ອີງຕາມ ຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫຼື ສົ່ງອອກ ເລກທີ 0333/ອຄ, ລົງວັນທີ 22 ມີນາ 2022, ການນຳເຂົ້າ ຫຼື ສົ່ງອອກ ອາຍແກັສທຸກປະເພດ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ອາຍແກັສ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ອາຍແກັສ ຢູ່ ສປປ ລາວ ເລກທີ 0238/ອຄ.ກຂອ, ລົງວັນທີ 02 ກຸມພາ 2012.

 

ການຂໍອະນຸຍາດນຳເຂົ້າ ອາຍແກັສເພື່ອຈຳໜ່າຍ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

ຂັ້ນຕອນ 1. ກະກຽມເອກະສານ ເພື່ອຂໍໃບອະນຸຍາດນຳເຂົ້າ ອາຍແກັສຫຸງຕົ້ມ ມີລາຍລະອຽດດັ່ງລຸ່ມນີ້:

-       ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-       ແບບຟອມໃບອະນຸຍາດນຳເຂົ້າ (ດາວໂຫຼດ ທີ່ນີ້)
-       ສຳເນົາໃບທະບຽນວິສາຫະກິດ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-       ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-       ໃບແຈ້ງລາຄາ
-       ໃບຫຸ້ມຫໍ່ສິນຄ້າ
-       ແຜນຈຳໜ່າຍອາຍແກັສປະຈຳປີ (ອອກໂດຍ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ. ຄລິກເພື່ອເບິ່ງຕົວຢ່າງ). 

ຂັ້ນຕອນ 2. ພິຈາລະນາເອກະສານ

ຜູ້ນຳເຂົ້າ ຈ່າຍຄ່າທຳນຽມ 10,000 ກີບ ທີ່ ພະແນກການເງິນ, ຫ້ອງການກະຊວງ ອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ). ຫຼັງຈາກນັ້ນ ນຳໃບບິນດັ່ງກ່າວ ພ້ອມດ້ວຍເອກະສານຂ້າງເທິງທັງໝົດ ຍື່ນທີ່ ຂາເຂົ້າ-ຂາອອກ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ຂັ້ນຕອນ 3. ເຊັນ ແລະ ອອກໃບອະນຸຍາດນໍາເຂົ້າ

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາຄຳຮ້ອງ ພາຍໃນ 03 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

ຂັ້ນຕອນ 4. ໃບອະນຸຍາດນໍາເຂົ້າ

ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າ ອາຍແກັສ ເພື່ອຈຳໜ່າຍ.

ຂັ້ນຕອນ 5. ຮັບໃບອະນຸຍາດນໍາເຂົ້າ

ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

 

ສອບຖາມເພີ່ມເຕີມ ກະລຸນາຕິດຕໍ່: ພະແນກ ບໍລິຫານການນຳເຂົ້າ ແລະ ສົ່ງອອກ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໂທ: 021 412008

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ຄຳຮ້ອງ ຂໍໃບອະນຸຍາດ ນຳເຂົ້າ ສິນຄ້າ ຄຳຮ້ອງນີ້ ໃຊ້ສຳລັບການຂໍໃບອະນຸຍາດນຳເຂົ້າສິນຄ້າ ຢູ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກະຊວງ ອຸດສາຫະກຳ ແລະ ການຄ້າ PDF
2 ແບບຟອມໃບຂໍອະນຸຍາດນຳເຂົ້າ ແບບຟອມໃບຂໍອະນຸຍາດນຳເຂົ້າ (ລົດ, ພາຫະນະ, ນ້ຳມັນ, ນ້ຳມັນເຊື້ອໄຟ, ອາຍແກັສ, ເພັດຫຍາບ) ກະຊວງ ອຸດສາຫະກຳ ແລະ ການຄ້າ DOCX
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ ອາຍແກັສ ການນຳເຂົ້າອາຍແກ໊ສຈຳເປັນຕ້ອງໄດ້ຂໍອະນຸຍາດນຳເຂົ້າຈາກກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເກັບກຳສະຖິຕິ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ອາຍແກັສ ຢູ່ ສປປ ລາວ ເລກທີ 0238/ອຄ.ກຂອ 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.