ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ສັດນໍ້າ ແລະ ສັດປ່າ
ມາດຕາ 3. ການອະທິບາຍຄໍາສັບ
ມາດຕາ 4. ກໍາມະສິດກ່ຽວກັບສັດນໍ້າ ແລະ ສັດປ່າ
ມາດຕາ 5. ນະໂຍບາຍກ່ຽວກັບສັດນໍ້າ ແລະ ສັດປ່າ
ມາດຕາ 6. ຫລັກການກ່ຽວກັບການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 7. ພັນທະໃນການປົກປັກຮກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 8. ຂອບເຂດການນໍາໃຊ້ກົດໝາຍ
ມາດຕາ 9. ການຮ່ວມມືສາກົນ

ພາກທີ II - ປະເພດສັດນໍ້າ ແລະ ສັດປ່າ

ມາດຕາ 10. ປະເພດສັດນໍ້າ ແລະ ສັດປ່າ
ມາດຕາ 11. ສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ
ມາດຕາ 12. ສັດນໍ້າ ແລະ ສັດປ່າປະເພດຄຸ້ມຄອງ
ມາດຕາ 13. ສັດນໍ້າ ແລະ ສັດປ່າປະເພດທົ່ວໄປ

ພາກທີ III - ກິດຈະການ, ການປົກປັກຮັກສາ ແລະ ການພັດທະນາສັດນໍ້າ ແລະ ສັດປ່າ

ມາດຕາ 14. ປະເພດກິດຈະການສັດນໍ້າ ແລະ ສັດປ່າ
ມາດຕາ 15. ການສໍາຫຼວດສັດນໍ້າ ແລະ ສັດປ່າ
ມາດຕາ 16. ການວາງແຜນຍຸດທະສາດໃນການຄຸ້ມຄອງ ແລະ ປົກປັກຮັກສາສັດນໍ້າ ແລະ ສັດປ່າ
ມາດຕາ 17. ການກໍານົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນໍ້າ ແລະ ສັດປ່າ
ມາດຕາ 18. ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ
ມາດຕາ 19. ການສ້າງຫໍພິພິທະພັນສັດ
ມາດຕາ 20. ການຂະຫຍາຍພັນສັດນໍ້າ ແລະ ສັດປ່າ
ມາດຕາ 21. ການລ້ຽງສັດນໍ້າ ແລະ ສັດປ່າ
ມາດຕາ 22. ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ
ມາດຕາ 23. ການຂຶ້ນທະບຽນ ແລະ ການແຈ້ງບັນຊີສັດນໍ້າ ແລະ ສັດປ່າ
ມາດຕາ 24. ການລ່າສັດນໍ້າ ແລະ ສັດປ່າ

ມາດຕາ 25. ການປົກປັກຮັກສາສັດນໍ້າ ແລະ ສັດປ່າ
ມາດຕາ 26. ການພັດທະນາສັດນໍ້າ ແລະ ສັດປ່າ

ມາດຕາ 27. ແຫລ່ງຂອງກອງທຶນອະນຸລັກປົກປັກຮັກສາສັດນໍ້າ ແລະ ສັດປ່າ
ມາດຕາ 28. ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນ

ພາກທີ IV - ການນໍາໃຊ້ສັດນໍ້າ ແລະ ສັດປ່າ

ມາດຕາ 29. ປະເພດການນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 30. ການນໍາໃຊ້ເພື່ອສາທາລະນະປະໂຫຍດ
ມາດຕາ 31. ການນໍາໃຊ້ເພື່ອຄອບຄົວ
ມາດຕາ 32. ການນໍາໃຊ້ຕາມຮີດຄອງ
ມາດຕາ 33. ການນໍາໃຊ້ເພື່ອທຸລະກິດ

ມາດຕາ 34. ການດໍາເນີນທຸລະກິດກ່ຽວກັບສັດນໍ້າ ແລະ ສັດປ່າ
ມາດຕາ 35. ການອະນຸຍາດດໍາເນີນທຸລະກິດກ່ຽວກັບສັດນໍ້າ ແລະ ສັດປ່າ
ມາດຕາ 36. ການອະນຸຍາດລ້ຽງສັດນໍ້າ ແລະ ສັດປ່າທໍາມະຊາດ
ມາດຕາ 37. ການສ້າງສວນສັດ
ມາດຕາ 38. ການສ້າງຟາມສັດ
ມາດຕາ 39. ການປິ່ນປົວສັດ
ມາດຕາ 40. ການຄ້າຂາຍສັດນໍ້າ ແລະ ສັດປ່າ
ມາດຕາ 41. ການເຄື່ອນຍ້າຍສັດນໍ້າ ແລະ ສັດປ່າ
ມາດຕາ 42. ການນໍາເຂົ້າ, ການສົ່ງອອກ, ການສົ່ງອອກຄືນ ແລະ ການນໍາຜ່ານ
ມາດຕາ 43. ການສະແດງລະຄອນສັດ
ມາດຕາ 44. ການສ້າງສາລະຄະດີສັດ

ມາດຕາ 45. ການໄດ້ສິດນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 46. ການມອບສິດນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 47. ການໂອນສິດນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 48. ການສືບທອດສິດນໍາໃຊ້ສັດນໍ້າ ແລະ ສັດປ່າ
ມາດຕາ 49. ສິດຂອງຜູ້ນໍາໃຊ້ ແລະ ຜູ້ດໍາເນີນທຸລະກິດ
ມາດຕາ 50. ພັນທະຂອງຜູ້ນໍາໃຊ້
ມາດຕາ 51. ພັນທະຂອງຜູ້ດໍາເນີນທຸລະກິດ

ພາກທີ V - ຂໍ້ຫ້າມ

ມາດຕາ 52. ຂໍ້ຫ້າມທົ່ວໄປ
ມາດຕາ 53. ຂໍ້ຫ້າມສໍາລັບພະນັກງານ ແລະ ເຈົ້າຫນ້າທີ່ປ່າໄມ້

ພາກທີ VI - ການຄຸ້ມຄອງ ແລະ ກວດກາສັດນໍ້າ ແລະ ສັດປ່າ

ມາດຕາ 54. ອົງການຄຸ້ມຄອງສັດນໍ້າ ແລະ ສັດປ່າ
ມາດຕາ 55. ສິດ ແລະ ໜ້າທີ່ຂອງກະຊວງກະສິກໍາ ແລະ ປ່າໄມ້
ມາດຕາ 56. ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ
ມາດຕາ 57. ສິດ ແລະ ໜ້າທີ່ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເທດສະບານ

ມາດຕາ 58. ຈຸດປະສົງຂອງການກວດກາສັດນໍ້າ ແລະ ສັດປ່າ
ມາດຕາ 59. ອົງການກວດກາສັດນໍ້າ ແລະ ສັດປ່າ
ມາດຕາ 60. ສິດ ແລະ ຫນ້າທີ່ຂອງອົງການກວດກາສັດນໍ້າ ແລະ ສັດປ່າ
ມາດຕາ 61. ເຈົ້າໜ້າທີ່ສັດນໍ້າ ແລະ ສັດປ່າ
ມາດຕາ 62. ຮູບການກວດກາສັດນໍ້າ ແລະ ສັດປ່າ
ມາດຕາ 63. ການກວດກາພາຍນອກ

ພາກທີ VII - ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າ ແຫ່ງຊາດ, ເຄື່ອງແບບ,  ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 64. ວັນປ່ອຍປາ ແລະ ອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ
ມາດຕາ 65. ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ພາກທີ VIII - ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 66. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 67. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 68. ມາດຕະການສຶກສາອົບຮົມ
ມາດຕາ 69. ມາດຕະການທາງວິໄນ
ມາດຕາ 70. ມາດຕະການປັບໃໝ
ມາດຕາ 71. ມາດຕະການທາງອາຍາ
ມາດຕາ 72. ມາດຕະການໂທດເພີ່ມ

ພາກທີ IX - ບົດບັນຍັດສຸດທ້າຍ

ມາດຕາ 73. ການຈັດຕັ້ງປະຕິບັດ
ມາດຕາ 74. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ                         ເລກທີ 07/ສພຊ
ນະຄອນຫລວງວຽງຈັນ, ວັນທີ 24 ທັນວາ 2007

ກົດໝາຍ
ວ່າດ້ວຍສັດນໍ້າ ແລະ ສັດປ່າ

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ກົດໝາຍວ່າດ້ວຍ ສັດນໍ້າ ແລະສັດປ່າ ສະບັບນີ້ ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບວຽກງານ ສັດນໍ້າ ແລະ ສັດປ່າ ທໍາມະຊາດ ເພື່ອ ສົ່ງເສີມການລ້ຽງ, ການຂະຫຍາຍພັນ ແລະ ການນໍາໃຊ້ ສັດນໍ້າ ແລະ ສັດປ່າ ຢ່າງຍາວນານ ໂດຍບໍ່ໃຫ້ມີຜົນກະທົບ ຕໍ່ທໍາມະຊາດ,ຖິ່ນທີ່ຢູ່ອາໄສ, ຈໍາກັດການຫລຸດລົງ ແລະ ການສູນພັນ ຂອງສັດນໍ້າ ແລະ ສັດປ່າ ພ້ອມທັງປຸກລະດົມທົ່ວປວງຊົນ ໃຫ້ເຫັນໄດ້ຄວາມສໍາຄັນ, ເຊີດຊູສະຕິຮັກ, ຫວງແຫນ, ຖະໜອມ ແລະ ເປັນເຈົ້າການເຂົ້າຮ່ວມ ໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແລະ ສັດປ່າ ແບບຍືນຍົງ ແນໃສ່ ຮັບປະກນ ຄວາມອຸດົມສົມບູນ, ຄວາມສົມດຸນ ຂອງລະບົບນິເວດທໍາມະຊາດ ປະກອບສ່ວນຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ແລະເປັນທ່າແຮງ ໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ. ຂ້າງເທິງ

ມາດຕາ 2. ສັດນໍ້າ ແລະ ສັດປ່າ
   ສັດນໍ້າ ແມ່ນສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນນໍ້າທໍາມະຊາດ ຫລື ຖືກນໍາເອົາຈາກທໍາມະຊາດມາລ້ຽງເຊັ່ນ: ປາຂ່າ, ປາບຶກ, ປາເລີມ ແລະ ອື່ນໆ.
   ສັດປ່າ ແມ່ນສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວ ຢູ່ໃນປ່າທໍາມະຊາດ ຫລື ຖືກນໍາເອົາຈາກທໍາມະຊາດມາລ້ຽງເຊັ່ນ: ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະ ອື່ນໆ. 
   ສັດເຄິ່ງບົກ ເຄິ່ງນໍ້າເປັນທັງສັດນໍ້າ ແລະ ສັດປ່າ ເຊັ່ນ: ແຂ້, ເຕົ່າ ແລະ ອື່ນໆ. ຂ້າງເທິງ

ມາດຕາ 3. ການອະທິບາຍຄໍາສັບ
   ຄໍາສັບຕ່າງໆ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສັດລ້ຽງລູກດ້ວຍນໍ້ານົມ ໝາຍເຖິງ ສັດນໍ້າ ແລະ ສັດປ່າ ທີ່ມີນົມ, ອອກລູກເປັນໂຕ ເຊັ່ນ:ປາຂ່າ, ຊ້າງ, ເສືອ, ລີງ, ເຈຍ, ຂະຍຸ ແລະ ສັດອື່ນໆ;
  2. ສັດປີກ ໝາຍເຖິງ ສັດທີ່ມີ ປີກ, ຂົນ ແລະ ອອກໄຂ່ ເຊັ່ນ: ນົກຍຸງ, ແຮ້ງ, ກາ, ນົກກົດ, ໄກ່ປ່າ, ໄກ່ຂວາ ແລະ ສັດປີກອ່ືນໆ;
  3. ສັດເລືອຄານ ໝາຍເຖິງ ສັດທີ່ມີກະດູກສັນຫລັງ, ມີເກັດ, ອອງ ແລະ ອອກໄຂ່ ຊຶ່ງເຄື່ອນໄຫວໄປມາດ້ວຍການເລືອ ຫລື ຄານ ເຊັ່ນ: ແຂ້, ງູ, ເຕົ່າ, ແລນ, ເຫັ້ຍ ແລະ ສັດອື່ນໆ;
  4. ສັດເຄິ່ງບົກ ເຄິ່ງນໍ້າ ໝາຍເຖິງ ສັດທີ່ດໍາລົງຊີວິດ ຢູ່ເທິງບົກ ແລະ ຢູ່ໃນນໍ້າ, ອອກໄຂ່ ເຊັ່ນ: ແຂ້, ເຕົ່າ, ກົບ ແລະ ສັດອື່ນໆ;
  5. ແມງໄມ້ ໝາຍເຖິງ ສັດຕີນຂໍ້, ບໍ່ມີກະດູກ, ມີປີກ ເຊັ່ນ: ແມງຄາມ, ເຜິ້ງ, ແມງແຄງ, ແມງດາ ແລະ ແມງໄມ້ອື່ນໆ;
  6. ຊະນິດພັນ ໝາຍເຖິງ ປະເພດສັດ ທີ່ມີຮູບຮ່າງ ແລະ ຄຸນລັກສະນະຄືກັນ ຊຶ່ງສາມາດປະສົມພັນ ແລະ ຂະຫຍາຍພັນໄດ້;
  7. ການຂະຫຍາຍພັນ ໝາຍເຖິງ ການເພີ່ມຈໍານວນສັດ ດ້ວຍການປະສົມພັນ ຕາມທໍາມະຊາດ ແລະ ການປະສົມພັນທຽມ ຫລື ການນໍາໃຊ້ເຕັກນິກ ວິຊາການອື່ນໆ;
  8. ສາຍພັນສັດນໍ້າ ແລະ ສັດປ່າ ລຸ້ນ 1 ໝາຍເຖິງ ລູກ ທີ່ເກີດມາຈາກພໍ່ພັນ ແມ່ພັນ ສັດນໍ້າ ແລະ ສັດປ່າ ທໍາມະຊາດ ຊຶ່ງພໍ່ພັນ ແມ່ພັນນັ້ນ ໄດ້ຖືກນໍາມາລ້ຽງ;
  9. ສາຍພັນສັດນໍ້າ ແລະ ສັດປ່າ ລຸ້ນ 2 ໝາຍເຖິງ ລູກຂອງ ສັດນໍ້າ ແລະ ສັດປ່າ ຂອງສາຍພັນສັດລຸ້ນ 1;
  10. ສາຍພັນສັດນໍ້າ ແລະ ສັດປ່າ ລຸ້ນ 3 ໝາຍເຖິງ ລູກຂອງ ສັດນໍ້າ ແລະ ສັດປ່າ ຂອງສາຍພັນສັດລຸ້ນ 2;
  11. ສິ້ນສ່ວນຂອງ ສັດນໍ້າ ແລະ ສັດປ່າ  ໝາຍເຖິງ ພາກສ່ວນໃດໜຶ່ງຂອງ ສັດນໍ້າ ຫລື ສັດປ່າ ເຊັ່ນ: ຫົວ, ຂາ, ຕີນ, ໜັງ, ຊີ້ນ, ເລືອດ, ເຂົາ, ນໍ, ງາ, ແຂ້ວ, ກະດູກ, ບີ, ນໍ້າມັນ, ໄຂ, ເກັດ, ອອງ, ຂົນ, ເລັບ, ຫາງ ແລະ ອະໄວຍະວະອື່ນໆ;
  12. ຜະລິດຕະພັນສັດນໍ້າ ແລະ ສັດປ່າ ໝາຍເຖິງ ການນໍາເອົາສິ້ນສ່ວນຂອງ ສັດນໍ້າ  ແລະ ສັດປ່າ ມາປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ຫລື ເຄີ່ງສໍາເລັດຮູບ ເຊັ່ນ: ຢາປົວພະຍາດ, ເຄື່ອງປະດັບ ແລະ ເຄື່ອງໃຊ້ອື່ນໆ;
  13. ຖິ່ນທີ່ຢູ່ອາໄສຂອງ ສັດນໍ້າ ແລະ ສັດປ່າ ໝາຍເຖິງ ບ່ອນດໍາລົງຊີວິດ, ຂະຫຍາຍພັນຕາມທໍາມະຊາດ ເຊັ່ນ: ປ່າໄມ້, ທົ່ງຫຍ້າ, ຖ້ໍາ, ປຸ່ງ, ແມ່ນໍ້າ ລໍາເຊ, ຫ້ວຍ, ບຶງ, ໜອງ ຫລືດິນບໍລິເວນນໍ້າ;
  14. ການອະນຸລັກ ໝາຍເຖິງ ການຮັກສາ ແລະ ນໍາໃຊ້ ສັດນໍ້າ ແລະ ສັດປ່າ ໂດຍມີການຄຸ້ມຄອງ ຕາມລະບຽບຫລັກການ ເພື່ອໃຫ້ມີໄວ້ຕະຫລອດໄປ ແລະ ສາມາດນໍາໃຊ້ ຢ່າງຍາວນານ;
  15. ການປົກປັກຮັກສາ ໝາຍເຖິງ ການປ້ອງກັນ ສັດນໍ້າ ແລະ ສັດປ່າ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ຖືກທໍາລາຍ ແລະ ສູນຫາຍໄປ ຈາກທໍາມະຊາດ;
  16. ເຂດອະນຸລັກພັນ ສັດນໍ້າ ແລະ ສັດປ່າ ໝາຍເຖິງ ພື້ນທີ່ປ່າໄມ້, ທີ່ດິນປ່າໄມ້ ແລະ ແຫຼ່ງນໍ້າ ຊຶ່ງໄດ້ກໍານົດໃຫ້ເປັນຖິ່ນທີ່ຢູ່ອາໄສຂອງ ສັດນໍ້າ ແລະ ສັດປ່າ ຊະນິດຕ່າງໆ ຕາມລະບຽບການ;
  17. ຟາມ ໝາຍເຖິງ ສະຖານທີ່ ທີ່ລັດອະນຸຍາດ ໃຫ້ບຸກຄົນ ຫລື ການຈັດຕັ້ງ ສ້າງຂຶ້ນ ເພື່ອນໍາເອົາສັດນໍ້າ ແລະ ສັດປ່າ ມາລ້ຽງ ເປັນຈໍານວນຫລາຍ ແລະ ຂະຫຍາຍພັນເພື່ອເປັນສິນຄ້າ;
  18. ສົນທິສັນຍາ ໝາຍເຖິງ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ຊຶ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີໃນວັນທີ 30 ພຶດສະພາ 2004;
  19. ການຂຶ້ນທະບຽນ ໝາຍເຖິງ ການເກັບກໍາປະຫວັດ ແລະ ຂໍ້ມູນອື່ນຂອງ ສັດນໍ້າ ແລະ ສັດປ່າ ທີ່ນໍາມາລ້ຽງ ເຊັ່ນ: ຊື່, ອາຍຸ, ເພດ, ສີ, ນໍ້າໜັກ, ພິມເລກລະຫັດປະຈໍາຕົວສັດ,ຖິ່ນກໍາເນີດ, ປະເພດ, ສາຍພັນ, ຕໍານິຮູບປະພັນ, ຈຸດພິເສດອື່ນ ແລະ ການຂຶ້ນທະບຽນ ກໍຍັງເປັນການຢັ້ງຢືນກໍາມະ ສິດຂອງເຈົ້າຂອງສັດອີກດ້ວຍ;
  20. ການນໍາເຂົ້າ ໝາຍເຖິງ ການນໍາເອົາ ສັດນໍ້າ ແລະ ສັດປ່າ ຫລື ສິ້ນສ່ວນຂອງ ສັດນໍ້າ ແລະ ສັດປ່າ ເຂົ້າມາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບການ;
  21. ການສົ່ງອອກ ໝາຍເຖິງ ການສົ່ງສັດນໍ້າ ແລະ ສັດປ່າ ຫລື ສິ້ນສ່ວນ ຂອງ ສັດນໍ້າ ແລະ ສັດປ່າ ທຸກຊະນິດ ອອກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບການ;
  22. ການສົ່ງອອກຄືນ ໝາຍເຖິງ ການສົ່ງສັດນໍ້າ ແລະ ສັດປ່າ ຫລື ສິ້ນສ່ວນ ຂອງ ສັດນໍ້າ ແລະ ສັດປ່າ ທຸກຊະນິດ ທີ່ໄດ້ນໍາເຂົ້າມາໃນເມື່ອກ່ອນ ອອກຈາກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕາມລະບຽບການ;
  23. ການນໍາຜ່ານ ໝາຍເຖິງ ການນໍາເອົາ ສັດນໍ້າ ແລະ ສັດປ່າ ຫລື ສິ້ນສ່ວນ ຂອງສັດນໍ້າ ແລະ ສັດປ່າ ທຸກຊະນິດ ຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປປະເທດອື່ນ ຕາມລະບຽບການ;
  24. ສັດນໍ້າ ແລະ ສັດປ່າ ທໍາມະຊາດ ປະເພດຫວງຫ້າມ ໝາຍເຖິງ ສັດນໍ້າ ແລະ ສັດປ່າ ທີ່ໄດ້ກໍານົດໄວ້ ໃນບັນຊີ I ຊຶ່ງເປັນ ສັດ ທີ່ຫາຍາກ ແລະ ໃກ້ຈະສູນພັນ;
  25. ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ໝາຍເຖິງ ສັດນໍ້າ ແລະ ສັດປ່າ ທີ່ໄດ້ກໍານົດໄວ້ໃນບັນຊີ II ຊຶ່ງຈໍາເປັນຕ້ອງມີການຄຸ້ມຄອງ, ຖ້າຫາກບໍ່ໄດ້ຮັບການຄຸ້ມຄອງ ແລະ ປົກປັກຮັກສາ ກໍຈະກ້າວໄປສູ່ການສູນພັນໃນອະນາຄົດ;
  26. ສັດນໍ້າ ແລະ ສັດປ່າ ປະເພດທົ່ວໄປນ ໝາຍເຖິງ ສັດນໍ້າ ແລະ ສັດປ່າ ທີ່ໄດ້ກໍານົດໄວ້ໃນບັນຊີ III ຊຶ່ງບໍ່ໄດ້ຈັດເຂົ້າໃນສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ;
  27. ການລ່າສັດນໍ້າ ແລະ ສັດປ່າ ໝາຍເຖິງ ການຫາ, ຈັບ, ຍິງ, ຂ້າ, ໂຫ່, ດັກ, ໄລ່ຕ້ອນ ຫລືວິທີການອື່ນ;
  28. ການທໍລະມານສັດ ໝາຍເຖິງ ການ ນໍາໃຊ້ແຮງງານສັດເກີນຂອບເຂດ, ຂາດຄວາມຮັບຜິດຊອບຕໍ່ການລ້ຽງດູ ແລະ ຮັກສາສຸຂະພາບຂອງສັດ, ໃຫ້ອາຫານບໍ່ພຽງພໍ, ທໍາຮ້າຍສັດ ແລະ ອື່ນໆ;
  29. ເຈົ້າໜ້າທີ່ ສັດນໍ້າ ແລະ ສັດປ່າ ໝາຍເຖິງ ພະນັກງານທີ່ເຮັດໜ້າທກວດກາ ສັດນໍ້າແລະ ສັດປ່າ;
  30. ການນໍາໃຊ້ຕາມຮີດຄອງ ໝາຍເຖິງ ການນໍາໃຊ້ ສັດນໍ້າ ແລະ ສັດປ່າ ຕ າມຄວາມເຊື່ອຖືທີ່ເ ຄີຍໄດ້ປະຕິບັດກັນມາ ເປັນເວລາດົນນານ. ຂ້າງເທິງ

ມາດຕາ 4. ກໍາມະສິດກ່ຽວກັບສັດນໍ້າ ແລະ ສັດປ່າ
   ສັດນໍ້າ ແລະ ສັດປ່າ ທໍາມະຊາດ ທີ່ຢູ່ໃນ ດິນແດນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກໍາມະສິດ ຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດເປັນຜູ້ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.
   ສັດນໍ້າ ແລະ ສັດປ່າ ທີ່ບຸກຄົນ ແລະ ການຈັດຕັ້ງ ໄດ້ນໍາມາລ້ຽງ ແລະ ຂະຫຍາຍພັນດ້ວຍເຫື່ອແຮງ ຫລື ທຶນຮອນຂອງຕົນ ແມ່ນ ເປັນກໍາມະສິດ ຂອງບຸກຄົນ ແລະ ການຈັດຕັ້ງນັ້ນ ຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 5. ນະໂຍບາຍກ່ຽວກັບສັດນໍ້າ ແລະ ສັດປ່າ
   ລັດຊຸກຍູ້ສົ່ງເສີມການອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ຂະຫຍາຍພັນ ສັດນໍ້າ ແລະ ສັດປ່າ ດ້ວຍ ການວາງນະໂຍບາຍ, ລະບຽບກົດໝາຍ, ທຶນຮອນ, ວິຊາການ, ເຕັກໂນໂລຊີ ແລະ ມາດຕະການຕ່າງໆ ເພື່ອເພີ່ມຈໍານວນສັດນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ແກ້ໄຂຊີ ວິດການເປັນຢູ່ຂອງປະຊາຊົນ.
   ລັດສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນ ເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນ ດ້ວຍການໄດ້ຮັບນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍ ສິນເຊື່ອ, ຍົກເວັ້ນ ຫລື ຫລຸດຜ່ອນ ພາສີ, ອາກອນ ຕາມລະບຽບການ. ຂ້າງເທິງ

ມາດຕາ 6. ຫລັກກາກ່ຽວກັບກາປົກປັກຮັກສາ, ພັດທະ ແລະ ນໍາໃຊ້ສັດນໍ້າ ແລະ ສັດປ່າ
   ຫລັກການພື້ນຖານ ກ່ຽວກັບການປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແລະ ສັດປ່າ ມີດັ່ງນີ້:

  1. ຕ້ອງເອົາການປົກປັກຮັກສາ ສັດນໍ້າ ແລະ ສັດປ່າ ເປັນວຽກງານຕນຕໍ ຂອງທົ່ວປວງຊົນ;
  2. ຖືເອົາ ການຄຸ້ມຄອງ, ກວດກາ, ພັດທະນາ ແລະ ຂະຫຍາຍ ສັດນໍ້າ ແລະ ສັດປ່າ ແບບຍືນຍົງ ເປັນວຽກງານສໍາຄັນ ຢ່າງສອດຄ່ອງກັບ ການປົກປັກຮັກສາຊີວະນາໆພັນ ແລະ ຄວາມສົມດຸນຂອງລະບົບນິເວດ ທໍາມະຊາດ;
  3. ນໍາໃຊ້ ສັດນໍ້າ ແລະ ສັດປ່າ ຢ່າງມີປະສິດທິຜົນ, ຍືນຍົງ ແລະ ບໍ່ສົ່ງຜົນກະທົບ ທີ່ບໍ່ດີຕໍ່ສິ່ງແວດລ້ອມ ທໍາມະຊາດ ແລະ ສັງຄົມ;
  4. ປົກປັກຮັກສາ ເຂດອະນຸລັກພັນສັດ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງ ສັດນໍ້າ ແລະ ສັດປ່າ ເພື່ອຮັກສາຄວາມສົມດຸນ ຂອງ ລະບົບນິເວດ ທໍາມະຊາດ;
  5. ຮັບປະກັນຜົນປະໂຫຍດຂອງ ລັດ, ລວມໝູ່, ຄອບຄົວ ແລະ ບຸກຄົນ ໃນສະເພາະໜ້າ ແລະ ຍາວນານ ຕາມລະບຽບກົດໝາຍ;
  6. ຄຸ້ມຄອງ, ກວດກາ, ປົກປັກຮັກສາ ແລະ ນໍາໃຊ້ສັດນໍ້າ ແລະ ສັດປ່າ ໃຫ້ສອດຄ່ອງກັບສົນທິສັນຍາສາກົນ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ. ຂ້າງເທິງ

ມາດຕາ 7. ພັທະໃກາປົກປັກຮກສາ, ພັດທະນາ ແລະ ນໍາໃຊ້ສັດນໍ້າ ແລະ ສັດປ່າ
   ບຸກຄົນ ແລະ ການຈັດຕັ້ງ ລ້ວນແຕ່ມີພັນທະໃນການອະນຸລັກ, ປົກປັກຮັກສາ, ພັດທະນາແລະ ນໍາໃຊ້ ສັດນໍ້າ ແລະ ສັດປ່າ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ນໍາໃຊ້ມາດຕະການອັນຈໍາເປັນ ເພື່ອສະກັດກັ້ນຜົນກະທົບອັນບໍ່ດີຕໍ່ ສັດນໍ້າ ແລະ ສັດປ່າ ຊຶ່ງເກີດຈາກທໍາມະຊາດ ຫລື ການກະທໍາຂອງຄົນ ເຊັ່ນ: ໂລກລະບາດ, ການລ່າສັດ, ການຊື້ ຂາຍທີ່ບໍ່ຖືກຕ້ອງ, ການທໍາລາຍ ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດ. ຂ້າງເທິງ

ມາດຕາ 8. ຂອບເຂດການນໍາໃຊ້ກົດໝາຍ
   ກົດໝາຍສະບັບນີ້ ນໍາໃຊ້ສໍາລັບບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແລະ ສັດປ່າ ຢູ່ໃນທໍາມະຊາດ ແລະ ທີ່ນໍາເອົາຈາກທໍາມະຊາດມາລ້ຽງ. ຂ້າງເທິງ

ມາດຕາ 9. ກາຮ່ວມມືສາກົນ
   ລັດສົ່ງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການອະນຸລັກ, ປົກປັກຮັກສາ, ຄົ້ນຄວ້າທົດລອງ ແລະ ຂະຫຍາຍພັນສັດນໍ້າ ແລະ ສັດປ່າ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຍົກລະດັບວິຊາການ, ການເຂົ້າຮ່ວມ ແລະ ປະຕິບັດສັນຍາລະຫວ່າງປະເທດທີ່ໄດ້ເຊັນ ແລະ ສົນທິສັນຍາສາກົນ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາຄີ ແລະ ອື່ນໆ. ຂ້າງເທິງ

ພາກທີ II
ປະເພດສັດນໍ້າ ແລະ ສັດປ່າ

ມາດຕາ 10. ປະເພດສັດນໍ້າ ແລະ ສັດປ່າ
   ສັດນໍ້າ ແລະ ສັດປ່າຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບດ້ວຍ ສັດລ້ຽງລູກດ້ວຍນໍ້ານົມ, ສັດປີກ, ສັດເລືອຄານ, ສັດເຄິ່ງບົກ ເຄິ່ງນໍ້າ ແລະ ແມງໄມ້ ທຸກຊະນິດ.
   ສັດນໍ້າ ແລະ ສັດປ່າດັ່ງກ່າວແບ່ງອອກເປັນສາມປະເພດດັ່ງນີ້:

  1. ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ;
  2. ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ;
  3. ສັດນໍ້າ ແລະ ສັດປ່າ ປະເພດທົ່ວໄປ. ຂ້າງເທິງ

ມາດຕາ 11. ສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ
   ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທີ່ໄດ້ກໍານົດໄວ້ໃນບັນຊີ I ແມ່ນ ສັດປະເພດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສໍາຄັນເປັນພິເສດ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາ ຄນຄວ້າທາງດ້ານ ວິທະຍາສາດ.
   ສັດປະເພດດັ່ງກ່າວ ຕ້ອງໄດ້ ຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນໍາໃຊ້ນັ້ນ ຕ້ອງໄດ້ຮັບອະນຸຍາດຈາກ ລັດຖະບານ. ຂ້າງເທິງ

ມາດຕາ12. ສັດນໍ້າ ແລະ ສັດປ່າປະເພດຄຸ້ມຄອງ
   ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ທີ່ໄດ້ກໍານົດໄວ້ໃນບັນຊີ II ແມ່ນ ສັດນໍ້າ ແລະ ສັດປ່າ ທີ່ມີຄຸນປະໂຫຍດ ທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ການສຶກສາຄນຄວ້າ ທາງດ້ານ ວິທະຍາສາດ.
   ສັດປະເພດດັ່ງກ່າວ ຕ້ອງມີການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມການນໍາໃຊ້. ຂ້າງເທິງ

ມາດຕາ13. ສັດນໍ້າ ແລະ ສັດປ່າປະເພດທົ່ວໄປ
   ສັດນໍ້າ ແລະ ສັດປ່າ ປະເພດທົ່ວໄປ ທີ່ໄດ້ກໍານົດໄວ້ໃນບັນຊີ III ແມ່ນ ສັດນໍ້າ ແລະ ສັດປ່າທີ່ສາມາດ ຂະຫຍາຍພັນໄດ້ ຕາມທໍາມະຊາດ ຢ່າງກວ້າງຂວາງ ຊຶ່ງມີຄວາມສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາ ຄນຄວ້າທາງດ້ານ ວິທະຍາສາດ.
   ສັດປະເພດດັ່ງກ່າວ ສາມາດຊົມໃ ຊ້ໄດ້ ຕາມລະບຽບກົດໝາຍ ໂດຍຮັບປະກັນບໍ່ໃຫ້ ມີການສູນພັນ ພ້ອມທັງບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ລະບົບນິເວດ ແລະ ສິ່ງແວດລ້ອມ. ຂ້າງເທິງ

ພາກທີ III
ກິດຈະກາ, ກາປົກປັກຮັກສາ ແລະ ກາພັດທະສັດນໍ້າ ແລະ ສັດປ່າ

ໝວດທີ 1
ກິດຈະການສັດນໍ້າ ແລະ ສັດປ່າ

ມາດຕາ 14. ປະເພດກິດຈະການສັດນໍ້າ ແລະ ສັດປ່າ
   ກິດຈະການສັດນໍ້າ ແລະ ສັດປ່າ ແມ່ນ ທຸກການເຄື່ອນໄຫວ ທີ່ກ່ຽວຂ້ອງ ກັບສັດນໍ້າ ແລະ ສັດປ່າ ຊຶ່ງມີ ການສໍາຫຼວດ, ການວາງແຜນຍຸດທະສາດໃນການຄຸ້ມຄອງ, ປົກປັກຮັກສາ, ການກໍານົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນໍ້າ ແລະ ສັດປ່າ, ການສຶກສາຄົ້ນຄວ້າ ທາງດ້ານ ວິທະຍາສາດ, ການສ້າງ ຫໍພິພິທະພັນສັດ, ການຂະຫຍາຍພັນ, ການລ້ຽງ, ການຈັດປະເພດ ຫລື ບັນຊີ, ການຂຶ້ນທະບຽນ ແລະ ການແຈ້ງບັນຊີ, ການລ່າ ສັດນໍ້າ ແລະ ສັດປ່າ ແລະ ອື່ນໆ. ຂ້າງເທິງ

ມາດຕາ 15. ການສໍາຫຼວດສັດນໍ້າ ແລະ ສັດປ່າ
   ການສໍາຫລວດ ແມ່ນ ການເກັບກໍາຂໍ້ມູນກ່ຽວກັບຈໍານວນ, ສະພາບການຄົງຕົວ, ການຂະຫຍາຍຕົວ ແລະ ຖິ່ນທີ່ຢູ່ອາໄສຂອງສັດນໍ້າ ແລະ ສັດປ່າ ໂດຍມອບໃຫ້ ຂະແໜງການ ກະສິກໍາ  ແລະ ປ່າໄມ້ ເປັນເຈົ້າການ ປະສານສົມທົບກັບ ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ດໍາເນີນການສໍາຫລວດ ສັດນໍ້າ ແລະ ສັດປ່າ ໃນຂອບເຂດ ທົ່ວປະເທດ. ຂ້າງເທິງ

ມາດຕາ 16. ການວາງແຜນຍຸດທະສາດໃນການຄຸ້ມຄອງ ແລະ ປົກປັກຮັກສາສັດນໍ້າ ແລະ ສັດປ່າ
   ກະຊວງ ກະສິກໍາ ແລະ ປ່າໄມ້ ໂດຍປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ ກໍານົດ ແລະ ວາງແຜນຍຸດທະສາດ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນໍ້າ ແລະ ສັດປ່າ ເພື່ອເປັນ ທິດທາງລວມ, ແຜນງານ, ໂຄງການ ແລະ ມາດຕະການ ສະເພາະໜ້າ ແລະ ຍາວນານ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ສັດນໍ້າ ແລະ ສັດປ່າ ແນໃສ່ຮັບປະກັນການພັດທະນາເສດຖະກິດ-ສັງຄົມ ໃຫ້ໝັ້ນຄົງ, ປະກອບສ່ວນ ເຂົ້າໃນການ ລຶບລ້າງຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ. ຂ້າງເທິງ

ມາດຕາ 17. ການກໍານົດຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນສັດນໍ້າ ແລະ ສັດປ່າ
   ຂະແໜງການກະສິກໍາ ແລະ ປ່າໄມ້ ເປັນ ຜູ້ປະສານສົມທົບ ກັບຂະແໜງການອື່ນ, ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ ດໍາເນີນ ການສໍາຫລວດ, ກໍານົດ ຖິ່ນທີ່ຢູ່ອາໄສ, ເຂດອະນຸລັກພັນ ແລະ ແຫຼ່ງອາຫານຂອງ ສັດນໍ້າ ແລະ ສັດປ່າ ດ້ວຍການເຂົ້າຮ່ວມ ຂອງປະຊາຊົນ ພ້ອມທັງອອກລະບຽບການ ແລະ ຄໍາແນະນໍາ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ. ຂ້າງເທິງ

ມາດຕາ 18. ກາສຶກສາຄົ້ຄວ້າທາງດ້ານວິທະຍາສາດ
   ລັດສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ດໍາເນີນການສຶກສາ, ຄົ້ນຄວ້າທົດລອງທາງດ້ານ ວິທະຍາສາດ ກ່ຽວກັບສັດນໍ້າ ແລະ ສັດປ່າ ພ້ອມທັງການລົງທຶນ ສ້າງສະຖາບັນ ຫລື ສູນຄົ້ນຄວ້າທົດລອງ ຕາມລະບຽບກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສົນທິສັນຍາສາກົນ.
   ການນໍາເອົາຕົວຢ່າງ ຊາກ ຫລື ສິ້ນສ່ວນ ຂອງສັດນໍ້າ ແລະ ສັດປ່າ ເພື່ອໄປສຶກສາຄົ້ນຄວ້າ ທາງດ້ານວິທະຍາສາດ ຢູ່ຕ່າງປະເທດ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກໍາ ແລະ ປ່າໄມ້. ພາຍຫລັງທີ່ສໍາເລັດການ ຄົ້ນຄວ້າ ວິໄຈແລ້ວ ຕ້ອງສົ່ງຜົນການຄົ້ນຄວ້າ ແລະ ຕົວຢ່າງນັ້ນຄືນໃຫ້ກະຊວງ ກະສິກໍາ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 19. ກາສ້າງຫໍພິພິທະພັນສັດ
   ລັດ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ລົງທຶນ ສ້າງຫໍພິພິທະພັນ ສັດນໍ້າ ແລະ ສັດປ່າ ເພື່ອເປັນສະຖານທີ່ ສະສົມຕົວຢ່າງ ຊາກ ຫລື ສິ້ນສ່ວນ ສັດນໍ້າ ແລະ ສັດປ່າ ທຸກປະເພດ ໃຫ້ເປັນ ບ່ອນສຶກສາຮໍ່າຮຽນ, ຄົ້ນຄວ້າ ແລະ ທ່ອງທ່ຽວ ແນໃສ່ ປູກຈິດສໍານຶກ ເຊີດຊູສະຕິ ຮັກ ແລະ ຫວງແຫນ ສັດນໍ້າ  ແລະ ສັດປ່າ ໃຫ້ທົ່ວປວງຊົນ. ຂ້າງເທິງ

ມາດຕາ 20. ການຂະຫຍາຍພັນ ສັດນໍ້າ ແລະ ສັດປ່າ
   ລັດ ສົ່ງເສີມໃຫ້ ບຸກຄົນ ແລະ ການຈັດຕັ້ງ ຂະຫຍາຍພັນ ສັດນໍ້າ ແລະ ສັດປ່າ ຕາມທໍາມະຊາດ ຫລື ດ້ວຍການນໍາໃຊ້ ເຕັກນິກ ວິິຊາການ ເພື່ອເພີ່ມຈໍານວນສັດນໍ້າ ແລະ ສັດປ່າ ໃຫ້ຫຼາຍຂຶ້ນແນໃສ່ຕອບສະໜອງຈຸດປະສົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ລວມທັງ ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ. ຂ້າງເທິງ

ມາດຕາ 21. ການລ້ຽງສັດນໍ້າ ແລະ ສັດປ່າ
   ສັດນໍ້າ ແລະ ສັດປ່າທຸກປະເພດ ທີ່ໄດ້ມາຈາກທໍາມະຊາດ ຫລື ຈາກບ່ອນອື່ນ ທີ່ໄດ້ມີການ ຂະຫຍາຍພັນແລ້ວ ຫລື ຈາກຕ່າງປະເທດ ສາມາດນໍາມາລ້ຽງຢູ່ໃນຟາມ, ສວນສັດ, ສະຖານີ ແລະ ສະຖານທີ່ອື່ນ ເພື່ອຈຸດປະສົງທາງດ້ານ ທຸລະກິດ ແລະ ຊົມໃຊ້ ພາຍໃນຄອບຄົວ ຕາມລະບຽບກົດໝາຍ.
   ການລ້ຽງຕ້ອງມີຕູ້ແກ້ວ, ໜອງ, ສະ, ກົງ, ຄອກ, ສວນ ແລະ ສະຖານທີ່ອື່ນ ທີ່ມີຂະໜາດ ແລະ ສະພາບທີ່ເໝາະສົມ, ມີອາຫານພຽງພໍ, ມີຄວາມຮັບຜິດຊອບ ເພື່ອ ບໍ່ເປັນການ ທໍລະມານສັດ, ການຄົງຕົວ, ການຂະຫຍາຍພັນສັດ ທັງຮັບປະກັນ ການປົກປັກຮັກສາສິ່ງແວດລ້ອມ ທໍາມະຊາດ ແລະ ສັງຄົມ. ຂ້າງເທິງ

ມາດຕາ 22. ການຈັດປະເພດ ຫລື ບັນຊີສັດນໍ້າ ແລະ ສັດປ່າ
   ການຈັດປະເພດ ຫລື ບັນຊີ ແມ່ນ ການຈັດແບ່ງປະເພດຂອງສັດແຕ່ລະຊະນິດພັນ ທີ່ແຕກຕ່າງກັນ ໂດຍອີງຕາມສະພາບ ແລະ ທ່າອ່ຽງຂອງຈໍານວນສັດ ເຊັ່ນ: ສັດໃກ້ຈະສູນພັນ, ຫາຍາກ, ໄພຂົ່ມຂູ່, ເງື່ອນໄຂຂອງຖິ່ນທີ່ຢູ່ອາໄສ ແລະ ການຂະຫຍາຍພັນ.
   ລັດຖະບານ ເປັນຜູ້ພິຈາລະນາຮັບຮອງ ແລະ ປ່ຽນແປງບັນຊີ ສັດປະເພດຫວງຫ້າມ ແລະ ສັດປະເພດຄຸ້ມຄອງ ຕາມການສະເໜີຂອງ ກະຊວງກະສິກໍາ ແລະ ປ່າໄມ້. ສໍາລັບສັດປະເພດທົ່ວໄປ ແມ່ນ ກະຊວງ ກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຮອງ ແລະ ປ່ຽນແປງບັນຊີ. ຂ້າງເທິງ

ມາດຕາ 23. ກາຂຶ້ທະບຽນ ແລະ ການແຈ້ງບັນຊີສັດນໍ້າ ແລະ ສັດປ່າ
   ສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ທີ່ນໍາມາລ້ຽງ ໃຫ້ປະຕິບັດດັ່ງນີ້:

  1. ສັດນໍ້າ ແລະ ສັດປ່າ ທີ່ນໍາມາລ້ຽງ ເພື່ອເປັນທຸລະກິດ ຕ້ອງໄດ້ຂຶ້ນທະບຽນ ນໍາຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ, ເທດສະບານ ແລ້ວໃຫ້ລາຍງານຕໍ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນ;
  2. ສັດນໍ້າ ແລະ ສັດປ່າ ທີ່ນໍາມາລ້ຽງ ບໍ່ເປັນທຸລະກິດ ແມ່ນ ບໍ່ໃຫ້ຂຶ້ນທະບຽນ ແຕ່ຕ້ອງໄດ້ ແຈ້ງບັນຊີ ນໍາໜ່ວຍງານປ່າໄມ້ບ້ານ ແລ້ວໃຫ້ລາຍງານຕໍ່ຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງ, ເທດສະບານ. ຂ້າງເທິງ

ມາດຕາ 24. ການລ່າສັດນໍ້າ ແລະ ສັດປ່າ
   ການລ່າ ສັດນໍ້າ ແລະ ສັດປ່າຕ້ອງປະຕິບັດດັ່ງນີ້:

  1. ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ທີ່ໄດ້ກໍານົດໄວ້ໃນບັນຊີ I ແມ່ນ ບໍ່ອະນຸຍາດໃຫ້ຫາ ຫລື ລ່າ ຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈໍາເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກລັດຖະບານ. ຖ້າວ່າ ສັດ ກໍ່ຄວາມເສຍຫາຍຢ່າງຫລວງຫລາຍ ຕໍ່ຊັບສິນຂອງ ບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ລາຍງານຕໍ່ ອົງການປົກຄອງເມືອງ, ເທດສະບານ ເພື່ອພິຈາລະນາແກ້ໄຂ. ສໍາລັບ ສັດ ທີ່ກໍາລັງທໍາລາຍ, ກໍ່ກວນ ອາລະວາດຄົນ ຫລື ເປັນ ໄພອັນຕະລາຍ ຕໍ່ຊີວິດຂອງຄົນ ຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງ ລາຍງານຕໍ່ການຈັດຕັ້ງ ທີ່ກ່ຽວຂ້ອງ;
  2. ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ທີ່ໄດ້ກໍານົດໄວ້ໃນ ບັນຊີ II ແມ່ນ ບໍ່ອະນຸຍາດ ໃຫ້ ຫາ ຫລື ລ່າ ເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການ ທີ່ກໍານົດໃຫ້ ເພື່ອຊົມໃຊ້ ຕາມຮີດຄອງ ໂດຍບໍ່ໃຫ້ນໍາໃຊ້ເຄື່ອງມື ແບບດັບສູນ. ສໍາລັບການຫາ ເພື່ອຈຸດປະສົງ ທາງທຸລະກິດ ສາມາດດໍາເນນໄດ້ສະເພາະ ສັດນໍ້າເທົ່ານນ ແຕ່ຕອງໄດ້ຮັບອະນຸຍາດ ຈາກ ກະຊວງ ກະສິກໍາ ແລະ ປ່າໄມ້;
  3. ສັດນໍ້າ ແລະ ສັດປ່າ ປະເພດທົ່ວໄປ ທີ່ໄດ້ກໍານົດໄວ້ໃນບັນຊີ III ແມ່ນ ອະນຸຍາດ ໃຫ້ຫາ ຫລື ລ່າໄດ້ ຕາມລະດູການທີ່ໄດ້ກໍານົດໄວ້ ໂດຍນໍາໃຊ້ເຄື່ອງມືທີ່ບໍ່ມີລັກສະນະດັບສູນ. ສໍາລັບການຫາ ເພື່ອຈຸດປະສົງທາງທຸລະກິດ ສາມາດດໍາເນີນໄດ້ສະເພາະ ສັດນໍ້າ ເທົ່ານັ້ນ ແຕ່ຕ້ອງໄດ້ຮັບ ອະນຸຍາດຈາກ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນ. ຂ້າງເທິງ

ໝວດທີ 2
ກາປົກປັກຮັກສາ, ກາພັດທະນາສັດນໍ້າ ແລະ ສັດປ່າ

ມາດຕາ 25. ກາປົກປັກຮັກສາສັດນໍ້າ ແລະ ສັດປ່າ
   ການປົກປັກຮັກສາ ແມ່ນ ການຮັກສາສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ໃຫ້ອຸດົມສົມບູນ, ຍືນຍົງ ທັງແມ່ນ ການປ້ອງກັນ ແລະ ຮັກສາຖິ່ນທີ່ຢູ່ອາໄສ ຂອງສັດ, ວັງສະຫງວນສັດນໍ້າ, ເຂດອະນຸລັກພັນສັດ ບໍ່ໃຫ້ຖກທໍາລາຍ, ພ້ອມກັນນັ້ນ ກໍຕ້ອງວາງມາດຕະການ ປົກປັກຮັກສາ ເພື່ອສະກັດກັ້ນການບຸກລຸກ, ການທໍາລາຍ ຈາກການກະທໍາຂອງຄົນ ຫລື ຈາກທໍາມະຊາດ. ຂ້າງເທິງ

ມາດຕາ 26. ກາພັດທະນາສັດນໍ້າ ແລະ ສັດປ່າ
   ການພັດທະນາ ແມ່ນ ການຂະຫຍາຍພັນສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ, ປະເພດຄຸ້ມຄອງ ແລະ ປະເພດທົ່ວໄປ ຕາມທໍາມະຊາດ ໃຫ້ມີຈໍານວນເພີ່ມຂຶ້ນ ດ້ວຍການນໍາໃຊ້ ມາດຕະການ ທາງດ້ານ ເຕັກນິກວິທະຍາສາດ ທັງແມ່ນ ການຟື້ນຟູບູລະນະ ຖິ່ນທີ່ຢູ່ອາໄສ ທີ່ເຊື່ອມໂຊມ ລວມທັງ ແຫລ່ງອາຫານ ແລະ ແຫລ່ງແຜ່ພັນ  ເພື່ອໃຫ້ສັດດັ່ງກ່າວ ສາມາດດໍາລົງຊີວິດ ຢ່າງເປັນປົກກະຕິ, ພ້ອມກັນນັ້ນ ກໍຕ້ອງປຸກລະດົມທົ່ວປວງຊົນມີສ່ວນຮ່ວມໃນການ ພັດທະນາ ສັດນໍ້າ ແລະ ສັດປ່າ ຢ່າງກວ້າງຂວາງ. ຂ້າງເທິງ

ໝວດທີ 3
ກອງທຶນອະນຸລັກປົກປັກຮັກສາສັດນໍ້າ ແລະ ສັດປ່າ

ມາດຕາ 27. ແຫລ່ງຂອງກອງທຶນອະນຸລັກປົກປັກຮັກສາສັດນໍ້າ ແລະ ສັດປ່າ
   ກອງທຶນອະນຸລັກ ປົກປັກຮັກສາສັດນໍ້າ ແລະ ສັດປ່າ ແມ່ນ ກອງທຶນອັນດຽວກັນກັບກອງທຶນ ພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊຶ່ງໄດ້ມາຈາກງົບປະມານຂອງລັດ, ການປະກອບສ່ວນ ຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນ ແລະ ອື່ນໆ. ຂ້າງເທິງ

ມາດຕາ 28.  ການຄຸ້ມຄອງ ແລະ ນໍາໃຊ້ກອງທຶນ
   ກອງທຶນອະນຸລັກ ປົກປັກຮັກສາ ສັດນໍ້າ ແລະ ສັດປ່າ ໃຫ້ນໍາໃຊ້ເຂົ້າໃນວຽກງານ ສັດນໍ້າ ແລະ ສັດປ່າ ເປັນຕົ້ນ ການສໍາຫລວດ, ການຈັດແບ່ງປະເພດສັດນໍ້າ ແລະ ສັດປ່າ, ການປົກປັກຮັກສາ ຖິ່ນທີ່ຢູ່ອາໄສ, ເຂດຮັກສາພັນສັດ, ຂະຫຍາຍພັນສັດ, ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ

 

 

 

ປະທານສະພາແຫ່ງຊາດ
ທອງສິງ ທຳມະວົງ

# ຫົວຂໍ້ ດາວໂຫຼດ
1 Wildlife and Aquatic Resources Law No. 07/NA, dated 24 December 2007 PDF
2 ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການເກືອດຫ້າມນຳເຂົ້າ - ເຄື່ອງມືຫາປາແບບດັບສູນ ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ຫ້າມນຳເຂົ້າ ເຄື່ອງມືຫາປາແບບດັບສູນ, 1. ໃນກໍລະນີມີຄວາມຈຳເປັນນຳເຂົ້າ ເຄື່ອງມືຫາປາແບບດັບສູນ, ຜູ້ນຳເຂົ້າ ຕ້ອງຍື່ນຄຳຮ້ອງຫາ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາ ແລະ ນຳສະເໜີຫາລັດຖະບານຂອງ ສປປ ລາວ ອະນຸມັດ. 2. ຖ້າຫາກໃນກໍລະນີ ນໍາເຂົ້າມາວາງຂາຍທົ່ວໄປ ຕາມທ້ອງຕະຫລາດ ແມ່ນຖືວ່າມີຄວາມຜິດ
  1. ກົດໝາຍ ວ່າດ້ວຍ ການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009
  2. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
9999-12-31 ALL
2 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ - ສັດປ່າ ໃນບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດປ່າຕາມບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
3 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນຈາກ ປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ, ໃບອະນຸຍາດນໍາເຂົ້າ ຂອງໜ່ວຍງານ CITES MA ຈາກປະເທດຕົ້ນທາງ.
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
4 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ສົ່ງອອກ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນຈາກ ປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນການຂະຫຍາຍພັນ, ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
5 ຮຽກຮ້ອງໃຫ້ມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ນໍາເຂົ້າ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດຈາກ ປະເທດຕົ້ນທາງ
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
6 ຮຽກຮ້ອງໃຫ້ມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ສົ່ງອອກ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດຈາກ ປະເທດຕົ້ນທາງ
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.