ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ

ກົມການຄ້າພາຍໃນ   ເລກທີ 0281/ຄພນ.ປຊຂ

ນະຄອນຫຼວງວຽງຈັນ, ວັນທີ 11 ມີນາ 2016

ຄຳແນະນຳ

ໃນການຈັດຕັ້ງປະຕິບັດຄຳສັ່ງ ຂອງລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ

ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015 ກ່ຽວກັບການຕິດສະຫຼາກສິນຄ້າ ເປັນພາສາລາວ

ເຖິງ: - ຫົວໜ້າພະແນກອຸດສາຫະກຳ  ແລະ ການຄ້າແຂວງ, ນະຄອນຫຼວງ

- ຫົວໜ້າຫ້ອງການອຸດສາຫະກຳ ແລະ ການເມຶອງ.

  • ອີງຕາມ ກົດໝາຍວ່າດ້ວຍ ການປົກປ້ອງຜູ່ຊົມໃຊ້, ສະບັບເລກທີ 02\ສພຊ, ລົງວັນທີ 30 ມິຖຸນາ 2010;
  • ອີງຕາມ ຄຳສັ່ງຂອງລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ, ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມການຄ້າພາຍໃນ, ສະບັບເລກທີ 2250/ອຄ.ຈພງ, ລົງວັນທີ  20 ຕຸລາ 2012.

ເພຶ່ອເປັນການຜັນຂະຫຍາຍເນື້ອໃນຄຳສັ່ງ ກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ ຂອງລັດຖະມົນຕີວ່າການກະຊວງ ອຸດສາຫະກຳ ແລະ ການຄ້າ ທັງເປັນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ, ກົມການຄ້າພາຍໃນ ຈຶ່ງໄດ້ມີຄຳແນະນຳ ເພຶ່ອໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ນຳໄປຈັດຕັ້ງປະຕິບັດ ດັ່ງນີ້ :

1. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແຈ້ງໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນຮັບຊາບ ທັງລົງເຜີຍແຜ່ແນະນຳ ໃຫ້ບັນດາຜູ່ຜະລິດພາຍໃນ, ຜູ່ນຳເຂົ້າ, ຜູ່ຂາຍຍົກ ແລະ ຕົວແທ່ນຈຳໜ່າຍ ແມ່ນຕ້ອງໄດ້ຮັບຜິດຊອບ ໃນການຕິດສະຫຼາກສິນຄ້າ ເປັນພາສາລາວທັງໝົດ ກ່ອນການຈຳໜ່າຍສິນຄ້າ ໃຫ້ຜູ່ຂາຍຍ່ອຍ ແລະ ຜູ່ຊົມໃຊ້, ຍົກເວັ້ນແຕ່ສິນຄ້າທີ່ໄດ້ຮັບຍົກເວັນການຕິດສະຫຼາກ ຕາມທີ່ກຳນົດໃນຂໍ້ 4 ຂອງຄຳສັ່ງ 2501. ຮູບການເຜີຍແຜ່ແນະນຳ ແມ່ນຂື້ນກັບເງື່ອນໄຂຄວາມສະດວກຂອງພະແນກ ຢູ່ແຕ່ລະແຂວງ ຊຶ່ງເຜີຍແຜ່ໃນຮູບແບບ: ເຊີນເປົ້າໝາຍທັງໝົດມາປະຊຸມ ເພື່ອເຜີຍແຜ່ແນະນຳ ຫຼື ເຜີຍແຜ່ຜ່ານສື່ມ່ວນຊົນ, ເຮັດໜັງສືແຈ້ງການແຈກຢາຍໃຫ້ແຕ່ລະຫົວໜ່ວຍທຸລະກິດ ແລະ ຮູບແບບອື່ນໆ ຕາມຄວາມເໜາມສົມ. ແຕ່ສິ່ງສຳຄັນແມ່ນຕ້ອງເຜີຍແຜ່ໃຫ້ພາກສ່ວນທຸລະກິດ ກໍ່ຄືກຸ່ມເປົ້າໝາຍໃຫ້ຮັບຮູ້ຢ່າງທົ່ວເຖິງ.

2. ເນື້ອໃນຕົ້ນຕໍ ຂອງສະຫຼາກສິນຄ້າ ທີ່ຕ້ອງຕິດເປັນພາສາລາວນັ້ນ ແມ່ນໃຫ້ຖືກຕ້ອງຕາມທີ່ກຳນົດໃນມາດຕາ 19 ຂອງກົດໝາຍວ່າດ້ວຍການປົກປ້ອງຜູ່ຊົມໃຊ້ ສະບັບເລກທີ 02/ສພຊ ລົງວັນທີ 30 ມິຖຸນາ 2010 ຊຶ່ງມີເນື້ອໃນຕົ້ນຕໍ ຢູ່ 4 ຂໍ້ ເປັນເນື້ອໃນສຳຄັນທີ່ຕ້ອງມີ, ແຕ່ເນື້ອໃນສະຫຼາກສິນຄ້າ ສາມາດຫຼາຍກ່ວານັ້ນໄດ້ ບົນພື້ນຖານຄວາມເປັນຈິງ ແລະ ຄຸນລັກສະນະຂອງສິນຄ້າ ແຕ່ບໍ່ໃຫ້ໂຄສະນາເກີນຂອບເຂດ ຫຼື ບໍ່ຖຶກຕ້ອງກັບຄວາມເປັນຈິງ.

 3. ວິທີການຕິດສະຫຼາກສິນຄ້າ ແມ່ນຕ້ອງຕິດໃຫ້ແໜ້ນ ເພື່ອບໍ່ໃຫ້ຕົກເຮ່ຍງ່າຍ (ໂດຍທົ່ວໄປແມ່ນຕິດມາຈາກໂຮງງານ) ຕິດຢູ່ບ່ອນເຫັນໄດ້ງ່າຍ ເພື່ອໃຫ້ຜູ່ຊົມໃຊ້ຊອກເຫັນໄດ້ງ່າຍ ແລະ ອ່ານໄດ້ສະດວກດີ ຕ້ອງຕິດໃສ່ຕົວສິນຄ້າ, ພາສະນະບັນຈຸ, ຫີບຫໍ່ບັນຈຸສິນຄ້າ, ແກັດ ຫຼຶ່ ຖັງ ແລະ ສາມາດຕິດຖັບກັບສະຫຼາກເດີມໄດ້ ໃນກໍລະນີສິນຄ້ານັ້ນຫາກບໍ່ມີເນື້ອທີ່ພຽງພໍ  ແລະ ສະຫຼາກສິນຄ້າທີ່ເປັນພາສາລາວ ແມ່ນລວມເອົາບັນດາເອກະສານ ຫຼື ຄູ່ມື ຕ່າງໆທີ່ໃຊ້ປະກອບ ກັບສິນຄ້າຕົວນັ້ນໆ.

4. ສິນຄ້າທີ່ໄດ້ຮັບການຍົກເວັ້ນ ການຕິດສະຫຼາກສິນຄ້າເປັນພາສາລາວ ຕາມເນື້ອໃນ ຂໍ້ທີ 4 ຂອງຄຳສັ່ງ ແມ່ນໃຫ້ກວມເອົາສິນຄ້າທີ່ນຳມາວາງສະແດງ ໃນງານວາງສະແດງສິນຄ້າພ້ອມ.

 5. ຜູ່ຜະລິດພາຍໃນ, ຜູ່ນຳເຂົ້າ, ຜູ່ຂາຍຍົກ, ຕົວແທນຈຳໜ່າຍ ແລະ ຂາຍຍ່ອຍສິນຄ້າ ທີ່ລະເມີດຄຳສັ່ງ 2501 ແມ່ນຈະຖຶກກ່າວເຕືອນ ແລະ ເຮັດບົດບັນທືກ, ປັບໃໝ, ໃຫ້ໂຈະ ຫຼື ຖອນໃບທະບຽນວິສາຫະກິດ ພ້ອມທັງຢຶດ ຫຼື ອາຍັດ ສິນຄ້າດັງກ່າວ ໂດຍແຍກລະອຽດມາດຕາການ ຕໍ່ຜູ່ລະເມີດ ດັ່ງນີ້:

  • ຜູ່ຜະລິດພາຍໃນ, ຜູ່ນຳເຂົ້າ, ຜູ່ຂາຍຍົກ, ແລະ ຕົວແທ່ນຈຳຫນ່າຍ ຫາກມີການລະເມີດຄັ້ງທີ 1 ແມ່ນຈະຖືກກ່າວເຕືອນ ແລະ ເຮັດບົດບັນທຶກ ແຕ່ໃນບົດບັນທຶກຕ້ອງໄດ້ລະບຸໄລຍະເວລາອີກ 1 ເດືອນອອກໄປ ເພື່ອໃຫ້ຜູ່ລະເມີດໄດ້ຕິດສະຫຼາກສິນຄ້າເປັນພາສາລາວຄືນ ຖ້າຫາກໄລຍະເວລາ 1 ເດືອນຜ່ານໄປແລ້ວ ຜູ່ກ່ຽວຍັງບໍ່ຕິດສະຫຼາກ ສິນຄ້າເປັນພາສາລາວ ແມ່ນໃຫ້ຖືວ່າເປັນການລະເມີດຄັ້ງທີ 2, ຊຶ່ງຈະຖືກປັບໃໝແຕ່ 5.000.000 ກີບ -7.000.000 ກີບ ແລະ ຄັ້ງທີ 3 ແມ່ນຈະຖຶກປັບໃໝແຕ່ 7.000.000 ກີບ - 9.000.000 ກີບ  ພ້ອມທັງໃຫ້ໂຈະການດຳເນີນກິດຈະການຊົ່ວຄາວ ແລ້ວໃຫ້ຕິດສະຫຼາກສິນຄ້າເປັນພາສາລາວຄືນ ພາຍຫຼັງຕິດສະຫຼາກສິນຄ້າສຳເລັດແລ້ວ ໃຫ້ສະເໜີຫາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ລົງກວດກາຕົວຈິງ ຫຼື ຮ້າຍແຮງ ບໍ່ຍອມປະຕິບັດຄຳສັ່ງດັ່ງກ່າວ ແມ່ນ ໃຫ້ຖອນໃບທະບຽນວິສາຫະກິດ.
  • ຜູ່ຂາຍຍ່ອຍສິນຄ້າ ຫາກມີການລະເມີດຄັ້ງທີ 1 ແມ່ນຈະຖຶກກ່າວເຕືອນ ແລະ ເຮັດບົດບັນທຶກ ແຕ່ໃນບົດບັນທຶກຕ້ອງໄດ້ລະບຸໄລຍະເວລາອິກ 1ເດືອນອອກໄປ ເພື່ອໃຫ້ຜູ່ລະເມີດຕິດສະຫຼາກສິນຄ້າເປັນພາສາລາວຄືນ ຖ້າຫາກວ່າໄລຍະເວລາ 1 ເດືອນຜ່ານໄປແລ້ວ ຜູ່ກ່ຽວບໍ່ຕິດສະຫຼາກ ສິນຄ້າເປັນພາສາລາວ ແມ່ນໃຫ້ຖືວ່າ ເປັນການລະເມີດຄັ້ງທີ 2 ຊຶ່ງຈະຖຶກປັບໃໝແຕ່ 500.000 ກີບ - 1.000.000 ກີບ ແລະ ຄັ້ງທີ 3 ແມ່ນຈະຖຶກປັບໃໝ 1.000.000 ກີບ - 2.000.000 ກີບ ພ້ອມທັງອາຍັດສິນຄ້າ  ທີ່ບໍ່ໄດ້ຕິດສະຫຼາກສິນຄ້າເປັນພາສາລາວໄວ້ ພ້ອມທັງໃຫ້ຢຸດຕິການຂາຍສິນຄ້າເພື່ອໃຫ້ເຈົ້າຂອງຮ້ານຄ້າ ຕ້ອງໄດ້ຕິດສະຫຼາກສິນຄ້າ ເປັນພາສາລາວຄືນ ແລ້ວຈຶ່ງສາມາດຈຳໜ່າຍສິນຄ້າໄດ້.

ສ່ວນມາດຕາການປັບໃໝ ທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງວ່າດ້ວຍອົງການຈັດຕັ້ງປະຕິບັດວຽກງານປົກປ້ອງ ຜູ່ຊົມໃຊ້ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1746/ອຄ ລົງວັນທີ 23 ສິງຫາ 2012 ຂໍ້ 3 ມາດຕາ 12 ແລະ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2552/ອຄ.ຄພນ, ລົງວັນທີ 14 ທັນວາ 2012 ວ່າດ້ວຍອົງການປະຕິບັດວຽກງານ ກວດກາການຄ້າ ຂໍ້ 1.9 ມາດຕາ 11 ແມ່ນໃຫ້ຍົກເລິກ.

6. ຄຳສັ່ງ 2501 ມີຜົນບັງຄັບໃຊ້ ຕໍ່ບັນດາຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ພາຍຫຼັງ 15 ວັນ ນັບແຕ່ມື້ທີ່ໄດ້ແຈ້ງອອກໃນຈົດໝາຍເຫດທາງລັດຖະການ ໃນວັນທີ 24 ທັນວາ 2015, ດັ່ງນັ້ນ ສຳລັບຮ້ານຄ້າຂາຍຍ່ອຍ ແມ່ນໃຫ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 14 ເມສາ 2016 ເປັນຕົ້ນໄປ ແລະ ຜູ່ຜະລິດພາຍໃນ, ຜູ່ນຳເຂົ້າ ແລະ ຜູ່ດຳເນີນທຸລະກິດ ການຄ້າຂາຍຍົກ ຫຼື ເປັນຕົວແທນຈຳໜ່າຍສິນຄ້າໃດໜຶ່ງ ແມ່ນໃຫ້ເລີ່ມປະຕິບັດ ນັບແຕ່ວັນທີ 14 ມີນາ ເປັນຕົ້ນໄປ.

   ດັ່ງນັ້ນ, ກົມການຄ້າພາຍໃນ ຈຶ່ງເຮັດຄຳແນະນຳ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ

ຫົວໜ້າກົທມການຄ້າພາຍໃນ

ບຸນທຽນ ແກ້ວສີພາ

# ຫົວຂໍ້ ດາວໂຫຼດ
1 Instruction on the Implementation of Ordinance of the Minister of Industry and Commerce No. 2501/MoIC.DTD, dated 16 Dec 2015 on products labeling in Lao language No. 0281/DDT.CPCD, dated 11 March 2016 PDF
2 ຄຳແນະນຳໃນການຈັດຕັ້ງປະຕິບັດຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015 ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ເລກທີ 0281/ຄພນ.ປຊຂ, ລົງວັນທີ 11 ມີນາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຕິດສະຫຼາກສິນຄ້ານຳເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ທຸກສິນຄ້ານຳເຂົ້າຕ້ອງໄດ້ຮັບການຕິດສະຫຼາກ ເປັນພາສາລາວ ຍົກເວັນສິນຄ້າທີ່ລະບຸ ໄວ້ໃນຂໍ້ 4 ຂອງຄຳສັ່ງສະບັບນີ້ ດັ່ງຕໍ່ໄປນີ້: 1)ສິນຄ້າຂາອອກຕໍ່, ຜ່ານແດນ ແລະ ວາງສະແດງ; 2) ຂອງຂວັນ ແລະ ຂອງຕ້ອນ; 3) ອາຫານສົດ ແລະ ອາຫານປຸງແຕ່ງທີ່ບໍ່ໄດ້ຫຸ້ມຫໍ່ ແລະ ຂາຍໃຫ້ ຜູ່ຊົມໃຊ້ໂດຍກົງ; ແລະ 4) ສິນຄ້າທີ່ເປັນວັດຖຸດິບ ທີ່ບໍ່ໄດ້ຫຸ້ມຫໍ່ທີ່ສະໜອງໃຫ້ແກ່ການຜະລິດອຸດສາຫະກຳ.
  1. ຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ສະບັບເລກທີ 2501/ອຄ. ຄພນ, ລົງວັນທີ 16 ທັນວາ 2015
  2. ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ສະບັບເລກທີ 30 ມິຖຸນາ 2010
  3. ຄຳແນະນຳໃນການຈັດຕັ້ງປະຕິບັດຄໍາສັ່ງ ຂອງລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015 ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ ເລກທີ 0281/ຄພນ.ປຊຂ, ລົງວັນທີ 11 ມີນາ 2016
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.