ສິນຄ້ານໍາເຂົ້າ ທີ່ຕ້ອງການໄດ້ຮັບສິດທິພິເສດທາງດ້ານອັດຕາພາສີນໍາເຂົ້າ ຕ້ອງໄດ້ຮັບການຢັ້ງຢືນຈາກກົມພາສີ (ພະແນກນິຕິກໍາ), ກະຊວງການເງິນ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການອອກໜັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີນໍາເຂົ້າ ປະກອບມີດັ່ງນີ້:

ຂັ້ນຕອນ 1: ຍື່ນເອກະສານ
ຜູ້ນໍາເຂົ້າສິນຄ້າ ທີ່ຕ້ອງການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າເສລີຕ່າງໆ  ເປັນຕົ້ນ ສັນຍາການຄ້າດ້ານຜະລິດຕະພັນອາຊຽນ, ສັນຍາການຄ້າເສລີອາຊຽນ-ຈີນ, ສັນຍາການຄ້າເສລີອາຊຽນ-ເກົາຫຼີ, ສັນຍາຮ່ວມມືດ້ານເສດຖະກິດອາຊຽນ-ຍີ່ປຸ່ນ, ສັນຍາການຄ້າເສລີອາຊຽນ-ອິນເດຍ, ສັນຍາການຄ້າເສລີອາຊຽນ-ອົສຕາລີ ແລະ ນິວຊີແລນ, ສັນຍາການຄ້າແບບສອງຝ່າຍລາວ-ຫວຽດນາມ, ສັນຍາການຄ້າແບບສອງຝ່າຍລາວ-ອາເມລິກາ ແລະ ສັນຍາຂອງອົງການການຄ້າໂລກ. ຜູ້ນໍາເຂົ້າ ຕ້ອງປະກອບເອກະສານ ຍື່ນຕໍ່ກົມພາສີ (ພະແນກນິຕິກໍາ) ດັ່ງລຸ່ມນີ້:

1)    ໃບສະເໜີ;
2)    ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຫຼື ເອກະສານຢັ້ງຢືນອື່ນໆ ທີ່ກ່ຽວຂ້ອງ;
3)    ໃບແຈ້ງລາຄາ;
4)    ໃບຫຸ້ມຫໍ່ ແລະ ເອກະສານຂົນສົ່ງ;
5)    ໃບຢັ້ງຢືນການມອບພັນທະອາກອນ ປະຈໍາສົກປີປະຈຸບັນ.


ຜູ້ນໍາເຂົ້າ ສາມາດຍື່ນເອກະສານດ້ວຍຕົນເອງ, ສົ່ງທາງແຟັກ ທີ່ເບີ 021-285294 ຫຼື ສະແກນເອກະສານເປັນໄຟຣ໌ PDF ແລ້ວສົ່ງທາງອີເມລ໌ [email protected] 


ຂັ້ນຕອນ 2: ພິຈາລະນາເອກະສານ
ພະແນກນິຕິກໍາ ໄດ້ຮັບມອບໝາຍຈາກຫົວໜ້າກົມພາສີ ເພື່ອດໍາເນີນກວດກາເອກະສານ ໄດ້ໂດຍກົງ. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3: ເຊັນ ແລະ ອອກໜັງສືຢັ້ງຢືນ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມພາສີ (ພະແນກນິຕິກໍາ) ຈະອອກໜັງສືຢັ້ງຢືນ ສິດທິພິເສດດ້ານອັດຕາພາສີນໍາເຂົ້າ.


ຂັ້ນຕອນ 4 ຮັບເອົາໜັງສືຢັ້ງຢືນ
ກົມພາສີ (ພະແນກນິຕິກໍາ) ຈະອອກໜັງສືຢັ້ງຢືນໃຫ້ແກ່ ຜູ້ນໍາເຂົ້າ ແລະ ດ່ານພາສີຊາຍແດນບ່ອນນໍາເຂົ້າ ຜ່ານທາງແຟັກ ຫຼື ທາງອີເມລ໌ (ກໍລະນີຜູ້ນໍາເຂົ້າ ຍື່ນເອກະສານຜ່ານຊ່ອງທາງດັ່ງກ່າວ) ເພື່ອດໍາເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ. ສໍາລັບເອກະສານຕົ້ນສະບັບ ແມ່ນຈະຖືກຈັດສົ່ງທາງໄປສະນີໃຫ້ຜູ້ນໍາເຂົ້າ ແລະ ບໍລິສັດ ຕ້ອງຮັບຜິດຊອບເສຍຄ່າບໍລິການ ເອງ.
ໃນເວລາສິນຄ້າຮອດດ່ານຕົວຈິງ, ໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານ ກວດກາ ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ສະບັບຕົ້ນ) ແລະ ກວດກາໜັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີ ໃສ່ສິນຄ້າຕົວຈິງ.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.