ອີງຕາມ ແຈ້ງການ ສະບັບເລກທີ 0076/ອຄ.ກຂອ ລົງວັນທີ 13 ມັງກອນ 2012, ການນຳເຂົ້າ ຫຼື ສົ່ງອອກ ເພັດຫຍາບທຸກປະເພດ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ ແມ່ນ ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016.

 

ການຂໍອະນຸຍາດນຳເຂົ້າເພັດຫຍາບ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-   ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-   ແບບຟອມໃບອະນຸຍາດນຳເຂົ້າ (ດາວໂຫຼດ ທີ່ນີ້)
-   ສຳເນົາໃບທະບຽນວິສາຫະກິດ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-   ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ກໍລະນີຍື່ນຄັ້ງທຳອິດ ແມ່ນຖືໃບແທ້ໄປນຳ)
-   ໃບກຳກັບການສົ່ງສິນຄ້າ (Shipping note)
-   ໃບຢັ້ງຢືນ KPC ຈາກປະເທດຕົ້ນທາງ (ຮັບຮອງໂດຍປະເທດສົ່ງອອກເພັດຫຍາບ). ຄລິກເພື່ອເບິ່ງຕົວຢ່າງ

2. ຜູ້ປະກອບການ ຈ່າຍຄ່າທຳນຽມ 10,000 ກີບ ທີ່ ພະແນກການເງິນ, ຫ້ອງການກະຊວງ ອຸດສາຫະກຳ ແລະ ການຄ້າ. ຫຼັງຈາກນັ້ນ ນຳໃບບິນດັ່ງກ່າວ ພ້ອມດ້ວຍເອກະສານຂ້າງເທິງທັງໝົດ ຍື່ນທີ່ ຂາເຂົ້າ-ຂາອອກ ຂອງ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

3. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາຄຳຮ້ອງ ພາຍໃນ 03 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

4. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການນຳເຂົ້າ ແລະ ສົ່ງອອກ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າເພັດຫຍາບ. (ເບິ່ງຕົວຢ່າງ ທີ່ນີ້)

5. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ຄຳຮ້ອງ ຂໍໃບອະນຸຍາດ ນຳເຂົ້າ ສິນຄ້າ ຄຳຮ້ອງນີ້ ໃຊ້ສຳລັບການຂໍໃບອະນຸຍາດນຳເຂົ້າສິນຄ້າ ຢູ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ. ກະຊວງ ອຸດສາຫະກຳ ແລະ ການຄ້າ PDF
2 ແບບຟອມໃບຂໍອະນຸຍາດນຳເຂົ້າ ແບບຟອມໃບຂໍອະນຸຍາດນຳເຂົ້າ (ລົດ, ພາຫະນະ, ນ້ຳມັນ, ນ້ຳມັນເຊື້ອໄຟ, ອາຍແກັສ, ເພັດຫຍາບ) ກະຊວງ ອຸດສາຫະກຳ ແລະ ການຄ້າ DOCX
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ມີໃບອະນຸຍາດນໍາເຂົ້າ - ເພັດຫຍາບ ການນໍາເຂົ້າເພັດຫຍາບ ຕ້ອງມີໃບອະນຸຍາດນໍາເຂົ້າ ຈາກກົມນໍາເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອຄຸ້ມຄອງ ແລະ ຕິດຕາມ ແລະ ປະຕິບັດຕາມລະບຽບການຂອງອົງ ການຈັດຕັ້ງ KP ຂໍ້ຕົກລົງ ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກ ເພັດຫຍາບ, ສະບັບເລກທີ 0224/ອຄ.ກຂອ, ລົງວັນທີ 8 ກຸມພາ 2016 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.