ່ຮັບປະກັນຄຸນນະພາບຂອງຜົນຜະລິດ, ຜະລິດຕະພັນສັດນໍ້າ ລວມທັງເປັນເຈົ້າການໃນການຄຸ້ມຄອງການປະມົງ ໃຫ້ມີປະສິດທິຜົນ ແລະ ດໍາເນີນກິດຈະການ ການປະມົງຢ່າງຖືກຕ້ອງຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 6. ຫຼັກການພື້ນຖານດ້ານການປະມົງ
   ຫຼັກການພື້ນຖານດ້ານການປະມົງມີດັ່ງນີ້:

  1. ເອົາການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຂະຫຍາຍພັນປາ ແລະ ສັດນໍ້າອື່ນແບບຍືນຍົງ ເປັນວຽກງານທີ່ມີສ່ວນຮ່ວມຂອງທົ່ວປວງຊົນ;
  2. ເອົາການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຂະຫຍາຍພັນປາ ແລະ ສັດນໍ້າອື່ນເປັນຕົ້ນຕໍ, ເອົາການຄຸ້ມຄອງການຫາປາ ແລະ ສັດນໍ້າອື່ນເປັນສໍາຄັນ;
  3. ນໍາໃຊ້ສັດນໍ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ຫຼື ທໍາມະຊາດ;
  4. ສ້າງ ແລະ ປົກປັກຮັກສາເຂດອະນຸລັກພັນສັດນໍ້າ ຫຼື ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ເພື່ອສ້າງເງື່ອນໄຂໃຫ້ສັດດັ່ງກ່າວເຕີບໃຫຍ່, ຂະຫຍາຍພັນ ແນໃສ່ຮັກສາຄວາມສົມດຸນຂອງລະບົບນິເວດ;
  5. ອະນຸລັກ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ສັດນໍ້າ, ຄຸ້ມຄອງ ແລະ ກວດກາການປະມົງໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ. ຂ້າງເທິງ

ມາດຕາ 7. ພັນທະໃນການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າ
   ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງລ້ວນແຕ່ມີພັນທະ ໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນໍາໃຊ້ມາດຕະການອັນຈໍາເປັນ ເພື່ອສະກັດກັ້ນຜົນກະທົບຕໍ່ສັດນໍ້າ ຊຶ່ງເກີດຈາກທໍາມະຊາດ, ພະຍາດລະບາດ, ການຫາປາ ແລະ ສັດນໍ້າອື່ນແບບທໍາລາຍ, ການຊື້ຂາຍທີ່ບໍ່ຖືກຕ້ອງ, ການທໍາລາຍຖິ່ນທີ່ຢູ່ອາໄສ, ບ່ອນວາງໄຂ່ ແລະ ແຫຼ່ງອາຫານຂອງສັດນໍ້າ. ຂ້າງເທິງ

ມາດຕາ 8. ການຮ່ວມມືສາກົນ
   ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ອົງການຈັດຕັ້ງສາກົນໃນວຽກງານການປະມົງ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຍົກລະດັບວິຊາການ, ການເຂົ້າຮ່ວມ ແລະ ປະຕິບັດສັນຍາ ແລະ ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ການປະມົງ

ໝວດທີ 1
ປະເພດປາ ແລະ ສັດນໍ້າອື່ນ

ມາດຕາ 9. ການແບ່ງປະເພດປາ ແລະ ສັດນໍ້າອື່ນ
   ປາ ແລະ ສັດນໍ້າອື່ນແບ່ງອອກເປັນສາມປະເພດດັ່ງນີ້:

  1. ປະເພດຫວງຫ້າມ;
  2. ປະເພດຄຸ້ມຄອງ;
  3. ປະເພດທົ່ວໄປ. ຂ້າງເທິງ

ມາດຕາ 10. ປາ ແລະ ສັດນໍ້າອື່ນປະເພດຫວງຫ້າມ
   ປາ ແລະ ສັດນໍ້າອື່ນປະເພດຫວງຫ້າມຕ້ອງໄດ້ຮັບການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ສັດນໍ້າປະເພດດັ່ງກ່າວ ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກລັດຖະບານ.
   ລັດຖະບານເປັນຜູ້ຕົກລົງການຄົ້ນຄວ້າ ປ່ຽນແປງບັນຊີສັດນໍ້າປະເພດຫວງຫ້າມ ແຕ່ລະໄລຍະຕາມການສະເໜີຂອງ ກະຊວງກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 11. ປາ ແລະ ສັດນໍ້າອື່ນປະເພດຄຸ້ມຄອງ
   ປາ ແລະ ສັດນໍ້າອື່ນປະເພດຄຸ້ມຄອງຕ້ອງໄດ້ຮັບການອະນຸລັກ, ປົກປັກຮັກສາ, ພັດທະນາ, ຄວບຄຸມ ແລະ ກວດກາການນໍາໃຊ້ສັດນໍ້າປະເພດດັ່ງກ່າວ ຕາມລະບຽບກົດໝາຍ.
   ອົງການປົກຄອງທ້ອງຖິ່ນເປັນຜູ້ອອກຂໍ້ຕົກລົງ ກ່ຽວກັບການບໍ່ອະນຸຍາດໃຫ້ນໍາໃຊ້ ສັດນໍ້າປະເພດຄຸ້ມຄອງ ຖ້າເຫັນວ່າສັດນໍ້າປະເພດດັ່ງກ່າວ ມີຄວາມສ່ຽງຕໍ່ການຈະສູນພັນ ໃນພື້ນທີ່ແຫຼ່ງນໍ້າທີ່ຕົນຄຸ້ມຄອງ ແລ້ວແຈ້ງໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ທີ່ກ່ຽວຂ້ອງ.
   ກະຊວງກະສິກໍາ ແລະ ປ່າໄມ້ເປັນຜູ້ອອກຂໍ້ຕົກລົງ ກ່ຽວກັບການບໍ່ອະນຸຍາດ ໃຫ້ນໍາໃຊ້ບາງສັດນໍ້າປະເພດຄຸ້ມຄອງ ບົນພື້ນຖານການສະເໜີຂອງ ບັນດາອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຖ້າເຫັນວ່າສັດນໍ້າປະເພດດັ່ງກ່າວມີຄວາມສ່ຽງຕໍ່ການຈະສູນພັນ ໃນພື້ນທີ່ແຫຼ່ງນໍ້າທີ່ກວມເອົາສອງແຂວງຂຶ້ນໄປ. ຂ້າງເທິງ

ມາດຕາ 12. ປາ ແລະ ສັດນໍ້າອື່ນປະເພດທົ່ວໄປ
   ປາ ແລະ ສັດນໍ້າອື່ນປະເພດທົ່ວໄປຕ້ອງໄດ້ຮັບການປົກປັກຮັກສາ, ພັດທະນາ ແລະ ອະນຸຍາດໃຫ້ນໍາໃຊ້ ໂດຍຖືກຕ້ອງຕາມລະບຽບກົດໝາຍ ເພື່ອຮັບປະກັນບໍ່ໃຫ້ສູນພັນ ພ້ອມທັງບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດ. ຂ້າງເທິງ

ໝວດທີ 2
ຮູບແບບການປະມົງ

ມາດຕາ 13. ຮູບແບບການປະມົງ
   ການປະມົງປະກອບດ້ວຍສອງຮູບແບບດັ່ງນີ້:

  1. ການປະມົງແບບຄອບຄົວ;
  2. ການປະມົງແບບທຸລະກິດ. ຂ້າງເທິງ

ມາດຕາ 14. ການປະມົງແບບຄອບຄົວ
   ການປະມົງແບບຄອບຄົວແມ່ນການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ ແລະ ການນໍາໃຊ້ສັດນໍ້າ ໃນຂອບເຂດພື້ນທີ່ແຫຼ່ງນໍ້າໃດໜຶ່ງ ໂດຍສອດຄ່ອງກັບລະບຽບກົດ ໝາຍ ເພື່ອຊົມໃຊ້ໃນຊີວິດປະຈໍາວັນຂອງຄອບຄົວ ເປັນຕົ້ນຕໍ.
   ການລ້ຽງປາ ແລະ ສັດນໍ້າອື່ນປະເພດທົ່ວໄປແບບຄອບຄົວ ແມ່ນໃຫ້ນໍາໃຊ້ເນື້ອທີ່ໜອງ ຫຼື ພື້ນທີ່ແຫຼ່ງນໍ້າບໍ່ເກີນ 15.000 ຕາແມັດ ຫຼື ລ້ຽງໃສ່ກະຊັງທີ່ມີເນື້ອທີ່ບໍ່ເກີນ 120 ຕາແມັດ ຕໍ່ຄອບຄົວ.
   ການລ້ຽງປາປະເພດທົ່ວໄປ, ປະເພດຫວງຫ້າມສາຍພັນຮຸ່ນ 2, ປະເພດຄຸ້ມຄອງ ສາຍພັນຮຸ່ນ 1 ບໍ່ຈໍາເປັນຕ້ອງຂໍອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ.
   ສໍາລັບພໍ່ພັນແມ່ພັນ ແລະ ສາຍພັນຮຸ່ນ 1 ຂອງສັດນໍ້າປະເພດຫວງຫ້າມ ແລະ ພໍ່ພັນແມ່ພັນຂອງສັດນໍ້າປະເພດຄຸ້ມຄອງ ແມ່ນບໍ່ອະນຸຍາດໃຫ້ຄອບຄົວລ້ຽງ.
   ຊາວປະມົງຕ້ອງໄດ້ຂຶ້ນບັນຊີສໍາມະໂນຄົວຊາວປະມົງ ຕາມລະບຽບການຂອງຄະນະກໍາມະການ ຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້ານັ້ນ.    ຂ້າງເທິງ

ມາດຕາ 15. ການປະມົງແບບທຸລະກິດ
   ການປະມົງແບບທຸລະກິດແມ່ນການລ້ຽງ, ການຂະຫຍາຍແນວພັນ, ການຫາ, ການປຸງແຕ່ງປາ ແລະ ສັດນໍ້າອື່ນ ເພື່ອເປັນສິນຄ້າ ແລະ ຈໍາໜ່າຍ, ປະກອບສ່ວນເຂົ້າໃນ ການອະນຸລັກ ແລະ ການປົກປັກຮັກສາສັດນໍ້າ. ຂ້າງເທິງ

ພາກທີ  III
ກິດຈະການ ແລະ ການປົກປັກຮັກສາການປະມົງ

ໝວດທີ 1
ກິດຈະການ ການປະມົງ

ມາດຕາ 16. ຂັ້ນຕອນຂອງກິດຈະການ ການປະມົງ
   ການລ້ຽງ, ການອະນຸລັກ, ການປົກປັກຮັກສາ, ການພັດທະນາ, ການຫາ ແລະ ການນໍາໃຊ້ສັດນໍ້າ ເປັນກິດຈະການຂອງການປະມົງ ຊຶ່ງຕ້ອງດໍາເນີນຕາມຂັ້ນຕອນດັ່ງນີ້:

  1. ການສໍາຫຼວດການປະມົງ;
  2. ການວາງແຜນຍຸດທະສາດ ດ້ານການປະມົງ;
  3. ການສຶກສາຄົ້ນຄວ້າ ວິທະຍາສາດດ້ານການປະມົງ. ຂ້າງເທິງ

ມາດຕາ 17. ການສໍາຫຼວດການປະມົງ
   ການສໍາຫຼວດການປະມົງ ແມ່ນການເກັບກໍາຂໍ້ມູນສະຖິຕິ ກ່ຽວກັບປາ ແລະ ສັດນໍ້າອື່ນແຕ່ລະປະເພດ, ຊະນິດ, ສາຍພັນຕາມສະພາບການຂະຫຍາຍຕົວ ໃນແຕ່ລະໄລຍະ, ແຕ່ລະເຂດພື້ນທີ່ແຫຼ່ງນໍ້າ ເພື່ອຈັດສັນ, ເປັນຂໍ້ມູນໃນການວາງແຜນອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ຄຸ້ມຄອງ.
   ການສໍາຫຼວດການລ້ຽງສັດນໍ້າ ແມ່ນການເກັບກໍາຂໍ້ມູນສະຖິຕິ ເນື້ອທີ່ການລ້ຽງ, ປະເພດພັນປາ ແລະ ສັດນໍ້າອື່ນ, ວິທີການລ້ຽງເພື່ອເປັນພື້ນຖານໃຫ້ແກ່ການວາງແຜນ ພັດທະນາວຽກງານການປະມົງ.
   ການສໍາຫຼວດການຫາ, ການນໍາໃຊ້ສັດນໍ້າ ແມ່ນການເກັບກໍາຂໍ້ມູນສະຖິຕິ ພື້ນທີ່ແຫຼ່ງນໍ້າ, ວິທີການຫາ, ເຄື່ອງມືອຸປະກອນ, ເຕັກນິກການຫາ ແລະ ການນໍາໃຊ້ ເພື່ອວາງແຜນຄຸ້ມຄອງດ້ວຍການກໍານົດເຂດຫາ, ລະດູການຫາ ແລະ ເຄື່ອງມືອຸປະກອນ ການຫາທີ່ເໝາະສົມ.
   ການສໍາຫຼວດການປະມົງ ແມ່ນໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ເປັນເຈົ້າການ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງເປັນຜູ້ດໍາເນີນ. ຂ້າງເທິງ

ມາດຕາ 18. ການວາງແຜນຍຸດທະສາດດ້ານການປະມົງ
   ກະຊວງກະສິກໍາ ແລະ ປ່າໄມ້ ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ວາງແຜນຍຸດທະສາດຮອບດ້ານ ແລະ ຍາວນານ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາການປະມົງ ເພື່ອເປັນທິດທາງລວມ ໃນການຫັນເປັນແຜນງານ, ໂຄງການ ແລະ ມາດຕະການສະເພາະໜ້າກ້າວໄປສູ່ການລ້ຽງ ແລະ ການປຸງແຕ່ງ ແບບອຸດສາຫະກໍາ ແລະ ທັນສະໄໝ. ຂ້າງເທິງ

ມາດຕາ 19. ການສຶກສາຄົ້ນຄວ້າ ວິທະຍາສາດດ້ານການປະມົງ
   ການສຶກສາຄົ້ນຄວ້າ ວິທະຍາສາດດ້ານການປະມົງ ແມ່ນການສຶກສາ, ຄົ້ນຄວ້າທົດລອງ ວິທະຍາສາດກ່ຽວກັບແນວພັນໃໝ່, ເຕັກນິກການລ້ຽງແບບໃໝ່, ການຜະລິດອາຫານປາ ແລະ ສັດນໍ້າອື່ນ, ເຕັກໂນໂລຊີການປຸງແຕ່ງ, ພະຍາດປາ, ການປິ່ນປົວ, ລະບົບນິເວດວິທະຍາ ແລະອື່ນໆ ເພື່ອເສີມຂະຫຍາຍສິດເປັນເຈົ້າໃນວຽກງານການປະມົງ, ຈໍາກັດການນໍາເຂົ້າແນວພັນ, ຫົວອາຫານປາ ແລະ ສັດນໍ້າອື່ນຈາກຕ່າງປະເທດ.
   ຂະແໜງການກະສິກໍາ ແລະ ປ່າໄມ້ເອົາໃຈໃສ່ສ້າງ ແລະ ປັບປຸງສະຖາບັນ, ສູນຄົ້ນຄວ້າທົດລອງ ເພື່ອດໍາເນີນການສຶກສາ, ຄົ້ນຄວ້າທົດລອງວິທະຍາສາດ. ເພື່ອຮັບປະກັນໃຫ້ແກ່ການຄົ້ນຄວ້າ ທົດລອງ, ຜະລິດ, ສະໜອງແນວພັນປາ ແລະ ສັດນໍ້າອື່ນຢ່າງກວ້າງຂວາງນັ້ນ ທຸກພາກສ່ວນຂອງລັດ ແລະ ເອກະຊົນຕ້ອງເຂົ້າຮ່ວມໃນວຽກງານດັ່ງກ່າວ.
   ການນໍາເຂົ້າ ແລະ ສົ່ງອອກຕົວຢ່າງປາ ແລະ ສັດນໍ້າອື່ນ ເປັນຕົ້ນຊາກ ຫຼື ສິ້ນສ່ວນເພື່ອການສຶກສາ, ຄົ້ນຄວ້າທາງວິທະຍາສາດຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກໍາ ແລະ ປ່າໄມ້. ພາຍຫຼັງທີ່ສໍາເລັດການສຶກສາ, ຄົ້ນຄວ້າແລ້ວ ຕ້ອງລາຍງານຜົນໄດ້ຮັບໃຫ້ ກະຊວງກະສິກໍາ ແລະ ປ່າໄມ້.
   ການສຶກສາຄົ້ນຄວ້າວິທະຍາສາດ ດ້ານການປະມົງ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ. ຂ້າງເທິງ

ມາດຕາ 20. ເງື່ອນໄຂສໍາລັບການຄົ້ນຄວ້າວິທະຍາສາດ ດ້ານການປະມົງ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງສຶກສາຄົ້ນຄວ້າ ວິທະຍາສາດດ້ານການປະມົງ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

  1. ກໍານົດບ່ອນ ຫຼື ເຂດໃນພື້ນທີ່ແຫຼ່ງນໍ້າ, ໂຄງການຄົ້ນຄວ້າໃຫ້ຈະແຈ້ງ;
  2. ກໍານົດເຄື່ອງມື ອຸປະກອນການຄົ້ນຄວ້າ ແລະ ວິທີການ, ເຕັກນິກທີ່ຈະນໍາໃຊ້;
  3. ກໍານົດເວລາຂອງການນໍາໃຊ້ ໃບອະນຸຍາດຄົ້ນຄວ້າ;
  4. ມີນັກວິຊາການລາວເຂົ້າຮ່ວມ ໃນໂຄງການຄົ້ນຄວ້າ.

   ພາຍຫຼັງທີ່ໄດ້ສໍາເລັດການຄົ້ນຄວ້າແລ້ວ ຕ້ອງລາຍງານຜົນ ແລະ ແຜນພັດທະນາການປະມົງໃນຕໍ່ໜ້າ ຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ໝວດທີ 2
ການປົກປັກຮັກສາ ແລະ ການພັດທະນາການປະມົງ

ມາດຕາ 21. ການປົກປັກຮັກສາການປະມົງ
   ການປົກປັກຮັກສາການປະມົງ ປະກອບດ້ວຍ:

  • ການປົກປັກຮັກສາປາ ແລະ ສັດນໍ້າອື່ນ;
  • ການປົກປັກຮັກສາ ຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດ. ຂ້າງເທິງ

ມາດຕາ 22. ການປົກປັກຮັກສາປາ ແລະ ສັດນໍ້າອື່ນ
   ການປົກປັກຮັກສາປາ ແລະ ສັດນໍ້າອື່ນ ແມ່ນການປ້ອງກັນປາ ແລະ ສັດນໍ້າອື່ນບໍ່ໃຫ້ຖືກທໍາລາຍດ້ວຍທໍາມະຊາດ ຫຼື ການກະທໍາຂອງຄົນເຊັ່ນ: ການຫາປາ ແລະ ສັດນໍ້າອື່ນດ້ວຍການນໍາໃຊ້ ເຄື່ອງມືອຸປະກອນ ແລະ ວິທີການຫາແບບທໍາລາຍ ເພື່ອເຮັດໃຫ້ປາ ແລະ ສັດນໍ້າອື່ນມີການຂະຫຍາຍຕົວ ແລະ ອຸດົມສົມບູນຕະຫຼອດໄປ. ຂ້າງເທິງ

ມາດຕາ 23. ການປົກປັກຮັກສາຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດ
   ການປົກປັກຮັກສາຖິ່ນທີ່ຢູ່ອາໄສ ແລະ ລະບົບນິເວດແມ່ນການອະນຸລັກ, ຮັກສາຖິ່ນທີ່ຢູ່ອາໄສຂອງປາ ແລະ ສັດນໍ້າອື່ນ ແລະ ລະບົບນິເວດຂອງພື້ນທີ່ແຫຼ່ງນໍ້າ ລວມທັງວັງສະຫງວນ, ເຂດເພາະພັນປາທໍາມະຊາດ, ແຫຼ່ງອາຫານ ແລະ ເຂດຫວງຫ້າມອື່ນ ເພື່ອໃຫ້ຊີວະນາໆພັນມີຄວາມອຸດົມສົມບູນ ແລະ ຍືນຍົງ. ພ້ອມກັນນັ້ນກໍຕ້ອງວາງມາດຕະການປ້ອງກັນ ເພື່ອສະກັດກັ້ນການບຸກລຸກ ການທໍາລາຍຈາກການກະທໍາຂອງຄົນ ຫຼື ຈາກທໍາມະຊາດ. ຂ້າງເທິງ

ມາດຕາ 24. ການພັດທະນາການປະມົງ
   ການພັດທະນາການປະມົງ ແມ່ນການປັບປຸງການລ້ຽງ, ການຂະຫຍາຍພັນ ແລະ ການປຸງແຕ່ງປາ ແລະ ສັດນໍ້າອື່ນໃຫ້ມີປະສິດທິຜົນ ດ້ວຍການນໍາໃຊ້ເຕັກນິກ ແລະ ເຕັກໂນໂລຊີໃໝ່.
   ການພັດທະນາການລ້ຽງ ແມ່ນການປັບປຸງຮູບແບບການລ້ຽງ ໄປສູ່ຮູບແບບການລ້ຽງທີ່ທັນສະໄໝ ດ້ວຍການສະໜອງແນວພັນ ແລະ ໃຫ້ອາຫານປາ ແລະ ສັດນໍ້າອື່ນຢ່າງພຽງພໍ, ນໍາໃຊ້ເຕັກນິກ ແລະ ວິທີການລ້ຽງແຕ່ລະປະເພດ ໃຫ້ແທດເໝາະກັບເງື່ອນໄຂ, ທ່າແຮງ ແລະ ສະພາບແວດລ້ອມຂອງທ້ອງຖິ່ນ ແນໃສ່ຍົກສູງຜະລິດຕະພາບຂອງປາ ແລະ ສັດນໍ້າອື່ນ ໃຫ້ສາມາດຕອບສະໜອງ ຄວາມຕ້ອງການພາຍໃນ ແລະ ເປັນສິນຄ້າສົ່ງອອກ.
   ການພັດທະນາການຂະຫຍາຍພັນປາ ແລະ ສັດນໍ້າອື່ນ ແມ່ນການຜະລິດແນວພັນສັດນໍ້າໃໝ່ທີ່ດີ ແລະ ຮັບປະກັນທັງປະລິມານ ແລະ ຄຸນນະພາບຂອງສັດນໍ້າ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ຕະຫຼາດ.
   ການພັດທະນາການປຸງແຕ່ງປາ ແລະ ສັດນໍ້າອື່ນ ແມ່ນການເຮັດໃຫ້ຜະລິດຕະພັນສັດນໍ້າ ມີຄຸນນະພາບດ້ວຍການນໍາໃຊ້ ວິທະຍາສາດເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ. ຂ້າງເທິງ

ພາກທີ IV
ການນໍາໃຊ້ສັດນໍ້າ

ໝວດທີ 1
ປະເພດການນໍາໃຊ້ສັດນໍ້າ

ມາດຕາ 25. ປະເພດການນໍາໃຊ້ສັດນໍ້າ
   ການນໍາໃຊ້ສັດນໍ້າມີສີ່ປະເພດດັ່ງນີ້:

  1. ການນໍາໃຊ້ເພື່ອຄອບຄົວ;
  2. ການນໍາໃຊ້ເພື່ອສາທາລະນະປະໂຫຍດ;
  3. ການນໍາໃຊ້ຕາມຮີດຄອງ;
  4. ການນໍາໃຊ້ເພື່ອທຸລະກິດ. ຂ້າງເທິງ

ມາດຕາ 26. ການນໍາໃຊ້ເພື່ອຄອບຄົວ
   ການນໍາໃຊ້ສັດນໍ້າເພື່ອຄອບຄົວແມ່ນການນໍາເອົາປາ ແລະ ສັດນໍ້າອື່ນຊຶ່ງໄດ້ຈາກການລ້ຽງ, ການຫາມາປຸງແຕ່ງເປັນອາຫານເພື່ອບໍລິໂພກ, ເປັນປາເອ້ ຫຼື ຈໍາໜ່າຍສ້າງເປັນລາຍຮັບໃຫ້ແກ່ຄອບຄົວ. ຂ້າງເທິງ

ມາດຕາ 27. ການນໍາໃຊ້ເພື່ອສາທາລະນະປະໂຫຍດ
   ການນໍາໃຊ້ເພື່ອສາທາລະນະປະໂຫຍດ ແມ່ນການນໍາເອົາປາ ແລະ ສັດນໍ້າອື່ນມາຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນ: ການວາງສະແດງຢູ່ຫໍພິພິທະພັນ, ສວນສັດ ແລະອື່ນໆ ເພື່ອການເຂົ້າຊົມ ແລະ ສຶກສາຄົ້ນຄວ້າວິທະຍາສາດ, ແຕ່ການນໍາໃຊ້ນັ້ນຕ້ອງຮັບປະກັນຄວາມຍືນຍົງ, ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ຫຼື ທໍາມະຊາດ. ຂ້າງເທິງ

ມາດຕາ 28. ການນໍາໃຊ້ຕາມຮີດຄອງ
   ການນໍາໃຊ້ສັດນໍ້າຕາມຮີດຄອງ ແມ່ນການນໍາເອົາປາ ແລະ ສັດນໍ້າອື່ນມາໃຊ້ເພື່ອຄວາມຈໍາເປັນ ທາງດ້ານວັດທະນະທໍາ ຫຼື ຄວາມເຊື່ອຖື ແລະ ບຸນປະເພນີບ້ານເຊັ່ນ: ການປ່ອຍປາ, ປ່ອຍຫອຍ, ປ່ອຍອ່ຽນ, ການຜ່າໜອງ ແລະອື່ນໆ. ຂ້າງເທິງ

ມາດຕາ 29. ການນໍາໃຊ້ເພື່ອທຸລະກິດ
   ການນໍາໃຊ້ສັດນໍ້າເພື່ອທຸລະກິດ ແມ່ນການປຸງແຕ່ງ, ການຂະຫຍາຍແນວພັນ, ການຈໍາໜ່າຍ, ການນໍາເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນໍາຜ່ານປາ ແລະ ສັດນໍ້າອື່ນໆທີ່ໄດ້ຂຶ້ນທະບຽນ ຕາມລະບຽບກົດໝາຍ. ຂ້າງເທິງ

ໝວດທີ 2
ທຸລະກິດການປະມົງ

ມາດຕາ 30. ທຸລະກິດການລ້ຽງປາ ແລະ ສັດນໍ້າອື່ນ
   ທຸລະກິດການລ້ຽງປາ ແລະ ສັດນໍ້າອື່ນເພື່ອເປັນສິນຄ້າ ແລະ ຈໍາໜ່າຍຕ້ອງໄດ້ຮັບອະນຸຍາດ ແລະ ຂຶ້ນທະບຽນຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ.
   ທຸລະກິດການລ້ຽງປາປະເພດທົ່ວໄປ ທີ່ນໍາໃຊ້ເນື້ອທີ່ໜອງ ຫຼື ພື້ນທີ່ແຫຼ່ງນໍ້າເກີນກວ່າ 15.000 ຫາ 50.000 ຕາແມັດ ຫຼື ລ້ຽງໃສ່ກະຊັງທີ່ມີເນື້ອທີ່ເກີນກວ່າ 120 ຫາ 250 ຕາແມັດ ຕ້ອງໄດ້ຮັບການເຫັນດີຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ. ໃນກໍລະນີທີ່ນໍາໃຊ້ເນື້ອທີ່ໜອງ ຫຼື ພື້ນທີ່ແຫຼ່ງນໍ້າ ເກີນກວ່າ 50.000 ຕາແມັດ ຫຼື ລ້ຽງໃສ່ກະຊັງທີ່ມີເນື້ອທີ່ເກີນກວ່າ 250 ຕາແມັດ ຕ້ອງໄດ້ຮັບການເຫັນດີຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ.
   ສໍາລັບທຸລະກິດການລ້ຽງປາປະເພດຫວງຫ້າມ ຕ້ອງໄດ້ຮັບການເຫັນດີຈາກລັດຖະບານ, ສ່ວນທຸລະກິດການລ້ຽງປາປະເພດຄຸ້ມຄອງ ຕ້ອງໄດ້ຮັບການເຫັນດີຈາກ ກະຊວງກະສິກໍາ ແລະ ປ່າໄມ້ຕາມເນື້ອທີ່ໜອງ ຫຼື ພື້ນທີ່ແຫຼ່ງນໍ້າທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 31. ທຸລະກິດກ່ຽວກັບປາເອ້
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ກ່ຽວກັບປາເອ້ ເປັນຕົ້ນການລ້ຽງ, ການປະສົມພັນ, ການຂະຫຍາຍພັນ, ການສົ່ງອອກ ແລະ ນໍາເຂົ້າຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ. ຂ້າງເທິງ

ມາດຕາ 32. ທຸລະກິດການປະມົງກ່ຽວກັບກິດຈະການອື່ນ
   ທຸລະກິດການປຸງແຕ່ງ, ການຂະຫຍາຍແນວພັນ, ການຈໍາໜ່າຍ, ການນໍາເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນໍາຜ່ານປາ ແລະ ສັດນໍ້າອື່ນໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 33. ເງື່ອນໄຂຂອງການດໍາເນີນທຸລະກິດການປະມົງ
   ການດໍາເນີນທຸລະກິດການປະມົງ ຕ້ອງປະຕິບັດຕາມເງື່ອນໄຂຕົ້ນຕໍດັ່ງນີ້:

  • ມີບົດວິພາກເສດຖະກິດ-ເຕັກນິກ;
  • ມີບົດລາຍງານການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມແລ້ວແຕ່ກໍລະນີ;
  • ມີສະຖານທີ່, ພື້ນທີ່, ນັກວິຊາການ, ເຕັກນິກກ່ຽວກັບການປະມົງ, ຄວາມສະດວກໃນການເຂົ້າອອກ, ການຂົນສົ່ງ ແລະອື່ນໆ ໂດຍການເຫັນດີຂອງຂະແໜງລ້ຽງສັດ ແລະ ການປະມົງ;
  • ໄດ້ຮັບການເຫັນດີຈາກ ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າທີ່ກ່ຽວຂ້ອງ ສໍາລັບການການລ້ຽງສັດ. ຂ້າງເທິງ

ມາດຕາ 34. ຜົນຜະລິດ ແລະ ຜະລິດຕະພັນສັດນໍ້າ
   ຜົນຜະລິດ ແລະ ຜະລິດຕະພັນສັດນໍ້າ ແລະ ສັດນໍ້າອື່ນທີ່ໄດ້ມາຈາກທຸລະກິດການລ້ຽງ ແລະ ການປຸງແຕ່ງເປັນກໍາມະສິດສ່ວນຕົວ ຂອງຜູ້ປະກອບການ.
   ປາ ແລະ ສັດນໍ້າອື່ນທີ່ໄດ້ເລັດລອດໜີ ອອກຈາກເຂດພື້ນທີ່ລ້ຽງຂອງຜູ້ປະກອບການ ຍັງເປັນກໍາມະສິດຂອງຜູ້ກ່ຽວຢູ່ ຖ້າຫາກມີຫຼັກຖານຢັ້ງຢືນຢ່າງຖືກຕ້ອງ. ຂ້າງເທິງ

ມາດຕາ 35. ການໂຈະ ຫຼື ຍົກເລີກການດໍາເນີນທຸລະກິດ
   ຂະແໜງກະສິກໍາ ແລະ ປ່າໄມ້ສະເໜີໂຈະ ຫຼື ຍົກເລີກການດໍາເນີນທຸລະກິດ ຂອງຜູ້ປະກອບການກ່ຽວກັບສັດນໍ້າ ທີ່ລະເມີດລະບຽບກົດໝາຍ ພາຍຫຼັງທີ່ໄດ້ສຶກສາອົບຮົມ ແລະ ຕັກເຕືອນມາແລ້ວ.
   ການໂຈະການດໍາເນີນທຸລະກິດມີກໍລະນີດັ່ງນີ້:

  1. ບໍ່ປະຕິບັດຕາມເງື່ອນໄຂໃດໜຶ່ງ ຂອງການອະນຸຍາດດໍາເນີນທຸລະກິດ;
  2. ບໍ່ລາຍງານກ່ຽວກັບການເກີດພະຍາດ ຫຼື ຈຸລິນຊີທີ່ເປັນອັນຕະລາຍຮ້າຍແຮງ ຕໍ່ສັດນໍ້າ ຫຼື ຊີວິດຂອງຄົນ ໂດຍບໍ່ມີມາດຕະການປ້ອງກັນ ແລະ ແກ້ໄຂແຕ່ຢ່າງໃດ;
  3. ມີຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ຫຼື ທໍາມະຊາດ ເກີນມາດຕະຖານທີ່ໄດ້ກໍານົດໄວ້;
  4. ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຜົນປະໂຫຍດຂອງຜູ້ຢູ່ໃກ້ຄຽງ;
  5. ຕາມການຮ້ອງຂໍຂອງຜູ້ກ່ຽວໂດຍມີເຫດຜົນພຽງພໍ.

   ການຍົກເລີກການດໍາເນີນທຸລະກິດມີກໍລະນີດັ່ງນີ້:

  1. ບໍ່ດໍາເນີນທຸລະກິດພາຍໃນກໍານົດເວລາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ພາຍຫຼັງທີ່ໄດ້ຮັບອະນຸຍາດແລ້ວ;
  2. ບໍ່ປະຕິບັດຫຼັກວິຊາການ ຕາມມາດຕະຖານຊຶ່ງອົງການທີ່ກ່ຽວຂ້ອງໄດ້ກໍານົດໄວ້;
  3. ຢຸດເຊົາການດໍາເນີນທຸລະກິດ ໂດຍບໍ່ແຈ້ງໃຫ້ອົງການທີ່ກ່ຽວຂ້ອງຮັບຊາບ;
  4. ບໍ່ເສຍພັນທະຕາມລະບຽບກົດໝາຍ;
  5. ຕາມການຮ້ອງຂໍຂອງຜູ້ປະກອບການ. ຂ້າງເທິງ

ໝວດທີ 3
ສິດ ແລະ ພັນທະຂອງຜູ້ປະກອບການ

ມາດຕາ 36. ສິດຂອງຜູ້ປະກອບການ
   ຜູ້ປະກອບການກ່ຽວກັບການປະມົງມີສິດຄອບຄອງ, ນໍາໃຊ້, ພັດທະນາ, ໄດ້ຮັບໝາກຜົນ, ມອບ, ຊື້ຂາຍ ແລະ ໃຫ້ຜູ້ອື່ນສືບທອດກິດຈະການ ການປະມົງ ລວມທັງມີສິດສຶກສາ ຄົ້ນຄວ້າ ທົດລອງທາງດ້ານວິທະຍາສາດກ່ຽວກັບປາ ແລະ ສັດນໍ້າອື່ນດ້ວຍຕົນເອງ ຫຼື ຮ່ວມກັບຜູ້ອື່ນຕາມການອະນຸຍາດ ແລະ ມີສິດອື່ນຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 37. ພັນທະຂອງຜູ້ປະກອບການ
   ຜູ້ປະກອບການກ່ຽວກັບການປະມົງມີພັນທະດັ່ງນີ້:

  1. ປະຕິບັດວຽກງານການປະມົງ ຕາມລະບຽບກົດຫມາຍ ແລະ ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີຢ່າງເຂັ້ມງວດ;
  2. ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ຫຼື ທໍາມະຊາດ ໃນການດໍາເນີນທຸລະກິດການປະມົງ ເກີນມາດຕະຖານທີ່ໄດ້ກໍານົດໄວ້;
  3. ປະກອບສ່ວນໃນການສະກັດກັ້ນ ການລັກລອບຫາສັດນໍ້າ ແລະ ການທໍາລາຍຖິ່ນທີ່ຢູ່ອາໄສຂອງປາ ແລະ ສັດນໍ້າອື່ນ;
  4. ອະນຸລັກ, ປົກປັກຮັກສາປາ ແລະ ສັດນໍ້າອື່ນ ເປັນຕົ້ນປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ລະບົບນິເວດ;
  5. ປະກອບສ່ວນ ແລະ ຂົນຂວາຍທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາການປະມົງ;
  6. ເສຍຄ່າທໍານຽມ ແລະ ພັນທະອື່ນກ່ຽວກັບທຸລະກິດການປະມົງ;
  7. ກວດກາ, ຕິດຕາມສະພາບ ການລະບາດຂອງພະຍາດປາ ແລະ ສັດນໍ້າອື່ນ ແລະ ດໍາເນີນການແກ້ໄຂຢ່າງທັນການ ໃນກໍລະນີທີ່ເກີດພະຍາດ;
  8. ໃຫ້ຄວາມຮ່ວມມື ແລະ ລາຍງານກ່ຽວກັບຂໍ້ມູນດ້ານການປະມົງ ເປັນຕົ້ນການລ້ຽງ, ການນໍາໃຊ້ສັດນໍ້າແກ່ຂະແໜງການກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ. ຂ້າງເທິງ

ພາກທີ V
ຂໍ້ຫ້າມ

ມາດຕາ 38. ຂໍ້ຫ້າມທົ່ວໄປ
   ຫ້າມບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ຢູ່ໃນ ສປປລາວ ມີການກະທໍາດັ່ງນີ້:

  1. ນໍາໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ເຄື່ອງແສງ, ສຽງທຽມ ຫຼື ສິ່ງອື່ນທີ່ເກືອດຫ້າມ ເພື່ອຫາ ຫຼື ຈັບສັດນໍ້າ; ຖິ້ມສິ່ງເສດເຫຼືອ, ປ່ອຍນໍ້າເປື້ອນ ຫຼື ສານເຄມີລົງແຫຼ່ງນໍ້າ;
  2. ຮັບເອົາ, ຊື້ຂາຍ, ຄອບຄອງ ຫຼື ຂົນສົ່ງສັດນໍ້າ ທີ່ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ;
  3. ຜະລິດ, ນໍາເຂົ້າ ຫຼື ຂາຍເຄື່ອງມືຫາປາທີ່ເກືອດຫ້າມທຸກປະເພດ;
  4. ນໍາໃຊ້ເຄື່ອງມືຫາປາ ທີ່ເປັນການກີດຂວາງທາງເດີນຂອງສັດນໍ້າເຊັ່ນ: ອວນ, ມອງກວາດ, ລີ່, ຈິບ, ໂຕ່ງ;
  5. ດັກເອົາປາຈາກແຫຼ່ງນໍ້າທໍາມະຊາດ ດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງນໍ້າ, ຂຸດໜອງ ຫຼື ດູດໜອງທໍາມະຊາດທີ່ມີນໍ້າຕະຫຼອດປີ, ຈັບປາໃນລວງຍາມລະດູປາໄຂ່;
  6. ທໍາລາຍວັງສະຫງວນ, ຫາສັດນໍ້າໃນບໍລິເວນປາປະສົມພັນ, ບ່ອນປາອໍ ຫຼື ປາກອງ ແລະ ບ່ອນປາວາງໄຂ່ຕາມທໍາມະຊາດ, ຕາມການກໍານົດຂອງ ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າ ຫຼື ຕາມກົດລະບຽບຄຸ້ມຄອງການປະມົງຂັ້ນບ້ານ;
  7. ຈັບປາ ຫຼື ສັດນໍ້າອື່ນປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ລວມທັງປາ ຫຼື ສັດນໍ້າອື່ນທີ່ຍັງເປັນລູກຢູ່. ຂ້າງເທິງ

ມາດຕາ 39. ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຄຸ້ມຄອງການປະມົງ
   ຫ້າມເຈົ້າໜ້າທີ່ຄຸ້ມຄອງການປະມົງມີການກະທໍາດັ່ງນີ້:

  1. ສວຍໃຊ້ສິດໜ້າທີ່, ຕໍາແໜ່ງ, ບັງຄັບ, ນາບຂູ່ ຫຼື ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ;
  2. ປອມແປງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານ ທີ່ໄດ້ຮັບມອບໝາຍ. ຂ້າງເທິງ

ພາກທີ VI
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 40. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະ ບໍລິຫານກ່ຽວກັບການປະມົງ
   ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະບໍລິຫານກ່ຽວກັບການປະມົງເຊັ່ນ: ການຫາໃນເຂດຫວງຫ້າມ, ການນໍາໃຊ້ເຄື່ອງມືທີ່ເກືອດຫ້າມ, ບໍ່ເສຍຄ່າທໍານຽມ ຫຼື ພັນທະອື່ນຕາມທີ່ໄດ້ກໍານົດໄວ້ ໃນລະບຽບການ ແມ່ນໃຫ້ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າເປັນຜູ້ແກ້ໄຂ.
   ຖ້າວ່າຄູ່ກໍລະນີຫາກບໍ່ພໍໃຈ ຕໍ່ຄໍາຕົກລົງຂອງຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້ານັ້ນແລ້ວ ກໍມີສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນ ເປັນຜູ້ແກ້ໄຂ. ຂ້າງເທິງ

ມາດຕາ 41. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບການປະມົງ
   ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະທາງແພ່ງກ່ຽວກັບການປະມົງເຊັ່ນ: ການຊື້ຂາຍ, ມອບໂອນ, ສືບທອດ ຫຼື ສັນຍາທາງແພ່ງອື່ນ ສາມາດດໍາເນີນດ້ວຍອົງການຄຸ້ມຄອງການປະມົງ ຫຼື ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຫຼື ສານປະຊາຊົນ ເປັນຜູ້ພິຈາລະນາຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 42. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການປະມົງ
   ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການປະມົງແມ່ນ ໃຫ້ປະຕິບັດຕາມສັນຍາ ຫຼື ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ. ຂ້າງເທິງ

ພາກທີ VII
ການຄຸ້ມຄອງ ແລະ ກວດກາການປະມົງ

ໝວດທີ 1
ການຄຸ້ມຄອງການປະມົງ

ມາດຕາ 43. ອົງການຄຸ້ມຄອງການປະມົງ
   ລັດຖະບານຄຸ້ມຄອງວຽກງານການປະມົງ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ເປັນໃຈກາງຄຸ້ມຄອງ ໂດຍມີການປະສານສົມທົບກັບ ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
   ອົງການຄຸ້ມຄອງການປະມົງປະກອບດ້ວຍ:

  1. ກະຊວງກະສິກໍາ ແລະ ປ່າໄມ້;
  2. ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  4. ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ. ຂ້າງເທິງ

ມາດຕາ 44. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
   ໃນການຄຸ້ມຄອງວຽກງານການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

  1. ຄົ້ນຄ້ວາແຜນຍຸດທະສາດ, ນະໂຍບາຍ, ລະບຽບກົດໝາຍກ່ຽວກັບການປະມົງ ເພື່ອສະເໜີໃຫ້ລັດຖະບານພິຈາລະນາ ແລ້ວຜັນຂະຫຍາຍໃຫ້ເປັນແຜນງານ ແລະ ໂຄງການເພື່ອຄຸ້ມຄອງວຽກງານການປະມົງ ໃນຂອບເຂດທົ່ວປະເທດ;
  2. ໂຄສະນາ, ສຶກສາອົບຮົມນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານການປະມົງ ໃຫ້ທົ່ວປວງຊົນ ແນໃສ່ປູກຈິດສໍານຶກ, ເຊີດຊູສະຕິຮັກ ແລະ ຫວງແຫນຊັບພະຍາກອນສັດນໍ້າ;
  3. ຊີ້ນໍາ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການປະມົງ ຂອງຂະແໜງການສາຍຕັ້ງ ໃນຂອບເຂດທົ່ວປະເທດ;
  4. ກໍ່ສ້າງ, ບໍາລຸງ, ຍົກລະດັບບຸກຄະລາກອນ ກ່ຽວກັບວຽກງານການປະມົງ;
  5. ພິຈາລະນາກ່ຽວກັບ ການດໍາເນີນທຸລະກິດການປະມົງ ສໍາລັບສັດນໍ້າປະເພດຄຸ້ມຄອງ, ສະເໜີຄໍາເຫັນຕໍ່ລັດຖະບານພິຈາລະນາ ສໍາລັບສັດນໍ້າປະເພດຫວງຫ້າມ;
  6. ສ້າງ, ປັບປຸງລະບົບຂໍ້ມູນຂ່າວສານ, ເກັບສໍາເນົາໃບທະບຽນດໍາເນີນທຸລະກິດ ກ່ຽວກັບການປະມົງ ແລະ ເອກະສານແຕ່ງຕັ້ງ ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າ;
  7. ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບວຽກງານການປະມົງ, ປຸກລະດົມຂົນຂວາຍ, ຍາດແຍ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າ;
  8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານການປະມົງ;
  9. ສະຫຼຸບ ແລະ ລາຍງານຜົນຂອງການປະຕິບັດວຽກງານການປະມົງ ໃຫ້ລັດຖະບານຢ່າງເປັນປົກກະຕິ. ຂ້າງເທິງ

ມາດຕາ 45. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
   ໃນການຄຸ້ມຄອງວຽກງານການປະມົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນມີສິດ ແລະ ຫນ້າທີ່ຕົ້ນຕໍດັ່ງນີ້:

  1. ຜັນຂະຫຍາຍແຜນຍຸດທະສາດ, ນະໂຍບາຍ, ຄໍາສັ່ງ ແລະ ລະບຽບກົດໝາຍກ່ຽວກັບການປະມົງ ມາເປັນແຜນງານ ແລະ ໂຄງການລະອຽດຂອງຕົນແລ້ວຈັດຕັ້ງປະຕິບັດ;
  2. ໂຄສະນາ, ສຶກສາອົບຮົມນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານການປະມົງ ໃຫ້ປະຊາຊົນເຂົ້າໃຈເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
  3. ຊີ້ນໍາ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານການປະມົງຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ;
  4. ມີຄໍາເຫັນ, ສະເໜີໂຈະ ຫຼື ຍົກເລີກ ການດໍາເນີນທຸລະກິດກ່ຽວກັບການປະມົງໃນພື້ນທີ່ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
  5. ໃຫ້ການແນະນໍາດ້ານເຕັກນິກ, ໃຫ້ການສະໜັບສະໜູນແກ່ ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າ, ກຸ່ມຊາວປະມົງ ແລະ ບຸກຄົນທີ່ດໍາເນີນກິດຈະການ ການປະມົງຢູ່ໃນຂອບເຂດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
  6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານການປະມົງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  7. ສ້າງ, ປັບປຸງລະບົບຂໍ້ມູນຂ່າວສານ, ເກັບສໍາເນົາໃບທະບຽນດໍາເນີນທຸລະກິດ ກ່ຽວກັບການປະມົງ ແລະ ເອກະສານແຕ່ງຕັ້ງ ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າໃນທ້ອງຖິ່ນຂອງຕົນ;
  8. ປຸກລະດົມຂົນຂວາຍ, ຍາດແຍ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອວຽກງານການປະມົງ;
  9. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານການປະມົງ ຕາມການມອບໝາຍຂອງຂັ້ນເທິງ;
  10. ສະຫຼຸບ ແລະ ລາຍງານຜົນ ການຈັດຕັ້ງປະຕິບັດວຽກງານການປະມົງ ພາຍໃນແຂວງ, ນະຄອນໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນຢ່າງເປັນປົກກະຕິ. ຂ້າງເທິງ

ມາດຕາ 46. ສິດ ແລະ ໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ
   ໃນການຄຸ້ມຄອງວຽກງານການປະມົງ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

  1. ຈັດຕັ້ງປະຕິບັດແຜນງານ, ໂຄງການ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາຂອງກະຊວງ ກະສິກໍາ ແລະ ປ່າໄມ້ ແລະ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ;
  2. ເຜີຍແຜ່ນະໂຍບາຍ, ລະບຽບກົດໝາຍກ່ຽວກັບວຽກງານການປະມົງ ໃຫ້ປະຊາຊົນເຂົ້າໃຈ, ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ;
  3. ຊີ້ນໍາ, ຊຸກຍູ້, ຕິດຕາມ ແລະ ອໍານວຍຄວາມສະດວກໃຫ້ແກ່ ຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າໃນການສ້າງ ແລະ ຈັດຕັ້ງປະຕິບັດລະບຽບການປະມົງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  4. ມີຄໍາເຫັນ, ສະເໜີໂຈະ ຫຼື ຍົກເລີກການດໍາເນີນທຸລະກິດ ກ່ຽວກັບການປະມົງໃນພື້ນທີ່ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
  5. ໃຫ້ການແນະນໍາທາງດ້ານເຕັກນິກ ແລະ ສະໜັບສະໜູນຊ່ວຍເຫຼືອ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ, ກຸ່ມຊາວປະມົງ ແລະ ບຸກຄົນທີ່ດໍາເນີນກິດຈະການ ການປະມົງໃນຂອບເຂດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;
  6. ສະຫຼຸບ ແລະ ລາຍງານຜົນ ການຈັດຕັ້ງປະຕິບັດວຽກງານການປະມົງ ພາຍໃນເມືອງ, ເທດສະບານໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານຢ່າງເປັນປົກກະຕິ. ຂ້າງເທິງ

ມາດຕາ 47. ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
   ການສ້າງຕັ້ງ, ໂຄງປະກອບ, ສິດ ແລະ ໜ້າທີ່ຂອງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ໄດ້ກໍານົດໄວ້ ໃນໝວດທີ 2 ຂອງພາກທີ VII ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 48. ສະມາຄົມຊາວປະມົງ
   ສະມາຄົມຊາວປະມົງແມ່ນ ການຈັດຕັ້ງທາງສັງຄົມທີ່ສ້າງຕັ້ງຂຶ້ນ ດ້ວຍຄວາມສະໝັກໃຈຂອງຜູ້ປະກອບການ ກ່ຽວກັບການປະມົງ ບົນພື້ນຖານການເຫັນດີ ແລະ ພາຍໃຕ້ການຄຸ້ມຄອງຂອງຂະແໜງ ການກະສິກໍາ ແລະ ປ່າໄມ້ທີ່ກ່ຽວຂ້ອງ.
   ສະຫະກອນຊາວປະມົງກໍສາມາດສ້າງຕັ້ງຂຶ້ນໄດ້ ຕາມການຕົກລົງຂອງຂະແໜງການທີ່ກ່ຽວຂ້ອງ.
   ການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງສະມາຄົມ, ສະຫະກອນຊາວປະມົງ ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 49. ສິດ ແລະ ໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ
   ອົງການອື່ນທີ່ກ່ຽວຂ້ອງກັບວຽກງານການປະມົງ ມີສິດ ແລະ ໜ້າທີ່ປະສານສົມທົບກັບອົງການຄຸ້ມຄອງ ແລະ ກວດກາການປະມົງ ໃນການຄຸ້ມຄອງວຽກງານການປະມົງ ຕາມພາລະບົດບາດຂອງຕົນ. ຂ້າງເທິງ

ໝວດທີ 2
ການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ

ມາດຕາ 50. ການສ້າງຕັ້ງ ຄະນະກໍາມະການຄຸ້ມຄອງ ການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
   ເພື່ອເຮັດໃຫ້ວຽກງານການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິຜົນ ຕ້ອງມີການສ້າງຕັ້ງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ດ້ວຍການມີສ່ວນຮ່ວມຂອງຊາວປະມົງດັ່ງນີ້:

  • ເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ຕົກລົງແຕ່ງຕັ້ງຕາມການສະເໜີຂອງ ອົງການປົກຄອງບ້ານທີ່ກ່ຽວຂ້ອງ;
  • ເຈົ້າແຂວງ, ເຈົ້າຄອງນະຄອນເປັນຜູ້ຕົກລົງແຕ່ງຕັ້ງ ໃນກໍລະນີພື້ນທີ່ແຫຼ່ງນໍ້າ ຫາກກວມເອົາແຕ່ສອງເມືອງ, ເທດສະບານຂຶ້ນໄປພາຍໃນແຂວງ, ນະຄອນດຽວ ຕາມການສະເໜີຂອງເຈົ້າເມືອງ, ຫົວໜ້າເທດສະບານທີ່ກ່ຽວຂ້ອງ;
  • ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຕົກລົງແຕ່ງຕັ້ງ ໃນກໍລະນີພື້ນທີ່ແຫຼ່ງນໍ້າ ຫາກກວມເອົາແຕ່ສອງແຂວງ, ນະຄອນຂຶ້ນໄປ ຕາມການສະເໜີຂອງເຈົ້າແຂວງ, ເຈົ້າຄອງນະຄອນທີ່ກ່ຽວຂ້ອງ.

   ຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າ ຂອງເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຕ້ອງສໍາເນົາ ແລະ ສົ່ງໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ກວດກາ. ຂ້າງເທິງ

ມາດຕາ 51. ໂຄງປະກອບຂອງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
   ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ປະກອບດ້ວຍສະມາຊິກທີ່ເປັນຕົວແທນ ຈາກອົງການຕ່າງໆດັ່ງນີ້:

  1. ຕົວແທນຂອງອົງການປົກຄອງບ້ານ ຫຼື ເມືອງ, ເທດສະບານ;
  2. ຕົວແທນຂອງຊາວປະມົງ;
  3. ຕົວແທນຂອງອົງການຈັດຕັ້ງມະຫາຊົນ ຂັ້ນບ້ານ ຫຼື ຂັ້ນເມືອງ;
  4. ເຈົ້າໜ້າທີ່ທະຫານ, ປກສ ບ່້ານ ຫຼື ເມືອງ, ເທດສະບານ;
  5. ຕົວແທນຂອງພາກສ່ວນອື່ນທີ່ກ່ຽວຂ້ອງ ໃນກໍລະນີທີ່ມີຄວາມຈໍາເປັນ. ຂ້າງເທິງ

ມາດຕາ 52. ສິດ ແລະ ໜ້າທີ່ຂອງ ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ
ຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ສ້າງແຜນການຄຸ້ມຄອງ ແລະ ພັດທະນາການປະມົງ ໃນພື້ນທີ່ແຫຼ່ງນໍ້າຂອງຕົນເຊັ່ນ: ກໍານົດເຂດພື້ນທີ່, ເຂດຫວງຫ້າມ, ວັງສະຫງວນ, ບ່ອນປາວາງໄຂ່, ການຂະຫຍາຍພັນປາ, ການປ່ອຍປາ ແລະອື່ນໆ;
  2. ສະເໜີແຜນການ ແລະ ລະບຽບການຄຸ້ມຄອງການປະມົງ ລວມທັງການນໍາໃຊ້ເຄື່ອງມື ແລະ ວິທີການຫາປາ, ລະດູການ ແລະ ຊະນິດສັດນໍ້າທີ່ບໍ່ອະນຸຍາດໃຫ້ຫາ ຫຼື ຈັບຕໍ່ອົງການປົກຄອງເມືອງ, ເທດສະບານ ເພື່ອພິຈາລະນາ, ຮັບຮອງ ແລະ ປະກາດໃຊ້;
  3. ເຜີຍແຜ່, ຕິດປະກາດ, ອອກຂ່າວທາງສື່ມວນຊົນກ່ຽວກັບແຜນການ ແລະ ລະບຽບການຄຸ້ມຄອງການປະມົງ;
  4. ເປັນຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວປະມົງ ລວມທັງການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ໃນພື້ນທີ່ແຫຼ່ງນໍ້າທີ່ຕົນຄຸ້ມຄອງ;
  5. ຊີ້ນໍາ, ຕິດຕາມ, ກວດກາການປະຕິບັດລະບຽບ ການຄຸ້ມຄອງການປະມົງໃນພື້ນທີ່ແຫຼ່ງນໍ້າ ທີ່ຕົນຄຸ້ມຄອງ;
  6. ຊອກແຫຼ່ງທຶນເຂົ້າໃນການຄຸ້ມຄອງ ແລະ ພັດທະນາການປະມົງ ໃນຂອບເຂດແຫຼ່ງນໍ້າທີ່ຕົນຮັບຜິດຊອບ;
  7. ເກັບກໍາສະຖິຕິກ່ຽວກັບການປະມົງປະຈໍາປີເຊັ່ນ: ຜົນຜະລິດ, ບັນຊີຊາວປະມົງ, ວັງສະຫງວນແລ້ວສະຫຼຸບ, ລາຍງານໃຫ້ອົງການປົກຄອງທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງທີ່ຕົນຂຶ້ນກັບ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງພາກສ່ວນທີ່ຕົນຂຶ້ນກັບ. ຂ້າງເທິງ

ມາດຕາ 53. ກົດລະບຽບການປະມົງຂັ້ນບ້ານ
   ກົດລະບຽບການປະມົງຂັ້ນບ້ານ ວາງອອກເພື່ອຄຸ້ມຄອງການປະມົງໃນພື້ນທີ່ໃດໜຶ່ງ ແນໃສ່ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ຊັບພະຍາກອນການປະມົງ ທີ່ສ້າງຂຶ້ນໂດຍອົງການປົກຄອງບ້ານ ດ້ວຍການປຶກສາຫາລືກັບຄະນະກໍາມະການຄຸ້ມຄອງ ການປະມົງປະຈໍາພື້ນທີ່ແຫຼ່ງນໍ້າ, ຊາວບ້ານ, ຊຸມຊົນໃກ້ຄຽງ ແລະ ປະສານສົມທົບກັບໜ່ວຍງານກະສິກໍາ ແລະ ປ່າໄມ້ບ້ານ ຫຼື ກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ ໃນກໍລະນີທີ່ກົດລະບຽບນັ້ນ ຫາກກວມເອົາຫຼາຍບ້ານ ພາຍໃນເມືອງ, ເທດສະບານດຽວ.
   ກົດລະບຽບການປະມົງຂັ້ນບ້ານ ຈະມີຜົນໃຊ້ໄດ້ກໍຕໍ່ເມື່ອ ຖືກຮັບຮອງເອົາໂດຍເຈົ້າເມືອງ, ຫົວໜ້າເທດສະບານ. ຂ້າງເທິງ

ມາດຕາ 54. ເນື້ອໃນຂອງກົດລະບຽບ
   ກົດລະບຽບການປະມົງຂັ້ນບ້ານ ກໍານົດເນື້ອໃນດັ່ງນີ້:

  1. ຈຸດປະສົງ;
  2. ວັງສະຫງວນ ຫຼື ເຂດຫວງຫ້າມ;
  3. ຊະນິດປາ ແລະ ສັດນໍ້າອື່ນ;
  4. ເຄື່ອງມືຫາປາ ແລະ ວິທີການຫາປາ;
  5. ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ;
  6. ການຈັດຕັ້ງປະຕິບັດ;
  7. ເນື້ອໃນອື່ນ ຖ້າເຫັນວ່າມີຄວາມຈໍາເປັນ. ຂ້າງເທິງ

ໝວດທີ 3
ການກວດກາການປະມົງ

ມາດຕາ 55. ຈຸດປະສົງຂອງການກວດກາ
   ການກວດກາການປະມົງແມ່ນ ການຕິດຕາມການເຄື່ອນໄຫວຂອງການຈັດຕັ້ງ, ພະນັກງານ, ເຈົ້າໜ້າທີ່ ແລະ ປະຊາຊົນໃນການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ການນໍາໃຊ້ສັດນໍ້າ ລວມທັງການດໍາເນີນທຸລະກິດການປະມົງ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ ກ່ຽວກັບການປະມົງ, ກົດໝາຍທີ່ກ່ຽວຂ້ອງ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ. ຂ້າງເທິງ

ມາດຕາ 56. ປະເພດການກວດກາການປະມົງ
   ການກວດກາການປະມົງ ມີສອງປະເພດດັ່ງນີ້:

  1. ການກວດກາພາຍໃນແມ່ນ ດໍາເນີນໂດຍອົງການຄຸ້ມຄອງ ແລະ ກວດກາການປະມົງ;
  2. ການກວດກາພາຍນອກແມ່ນ ດໍາເນີນໂດຍສະພາແຫ່ງຊາດ, ອົງການກວດກາລັດ, ອົງການກວດສອບແຫ່ງລັດ ແລະ ປະຊາຊົນ. ຂ້າງເທິງ

ມາດຕາ 57. ອົງການກວດກາການປະມົງ
   ອົງການກວດກາການປະມົງ ແມ່ນອົງການດຽວກັນກັບອົງການຄຸ້ມຄອງການປະມົງ ທີ່ໄດ້ກໍານົດໄວ້ໃນມາດຕາ 43 ຂອງກົດໝາຍສະບັບນີ້ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງເປັນເສນາທິການ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງແມ່ນເຈົ້າໜ້າທີ່ການປະມົງ ເປັນຜູ້ຈັດຕັ້ງປະຕິບັດການກວດກາ.
   ນອກຈາກນີ້ ໃນຄະນະກໍາມະການຄຸ້ມຄອງການປະມົງ ປະຈໍາພື້ນທີ່ແຫຼ່ງນໍ້າ ຍັງມີເຈົ້າໜ້າທີ່ກວດກາການປະມົງສະເພາະ ຊຶ່ງການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ຂ້າງເທິງ

ມາດຕາ 58. ສິດ ແລະ ໜ້າທີ່ຂອງອົງການກວດກາການປະມົງ
   ອົງການກວດກາການປະມົງ ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

  1. ກວດກາການປະຕິບັດລະບຽບກົດໝາຍ ກ່ຽວກັບການປະມົງ;
  2. ກວດກາກິດຈະການ ແລະ ການດໍາເນີນທຸລະກິດການປະມົງ;
  3. ພິຈາລະນາ ຫຼື ສະເໜີອອກຄໍາສັ່ງໂຈະ, ຍົກເລີກການເຄື່ອນໄຫວ ກ່ຽວກັບກິດຈະການ ການປະມົງ ຫຼື ງົດໜ້າທີ່ຕໍາແໜ່ງຂອງພະນັກງານ ແລະ ເຈົ້າໜ້າທີ່ການປະມົງ ຕາມພາລະບົດບາດຂອງຕົນ ຖ້າເຫັນວ່າມີການກະທໍາທີ່ບໍ່ຖືກກົດໝາຍ;
  4. ພົວພັນ, ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດສິດ ແລະ ໜ້າທີ່ກວດກາຂອງຕົນ;
  5. ສະຫຼຸບ ແລະ ລາຍງານຜົນ ຂອງການຈັດຕັ້ງປະຕິບັດວຽກງານກວດກາ ແຕ່ລະໄລຍະໃຫ້ຂັ້ນເທິງຢ່າງເປັນປົກກະຕິ. ຂ້າງເທິງ

ມາດຕາ 59. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ການປະມົງ
   ເຈົ້າໜ້າທີ່ການປະມົງມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

  1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍ ກ່ຽວກັບການປະມົງ;
  2. ກວດກາເອກະສານທີ່ກ່ຽວຂ້ອງກັບການປະມົງເຊັ່ນ: ໃບອະນຸຍາດການດໍາເນີນທຸລະກິດການປະມົງ;
  3. ກວດກາປະເພດສັດນໍ້າ ແລະ ເຄື່ອງມືຫາປາ ຫຼື ສັດນໍ້າອື່ນທີ່ກ່ຽວຂ້ອງກັບການລະເມີດລະບຽບກົດໝາຍ;
  4. ກວດກາທຸກພື້ນທີ່ການລ້ຽງສັດນໍ້າ ລວມທັງສິ່ງປຸກສ້າງ, ອຸປະກອນການຜະລິດ, ຖັງ, ກະຊັງ ແລະ ໜອງນໍ້າ, ຜະລິດຕະພັນສັດນໍ້າ;
  5. ສັ່ງຢຸດ ເພື່ອກວດກາ ແລະ ຊອກຄົ້ນຫາ ໃນພາຫະນະຂົນສົ່ງທາງບົກ ແລະ ທາງນໍ້າທີ່ນໍາໃຊ້ສໍາລັບຂົນປາ ຫຼື ສັດນໍ້າອື່ນ ແລະ ຜະລິດຕະພັນສັດນໍ້າ ເມື່ອເຫັນວ່າມີການກະທໍາຜິດເກີດຂຶ້ນ ຫຼື ມີຂໍ້ມູນທີ່ພາໃຫ້ເຊື່ອໄດ້ວ່າ ມີການກະທໍາຜິດ;
  6. ຍຶດປາ ແລະ ສັດນໍ້າອື່ນ, ເຄື່ອງມືຫາປາ, ເຮືອຫາປາ, ລົດ ຫຼື ພາຫະນະທີ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດ;
  7. ດໍາເນີນການສືບສວນ-ສອບສວນຜູ້ຖືກຫາ ແລ້ວປະກອບສໍານວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອສັ່ງຟ້ອງຂຶ້ນສານ. ຂ້າງເທິງ

ມາດຕາ 60. ການກວດກາພາຍນອກ
   ການກວດກາພາຍນອກມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງ ອົງການຄຸ້ມຄອງ ແລະ ກວດກາການປະມົງ ເພື່ອເຮັດໃຫ້ວຽກງານການປະມົງມີປະສິດທິຜົນ, ໂປ່ງໃສ ແລະ ຍຸຕິທໍາ.
   ການກວດກາພາຍນອກມີດັ່ງນີ້:

  1. ການກວດກາຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ;
  2. ການກວດກາຂອງອົງການກວດກາລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;
  3. ການກວດກາຂອງອົງການກວດສອບແຫ່ງລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ;
  4. ການຕິດຕາມກວດກາຂອງປະຊາຊົນ ແລະ ການຈັດຕັ້ງຢູ່ຮາກຖານ, ສໍານັກງານ, ອົງການ, ຫົວໜ່ວຍວິຊາການ ແລະ ວິສາຫະກິດຂອງລັດ ກໍມີສິດຕິດຕາມກວດກາການເຄື່ອນໄຫວ ຂອງພະນັກງານ ແລະ ເຈົ້າໜ້າທີ່ການປະມົງເມື່ອພົບເຫັນ ຫຼື ມີປາກົດການທີ່ລະເມີດລະບຽບກົດໝາຍແລ້ວ ກໍມີສິດສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອດໍາເນີນການກວດກາ ເປົ້າໝາຍດັ່ງກ່າວ. ຂ້າງເທິງ

ມາດຕາ 61. ຮູບການກວດກາການປະມົງ
   ການກວດກາການປະມົງມີສາມຮູບການດັ່ງນີ້:

  • ການກວດກາຕາມລະບົບປົກກະຕິ;
  • ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  • ການກວດກາແບບກະທັນຫັນ.

   ການກວດກາຕາມລະບົບປົກກະຕິ ແມ່ນການກວດກາຕາມແຜນການ ແລະ ມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດ ຢ່າງໜ້ອຍໜຶ່ງເທື່ອຕໍ່ປີ.
   ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດການອກແຜນການ ເມື່ອຫາກເຫັນວ່າມີຄວາມຈໍາເປັນ ໂດຍແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາ ຮູ້ກ່ອນລ່ວງໜ້າຢ່າງໜ້ອຍ ຊາວສີ່ຊົ່ວໂມງ.
   ການກວດກາແບບກະທັນຫັນ ແມ່ນການກວດກາ ເມື່ອຫາກເຫັນວ່າມີຄວາມຈໍາເປັນຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍທີ່ຖືກກວດກາ ຮູ້ກ່ອນລ່ວງໜ້າ.

   ການກວດກາໃຫ້ດໍາເນີນທັງການກວດກາເອກະສານ ແລະ ການລົງກວດກາການປະຕິບັດຕົວຈິງ ຢູ່ສະຖານທີ່ປະຕິບັດງານ. ຜູ້ກວດກາຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມລະບຽບກົດໝາຍຢ່າງເຂັ້ມງວດ. ຂ້າງເທິງ

ພາກທີ VIII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 62. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນການອະນຸລັກ, ປົກປັກຮັກສາສັດນໍ້າ ແລະ ພັດທະນາການປະມົງຈະໄດ້ຮັບ ການຍ້ອງຍໍ ແລະ ນະໂຍບາຍອື່ນຕາມລະບຽບການ. ຂ້າງເທິງ

ມາດຕາ 63. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບ .ໃໝ, ໃຊ້ແທນທາງແພ່ງ ຫຼື ລົງໂທດທາງອາຍາຕາມກໍລະນີເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 64. ມາດຕະການສຶກສາອົບຮົມ
   ບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ກະທໍາຜິດທີ່ມີລັກສະນະເບົາບາງ ຊຶ່ງບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ 200.000 ກີບ ແຕ່ມີຄວາມຈິງໃຈລາຍງານ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ. ຂ້າງເທິງ

ມາດຕາ 65. ມາດຕະການທາງວິໄນ
   ພະນັກງານ ແລະ ເຈົ້າໜ້າທີ່  ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການປະມົງ ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາ ແລະ ກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ 200.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດຂອງຕົນ ກໍຈະຖືກປະຕິບັດວິໄນ ຕາມແຕ່ກໍລະນີດັ່ງນີ້:

  1. ຊີ້ແຈງຄວາມຜິດ ໂດຍບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດ ຂອງຜູ້ກ່ຽວ;
  2. ໂຈະການເລື່ອນຊັ້ນ ແລະ ຂັ້ນເງິນເດືອນ;
  3. ປົດຕໍາແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ;
  4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

   ຜູ້ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາ ໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ແກ່ ການຈັດຕັ້ງຢ່າງຄົບຖ້ວນ. ຂ້າງເທິງ

ມາດຕາ 66. ມາດຕະການປັບໃໝ
   ບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 200.000 ກີບຂຶ້ນໄປ ຈະຖືກປັບໃໝເທົ່າຕົວຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີທີ່ມີການລະເມີດ ເປັນຄັ້ງທີສອງ ຫຼື ເປັນອາຈິນຈະຖືກປັບໃໝສາມເທົ່າຕົວ ຂອງມູນຄ່າຄວາມເສຍຫາຍຂອງປາ ແລະ ສັດນໍ້າອື່ນປະເພດຫວງຫ້າມ, ສອງເທົ່າຕົວຂອງມູນຄ່າປາ ແລະ ສັດນໍ້າອື່ນປະເພດຄຸ້ມຄອງ ແລະ ໜຶ່ງເທົ່າຕົວຂອງມູນຄ່າປາ ແລະ ສັດນໍ້າອື່ນປະເພດທົ່ວໄປ ພ້ອມທັງຍຶດຊັບສິນທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນ ເປັນຂອງລັດ. ຂ້າງເທິງ

ມາດຕາ 67. ມາດຕະການທາງແພ່ງ
   ບຸກຄົນ ຫຼື ການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຈະໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ ຢ່າງຄົບຖ້ວນ. ຂ້າງເທິງ

ມາດຕາ 68. ມາດຕະການທາງອາຍາ
   ນອກຈາກການກະທໍາຜິດທີ່ໄດ້ກໍານົດໄວ້ ໃນກົດໝາຍອາຍາແລ້ວ ບຸກຄົນຜູ້ໃດທີ່ໄດ້ມີການກະທໍາດັ່ງຕໍ່ໄປນີ້ ກໍຖືວ່າເປັນການກະທໍາຜິດທາງອາຍາ:

  1. ບຸກລຸກທໍາລາຍຖິ່ນທີ່ຢູ່ອາໄສ, ບ່ອນປາວາງໄຂ່ ແລະ ແຫຼ່ງອາຫານປາ ແລະ ສັດນໍ້າອື່ນ;
  2. ຫາ, ຈັບ ຫຼື ມີໄວ້ໃນຄອບຄອງປາ ແລະ ສັດນໍ້າອື່ນປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ ຫຼື ສິ້ນສ່ວນໂດຍບໍ່ຖືກຕ້ອງ;
  3. ນໍາເຂົ້າ, ສົ່ງອອກ, ນໍາຜ່ານ ແລະ ເຄື່ອນຍ້າຍປາ ແລະ ສັດນໍ້າອື່ນປະເພດຫວງຫ້າມ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

   ຜູ້ກະທໍາຜິດຈະຖືກດໍາເນີນຄະດີອາຍາ ແລະ ຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝຕາມມາດຕາ 66 ຂອງກົດໝາຍສະບັບນີ້. ຂ້າງເທິງ

ພາກທີ IX
ວັນປ່ອຍປາ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 69. ວັນປ່ອຍປາແຫ່ງຊາດ
   ລັດກໍານົດເອົາວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ເພື່ອອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນໍ້າໃຫ້ອຸດົມສົມບູນ. ຂ້າງເທິງ

ມາດຕາ 70. ເຄື່ອງໝາຍ ແລະ ຕາປະທັບ
   ອົງການຄຸ້ມຄອງ ແລະ ກວດກາການປະມົງມີເຄື່ອງໝາຍ ແລະ ຕາປະທັບເປັນຂອງຕົນເອງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານລັດຖະການ, ສໍາລັບເຈົ້າໜ້າທີ່ການປະມົງນັ້ນ ມີເຄື່ອງແບບສະເພາະຊຶ່ງກະຊວງກະສິກໍາ ແລະ ປ່າໄມ້ເປັນຜູ້ກໍານົດ. ຂ້າງເທິງ

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 71. ການຈັດຕັ້ງປະຕິບັດ
   ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 72. ຜົນສັກສິດ
   ກົດໝາຍສະບັບນີ້ມີຜົນສັກສິດ ພາຍຫຼັງ ຫົກສິບວັນ ນັບແຕ່ວັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.
   ຂໍ້ກໍານົດ, ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ປະທານສະພາແຫ່ງຊາດ

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການເກືອດຫ້າມນຳເຂົ້າ - ເຄື່ອງມືຫາປາແບບດັບສູນ ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ຫ້າມນຳເຂົ້າ ເຄື່ອງມືຫາປາແບບດັບສູນ, 1. ໃນກໍລະນີມີຄວາມຈຳເປັນນຳເຂົ້າ ເຄື່ອງມືຫາປາແບບດັບສູນ, ຜູ້ນຳເຂົ້າ ຕ້ອງຍື່ນຄຳຮ້ອງຫາ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາ ແລະ ນຳສະເໜີຫາລັດຖະບານຂອງ ສປປ ລາວ ອະນຸມັດ. 2. ຖ້າຫາກໃນກໍລະນີ ນໍາເຂົ້າມາວາງຂາຍທົ່ວໄປ ຕາມທ້ອງຕະຫລາດ ແມ່ນຖືວ່າມີຄວາມຜິດ
  1. ກົດໝາຍ ວ່າດ້ວຍ ການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009
  2. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.