ການນໍາເຂົ້າສັດ ແລະ ຜະລິດຕະພັນສັດ (ໝູ ແລະ ສັດປີ) ຕ້ອງໄດ້ອະນຸຍາດຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການອອກອະນຸຍາດນໍາເຂົ້າ ປະກອບມີດັ່ງນີ້:

ຂັ້ນຕອນ 1: ຍື່ນເອກະສານ
1)    ໃບຄໍາຮ້ອງ (ມີແບບຟອມ);
2)    ສໍາເນົາບັດປະຈໍາຕົວປະຊາຊົນ ຫຼື ໜັງສືເດີນທາງ;
3)    ສໍາເນົາໃບທະບຽນວິສາຫະກິດ;
4)    ໃບແຈ້ງລາຄາສິນຄ້າ ແລະ ໃບແຈ້ງລາຍການສິນຄ້າ;
5)    ໃບມອບສິດ (ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ);
6)    ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ກ່ຽວກັບ ຟາມ / ໂຮງຂ້າສັດ / ສະຖານທີ່ເກັບຮັກສາ / ບ່ອນຈໍາໜ່າຍ ຕາມແຕ່ລະກໍລະນີ (GAHP/GMP);
7)    ບົດລາຍງານການກວດກາຕົວຈິງ ຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງ ຂັ້ນເມືອງ ຫຼື ແຂວງ ໃນກໍລະນີທີ່ມີການຮຽກຮ້ອງ.


ຂັ້ນຕອນ 2 ພິຈາລະນາເອກະສານ
ກົມລ້ຽງສັດ ແລະ ການປະມົງ ຈະດໍາເນີນກວດກາເອກະສານ. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3 ເຊັນ ແລະ ອອກໃບອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມລ້ຽງສັດ ແລະ ການປະມົງ ຈະປະເມີນຄວາມສ່ຽງ ແລະ ພິຈາລະນາອອກອະນຸຍາດນໍາເຂົ້າ ພາຍໃນ 15 ວັນລັດຖະການ.


ຂັ້ນຕອນ 4 ຮັບໃບອະນຸຍາດ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບອະນຸຍາດນໍາເຂົ້າໄດ້ທີ່ ກົມລ້ຽງສັດ ແລະ ການປະມົງ ຕາມວັນ ແລະ ເວລາທີ່ກໍານົດ.
ໃນເວລາສິນຄ້າຮອດດ່ານຕົວຈິງ, ໃຫ້ປະກອບເອກະສານເພີ່ມເຕີມ ດັ່ງນີ້:
1)    ໃບຢັ້ງຢືນສຸຂະພາບສັດ ຫຼື ສຸຂານາໄມສັດ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດຂອງປະເທດຕົ້ນທາງ;
2)    ໃບຢັ້ງຢືນການກັກກັນ;
3)    ສໍາເນົາໃບຂົນສົ່ງສິນຄ້າ  (Bill of Lading);
4)    ໃບຢັ້ງຢືນກໍາມະພັນສັດ (ກໍລະນີທີ່ນໍາມາເປັນແນວພັນ);
5)    ໃບຢັ້ງຢືນການສັກຢາກັນພະຍາດສັດ (ກໍລະນີທີ່ ສປປ ລາວ ຮຽກຮ້ອງ).
 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.