| ຊື່ | ຕ້ອງຕິດສະຫຼາກສິນຄ້ານຳເຂົ້າ |
|---|---|
| ຄຳອະທິບາຍ | ທຸກສິນຄ້ານຳເຂົ້າຕ້ອງໄດ້ຮັບການຕິດສະຫຼາກ ເປັນພາສາລາວ ຍົກເວັນສິນຄ້າທີ່ລະບຸ ໄວ້ໃນຂໍ້ 4 ຂອງຄຳສັ່ງສະບັບນີ້ ດັ່ງຕໍ່ໄປນີ້: 1)ສິນຄ້າຂາອອກຕໍ່, ຜ່ານແດນ ແລະ ວາງສະແດງ; 2) ຂອງຂວັນ ແລະ ຂອງຕ້ອນ; 3) ອາຫານສົດ ແລະ ອາຫານປຸງແຕ່ງທີ່ບໍ່ໄດ້ຫຸ້ມຫໍ່ ແລະ ຂາຍໃຫ້ ຜູ່ຊົມໃຊ້ໂດຍກົງ; ແລະ 4) ສິນຄ້າທີ່ເປັນວັດຖຸດິບ ທີ່ບໍ່ໄດ້ຫຸ້ມຫໍ່ທີ່ສະໜອງໃຫ້ແກ່ການຜະລິດອຸດສາຫະກຳ. |
| ຄຳເຫັນ | ເພື່ອຮັບປະກັນວ່າຜູ່ຊົມໃຊ້ເຂົ້າໃຈສັບພະຄຸນ ແລະ ຄຸນນະພາບຂອງສິນຄ້າ |
| ເລີ່ມມີຜົນ | 2015-12-16 |
| ສິ້ນສຸດ | 9999-12-31 |
| ອ້າງອີງ | ຂໍ້ຍ່ອຍທີ 1 ແລະ 2 ຂອງພາກ 1 ຂອງຄໍາສັ່ງ ເລກທີ 2501/ອຄ.ຄພນ, ຂໍ້ 1 ແລະ 2 ຂອງຄໍາແນະນໍາ ເລກທີ 0281/ຄພນ.ປຊຂ, ມາດຕາ 18 ແລະ 19 ຂອງກົດໝາຍ 02/ສພຊ |
| ປະເພດ ມາດຕະການ | TBT |
| ອົງກອນ | ກະຊວງ ອຸດສາຫະກຳ ແລະ ການຄ້າ |
| ເອກະສານນິຕິກຳ | - ຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ສະບັບເລກທີ 2501/ອຄ. ຄພນ, ລົງວັນທີ 16 ທັນວາ 2015 - ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ສະບັບເລກທີ 30 ມິຖຸນາ 2010 - ຄຳແນະນຳໃນການຈັດຕັ້ງປະຕິບັດຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015 ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ເລກທີ 0281/ຄພນ.ປຊຂ, ລົງວັນທີ 11 ມີນາ 2016 |
| UN Code | B31 |
ຂັ້ນຕອນຍ່ອຍ
| # | ຊື່ຂັ້ນຕອນ | ລາຍລະອຽດ | ໝວດ | ເບິ່ງລາຍລະອຽດ |
|---|---|---|---|---|
| 1 | ມາດຕະການທີ່ບໍ່ມີ ຫຼື ບໍ່ຈຳເປັນຕ້ອງມີຂັ້ນຕອນສະເພາະໃດໜຶ່ງ - ກະລຸນາເບິ່ງສ່ວນ Notes ຂອງເອກະສານນີ້ສໍາລັບຄຳອະທິບາຍລະອຽດເພີ່ມເຕີມ. | ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຍັງບໍ່ທັນມີຂັ້ນຕອນຢ່າງເປັນທາງການສໍາລັບມາດຕະການນີ້. ເຫດຜົນທີ່ຍັງບໍ່ທັນມີຂັ້ນຕອນຢ່າງເປັນທາງການແມ່ນໃຫ້ເບິ່ງສ່ວນ Notes ຂອງເອກະສານນີ້ສໍາລັບຄຳອະທິບາຍລະອຽດເພີ່ມເຕີມ. | ທົ່ວໄປ |
ແບບຟອມ
| # | ຫົວຂໍ້ | ລາຍລະອຽດ | ອອກໂດຍ | ໄຟລ໌ |
|---|
ສິນຄ້າ
| # | ລະຫັດ HSCODE | ລາຍລະອຽດ |
|---|
Step-by-Step Guide
| # | Process name | Process short name | ການດໍາເນີນການດ້ານການຄ້າ |
|---|
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.