ອີງຕາມກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ (ສະບັບປັບປຸງ) ສະບັບເລກທີ 09/ສພຊ, ລົງວັນທີ 21 ທັນວາ 2011 ແລະ ກົດໝາຍວ່າດ້ວຍ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ສະບັບເລກທີ 02/ສພຊ, ລົງວັນທີ 07 ພະຈິກ 2016.  ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແມ່ນຜູ້ຄຸ້ມຄອງການນຳເຂົ້າອຸປະກອນ ໄອຊີທີ.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການນຳເຂົ້າ ແລະ ຈຳໜ່າຍ ອຸປະກອນໄອຊີທີ ແມ່ນ ຂໍ້ຕົກລົງວ່າດ້ວຍການນຳເຂົ້າ ແລະ ຈຳໜ່າຍອຸປະກອນ ໄອຊີທີ ສະບັບເລກທີ 3201/ປທສ, ລົງວັນທີ 16 ພະຈິກ 2016.

 

ການຂໍອະນຸຍາດນຳເຂົ້າອຸປະກອນໄອຊີທິ  ແມ່ນຕ້ອງຂໍອະນຸຍາດເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-       ໃບຄຳຮ້ອງ (ດາວໂຫຼດ ທີ່ນີ້)
-       ສຳເນົາໃບທະບຽນວິສາຫະກິດ
-       ສຳເນົາໃບອະນຸຍາດດຳເນີນທຸລະກິດນຳເຂົ້າ
-       ໃບຢັ້ງຢືນການມອບພັນທະອາກອນປະຈຳປີ
-       ໃບຢັ້ງຢືນມາດຕະຖານການຜະລິດຂອງປະເທດຕົ້ນທາງ
-       ລາຍລະອຽດອຸປະກອນ ແລະ/ຫຼື ອຸປະກອນຕົວຈິງ (ກໍລະນີອຸປະກອນທີ່ຕ້ອງກວດກາທາງເຕັກນິກ)
-       ສຳເນົາໃບແຈ້ງລາຄາ
-       ສຳເນົາໃບຫຸ້ມຫໍ່ສິນຄ້າ
-       ໃບມອບສິດຜູ້ຕາງໜ້າ

ຜູ້ນຳເຂົ້າ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຢູ່ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ.

2. ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ພິຈາລະນາຄຳຮ້ອງ ພາຍໃນ 10 ວັນ ລັດຖະການ. ຍົກເວັ້ນອຸປະກອນໄອຊີທີ ທີ່ບໍ່ເຄີຍໄດ້ຮັບການຢັ້ງຢືນມາກ່ອນ ແລະ ມີລັກສະນະເຕັກນິກສູງ ອາດໃຊ້ເວລາເພີ່ມເຕີມໃນການຄົ້ນຄວ້າ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະພິຈາລະນາອອກ ໃບອະນຸຍາດນຳເຂົ້າ.

-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະເຊັນ ແລະ ອອກ ໃບອະນຸຍາດນຳເຂົ້າ. (ເບິ່ງຕົວຢ່າງ ທີ່ນີ້).

4. ຜູ້ນຳເຂົ້າ ຮັບໃບອະນຸຍາດນຳເຂົ້າ ແລະ ຈ່າຍຄ່າທຳນຽມ 100,000 ກິບ ແລະ ຄ່າບໍລິການ 100,000 ກີບ ທີ່ ກົມເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
1 ໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ອຸປະກອນ ໄອຊີທິ ໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ອຸປະກອນ ໄອຊີທິ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ PDF
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຄ່າທຳນຽມ ການອອກໃບຢັ້ງຢືນເຕັກນິກນຳເຂົ້າອຸປະກອນໂທລະຄົມມະນາຄົມ ຄ່າທຳນຽມ ການອອກໃບຢັ້ງຢືນເຕັກນິກນຳເຂົ້າອຸປະກອນໂທລະຄົມມະນາຄົມແມ່ນ 100,000 ກີບ/ຄັ້ງ ພັນທະທີ່ຕ້ອງຈ່າຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອເກັບລາຍຮັບເຂົ້າງົບປະມານລັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ, ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.