ລິ້ງຂໍ້ມູນນີ້ແມ່ນເພື່ອແຈ້ງໃຫ້ຜູ້ອ່ານຊາບວ່າ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຍັງບໍ່ທັນມີຂັ້ນຕອນຢ່າງເປັນທາງການສໍາລັບມາດຕະການນີ້.
ເຫດຜົນທີ່ຍັງບໍ່ທັນມີຂັ້ນຕອນຢ່າງເປັນທາງການມີດັ່ງນີ້:
- ມາດຕະການແມ່ນຂໍ້ຮຽກຮ້ອງດ້ານນະໂຍບາຍທີ່ມີລັດສະນະກວມລວມ ຕົວຢ່າງ: ຄວາມຈຳເປັນໃນການລົງທະບຽນທຸລະກິດ ຫຼື ຄຳແນະນຳຕາມຈຸດກວດກາຂອງດ່ານຕ່າງໆໃນເວລານຳເຂົ້າສິນຄ້າ.
- ເປັນມາດຕະການທີ່ລະບຸກ່ຽວກັບການເກັບຮັກສາສິນຄ້າ, ການຕິດສະຫຼາກ ຫຼື ການຂົນສົ່ງ ທີ່ບໍ່ກ່ຽວຂ້ອງກັບການຄ້າສາກົນໂດຍກົງ. ບຸກຄົນທີ່ກຳລັງເກັບຮັກສາສິນຄ້າ, ດໍາເນີນການ, ຂາຍ ຫຼື ຂົນສົ່ງສິນຄ້າເຫຼົ່ານີ້ຢູ່ພາຍໃນປະເທດ ຫຼື ຕ່າງປະເທດ ຕ້ອງໄດ້ປະຕິບັດຕາມກົດລະບຽບພາຍໃນເຫຼົ່ານີ້.
- ເປັນມາດຕະການທີ່ລະບຸກ່ຽວກັບການປະສົມ, ການຕິດສະຫຼາກ, ການຂົນສົ່ງ, ການເກັບຮັກສາສິນຄ້າ ຫຼື ການບັນຊີທີ່ກ່ຽວຂ້ອງ ຫຼັງຈາກນໍາເຂົ້າສິນຄ້າມາໃນລາວເທົ່ານັ້ນ. ໃນພາກປະຕິບັດ, ຂໍ້ຮຽກຮ້ອງເຫຼົ່ານີ້ຈະມີຜົນບັງຄັບໃຊ້ສະເພາະເສດຖະກິດພາຍໃນ.
- ເປັນມາດຕະການທີ່ບໍ່ຈະແຈ້ງ ເພາະຄຳສັບ ຊຶ່ງຜູ້ປະກອບການອາດຍັງບໍ່ສາມາດຮູ້ວ່າສິນຄ້າທີ່ນໍາເຂົ້າ ຫລື ສົ່ງອອກນັ້ນແມ່ນນອນໃນມາດຕະການ ຫຼື ບໍ່. ຕົວຢ່າງ:
- ມາດຕະການທີ່ກວມເອົາ “ຜະລິດຕະພັນດ້ານວັດທະນະທຳຈາກຕ່າງປະເທດ” ຊຶ່ງຜະລິດຕະພັນດ້ານວັດທະນະທໍາຈາກຕ່າງປະເທດແມ່ນຫຍັງ?
- “ແຜ່ນປ້າຍໂຄສະນາ”. ແຜ່ນປ້າຍໂຄສະນາແມ່ນຫຍັງ? ຂະໜາດເທົ່າໃດ? ມັນເປັນແຜ່ນເປົ່າ ຫຼື ແຜ່ນພິມ? ແຜ່ນປ້າຍໂຄສະນາມັນເຮັດມາຈາກວັດຖຸຫຍັງ?
- ເປັນມາດຕະການທີ່ອະທີບາຍຂໍ້ຮຽກຮ້ອງໂດຍລວມ ທີ່ອາດຖືກນໍາໃຊ້ກັບສິນຄ້າໃດໜຶ່ງ ຊຶ່ງຂຶ້ນກັບການຊົມໃຊ້, ຄໍາເຫັນ, ຫຼື ລະບຽບການຂອງບຸກຄົນທີ່ສາມ ເຊັ່ນ: ສານ, ອົງການການຄ້າ, ພະແນກຕາງໜ້າຈາກລັດຖະບານ ຫຼື ເຈົ້າຂອງທີ່ຈົດທະບຽນຊັບສິນທາງປັນຍາ ຫຼື ເຄື່ອງຫມາຍການຄ້າ. ໃນສະພາບແບບນີ້, ມັນບໍ່ສົມເຫດສົມຜົນທີ່ຜູ້ປະກອບການຕ້ອງຮູ້ວ່າສິນຄ້າຂອງຕົນນອນໃນມາດຕະການນີ້, ເວັ້ນເສຍວ່າ ອົງການທີ່ກ່ຽວຂ້ອງໄດ້ກຳນົດລະຫັດອັດຕາພາສີ ຫຼື ລະຫັດ HS ສະເພາະ ແລະ ໄດ້ແຈ້ງໃຫ້ສາທາລະນະຊົນຊາບຢ່າງເປັນທາງການ.
ແບບຟອມ
ມາດຕະການ
Step-by-Step Guide
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.