ຂ້ໍຕົກລົງວ່າດ້ວຍມາດຕະການສຸຂານາໄມພືດ ສໍາລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມສະບັບເລກທີ 2986/ກປ, ລົງວັນທີ 28 ມິຖູນາ 2019

ຂັ້ນຕອນການປະກອບເອກະສານເພື່ອຂໍໃບອະນຸຍາດນໍາເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະວັດຖຸຕ້ອງຄວບຄຸມຕາມລາຍການບັນຊີຄວບຄຸມ (ບັນຊີຄວບຄຸມກໍາລັງຮ່າງ).

 



 

ຂັ້ນຕອນ 1: ການປະກອບເອກະສານ.

  1. ໃບຄໍາຮ້ອງ (ມີແບບຝອມ);
  2. ໃບທະບຽນວິສາຫະກິດ;
  3. ໃບອະນຸຍາດດໍາເນີນທຸລະກິດ (ຂະແໜງກະສິກໍາ ແລະ ປ່າໄມ້);
  4. ໃບອາກອນປະຈໍາປີ;
  5. ໃບແຈ້ງລາຄາ;
  6. ແຜນນໍາເຂົ້າຂອງບໍລິສັດ (ແຜນນໍາເຂົ້າສາມເດືອນ ຫຼື ປີໜຶ່ງ)

ຂັ້ນຕອນ 2 ການກວດກາເອກະສານ

ພາຍຫຼັງປະກອບເອກະສານຄົບຊຸດແລ້ວ ຍື່ນກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ພະນັກງານ ຈໍາດໍາເນີນກວດກາເອກະສານກັບທີ່. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາກັບທີ່ ແຕ່ຖ້າບໍ່ຄົບຖ້ວນ ແມ່ນຈະສົ່ງເອກະສານກັບ ພ້ອມແນະນໍາໃຫ້ປະກອບເອກະສານຄືນ.

ຂັ້ນຕອນ 3 ການພິຈາລະນາ

ກົມປູກຝັງຈະໃຊ້ເວລາພິຈາລະນາ 15 ວັນລັດຖະການ ເພື່ອພິຈາລະນາອອກໃບອະນຸຍາດນໍາເຂົ້າແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມຕາມລາຍການບັນຊີຄວບຄຸມ. ໃນກໍລະນີປະຕິເສດອອກໃບອະນຸຍາດນໍາເຂົ້າ ຈະແຈ້ງເປັນລາຍລັກອັກສອນໃຫ້ຜູ້ປະກອບການຮັບຊາບ ພ້ອມຊີ້ແຈງເຫດຜົນ.

ຂັ້ນຕອນ 4 ການອອກໃບອະນຸຍາດການນໍາເຂົ້າ

ໃບອະນຸຍາດນໍາເຂົ້າ ແມ່ນກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ເປັນຜູ້ອອກໃບອະນຸຍາດຢ່າງທາງການ ແລະ ໃຊ້ໄດ້ພຽງຄັ້ງດຽວເທົ່ານັ້ນ.

ຂັ້ນຕອນ 5: ຮັບເອົາໃບອະນຸຍາດ

ຜູ້ປະກອບການສາມາດໄປຮັບເອົາໃບອະນຸຍາດນໍາເຂົ້າໄດ້ທີ່ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຕາມວັນ ແລະ ເວລາທີ່ກໍານົດ. ຄ່າທໍານຽມ ໃບອະນຸຍາດນໍາເຂົ້າ 1 ຊຸດ 40,000 ກີບ (ສີສິບພັນກີບ).

ຕິດຕໍ່ສອບຖາມລາຍລະອຽດໄດ້ທີ່: ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້. ກົດທີ່ນີ້ ເພື່ອເບີ່ງລາຍລະອຽດຕື່ມກ່ຽວກັບແຜນວາດຂັ້ນຕອນການນໍາເຂົ້າພືດ

ໂທລະສັບ: (+856 21) 412 350

ແຟກ: (+856 21) 412 349

P.O. Box: 811; Email: [email protected]

ສຳນັກງານຕັ້ງຢູ່ໃນຮົ້ວ ຂອງກະຊວງ ກະສິກຳ ແລະ ປ່າໄມ້

ບໍລິເວນ ວົງວຽນປະຕູໄຊ

ນະຄອນຫຼວງວຽງຈັນ, ສປປ ລາວ

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບອະນຸຍາດນຳເຂົ້າ ພືດ/ຜະລິດຕະພັນພືດ ໃບອະນຸຍາດນຳເຂົ້າ ພືດ/ຜະລິດຕະພັນພືດ ກະຊວງ ກະສິກຳ ແລະ ປ່າໄມ້ PDF
2 ໃບອະນຸຍາດ ນຳເຂົ້າ ວັດຖຸອຸປະກອນ ຮັບໃຊ້ການຜະລິດ ກະສິກຳໃນ ສປປ ລາວ ໃບອະນຸຍາດ ນຳເຂົ້າ ວັດຖຸອຸປະກອນ ຮັບໃຊ້ການຜະລິດກະສິກຳໃນ ສປປ ລາວ ກະຊວງ ກະສິກຳ ແລະ ປ່າໄມ້ PDF
3 ໃບແຈ້ງຜ່ານ ການນຳເຂົ້າ, ການສົ່ງອອກ ຫຼື ນຳຜ່ານ ສປປ ລາວ (ພືດ, ຜະລິດຕະພັນ ພືດ/ກະສິກຳປ່າໄມ້, ດິນຝຸ່ນ ແລະ ຢາປາບສັດຕູພືດ) ໃບແຈ້ງຜ່ານ ການນຳເຂົ້າ, ການສົ່ງອອກ ຫຼື ນຳຜ່ານ ສປປ ລາວ (ພືດ, ຜະລິດຕະພັນ ພືດ/ກະສິກຳປ່າໄມ້, ດິນຝຸ່ນ ແລະ ຢາປາບສັດຕູພືດ) ກະຊວງ ກະສິກຳ ແລະ ປ່າໄມ້ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.