ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ    2501/ອຄ. ຄພນ
ນະຄອນຫລວງວຽງຈັນ, ວັນທີ 16 ທັນວາ 2015

ຄຳສັ່ງ

ຂອງລັດຖະມົນຕີວ່າການ
ກ່ຽວກັບການຕິດສະຫຼາກສິນຄ້າ ເປັນພາສາລາວ

 ເຖິງ: ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ.

-     ອີງຕາມກົດໝາຍວ່າດ້ວຍການປົກປ້ອງຜູ່ຊົມໃຊ້, ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010.
-     ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 522/ນຍ, ລົງວັນທີ 23 ທັນວາ ປີ 2011.
-     ອີງຕາມຂໍ້ຕົກລົງວ່າດ້ວຍອົງການຈັດຕັ້ງປະຕິບັດ ວຽກງານປົກປ້ອງຜູ່ຊົມໃຊ້ ຂອງຂະແຫນງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ 1746/ອຄ.ຄພນ, ລົງວັນທີ 23 ສິງຫາ 2012.

ເພື່ອຜັນຂະຫຍາຍ ເນື້ອໃນຂອງ ມາດຕາ 18, 19, 20, 60 ແລະ 61 ຂອງກົດໝາຍວ່າດ້ວຍການປົກປ້ອງຜູ່ຊົມໃຊ້, ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010 ໃຫ້ເປັນອັນລະອຽດ ເຮັດໃຫ້ຜູ່ຈັດຕັ້ງປະຕິບັດ ຢູ່ຂັ້ນທ້ອງຖິ່ນ ເຂົ້າໃຈແຈ້ງກ່ຽວກັບພາລະບົດບາດຂອງຕົນ ໃນວຽກງານການຄຸ້ມຄອງ ແລະ ຕິດຕາມການຕິດສະຫຼາກສິນຄ້າ ເປັນພາສາລາວ, ແນໃສ່ເຮັດໃຫ້ຜູ່ຜະລິດຢູ່ພາຍໃນ ແລະນຳເຂົ້າຈາກຕ່າງປະເທດ ຕ້ອງຕິດສະຫຼາກເປັນພາສາລາວກ່ອນ ຈຶ່ງຈຳໜ່າຍ, ເພື່ອໃຫ້ຜູ່ຊົມໃຊ້ເຂົ້າໃຈກ່ຽວກັບສັບພະຄຸນ ແລະ ຄຸນນະພາບຂອງສິນຄ້າ ກ່ອນຈະເລືອກຊື້ ແລະ ຊົມໃຊ້ເພື່ອຫຼີກລ້ຽງການຊົມໃຊ້ສິນຄ້າທີ່ບໍ່ໄດ້ຄຸນນະພາບ, ເສຍຄຸນ ຫຼື ສັບພະຄຸນ ບໍ່ຖືກຕ້ອງຕາມຈຸດປະສົງຂອງຜູ່ຊົມໃຊ້, ປ້ອງກັນບໍ່ໃຫ້ມີ ຜົນກະທົບທີ່ບໍ່ດີ ຕໍ່ສຸຂະພາບ, ຊັບສິນ ຂອງຜູ່ຊົມໃຊ້ ແລະ ສິ່ງແວດລ້ອມ.

    ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງດັ່ງນີ້:

1.    ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສົມທົບກັບຫ້ອງການອຸດສາຫະກໍາ ແລະການຄ້າເມືອງພາຍໃນແຂວງ, ນະຄອນຫຼວງຂອງຕົນລົງເຜີຍແຜ່ ແລະ ແນະນຳໃຫ້ຜູ່ຜະລິດ, ຜູ່ນຳເຂົ້າ, ຜູ່ຂາຍຍົກແລະຂາຍຍ່ອຍສິນຄ້າ  ໃຫ້ຕິດສະຫຼາກສິນຄ້າເປັນພາສາລາວຄືດັ່ງນີ້:

       1)    ຜູ່ຜະລິດ, ຜູ່ປະກອບ, ປຸງແຕ່ງ, ຫຸ້ມຫໍ່ ສິນຄ້າຢູ່ ສປປ ລາວ,ຜູ່ນຳເຂົ້າ ແລະ ຈຳໜ່າຍສິນຄ້າທີ່ຂື້ນທະບຽນວິສາຫະກິດ ການຄ້າຂາຍຍົກ ຫຼື ເປັນຕົວແທນຈໍາໜ່າຍສິນຄ້າໃດໜຶ່ງຕ້ອງຕິດສະຫຼາກສິນຄ້າເປັນພາສາລາວກ່ອນຈຶ່ງຈຳໜ່າຍໃຫ້ຜູ່ຊົມໃຊ້ ຫຼື ສະໜອງໃຫ້ຜູ່ຂາຍຍ່ອຍ. ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນ ສິນຄ້າທີ່ສະໜອງນັ້ນບໍ່ໄດ້ຕິດສະຫຼາກເປັນພາສາລາວ ຈະຖືກກ່າວເຕືອນ, ປັບໃໝ, ໃຫ້ໂຈະ ຫຼື ຖອນໃບທະບຽນວິສາຫະກິດ.

       2)    ຜູ່ດໍາເນີນທຸລະກິດການຄ້າຂາຍຍ່ອຍ:ການຮັບເອົາສິນຄ້າມາຈຳໜ່າຍ  ໃຫ້ຮັບເອົາສິນຄ້າທີ່ຕິດສະຫຼາກທີ່ເປັນພາສາລາວເທົ່ານັ້ນ. ພ້ອມນີ້ ກໍ່ຕ້ອງວາງຂາຍສິນຄ້າ ທີ່ໄດ້ຕິດສະຫຼາກເປັນພາສາລາວ. ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນສິນຄ້າທີ່ວາງຂາຍບໍ່ໄດ້ຕິດສະຫຼາກເປັນພາສາລາວ ຈະຖືກກ່າວເຕືອນ, ປັບໃໝ, ຍຶດ ຫຼື ອາຍັດສິນຄ້າດັ່ງກ່າວ.

       3)    ສຳລັບສິນຄ້າທີ່ໄດ້ຜະລິດ ຫລື ນຳເຂົ້າມາຈຳໜ່າຍ ກ່ອນປະກາດໃຊ້ຄຳສັ່ງສະບັບນີ້ ຜູ່ຂາຍຍ່ອຍຕ້ອງປະສານເອົາສະຫຼາກທີ່ເປັນພາສາລາວ ນຳຜູ່ທີ່ສະໜອງສິນຄ້າໃຫ້ຕົນ. ຖ້າຜູ່ສະໜອງສິນຄ້າ ບໍ່ສາມາດຈັດພິມໃຫ້ໄດ້ ແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນ  ຈະສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງລົງໄປກວດກາ ແລະ ບັນທືກສິນຄ້າດັ່ງກ່າວ. ຫຼັງຈາກນັ້ນ ຈະຕິດຕາມການຈຳໜ່າຍເປັນແຕ່ລະໄລຍະ ຈົນກວ່າຈະຈຳໜ່າຍສິນຄ້າເຫຼົ່ານັ້ນຫມົດໄປ.

2.    ເນື້ອໃນຂອງສະຫຼາກ ຕ້ອງປະກອບມີເນື້ອໃນຕົ້ນຕໍຕາມທີ່ກຳນົດໃນມາດຕາ 19 ຂອງກົດໝາຍວ່າດ້ວຍການປົກປ້ອງຜູ່ຊົມໃຊ້ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010  ຄືດັ່ງນີ້:

1)    ປະເພດ ຫຼື ຊະນິດສິນຄ້າ;

2)    ເຄື່ອງໝາຍການຄ້າ ທີ່ໄດ້ຈົດທະບຽນຂອງຜູ່ຜະລິດ ແລະ  ຜູ່ນໍາເຂົ້າ ເພື່ອຈໍາໜ່າຍ;

3)    ສະຖານທີ່ຜະລິດ ແລະ ຜູ່ນໍາເຂົ້າເພື່ອຈໍາໜ່າຍ, ຊື່ປະເທດຜະລິດສິນຄ້າ;

4)    ລາຄາ, ຈໍານວນ, ປະລິມານ, ຄຸນນະພາບ, ບໍລິມາດ, ສ່ວນປະກອບທີ່ກຳນົດແຈ້ງອັດຕາສ່ວນປະກອບ,ຂໍ້ແນະນໍາວິທີນໍາໃຊ້, ຄໍາເຕືອນ, ວັນ,ເດືອນ,ປີ ຜະລິດ ແລະ ວັນໝົດອາຍຸນໍາໃຊ້.

3.    ການຕິດສະຫຼາກຕ້ອງຕິດໃຫ້ແໜ້ນ, ຕິດຢູ່ບ່ອນເຫັນໄດ້ງ່າຍ ແລະ ຕ້ອງຕິດໃສ່ທັງສິນຄ້າ ແລະ ຫີບຫໍ່ ຫຼືສິ່ງບັນຈຸຕ່າງໆ. ສິນຄ້ານຳເຂົ້າຈາກຕ່າງປະເທດ ເນື້ອໃນຂອງສະຫຼາກທີ່ເປັນພາສາລາວ ຕ້ອງຖືກກັບເນື້ອໃນຂອງສະຫຼາກທີ່ເປັນພາສາຕ່າງປະເທດ.

4.    ສິນຄ້າທີ່ຖືກຍົກເວັ້ນ ການຕິດສະຫຼາກຕາມທີ່ກໍານົດໃນຄໍາສັ່ງສະບັບນີ້ ມີຄືດັ່ງນີ້:

       1)    ສິນຄ້າທີ່ນໍາເຂົ້າຊົ່ວຄາວເພື່ອສົ່ງອອກຕໍ່, ສິນຄ້ານໍາເຂົ້າຊົ່ວຄາວ ເພື່ອວາງສະແດງໃນງານຕະຫຼາດນັດ ຫຼັງຈາກນັ້ນສົ່ງອອກຄືນ, ສິນຄ້າຜ່ານແດນ;

       2)    ຂອງຂັວນ ແລະ ຂອງຕ້ອນ;

       3)    ສິນຄ້າທີ່ເປັນສະບຽງອາຫານສົດ, ສະບຽງອາຫານທີ່ປຸງແຕ່ງ ແຕ່ບໍ່ມີການຫຸ້ມຫໍ່ ແລະ ຂາຍໂດຍກົງໃຫ້ຜູ່ຊົມໃຊ້;

       4)    ສິນຄ້າທີ່ເປັນວັດຖຸດິບ ທີ່ບໍ່ມີການຫຸ້ມຫໍ່  ນໍາເຂົ້າເພື່ອສະໜອງໃຫ້ການຜະລິດໃນໂຮງງານ ຫຼື ການ ກໍ່ສ້າງ.

5.    ການປະຕິບັດມາດຕະການຕໍ່ທີ່ຜູ່ລະເມີດ ຕໍ່ຄໍາສັ່ງສະບັບນີ້ ໃຫ້ປະຕິບັດມາດຕະການຄືດັ່ງນີ້:

       1)    ຄັ້ງທີໜຶ່ງໃຫ້ຕັກເຕືອນ ແລະ ເຮັດບົດບັນທຶກເຊັນຮັບຮູ້ການລະເມີດ;

       2)    ການລະເມີດຄັ້ງທີສອງໃຫ້ດຳເນີນການປັບໃໝແຕ່ຫ້າແສນກີບຫາໜຶ່ງລ້ານກີບ (500.000 ກີບ-1.000.000 ກີບ) ສໍາລັບຮ້ານຄ້າຂາຍຍ່ອຍ. ແຕ່ຫ້າລ້ານກີບຫາເຈັດລ້ານກີບ (5.000.000 ກີບ-7.000.000 ກີບ) ສໍາລັບຜູ່ຜະລິດ, ຜູ່ນໍາເຂົ້າ, ຜູ່ຂາຍຍົກ ແລະ ຜູ່ເປັນຕົວແທນຈໍາໜ່າຍ;

      4)   ການລະເມີດຄັ້ງທີສາມໃຫ້ດຳເນີນການປັບໃໝແຕ່ໜຶ່ງລ້ານກີບຫາສອງລ້ານກີບ ( 1.000.000 ກີບ-2.000.000 ກີບ) ແລະອາຍັດສິນຄ້າທີ່ວາງຂາຍ ທີ່ບໍ່ໄດ້ຕິດສະຫຼາກເປັນພາສາລາວ ສຳລັບຮ້ານຄ້າຂາຍຍ່ອຍ.ແຕ່ເຈັດລ້ານກີບຫາເກົ້າລ້ານກີບ (7.000.000 ກີບ-9.000.000 ກີບ) ພ້ອມທັງໃຫ້ໂຈະ ຫຼື ຖອນ ໃບທະບຽນວິສາຫະກິດ ສຳລັບຜູ່ຜະລິດ, ຜູ່ນຳເຂົ້າ, ຜູ່ຂາຍຍົກ ແລະ ຜູ່ເປັນຕົວແທນຈຳໜ່າຍ.

6.    ກຳນົດເວລາ ການເລີ່ມປະຕິບັດມາດຕະການຕໍ່ຜູ່ລະເມີດ ໃຫ້ປະຕິບັດດັ່ງນີ້:

      1)    ສໍາລັບຮ້ານຄ້າຂາຍຍ່ອຍ ແມ່ນໃຫ້ເລີ່ມປະຕິບັດ ພາຍຫຼັງ 3 ເດືອນນັບແຕ່ມື້ທີ່ຄໍາສັ່ງສະບັບນີ້ ມີຜົນສັກສິດເປັນຕົ້ນໄປ;

      2)    ຜູ່ຜະລິດສິນຄ້າຢູ່ພາຍໃນ, ຜູ່ນຳເຂົ້າ ແລະ ຈຳໜ່າຍສິນຄ້າ ທີ່ຂຶ້ນທະບຽນວິສາຫະກິດ ການຄ້າຂາຍຍົກ ຫຼື ເປັນຕົວແທນຈໍາໜ່າຍສິນຄ້າໃດໜຶ່ງແມ່ນໃຫ້ເລີ່ມປະຕິບັດ ພາຍຫຼັງ 2 ເດືອນນັບແຕ່ມື້ທີ່ຄໍາສັ່ງສະບັບນີ້ ມີຜົນສັກສິດເປັນຕົ້ນໄປ.

7.    ພາຍຫຼັງຈັດຕັ້ງປະຕິບັດ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຮັບຊາບປະຈຳທຸກ 03 ເດືອນ, ຖ້າຫາກພົບຂໍ້ຫຍຸ້ງຍາກ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ໃຫ້ຮີບດ່ວນລາຍງານຂໍທິດຊີ້ນໍາ ຈາກລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ  ເພື່ອໃຫ້ທິດຊີ້ນຳວິທີການແກ້ໄຂ.

8.    ມອບໃຫ້ກົມການຄ້າພາຍໃນຕາງໜ້າໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມແລະໃຫ້ຄຳແນະນຳພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ແລະ ມີປະສິດທິຜົນສູງ.

9.    ຫ້າມບໍ່ໃຫ້ເຈົ້າໜ້າທີ່ກວດກາການຄ້າແລະພະນັກງານລັດທີ່ກ່ຽວຂ້ອງດໍາເນີນມາດຕະການຕໍ່ຜູ່ລະເມີດກ່ອນກໍານົດເວລາທີ່ກໍານົດໄວ້ໃນຂໍ້ 6 ຂອງຄຳສັ່ງສະບັບນີ້ຢ່າງເດັດຂາດ.

10. ຄໍາສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ (15) ວັນ.

ຕ. ລັດຖະມົນຕີວ່າການ
ກະຊວງອຸດສາຫະກໍາ ແລະ ການຄ້າ
(ເຊັນ ແລະ ປະທັບຕາ)

ສຽວສະຫວາດ ສະແຫວງສຶກສາ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Ordinance of the Minister of Industry and Commerce on products labeling in Lao language, No. 2501/MoIC.DTD, dated 16 Dec 2015 PDF
2 ຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ສະບັບເລກທີ 2501/ອຄ. ຄພນ, ລົງວັນທີ 16 ທັນວາ 2015 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຕິດສະຫຼາກສິນຄ້ານຳເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ທຸກສິນຄ້ານຳເຂົ້າຕ້ອງໄດ້ຮັບການຕິດສະຫຼາກ ເປັນພາສາລາວ ຍົກເວັນສິນຄ້າທີ່ລະບຸ ໄວ້ໃນຂໍ້ 4 ຂອງຄຳສັ່ງສະບັບນີ້ ດັ່ງຕໍ່ໄປນີ້: 1)ສິນຄ້າຂາອອກຕໍ່, ຜ່ານແດນ ແລະ ວາງສະແດງ; 2) ຂອງຂວັນ ແລະ ຂອງຕ້ອນ; 3) ອາຫານສົດ ແລະ ອາຫານປຸງແຕ່ງທີ່ບໍ່ໄດ້ຫຸ້ມຫໍ່ ແລະ ຂາຍໃຫ້ ຜູ່ຊົມໃຊ້ໂດຍກົງ; ແລະ 4) ສິນຄ້າທີ່ເປັນວັດຖຸດິບ ທີ່ບໍ່ໄດ້ຫຸ້ມຫໍ່ທີ່ສະໜອງໃຫ້ແກ່ການຜະລິດອຸດສາຫະກຳ.
  1. ຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ສະບັບເລກທີ 2501/ອຄ. ຄພນ, ລົງວັນທີ 16 ທັນວາ 2015
  2. ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ສະບັບເລກທີ 30 ມິຖຸນາ 2010
  3. ຄຳແນະນຳໃນການຈັດຕັ້ງປະຕິບັດຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015 ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ເລກທີ 0281/ຄພນ.ປຊຂ, ລົງວັນທີ 11 ມີນາ 2016
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.