ໂດຍລວມແລ້ວ, ຂັ້ນຕອນການກວດປ່ອຍສິນຄ້ານໍາເຂົ້າ ຢູ່ດ່ານພາສີສາກົນ ແມ່ນໃຫ້ປະຕິບັດຕາມບົດແນະນຳ ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ ເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 ຊຶ່ງສາມາດສັງລວມຫຍໍ້ໄດ້ດັ່ງນີ້:

ຂັ້ນຕອນທີ 1: ການແຈ້ງເອກະສານຂົນສົ່ງ

ໃນເວລາສິນຄ້າ, ເຄື່ອງຂອງ ມາຮອດດ່ານພາສີຊາຍແດນ ຜູ້ຂັບລົດບັນທຸກສິນຄ້າ ຕ້ອງນຳເອົາໃບຂົນສົ່ງສິນຄ້າຍື່ນຕໍ່ເຈົ້າໜ້າທີ່ພາສີ ທີ່ຮັບຜິດຊອບຄຸ້ມຄອງໃບຂົນສົ່ງສິນຄ້າພາຍໃນ 24 ຊົ່ວໂມງ ຕາມມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ.

 

ຂັ້ນຕອນທີ 2: ກວດກາເອກະສານ

 

ເຈົ້າໜ້າທີ່ຄຸ້ມຄອງສາງສິນຄ້າຮັບໃບຂົນສົ່ງ ແລະ ພິມຂໍ້ມູນການຂົນສົ່ງສິນຄ້າ ລົງໃນລະບົບຄຸ້ມຄອງຂໍ້ມູນການຂົນສົ່ງ. ສຳລັບດ່ານພາສີຊາຍແດນທີ່ບໍ່ໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນການຂົນສົ່ງ ແມ່ນໃຫ້ບັນທຶກຂໍ້ມູນດັ່ງກ່າວດ້ວຍປື້ມຕິດຕາມຂາເຂົ້າ-ອອກສາງ, ຈາກນັ້ນ ຈຶ່ງອະນຸຍາດໃຫ້ຜູ້ແຈ້ງພາສີນຳເອົາສິນຄ້າເຂົ້າສາງ ຫຼື ສະຖານທີ່ຈອດລົດບັນທຸກ ເພື່ອດຳເນີນຂັ້ນຕອນການແຈ້ງພາສີສິນຄ້າຊົ່ວຄາວ ແລະ ການປະກອບໃບແຈ້ງພາສີເປັນລາຍລະອຽດ.

 

ຂັ້ນຕອນທີ 3: ການແຈ້ງພາສີເປັນລາຍລະອຽດ

ເອກະສານປະກອບ ສໍາລັບການແຈ້ງພາສີເປັນລາຍລະອຽດ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ໂດຍສະແກນເພື່ອຄັດຕິດເອກະສານເອເລັກໂຕຣນິກເຂົ້າໃນລະບົບອາຊິກຸດາ ຊຶ່ງປະກອບມີດັ່ງນີ້:

  1. ໃບແຈ້ງລາຄາ
  2. ໃບລາຍການຫຸ້ມຫໍ່ສິນຄ້າ
  3. ໃບຂົນສົ່ງສິນຄ້າ (ຖ້າມີ)
  4. ໃບແຈ້ງສິນຄ້າຊົ່ວຄາວ (ຖ້າມີ)
  5. ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (ກໍລະນີຕ້ອງການສິດທິພິເສດດ້ານອັດຕາພາສີ)
  6. ໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີຂອງກົມພາສີ (ກໍລະນີຕ້ອງການສິດທິພິເສດດ້ານອັດຕາພາສີ)
  7. ໃບອະນຸຍາດຈາກຂະແໜງການລັດທີ່ກ່ຽວຂ້ອງ (ກໍລະນີເປັນສິນຄ້າລັດຄວບຄຸມ)
  8. ໃບມອບສິດການແຈ້ງພາສີ (ຖ້າເປັນການແຈ້ງພາສີດ້ວຍຜູ້ບໍລິການແຈ້ງພາສີ)

 

ຂັ້ນຕອນທີ 4: ກວດກາ ແລະ ຄວບຄຸມ ຂອງເຈົ້າໜ້າທີ່ພາສີ

ຫຼັງຈາກນັ້ນ, ເຈົ້າໜ້າທີ່ ກວດກາຄວາມຄົບຖ້ວນ ແລະ ຖືກຕ້ອງຂອງຂໍ້ມູນທີ່ຢູ່ໃນລະບົບອາຊິກຸດາ ແລ້ວ ດໍາເນີນການກວດກາສິນຄ້າຕົວຈິງ ຕາມຫຼັກການບໍລິຫານຄວາມສ່ຽງ ແລະ ການກວດກາການຈ່າຍຄ່າພັນທະຕ່າງໆ.

 

ຂັ້ນຕອນທີ 5: ປ່ອຍສິນຄ້າອອກຈາກສາງ

ພາຍຫຼັງການກວດກາຂອງເຈົ້າໜ້າທີ່ພາສີແລ້ວ, ຫົວໜ້າ ຫຼື ຮອງຫົວໜ້າດ່ານ ຈະພິຈາລະນາອະນຸມັດ ເປັນຄັ້ງສຸດທ້າຍ.

 

ຂັ້ນຕອນທີ 6: ນໍາສິນຄ້າອອກຈາກສາງ

ຜູ້ແຈ້ງພາສີ ຕ້ອງນໍາເອກະສານທັງໝົດ ທີ່ໄດ້ຮັບອະນຸມັດຈາກຫົວໜ້າ ຫຼື ຮອງຫົວໜ້າດ່ານ ໄປແຈ້ງຕໍ່ ເຈົ້າໜ້າທີ່ພາສີຄຸ້ມຄອງສາງສິນຄ້າ ເພື່ອດໍາເນີນການຕິດຕາມການຂົນສິນຄ້າຂຶ້ນລົດບັນທຸກ ແລະ ນໍາອອກຈາກສາງ ຫຼື ດ່ານພາສີ ຢ່າງຖືກຕ້ອງ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.