ອີງຕາມ ແຈ້ງການ ສະບັບເລກທີ 0076/ອຄ.ກຂອ ລົງວັນທີ 13 ມັງກອນ 2012, ການນຳເຂົ້າ ຫຼື ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແມ່ນຕ້ອງໄດ້ຂໍອະນຸຍາດກັບ ກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການຂໍອະນຸຍາດນຳເຂົ້າແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ ລົງວັນທີ 13 ມີນາ 2012.

 

ການຂໍອະນຸຍາດນຳເຂົ້າ ແຮ່ທາດ ແລະ ຜະລິດຕະພັນ ແຮ່ທາດ ແມ່ນຕ້ອງຂໍອະນຸຍາດນຳເຂົ້າເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ນຳເຂົ້າ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດນຳເຂົ້າ ຄື:

-       ໃບອະນຸຍາດຜູ້ລົງທຶນ
-       ໃບທະບຽນວິສາຫະກິດ
-       ໃບອະນຸຍາດດຳເນີນກິດຈະການໂຮງງານ
-       ໃບຮັບຮອງບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ລະອຽດ
-       ແຜນການນຳເຂົ້າ ປະຈຳປີ (ທີ່ກົມບໍ່ແຮ່ ຮັບຮອງ)
-       ຜົນວິໄຈແຮ່ທາດ
-       ສັນຍາຊື້-ຂາຍແຮ່ທາດ
-       ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (CO)

ຜູ້ນຳເຂົ້າ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຍື່ນຢູ່ຂາເຂົ້າຂອງກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່.

2. ກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່ ພິຈາລະນາຄຳຮ້ອງ ພາຍໃນ 10 ວັນ ລັດຖະການ.

-       ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມບໍ່ແຮ່ ຈະພິຈາລະນາອອກໃບແຈ້ງ ກ່ຽວກັບ ການນຳເຂົ້າ ເຖິງຂະແໜງການທີ່ກ່ຽວຂ້ອງ.
-       ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມບໍ່ແຮ່ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມບໍ່ແຮ່ ຈະເຊັນ ແລະ ອອກ ໃບແຈ້ງ ກ່ຽວກັບ ການນຳເຂົ້າ ເຖິງຂະແໜງການທີ່ກ່ຽວຂ້ອງ ຄື:

-       ກົມພາສີ, ກະຊວງການເງິນ ເພື່ອແຈ້ງຂໍນຳເຂົ້າ
-       ກົມການນຳເຂົ້າ ແລະ ສົ່ງອອກ,  ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຕິດຕາມ
-       ກົມສ່ວຍສາອາກອນ, ກະຊວງການເງິນ ເພື່ອປະຕິບັດພັນທະອາກອນ
-       ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ຫຼື ນະຄອນຫຼວງ ເພື່ອຕິດຕາມການນຳເຂົ້າຕົວຈິງ

4. ຜູ້ນຳເຂົ້າ ຮັບໃບແຈ້ງການນຳເຂົ້າ ແລະ ຈ່າຍຄ່າທຳນຽມ ທີ່ ກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່. 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.