ດໍາລັດວ່າດ້ວຍນໍ້າມັນເຊື້ອໄຟ ສະບັບເລກທີ 331/ລບ, ລົງວັນ 27 ພະຈິກ 2017 ໄດ້ກຳນົດຫຼັກການ, ລະບຽບ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຢູ່ ສປປ ລາວ ເພື່ອເຮັດໃຫ້ການດໍາເນີນທຸລະກິດດັ່ງກ່າວຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຜູ້ດໍາເນີນທຸລະກິດ ແລະ ຜູ້ຊົມໃຊ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພ້ອມນັ້ນ,ຂໍ້ຕົກລົງວ່າດ້ວຍ ລະບຽບການຂໍອະນຸຍາດ ນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟ ຢູ່ ສປປ ລາວ ສະບັບເລກທີ 0237/ອຄ.ກຂອ, ລົງວັນທີ 02 ກຸພາ 2012 ໄດ້ກໍານົດລະບຽບການຂໍອະນຸຍາດນໍາເຂົ້າ ແລະ ຈໍາໜ່າຍນໍ້າມັນເຊື້ອໄຟຢູ່ ສປປ ລາວຊຶ່ງບໍ່ໄດ້ມີ ຈຸດປະສົງຈຳກັດປະລິມານ ຫຼື ມູນຄ່າໃນການນຳເຂົ້າ ແຕ່ເພື່ອຈຸດປະສົງໃນການເກັບກຳຂໍ້ມູນສະຖິຕິໃນການນຳເຂົ້ານໍ້າມັນເຊື້ອໄຟ,ໂດຍຜ່ານລະບອບການອອກໃບອະນຸຍາດນຳເຂົ້າ ແບບອັດຕະໂນມັດ.
 

 

  1. ຜູ້ປະກອບການກະກຽມເອກະສານສໍາລັບຍື່ນການແຈ້ງຂຶ້ນແຜນຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີ ປະກອບຄື:

-      ໃບສະເໜີຂໍຜ່ານແຜນຈໍາໜ່າຍນໍ້າມັນເຊື້ອໄຟ.

-      ເອກະສານປະກອບອື່ນໆ ທີ່ກ່ຽວຂ້ອງ ລວມມີ:

+ ສໍາເນົາການຖອກພັນທະຕ່າງໆ.

+ ສະຖິຕິສາງ, ປໍ້າຂອງບໍລິສັດໂຄງການທີ່ບໍລິສັດມີສັນຍາສະໜອງໃຫ້.

+ ສະຫຼຸບຕົວເລກການນໍາເຂົ້າ ແລະ ຈໍາໜ່າຍປີຜ່ານມາ.

+ ສໍາເນົາປຶ້ມອະນຸຍາດປີຜ່ານມາ.

  1. ຜູ້ນໍາເຂົ້າຍື່ນເອກະສານຢູ່ຂາເຂົ້າ-ຂາອອກຂອງກົມການຄ້າພາຍໃນ,ຫຼັງຈາກນັ້ນເຈົ້າໜ້າທີ່ຈະກວດກາຄວາມຖືກຕ້ອງຂອງເອກະສານ.

- ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການຄ້າພາຍໃນ ຈະພິຈະລານາອອກໃບຢັ້ງຢືນແຜນຈໍາໜ່າຍ ຊ້າສຸດບໍ່ເກີນ 03 ວັນລັດຖະການ.

-      ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມການຄ້າພາຍໃນ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພື່ອປະກອບເອກະສານຄືນໃໝ່.

  1. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມການຄ້າພາຍໃນ ຈະເຊັນ ແລະ ອອກໃບຢັ້ງຢືນແຜນຈໍາໜ່າຍ.
  2. ຜູ້ປະກອບການມາຮັບໃບຢັ້ງຢືນແຜນຈໍາໜ່າຍຢູ່ກົມການຄ້າພາຍໃນ.

-ພາຍຫຼັງໄດ້ຮັບໃບຢັ້ງຢືນແຜນຈໍາໜ່າຍນໍ້າມັນເຊື້ອໄຟປະຈໍາປີແລ້ວ, ຜູ້ປະກອບການສາມາດນໍາເອົາໃບຢັ້ງຢືນແຜນຈໍາໜ່າຍດັ່ງກ່າວປະກອບກັບເອກະສານທີ່ກ່ຽວຂ້ອງ ເພື່ອຍື່ນຂໍໃບອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ ຢູ່ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ໃນຂັ້ນຕອນຕໍ່ໄປ.

- ກົດທີ່ນີ້ເພື່ອເບິ່ງຂັ້ນຕອນການຂໍອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ມີການຂຶ້ນທະບຽນບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ການນຳເຂົ້ານຳ້ມັນເຊື້ອໄຟ ຕ້ອງແມ່ນບໍລິສັດນຳເຂົ້າ ນຳ້ມັນເຊື້ອໄຟ ທີ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ເຄື່ອນໄຫວຕາມດຳລັດ ເລກທີ 331/ນຍ ໂດຍສະເໜີຫາກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ພິຈາລະນາ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອສະດວກໃນການຄວບຄຸມ ແລະ ປົກປ້ອງຜົນປະໂຫຍດຂອງຊາດ ແລະ ຜູ້ຊົມໃຊ້ ດໍາລັດ ວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.