ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ປະທານປະເທດ      ເລກທີ 026 /ປປທ
ນະຄອນຫຼວງວຽງຈັນ, ວັນທີ 17/01/2013

ລັດຖະດໍາລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍການປົກປັກຮັກສາສີ່ງແວດລ້ອມ ສະບັບປັບປຸງ

-    ອີງຕາມ ລັດຖະທໍາມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝວດທີ VI, ມາດຕາ 67 ຂໍ້ 1;

-    ອີງຕາມ ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 041/ສພຊ, ລົງວັນທີ 18 ທັນວາ 2012.

-    ອີງຕາມ ໜັງສຶສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 010/ຄປຈ, ລົງວັນທີ 4 ມັງກອນ 2013.

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ:

ມາດຕາ 1. ປະກາດໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ.

ມາດຕາ 2. ລັດຖະດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ປະທານປະເທດແຫ່ງ ສປປ ລາວ
(ເຊັນ ແລະ ປະທັບກາ)

ຈູມມະລີ ໄຊຍະສອນ

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ສະພາແຫ່ງຊາດ     ເລກທີ 041 /ສພຊ
ມະຕິຕົກລົງ

ຂອງສະພາແຫ່ງຊາດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍວ່າດ້ວຍ ການປົກປັກຮັກສາ
ສິ່ງແວດລ້ອມ ສະບັບປັບປຸງ

     ອີງຕາມມາດຕາ 53 ຂໍ້ 2 ຂອງລັດຖະທໍາມະນູນ ແລະ ມາດຕາ 3 ຂໍ້ 1 ຂອງກົົດໝາຍວ່າດ້ວຍສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່ຽວກັບສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ.

     ພາຍຫຼັງທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ ໃນວາລະກອງປະຊຸມຕອນບ່າຍຂອງວັນທີ 18 ທັນວາ 2012

ກອງປະຊຸມໄດ້ຕົກລົງ:

ມາດຕາ 1. ຮັບຮອງເອົາກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ມາດຕາ 2.  ມະຕິຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2012

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

ຂ້າງເທິງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດມະນະຖາວອນ

ສະພາແຫ່ງຊາດ        ເລກທີ 29 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2012

ກົດໝາຍ
ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ
( ສະບັບປັບປຸງ )

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1 ( ປັບປຸງ ) ຈຸດປະສົງ

     ກົດໝາຍສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ ການປົກປັກຮັກສາ, ການຄວບຄຸມ, ການບູລະນະ ຟື້ນຟູ ສິ່ງແວດລ້ອມ ເພື່ອໃຫ້ມີຄຸນນະພາບ, ຫຼຸດຜ່ອນຜົນກະທົບ ແລະ ມົນລະຜິດ ທີ່ເກີດຂື້ນດ້ວຍການກະທໍາຂອງຄົນ ຫຼື ຕາມທໍາມະຊາດ, ແນໃສ່ເຮັດໃຫ້ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ມີຄວາມສົມດູນ, ຍືນຍົງ, ປົກປັກຮັກສາຊັບພະຍາກອນທໍາມະຊາດ ລວມທັງສຸຂະພາບຂອງຄົນໃນສັງຄົມ. ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ຫຼຸດຜ່ອນສະພາບໂລກຮ້ອນ.

ມາດຕາ 2 ( ປັບປຸງ ) ສິ່ງແວດລ້ອມ

     ສິ່ງແວດລ້ອມ ແມ່ນ ທຸກສິ່ງທຸກຢ່າງ ທີ່ມີຊີວິດ ແລະ ບໍ່ມີຊີວິດ ຊຶ່ງເກີດຂື້ນຕາມທໍາມະຊາດ ຫຼື ຍ້ອນມະນຸດສ້າງຂຶ້ນ ທີ່ຢູ່ອ້ອມເປົ້າໝາຍໃດໜຶ່ງ ເຊັ່ນ ຄົນ, ສັດ, ພືດ ແລະ ອື່ນໆ ທີ່ມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນ ຊື່ງກັນ ແລະ ກັນ ທັງທາງບວກ ແລະ ທາງລົບ ຕໍ່ການດໍາລົງຊີວິດ, ການຜະລິດ, ການຄົງຕົວ, ການຂະຫຍາຍຕົວຂອງມະນຸດ ແລະ ທໍາມະຊາດ.
    ສິ່ງແວດລ້ອມ ປະກອບດ້ວຍ ສີ່ງແວດລ້ອມສັງຄົມ ແລະ ສີ່ງແວດລ້ອມທໍາມະຊາດ. ຂ້າງເທິງ

ມາດຕາ 3 ( ປັບປຸງ ) ການປົກປັກຮັກສາສິ່ງແວດລ້ອມ

     ການປົກປັກຮັກສາສິ່ງແວດລ້ອມ ແມ່ນ ການນໍາໃຊ້ວິທີການ ແລະ ມາດຕະການ ເພື່ອປ້ອງກັນ, ອະນຸລັກ ແລະ ບູລະນະຟື້ນຟູ ສິ່ງແວດລ້ອມ, ຄວບຄຸມມົນລະພິດ, ເຫດການສຸກເສີນທາງດ້ານສິ່ງແວດລ້ອມ ແລະ ໄພພິບັດທໍາມະຊາດ ເຮັດໃຫ້ສິ່ງແວດລ້ອມ ຂຽວ, ສະອາດ, ງາມຕາ, ປາສະຈາກມົນລະພິດ, ບໍ່ສົ່ງຜົນສະທ້ອນອັນບໍ່ດີ ຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ ແລະ ລະບົບນິເວດ.

ມາດຕາ 4 ( ໃໝ່ ) ການອະທິບາຍຄໍາສັບ

     ຄໍາສັບຕ່າງໆທີ່ໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.    ສິ່ງແວດລ້ອມສັງຄົມ ໝາຍເຖິງ ທຸກສິ່ງທຸກຢ່າງ ຫຼື ອົງປະກອບສິ່ງແວດລ້ອມທີ່ມະນຸດສ້າງຂຶ້ນ ຊື່ງມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນ ຊຶ່ງກັນ ແລະ ກັນ ທັງທາງບວກ ແລະ ທາງລົບຕໍ່ການດໍາລົງຊີວິດ, ການຜະລິດ, ການຄົງຕົວ ແລະ ການຂະຫຍາຍຕົວ ຂອງມະນຸດ ແລະ ທໍາມະຊາດ;
2.    ສິ່ງແວດລ້ອມທໍາມະຊາດ ໝາຍເຖິງ ທຸກສິ່ງທຸກຢ່າງ ຫຼື ອົງປະກອບສິ່ງແວດລ້ອມ ທີ່ເກີດຂຶ້ນ ຕາມທໍາມະຊາດ ຊຶ່ງມີສາຍພົວພັນ ແລະ ສົ່ງຜົນສະທ້ອນຊຶ່ງກັນ ແລະ ກັນ ທັງທາງບວກ ແລະ ທາງລົບ ຕໍ່ການດໍາລົງຊີວິດ, ການຜະລິດ, ການຄົງຕົວ ແລະ ການຂະຫຍາຍຕົວຂອງມະນຸດ ແລະ ທໍາມະຊາດ;
3.    ການຟື້ນຟູສິ່ງແວດລ້ອມ ໝາຍເຖິງ ການເຮັດໃຫ້ສິ່ງແວດລ້ອມທີ່ຖືກທໍາລາຍ ຫຼື ເສື່ອມໂຊມແລ້ວນັ້ນ ມີການຟື້ນຕົວ ແລະ ໄດ້ຮັບການປົວແປງໃຫ້ຢູ່ໃນສະພາບດີຂື້ນ ແລະ ມີລະບົບນິເວດ ສົມບູນຂື້ນ;
4.    ການປະເມີນສີ່ງແວດລ້ອມຍຸດທະສາດໝາຍເຖິງ ຂະບວນການຄາດຄະເນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ລວມທັງການປົກປັກຮັກສາສິ່ງແວດລ້ອມ ໃນການວາງນະໂຍບາຍ, ຍຸດທະສາດ ແລະ ແຜນການຂອງຂະແໜງການຕ່າງໆ;
5.    ແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ໝາຍເຖິງ ການຈັດສັນຂອບເຂດນໍາໃຊ້ພື້ນທີ່ແນໃສ່ປົກປັກຮັກສາ, ປັບປຸງ ແລະ ບູລະນະ ຟື້ນຟູຄຸນນະພາບສິ່ງແວດລ້ອມ ໂດຍສະເພາະການກໍານົດເຂດທີ່ພັກອາໄສ, ເຂດກະສິກໍາ, ເຂດອຸດສາຫະກໍາໃນອະນາຄົດ ແລະ ສະຖານທີິ່ຕັ້ງປະເພດໂຄງການລົງທຶນຂະໜາດໃຫ່ຍ;
6.    ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໝາຍເຖິງ ຂະບວນການສຶກສາ, ສໍາຫຼວດ, ວິໄຈຂໍ້ມູນ ແລະ ຄາດຄະເນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ທັງດ້ານບວກ ແລະ ດ້ານລົບທີ່ເກີດຂື້ນຈາກໂຄງການຕ່າງໆ ໃນໄລຍະສັ້ນ, ໄລຍະຍາວ ພ້ອມທັງກໍານົດວິທີການ ແລະ ມາດຕະການທີ່ເໝາະສົມເພື່ອປ້ອງກັນ, ຫຼີກເວັ້ນ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ;
7.    ຊີວະນາໆພັນໝາຍເຖິງ ຄວາມຫຼາກຫຼາຍຂອງຊະນິດພັນພືດ, ສັດ,ແລະ ຈຸລິນຊີ ຢູ່ໃນຂອບເຂດທໍາມະຊາດໃດໜຶ່ງ;
8.    ການພັດທະນາແບບຍືນຍົງໝາຍເຖິງ ການພັດທະນາເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ທີ່ບໍ່ມີຜົນກະທົບຕໍ່ຄົນຕໍ່ໆໄປໃນອະນາຄົດ;
9.    ສິ່ງເສດເຫຼືອ ໝາຍເຖິງ ວັດຖຸ, ສານເຄມີ ຫຼື ສິ່ງໃດສິ່ງໜຶ່ງທີ່ບຸກຄົນ ຫຼື ນິຕິບຸກຄົນ ບໍ່ຕ້ອງການ ຫຼື ບໍ່ສາມາດນໍາມາໃຊ້ໄດ້ອີກ ເຊັ່ນ ນໍ້າມັນປ່ຽນຖ່າຍ, ຂີ້ເຫຍື້ອ, ນໍ້າເປື້ອນ ແລະ ສິ່ງອື່ນໆ ທີ່ເປັນພິດ ຫຼື ບໍ່ເປັນພິດ;
10. ການກວດກາສິ່ງແວດລ້ອມ ໝາຍເຖິງ ການຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນໂຄງການລົງທຶນ, ການຂຸດຄົ້ນ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ເພື່ອປ້ອງກັນ, ແກ້ໄຂບັນຫາ, ບູລະນະ ຟື້ນຟູ ສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີຄວາມຍືນຍົງ ແລະ ສິ່ງແວດລ້ອມມີຄຸນນະພາບທີ່ດີ;
11. ແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງໂຄງການລົງທຶນ ໝາຍເຖິງ ແຜນການທີ່ໄດ້ສັງລວມເອົາບັນດາໜ້າວຽກຕົ້ນຕໍ ດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດກໍານົດວິທີການ ແລະ ມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມທີ່ໄດ້ສຶກສາໄວ້ໃນບົດລາຍງານ ກ່ຽວກັບການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດພ້ອມທັງກໍານົດການຈັດຕັ້ງ, ຄວາມຮັບຜິດຊອບ, ຕາຕະລາງເວລາ ແລະ ງົບປະມານໃຫ້ພຽງພໍເພື່ອການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ກວດກາ ດ້ານສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ;
12.  ເຕັກໂນໂລຊີສະອາດໝາຍເຖິງ ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ ທີ່ນໍາໃຊ້ໃນຂະບວນການຜະລິດ ແລະ ການບໍລິການທີ່ບໍ່ສ້າງມົນລະພິດ ຫຼື ສິ່ງເສດເຫຼືອ ແລະ ນໍາໃຊ້ພະລັງງານໜ້ອຍທີ່ສຸດ ເພື່ອບໍ່ໃຫ້ມີຜົນກະທົບ ແລະ ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.
13. ສານເຄມີເປັນພິດ ໝາຍເຖິງ ວັດຖຸ ຫຼື ທາດເບື່ອ ທີ່ເຈືອປົນໃນອາກາດ, ດິນ ຫຼື ນໍ້າຊຶ່ງສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ;
14. ທາດກໍາມັນຕະພາບລັງສີໝາຍເຖິງ ທາດທີ່ແຜ່ກະຈາຍອານຸພາບຂອງລັງສີຢ່າງຕໍ່ເນື່ອງ ຊຶ່ງເປັນອັນຕະລາຍຕໍ່ຮ່າງກາຍ ຫຼື ຈຸລັງຂອງສິ່່ງທີ່ມີຊີວິດຕ່າງ;
15. ລະບົບນິເວດໝາຍເຖິງສາຍກ່ຽວພັນຊຶ່ງກັນ ແລະ ກັນ ທັງທາງບວກ ແລະ ທາງລົບລະຫວ່າງສິ່ງທີ່ມີຊີວິດ ແລະ ສິ່ງທີ່ບໍ່ມີຊີວິດ ທີ່ຄົງຕົວຢູ່ຕາມທໍາມະຊາດ. ຂ້າງເທິງ

ມາດຕາ 5 ( ໃໝ່ ) ນະໂຍບາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

      ລັດສົ່ງເສີມການປົກປັກຮັກສາ, ບູລະນະຟື້ນຟູສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ດ້ວຍການເຜີຍແຜ່ ລະບຽບກົດໝາຍ, ຂໍ້ມູນຂ່າວສານ ກ່ຽວກັບສິ່ງແວດລ້ອມ, ສ້າງຈິດສຳນຶກຄວາມຮັບຮູ້ ແລະ ສຶກສາອົບຮົມ ລວມທັງການປຸກລະດົມບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຫັນໄດ້ຄວາມສຳຄັນຂອງສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ໃນການດຳລົງຊີວິດປະຈຳວັນ, ປະຕິບັດລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ.
     ລັດ ຊຸກຍູ້ການລົງທຶນ ໃສ່ການຜະລິດສະອາດ, ເຕັກໂນໂລຊີສະອາດ ແລະ ເສດຖະກິດສີຂຽວ, ກິດຈະການປົກປັກຮັກສາສິ່ງແວດລ້ອມ ດ້ວຍການໃຫ້ນະໂຍບາຍຕ່າງໆ ເປັນຕົ້ນ ການໃຫ້ສິນເຊື່ອ, ການຊ່ວຍເຫຼືອດ້ານວິຊາການ, ການສະໜອງຂໍ້ມູນຂ່າວສານ, ການຍົກເວັ້ນ ຫຼື ຫຼຸດຜ່ອນພາສີ ອາກອນ ຕາມລະບຽບກົດໝາຍ.

ມາດຕາ 6 (ປັບປຸງ) ຫຼັກການ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

     ການປົກປັກຮັກສາສິ່ງແວດລ້ອມ ໃຫ້ປະຕິບັດຕາມຫຼັກການຕົ້ນຕໍ ດັ່ງນີ້:

1.    ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປົກປັກຮັກສາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແບບຍືນຍົງ;
2.    ເອົາການປ້ອງກັນສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເປັນວຽກງານຕົ້ນຕໍ ແລະ ເອົາການບູລະນະ ຟື້ນຟູສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເປັນວຽກສຳຄັນ;
3.    ມີການເຂົ້າຮ່ວມ ແລະ ປຶກສາຫາລືຢ່າງເປັນເຈົ້າການ ຂອງບຸກຄົນ ແລະ ການຈັດຕັ້ງ ໃນການປົກປັກຮັກສາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
4.    ນຳໃຊ້ຊັບພະຍາກອນທຳມະຊາດ, ວັດຖຸດິບ ແລະ ພະລັງງານຢ່າງປະຢັດ, ສົມເຫດສົມຜົນ, ໃຫ້ເກີດປະໂຫຍດສູງສຸດ ແລະ ຜົນກະທົບໜ້ອຍທີ່ສຸດ ຕໍ່ສິ່ງແວດລ້ອມ;
5.    ຮັບຜິດຊອບ ຕໍ່ຄວາມເສັຍຫາຍ ດ້ານສິ່ງແວດລ້ອມສັງຄົມ ຫຼື ທຳມະຊາດ ທີ່ຕົນໄດ້ກໍ່ຂຶ້ນ. ການຊອກຫາຫຼັກຖານຢັ້ງຢືນ, ການປະຕິບັດມາດຕະຖານຄວບຄຸມມົນລະພິດ ແມ່ນພັນທະຂອງຜູ້ກໍ່ຄວາມເສຍຫາຍ. ຂ້າງເທິງ

ມາດຕາ 7 (ປັບປຸງ) ພັນທະປົກປັກຮັກສາສິ່ງແວດລ້ອມ

     ບຸກຄົນ, ຄອບຄົວ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພັນທະປົກປັກຮັກສາສິ່ງແວດລ້ອມ ດ້ວຍການປ້ອງກັນ, ປັບປຸງ, ບູລະນະ ຟື້ນຟູ, ຄວບຄຸມ, ຕິດຕາມ ແລະ ກວດກາສິ່ງແວດລ້ອມ ຕາມລະບຽບກົໝາຍ, ບໍ່ສ້າງຜົນກະທົບ, ບໍ່ເຮັດໃຫ້ສິ່ງແວດລ້ອມ ເສື່ອມໂຊມ, ບໍ່ສ້າງ ແລະ ປ່ອຍມົນລະພິດ ເກີນມາດຕະຖານຄວບຄຸມມົນລະພິດ ແລະ ມາດຕະຖານຄຸນນະພາບ ສິ່ງແວດລ້ອມແຫ່ງຊາດ ແນໃສ່ຮັບປະກັນໃຫ້ສິ່ງແວດລ້ອມ ມີຄຸນນະພາບດີ ແລະ ຮັບປະກັນ ການພັດທະນາແບບຍືນຍົງ.

ມາດຕາ 8 (ໃໝ່) ຂອບເຂດການນຳໃຊ້ກົດໝາຍ

    ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຊຶ່ງລວມມີ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຢູ່ ສປປ ລາວ.

ມາດຕາ 9 (ປັບປຸງ) ການຮ່ວມມືສາກົນ

     ລັດ ສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ໃນການປົກປັກຮັກສາ ແລະ ບູລະນະ ຟື້ນຟູ ສິ່ງແວດລ້ອມ ດ້ວຍ ການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຍົກລະດັບວິຊາການ, ການເຂົ້າຮ່ວມ ແລະ ປະຕິບັດສັນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ຜົນກະທົບຕໍ່ສິ່ງແວດລ້ອມ

ມາດຕາ 10 (ໃໝ່) ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ

      ຜົນກະທົບຕໍ່ສົ່ງແວດລ້ອມສັງຄົມ ແມ່ນ ຜົນສະທ້ອນທາງລົບ ຕໍ່ຊີວິດ, ສຸຂະພາບ, ຊັບສິນ ແລະ ການດຳລົງຊີວິດປະຈຳວັນ ຂອງຄົນ ລວມທັງທີ່ຢູ່ອາໃສຂອງປະຊາຊົນ ແລະ ຕໍ່ມໍຣະດົກທາງດ້ານວັດທະນະທຳ ແລະ ປະຫວັດສາດ.

ມາດຕາ 11 (ໃໝ່) ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ

     ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແມ່ນ ຜົນສະທ້ອນທາງລົບ ຕໍ່ພື້ນຖານ ລະບົບນິເວດທຳມະຊາດ, ຊັບພະຍາກອນທຳມະຊາດ, ຊີວະນາໆພັນ, ດິນປູກຝັງ, ແຫຼ່ງນ້ຳ ແລະ ການປ່ຽນແປງດິນຟ້າອາກາດ ລວມທັງ ມໍຣະດົກທາງດ້ານທຳມະຊາດ. ຂ້າງເທິງ

ພາກທີ III
ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 12 (ໃໝ່) ຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ

      ການປົກປັກຮັກສາສິ່ງແວດລ້ອມ ມີຄວາມສຳຄັນ ຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມ ແລະ ທຳມະຊາດ ໃນປະຈຸບັນ ເພື່ອເຮັດໃຫ້ສິ່ງແວດລ້ອມ ຂຽວ ສະອາດ ງາມຕາ, ບໍ່ໃຫ້ຖືກກະທົບ, ທຳລາຍ, ປາສະຈາກມົນລະພິດ, ບໍ່ສົ່ງຜົນສະທ້ອນອັນບໍ່ດີ ຕໍ່ສຸຂະພາບຂອງຄົນ, ສັດ, ພືດ ຫຼື ຄວາມດຸ່ນດ່ຽງຂອງລະບົບນິເວດ.

ມາດຕາ 13 (ໃໝ່) ກິດຈະການປົກປັກຮັກສາສິ່ງແວດລ້ອມ

     ການປົກປັກຮັກສາສິ່ງແວດລ້ອມ ມີ ກິດຈະການຕົ້ນຕໍ ດັ່ງນີ້:

1.    ການປ້ອງກັນສິ່ງແວດລ້ອມ;
2.    ການຄວບຄຸມມົນລະພິດ;
3.    ການຄວບຄຸມສານເຄມີເປັນພິດ ແລະ ການກຳຈັດສິ່ງເສດເຫຼືອ;
4.    ການຢັ້ງຢືນ ແລະ ການອະນຸຍາດ ກ່ຽວກັບສິ່ງແວດລ້ອມ;
5.    ການສົ່ງເສີມ ແລະ ການມີສ່ວນຮ່ວມຂອງມວນຊົນ. ຂ້າງເທິງ

ໝວດທີ 1
ການປ້ອງກັນສິ່ງແວດລ້ອມ

ມາດຕາ 14 (ປັບປຸງ) ການປ້ອງກັນສິ່ງແວດລ້ອມ

       ການປ້ອງກັນສິ່ງແວດລ້ອມ ແມ່ນ ການເຄື່ອນໄຫວສະກັດກັ້ນ ແລະ ປ້ອງກັນທຸກເຫດການທີ່ຈະເກີດ, ພວມເກີດ ແລະ ໄດ້ເກີດຈາກທຳມະຊາດ ຫຼື ການກະທຳຂອງມະນຸດ ຊຶ່ງເປັນສາເຫດເຮັດໃຫ້ສິ່ງແວດລ້ອມສັງຄົມ, ທຳມະຊາດ ຖືກທຳລາຍ ຫຼື ເສື່ອມໂຊມລົງ.

ມາດຕາ 15 (ໃໝ່) ເນື້ອໃນການປ້ອງກັນສິ່ງແວດລ້ອມ

       ການປ້ອງກັນສິ່ງແວດລ້ອມ ມີ ເນື້ອໃນ ດັ່ງນີ້:

-     ການປ້ອງກກັນຜົນກະທົບຕໍ່ຊີວິດ, ສຸຂະພາບ, ທີ່ຢູ່ອາໄສ, ບ່ອນທຳມາຫາກິນຂອງປະຊາຊົນ;
-     ການປ້ອງກັນຜົນກະທົບຕໍ່ປ່າໄມ້, ຊັບພະຍາກອນນ້ຳ, ສັດສາສວາສິ່ງ ແລະ ຊີວະນາໆພັນອື່ນ ທີ່ຢູ່ຕາມທຳມະຊາດ ແລະ ຊັບພະຍາກອນທຳມະຊາດອື່ນ ລວມທັງດິນຟ້າອາກາດ.

ມາດຕາ 16 (ໃໝ່) ການປົກປັກຮັກສາ ແລະ ພັດທະນາປ່າໄມ້

      ການປົກປັກຮັກສາ ແລະ ພັດທະນາປ່າໄມ້, ຊັບພະຍາກອນທຳມະຊາດອື່ນ ເລັງໃສ່ການຄຸ້ມຄອງ ແລະ ພັດທະນາປ່າປ້ອງກັນ, ປ່າສະຫງວນ, ປ່າຜະລິດ, ປ່າຍອດນ້ຳ, ພັນໄມ້, ເຄື່ອງປ່າຂອງດົງ ແລະ ຊັບພະຍາກອນທຳມະຊາດອື່ນ ເພື່ອໃຫ້ມີຄວາມອຸດົມສົມບູນ ແນໃສ່ຕອບສະໜອງການນຳໃຊ້ໄມ້, ຜະລິດຕະຜົນປ່າໄມ້ ແລະ ຊັບພະຍາກອນທຳມະຊາດອື່ນ ຢ່າງບໍ່ບົກແຫ້ງ, ປ້ອງກັນການເຊາະເຈື່ອ ແລະ ຄຸນນະພາບ ຂອງດິນ, ປົກປັກຮັກສານ້ຳ, ສັດປ່າ ແລະ ສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ທັງເປັນແຫຼ່ງລາຍຮັບ ອັນສຳຄັນຂອງລັດ, ການຈັດຕັ້ງ ແລະ ບຸກຄົນ ດ້ວຍການປູກປ່າ, ຟື້ນຟູ, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດອື່ນ. ຂ້າງເທິງ

ມາດຕາ 17 (ໃໝ່) ວຽກງານປ້ອງກັນສິ່ງແວດລ້ອມ

      ການປ້ອງກັນສິ່ງແວດລ້ອມ ມີ ວຽກງານຕົ້ນຕໍ ດັ່ງນີ້:

1.    ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ;
2.    ການປະເມີນສິ່ງແວດລ້ອມແບບຍຸດທະສາດ;
3.    ການວາງມາດຕະການປ້ອງກັນໄພພິບັດທຳມະຊາດ;
4.    ການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ;
5.    ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ;
6.    ການຄຸ້ມຄອງສິ່ງແວດລ້ອມ ໃນທຸລະກິດຄອບຄົວ;
7.    ການນຳໃຊ້ເຕັກໂນໂລຊີສະອາດ;
8.    ການຈຳກັດຜົນກະທົບຈາກການກໍ່ສ້າງ ແລະ ກິດຈະການອື່ນ;
9.    ການປ້ອງກັນສິ່ງແວດລ້ອມ ຈາກສານເຄມີຍ້ອນການເກີດອຸບັດຕິເຫດ;
10. ການກຳນົດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ;
11. ການສ້າງບົດລາຍງານສະພາບສິ່ງແວດລ້ອມ.

ມາດຕາ 18 (ໃໝ່) ການສ້າງແຜນຄຸ້ຄອງສິ່ງແວດລ້ອມແບບຮອບດ້ານ

      ເພື່ອຮັບປະກັນການປົກປັກຮັກສາສິ່ງແວດລ້ອມ ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ຕ້ອງປະຕິບັດດັ່ງນີ້:

1.    ກຳນົດແຜນການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ແລະ ແຜນການນຳໃຊ້ທີ່ດິນ ໂດຍສອດຄ່ອງກັບແຜນແມ່ບົດການຈັດສັນນຳໃຊ້ທີ່ດິນແຫ່ງຊາດ;
2.    ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນສະຖານທີ່ໃດໜຶ່ງ ໂດຍສະເພາະເຂດທີ່ຢູ່ອາໄສ, ເຊດກະສິກຳ ແລະ ເຂດອຸດສາຫະກຳໃນອະນາຄົດ ຫຼື ສະຖານທີ່ຕັ້ງ ແລະ ໂຄງການລົງທຶນຂະໜາດໃຫຍ່;
3.    ສ້າງວມາດຕະຖານ, ຫຼັກການກ່ຽວກັບການກຳນົດ ຫຼັກໝາຍ ແລະ ເຂດພື້ນທີ່ ທີ່ໄດ້ກ່າວໄວ້ໃນຂໍ້ 2 ເທິງນີ້.
ມາດຕາ 19 (ໃໝ່) ການປະເມີນສິ່ງແວດລ້ອມແບບຍຸດທະສາດ

      ການປະເມີນສິ່ງແວດລ້ອມແບບຍຸດທະສາດ ແມ່ນ ຂະບວນການຄາດຄະເນຜົນກະທົບທີ່ອາດຈະເກີດຂຶ້ນ ຕໍ່ສິ່ງແວດລ້ອມ ໃນເວລາວາງນະໂຍບາຍ, ແຜນຍຸດທະສາດ ແລະ ແຜນງານຕ່າງໆ ຊຶ່ງລວມເອົາການພິຈາລະນາບັນຫາ ທີ່ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ການປະເມີນຜົນກະທົບດັ່ງກ່າວ ຕ້ອງຊີ້ໃຫ້ເຫັນວິທີການ, ມາດຕະການ ຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແນໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
     ໃນການສ້າງນະໂຍບາຍ, ແຜນຍຸດທະສາດ ແລະ ແຜນງານຕ່າງໆ ເປັນຕົ້ນ ໃນຂະແໜງການພະລັງງານ ແລະ ບໍ່ແຮ່, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງດຳເນີນການປະເມີນສິ່ງແວດລ້ອມແບບຍຸດທະສາດ ຍົກເວັ້ນແຜນການ ກ່ຽວກັບການນຳໃຊ້ ເນື້ອທີ່ຂະໜາດນ້ອຍ ທີ່ໄດ້ກຳນົດໄວ້ໃນແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ.
     ໃນການປະເມີນສິ່ງແວດລ້ອມແບບຍຸດທະສາດ ຕ້ອງມີການເຂົ້າຮ່ວມຂອງການຈັດຕັ້ງ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ປະຊາຊົນ ທີ່ຈະໄດ້ຮັບຜົນກະທົບໂດຍກົງ ຫຼື ທາງອ້ອມ ຈາກນະໂຍບາຍ, ແຜນຍຸດທະສາດ ແລະ ແຜນການຕ່າງໆ ຂອງຂະແໜງການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 20 (ໃໝ່) ການວາງມາດຕະການປ້ອງກັນໄພພິບັດທຳມະຊາດ

     ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ ຕ້ອງວາງມາດຕະການປ້ອງກັນ ເປັນຕົ້ນ ປູກຕົ້ນໄມ້, ສ້າງຄູກັນນ້ຳ, ຮ່ອງລະບາຍນ້ຳ ເພື່ອປ້ອງກັນໄພນ້ຳຖ້ວມ, ການເຊາະເຈື່ອນ, ໄພແຫ້ງແລ້ງ ຈາກວາຕະໄພ ຫຼື ຫຼຸດຜ່ອນຜົນກະທົບຈາກການປ່-ນແປງດິນຟ້າອາກາດ, ສະກັດກັ້ນໄຟໄໝ້ລາມປ່າ, ສ້າງລະບົບເຕືອນໄພ ແລະ ອື່ນໆ.

ມາດຕາ 21 (ໃໝ່) ການສຶກສາເບື້້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ

      ການສຶກສາເບື້້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ ແມ່ນການສຶກສາ, ສຳຫຼວດ ແລະ ຄົ້ນຄວ້າວິໄຈຂໍ້ມູນ ເພື່ອຄາດຄະເນຜົນກະທົບ ຕໍ່ສິ່ງແວດລ້ອມ ທີ່ບໍ່ຮຸນແຮງ ຊຶ່ງອາດຈະເກີດຂຶ້ນ ພ້ອມທັງກຳນົດວິທີການ ແລະ ມາດຕະການທີ່ເໝາະສົມ ເພື່ອປ້ອງກັນ, ຫຼີກເວັ້ນ ຫຼື ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນ ຫຼື ກິດຈະການຕ່າງໆ ລວມທັງການພິຈາລະນາບັນຫາ ທີ່ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.
      ໃນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ ຕ້ອງມີການເຂົ້າຮ່ວມຂອງການຈັດຕັ້ງ, ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ປະຊາຊົນ ທີ່ຈະໄດ້ຮັບຜົນກະທົບໂດຍກົງ ແລະ ທາງອ້ອມ ຈາກໂຄງການລົງທຶນ ຫຼື ກິດຈະການຕ່າງໆ.
      ຂະບວນການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃຫ້ປະຕິບັດຕາມລະບຽບການສະເພາະ. ຂ້າງເທິງ

ມາດຕາ 22 (ໃໝ່) ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

       ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແມ່ນຂະບວນການວິໄຈບັນຫາ ເພື່ອຄາດຄະເນຜົນກະທົບ ຊຶ່ງອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກໂຄງການລົງທຶນ ຫຼື ກິດຈະການຕ່າງໆ ລວມທັງການພິຈາລະນາບັນຫາ ທີ່ພົວພັນກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຊຶ່ງຕ້ອງເຮັດເປັນບົດລາຍງານ. ຄ-ຽງຄູ່ກັບບົດລາຍງານດັ່ງກ່າວ ຕ້ອງສ້າງແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາວິ່ງແວດລ້ອມສັງຄົມ ແລະ ທຳມະຊາດ.
      ບົດລາຍງານ ແລະ ແຜນການດັ່ງກ່າວ ຕ້ອງໄດ້ຮັບການຮັບຮອງ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ອນຈະດຳເນີນການກໍ່ສ້າງໂຄງການລົງທຶນ ແລະ ກິດຈະການຕ່າງໆ.
      ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃຫ້ປະຕິບັດຕາມລະບຽບການສະເພາະ.

ມາດຕາ 23 (ໃໝ່) ການຄຸ້ມຄອງສິ່ງແວດລ້ອມ ໃນທຸລະກິດຄອບຄົວ

       ຄອບຄົວທີ່ດຳເນີນທຸລະກິດ, ຜະລິດ, ປູກຝັງ, ລ້ຽງສັດ ແລະ ບໍລິການໃດໜຶ່ງ ທີ່ອາດກໍ່ໃຫ້ເກີດຜົນກະທົບທາງລົບ ຕໍ່ກັບສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເປັນຕົ້ສ ຖິ້ມຂີ້ເຫຍື້ອ, ຖອກເທນ້ຳເປື້ອນ, ສົ່ງສຽງ: ແສງ, ກິ່ນ, ປ່ອຍຄວັນ, ສ້າງຄວາມສັ່ນສະເທືອນ ແລະ ສານເຄມີທີ່ເປັນອັນຕະລາຍ ຕ້ອງສ້າງແຜນແກ້ໄຂບັນຫາເຫຼົ່ານັ້ນ.
      ພັນທະໃນຫານປົກປັກຮັກສາສິ່ງແວດລ້ອມ, ການສ້າງແຜນແກ້ໄຂບັນຫາ ແລະ ການຮັບຮອງແຜນແກ້ໄຂບັນຫາ ຂອງທຸລະກິດຄອບຄົວ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 24 (ປັບປຸງ) ການນຳໃຊ້ເຕັກໂນໂລຊີສະອາດ

       ໃນການຜະລິດ, ການດຳເນີນທຸລະກິດ ຕ້ອງນຳໃຊ້ເຕັກໂນໂລຊີສະອາດ, ແທດເໝາະກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ມີຜົນກະທົບໜ້ອຍທີ່ສຸດ ຕໍ່ສິ່ງແວດລ້ອມ, ບໍ່ເກີນມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ແລະ ປະຕິບັດໃຫ້ໄດ້ຕາມມາດຕະຖານເຕັກນິກ ຊຶ່ງຂະແໜງການທີ່ກ່ຽວຂ້ອງ ວາງອອກຢ່າງເຂັ້ມງວດ.
      ການນຳເຂົ້າ ຫຼື ການຖ່າຍທອດເຕັກໂນໂລຊີ ທີ່ພົວພັນເຖິງການປົກປັກຮັກສາສິ່ງແວດລ້ອມ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ພາຍຫຼັງໄດ້ປະສານສົມທົບກັບຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 25 (ປັບປຸງ) ການຈຳກັດຜົນກະທົບ ຈາກການກໍ່ສ້າງ ແລະ ກິດຈະການອື່ນ

       ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການກໍ່ສ້າງ, ການສ້ອມແປງ ແລະ ກິດຈະການອື່ນ ທີ່ພາໃຫ້ເກີດມົນລະພິດ ເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ທາງ, ຂົວ, ນ້ຳປະປາ, ໄຟຟ້າ, ຊົນລະປະທານ, ສະໜາມບິນ, ອາຄານ, ໂຮງງານ ຕ້ອງມີວິທີການ ແລະ ມາດຕະການປ້ອງກັນ ຫຼື ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ຄື ສານເຄມີເປັນພິດ, ຄວັນ, ຂີ້ຝຸ່ນ, ຄວາມສັ່ນສະເທືອນ, ສຽງ, ແສງ, ກິ່ນ, ສິ່ງເສດເຫຼືອ ແລະ ສິ່ງກີດຂວາງ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ກ່ຽວກັບມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ.

ມາດຕາ 26 (ໃໝ່) ການປ້ອວກັຫນສິ່ງແວດລ້ອມ ຈາກສານເຄມີຍ້ອນການເກີດອຸບັດຕິເຫດ

       ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຄອບຄອງ, ນຳໃຊ້ ແລະ ຂົນສົງ ສານເຄມີທີ່ເປັນອັນຕະລາຍ ຕ້ອງມີວິທີການ ແລະ ມາດຕະການປ້ອງກັນອຸບັດຕິເຫດ ທີ່ອາດຈະເກີດຂຶ້ນ ແລະ ສ້າງຄວາມເສັຍຫາຍຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ. ໃນກໍລະນີທີ່ໄດ້ເກີດອຸບັດຕິເຫດຂຶ້ນນັ້ນ ກໍ່ຕ້ອງນຳໃຊ້ວິທີການ ແລະ ມາດຕະການ ເພື່ອຈຳກັດຜົນກະທົບຈາກອຸບັດຕິເຫດດັ່ງກ່າວ, ດຳເນີນການແກ້ໄຂ, ປົວແປງ, ບູລະນະ ຟື້ນຟູ ໃຫ້ຄືນສູ່ສະພາບປົກກະຕິ ພ້ອມທັງທົດແທນຄ່າເສັຍຫາຍທີ່ເກີດຂຶ້ນ.

ມາດຕາ 27 (ໃໝ່) ການກຳນົດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ

       ມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ແມ່ນ ການກຳນົດຄວາມເຂັ້ມຂຸ້ນຂອງສິ່ງເຈືອປົນ ຢູ່ໃນອາກາດ, ດິນ ແລະ ນ້ຳ ເພື່ອເປັນຕົວວັດແທກ ຄຸນນະພາບຂອງສິ່ງແວດລ້ອມ.
     ລັດຖະບານ ເປັນຜູ້ກຳນົດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ຕາມການສະເໜີຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍຫຼັງທີ່ໄດ້ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 28 (ໃໝ່) ການສ້າງບົດລາຍງານສະພາບສິ່ງແວດລ້ອມ

     ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕ້ອງສ້າງບົດລາຍງານສະພາບສິ່ງແວດລ້ອມ ໃນທຸກໆ ສາມ ປີ ຊຶ່ງປະກອບມີ ດັ່ງນີ້:

1.    ສະພາບສິ່ງແວດລ້ອມໃນປະຈຸບັນ;
2.    ສະພາບທາງດ້ານຊີວະສາດ ແລະ ເສດຖະກິດ-ສັງຄົມໃນປະຈຸບັນ;
3.    ຂໍ້ສັງເກດລວມ ກ່ຽວກັບ ໂຄງການ ຫຼື ກິດຈະການ ທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມລວມທັງມົນລະພິດ;
4.    ການຕີລາຄາຜົນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນດຳເນີນງານດ້ານສິ່ງແວດລ້ອມ.

     ບົດລາຍງານສະພາບສິ່ງແວດລ້ອມ ຕ້ອງອີງໃສ່ຕົວຊີ້ວັດແຫ່ງຊາດ ດ້ານສິ່ງແວດລ້ອມ ຊຶ່ງປະກອບດ້ວຍ ບັນຫາຂີ້ເຫຍື້ອ, ຄຸນນະພາບນ້ຳ, ຄຸນນະພາບອາກາດ, ການປົນເປື້ອນຂອງສານເຄມີຢູ່ໃນດິນ, ເນື້ອທີ່ປົກຫຸ້ມຂອງປ່າໄມ້, ຊີວະນາໆພັນ ແລະ ການປັບຕົວເຂົ້າກັບສະພາບປ່ຽນແປງດິນຟ້າອາກາດ.
     ໃນກໍລະນີ ມີສະພາບແວດລ້ອມ ທີ່ເກີດມົນລະພິດຢ່າງຮ້າຍແຮງ ແລະ ມີເຫດການຮີບດ່ວນ ກໍຕ້ອງເຮັດບົດລາຍງານໃນທັນໃດ. ຂ້າງເທິງ

ໝວດທີ 2
ການຄວບຄຸມມົນລະພິດ

ມາດຕາ 29 (ປັບປຸງ) ມົນລະພິດ

     ມົນລະພິດ ແມ່ນ ສານເຄມີ, ກຳມັນຕະພາບລັງສີ, ຝຸ່ນລະອອງ, ຄວັນ ລວມທັງ ສຽງ, ແສງ, ກິ່ນ, ຄວາມສັ່ນສະເທືອນ ແລະ ຄວາມຮ້ອນ ທີ່ເຈືອປົນ ໃນອາກາດ, ດິນ, ນ້ຳ ທີ່ມີຄ່າຄວາມເຂັ້ມຂຸ້ນເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ຫຼື ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ຊຶ່ງເກີດຂຶ້ນຈາກການກະທຳຂອງມະນຸດ ຫຼື ຕາມທຳມະຊາດ ທີ່ມີຜົນກະທົບຕໍ່ຊີວິດອື່ນ ແລະ ລະບົບນິເວດ.

ມາດຕາ 30 (ປັບປຸງ) ປະເພດມົນລະພິດ

     ປະເພດມົນລະພິດ ປະກອບດ້ວຍ:

-    ມົນລະພິດທາງອາກາດ;
-    ມົນລະພິດທາງດິນ;
-    ມົນລະພິດທາງນ້ຳ;
-    ສິ່ງລົບກວນ ເຊັ່ນ: ສຽງ, ແສງ, ກິ່ນ, ຄວາມສັ່ນສະເທືອນ, ຄວາມຮ້ອນ.

     ມົນລະພິດດັ່ງກ່າວ ຕົ້ນຕໍ ແມ່ນ ເກີດຈາກສານເຄມີເປັນພິດ, ທາດກຳມັນຕະພາບລັງສີ ແລະ ສິ່ງເສດເຫຼືອ.

ມາດຕາ 31 (ໃໝ່) ມົນລະພິດທາງອາກາດ, ດິນ, ນ້ຳ, ສິ່ງລົບກວນ

     ມົນລະພິດທາງອາກາດ ແມ່ນ ມົນລະພິດ ທີ່ເກີດຈາກ ຝຸ່ນລະອອງ ແລະ ຄວັນ ທີ່ເຈືອປົນໃນອາກາດ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ.
     ມົນລະພິດທາງດິນ ແມ່ນ ມົນລະພິດທີ່ເກີດຈາກ ການປົນເປື້ອນສິ່ງທີ່ເປັນພິດ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ທີ່ເກີດຂຶ້ນຈາກການກະທຳຂອງມະນຸດ ຊຶ່ງສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງທີ່ມີຊີວິດອື່ນ, ລະບົບນິເວດ ແລະ ກະທົບໃສ່ລະບົບໂຄງສ້າງຂອງດິນ ເຮັດໃຫ້ດິນໃຊ້ການ ບໍ່ໄດ້.
     ມົນລະພິດທາງນ້ຳ ແມ່ນ ມົນລະພິດທີ່ເກີດຈາກ ການປົນເປື້ອນສິ່ງທີ່ເປັນພິດ ໃນນ້ຳ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ທີ່ເກີດຂຶ້ນຈາກການກະທຳຂອງມະນຸດ ຊຶ່ງສົ່ງຜົນກະທົບຕໍ່ແມ່ນ້ຳ, ລຳເຊ, ຫ້ວຍ, ນ້ຳໃຕ້ດິນ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງທີ່ມີຊີວິດອື່ນ, ລະບົບນິເວດ.
     ສິ່ງລົບກວນ ແມ່ນ ມົນລະພິດທີ່ເກີດຈາກການກະທຳຂອງມະນຸດ ເປັນຕົ້ນ ສຽງ, ແສງ, ສີ, ກິ່ນ, ຄວາມສັ່ນສະເທືອນ ທີ່ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ຊຶ່ງສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນ, ລະບົບນິເວດ. ຂ້າງເທິງ

ມາດຕາ 32 (ໃໝ່) ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ

     ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ແມ່ນ ການກຳນົດຄວາມເຂັ້ມຂຸ້ນຂອງມົນລະພິດທີ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປ່ອຍມົນລະພິດ ຈາກແຫຼ່ງໃດໜຶ່ງ ສູ່ອາກາດ, ດິນ ຫຼື ນ້ຳ.
     ລັດຖະບານ ເປັນຜູ້ກຳນົດ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ຕາມການສະເໜີຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍຫຼັງໄດ້ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 33 (ໃໝ່) ສິດຂອງຜູ້ປະກອບການໃນການຄວບຄຸມມົນລະພິດ

     ຜູ້ປະກອບການໃນການຄວບຄຸມມົນລະພິດ ມີ ສິດ ດັ່ງນີ້:

1.    ປ່ອຍມົນລະພິດຕາມມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
2.    ສ້າງລະບົບຕິດຕາມຄຸນນະພາບສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
3.    ປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນການຄວບຄຸມມົນລະພິດ;
4.    ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 34 (ປັບປຸງ) ພັນທະຂອງຜູ້ປະກອບການໃນການຄວບຄຸມມົນລະພິດ

     ຜູ້ປະກອບການທີ່ດຳເນີນການຜະລິດ, ທຸລະກິດ ແລະ ການບໍລິການ ເຊັ່ນ: ອຸດສາຫະກຳ, ກະສິກຳ, ປ່າໄມ້, ພະລັງງານ, ບໍ່ແຮ່, ຫັດຖະກຳ ມີພັນທະຄວບຄຸມມົນລະພິດ ໃຫ້ຖືກຕ້ອງຕາມມາດຕະຖານຄວບຄຸມມົນລະພິດ ແລະ ມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ດ້ວຍການສ້າງແຜນຄຸ້ມຄອງ ແລະ ດຳເນີນການຄວບຄຸມມັນລະພິດ, ສິ່ງລົບກວນ ແລະ ມີພັນທະເສັຍອາກອນສິ່ງແວດລ້ອມ ຕາມລະບຽບກົດໝາຍ.

ມາດຕາ 35 (ປັບປຸງ) ມາດຕະການຄວບຄຸມມົນລະພິດ

     ຜູ້ປະກອບການ ທີ່ດຳເນີນກິດຈະການຕ່າງໆ ຕ້ອງນຳໃຊ້ວິທີການ ແລະ ມາດຕະການຄວບຄຸມມົນລະພິດ ຢ່າງເຂັ້ມງວດ ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ແລະ ຕິດຕັ້ງອຸປະກອນຕ່າງໆ ທີ່ເໝາະສົມ, ການປ້ອງກັນ, ການແກ້ໄຂ, ການບຳບັດ ອະເຊື້ອ, ການປັບປຸງ ແລະ ບູລະນະ ຟື້ນຟູ ສິ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບ ຈາກມົນລະພິດທາງ ອາກາດ, ດິນ ແລະ ນ້ຳ.
     ຜຸ້ປະກອບການ ຕ້ອງຖອກເທ, ລະບາຍນ້ຳເປື້ອນ, ຖິ້ມ, ຈູດ, ຝັງ ຫຼື ທຳລາຍສິ່ງເສດເຫຼືອ ແລະ ຂີ້ເຫຍື້ອ ໃນເຂດທີ່ໄດ້ກຳນົດໄວ້ ຕາມລະບຽບການ.
     ການຜະລິດ, ການນຳເຂົ້າ, ການນຳໃຊ້, ການຂົນສົ່ງ, ການເກັບຮັກສາ ແລະ ການທຳລາຍສານເຄມີເປັນພິດ ຫຼື ທາດກຳມັນຕະພາບລັງສີ ຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະຖານສະເພາະ ຢ່າງເຂັ້ມງວດ. ຂ້າງເທິງ

ໝວດທີ 3
ການຄວບຄຸມສານເຄມີເປັນພິດ ແລະ ການກຳຈັດສິ່ງເສດເຫຼືອ

ມາດຕາ 36 (ໃໝ່) ການຄວບຄຸມສານເຄມີທີ່ເປັນພິດ

     ສານເຄມີເປັນພິດ ແມ່ນ ສານທີ່ນຳໃຊ້ໃນຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ ເຊັ່ນ: ໃນອຸດສາຫະກຳ, ກະສິກຳ, ປ່າໄມ້, ພະລັງງານ, ບໍ່ແຮ່, ຫັດຖະກຳ ຫຼື ກິດຈະການອື່ນ ລວມທັງການນຳໃຊ້ ໃນຄອບຄົວ ຊຶ່ງສາມາດເປັນອັນຕະລາຍ ຕໍ່ຊີວິດ, ສຸຂະພາບ ຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດ ຊຶ່ງຕ້ອງໄດ້ຄວບຄຸມ ເຊັ່ນ: ການເກັບຮັກສາ, ບຳບັດ, ຖິ້ມ, ຈູດ, ເຜົາ, ຫຼື ທຳລາຍ ດ້ວຍການປະຕິບັດຕາມຂັ້ນຕອນ ແລະ ລະບຽບການສະເພາະ ຢ່າງເຂັມງວດ.
     ຂະແໜງການ ຊັລພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີຄວາມຮັບຜິດຊອບໂດຍກົງ ໃນການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ກ່ຽວກັບການກວດກາ ແລະ ການຮັບຮອງ ບັນຊີສານເຄມີເປັນພິດ ຊຶ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການທີ່ກ່ຽວຂ້ອງ ໃນແຕ່ລະໄລຍະ.

ມາດຕາ 37 (ໃໝ່) ປະເພດສິ່ງເສດເຫຼືອ

     ສິ່ງເສດເຫຼືອ ມີ ສອງ ປະເພດ ດັ່ງນີ້:

1.    ສິ່ງເສດເຫຼືອທົ່ວໄປ;
2.    ສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ.

ມາດຕາ 38 (ໃໝ່) ການກຳຈັດສິ່ງເສດເຫຼືອ

       ການກຳຈັດສິ່ງເສດເຫຼືອທົ່ວໄປ ທີ່ບໍ່ເປັນພິດ ເປັນຕົ້ນ ຂີ້ເຫຍື້ອ ຕ້ອງແຍກເປັນເປົ້າໝາຍຕ່າງໆ ເຊັ່ນ: ນຳໃຊ້ຄືນໃໝ່, ຜະລິດຄືນໃໝ່, ແປຮູບເປັນຜະລິດຕະພັນໃໝ່, ທຳລາຍ ຕາມວິທີການ, ເຕັກນິກ ແລະ ໃນເຂດທີ່ໄດ້ກຳນົດໄວ້ຕາມລະບຽບການ.
      ການກຳຈັດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊັ່ນ: ວັດຖຸລະເບີດ, ວັດຖຸໄວໄຟ, ສານເຄມີ, ສິ່ງເສດເຫຼືອເອເລັກໂຕຣນິກ, ຖ່ານໄຟສາຍ, ໝໍ້ໄຟເກົ່າ, ຂີ້ເຫຍື້ອອັນຕະລາຍ ລວມທັງນ້ຳເປື້ອນ ຈາກໂຮງໝໍ, ໂຮງງານອຸດສາຫະກຳ ເປັນຕົ້ນ ໂຮງງານທີ່ນຳໃຊ້ສານເຄມີ, ກຳມັນຕະພາບລັງສີເຂົ້າໃນການຜະລິດ, ໂຮງງານປຸງແຕ່ງແຮ່ທາດ, ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ໂຮງງານຟອກໜັງ ຊຶ່ງຕ້ອງໄດ້ບຳບັດ, ຖິ້ມ, ຈູດ, ເຜົາ, ຝັງ ຫຼື ທຳລາຍ ຕາມວິທີການ, ເຕັກນິກ ແລະ ໃນເຂດທີ່ໄດ້ກຳນົດໄວ້ຕາມລະບຽບການ.
      ສຳລັບເຂດຖິ້ມຂີ້ເຫຍື້ອເມືອງ, ບ້ານ, ຄອບຄົວ, ສະຖານທີ່ປິ່ນປົວ, ສະຖາບັນການສຶກສາ, ສຳນັກງານ, ອົງການ, ໂຮງຈັັກໂຮງານ ແລະ ອື່ນໆນັ້ນ ໃຫ້ຂະແໜງການທີ່ກ່ຽວຂ້ອງເປັນຜູ້ກຳນົດ ໂດຍປະສານສົມທົບກັບຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 39 (ໃໝ່) ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ

       ການນຳເຂົ້າສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊັ່ນ: ສິ່ງເສດເຫຼືອເຈືອປົນສານເຄມີ, ກຳມັນຕະພາບລັງສີ ເຂົ້າມາໃນດິນແດນຂອງ ສປປ ລາວ ແມ່ນ ບໍ່ອະນຸຍາດ ເວັ້ນເສັຍແຕ່ລະບຽບກົດໝາຍໄດ້ກຳນົດໄວ້ສະເພາະ.
      ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍຈາກການຜະລິດ ແລະ ການດຳເນີນທຸລະກິດຂອງຕົນ ຕ້ອງຮັບຜິດຊອບຕາມກົດໝາຍ ແລະ ຕ້ອງເກັບຮັກສາ, ກຳຈັດ, ຝັງ ແລະ ບຳບັດ ໃຫ້ຖືກຕ້ອງຕາມາດຕະຖານ ແລະ ລະບຽບການ.
     ສຳລັບສິ່ງເສດເຫຼືອຈາກໂຮງໝໍ ຕ້ອງມີການຄຸ້ມຄອງ ແລະ ຄວບຄຸມ ໃຫ້ຖືກຕ້ອງຕາມມາດຕະຖານ ແລະ ລະບຽບການທີ່ຂະແໜງການກ່ຽວຂ້ອງວາງອອກ ຢ່າງເຂັ້ມງວດ.

       ການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 40 (ໃໝ່) ພັນທະຂອງຜູ້ປະກອບການ ຕໍ່ສານເຄມີເປັນພິດ ແລະ ສິ່ງເສດເຫຼືອ

       ຜູ້ປະກອບການ ມີພັນທະກໍ່ສ້າງ, ຕິດຕັ້ງເຄື່ອງວັດແທກ, ເຄື່ອງຄວບຄຸມມົນລະພິດ ເພື່ອຕິດຕາມລວມທັງ ຕິດຕັ້ງລະບົບບຳບັດ, ຖິ້ມ, ຈູດ, ເຜົາ, ຝັງ ຫຼື ທຳລາຍ ຕາມວິທີການ, ເຕັກນິກ ແລະ ໃນເຂດທີ່ກຳນົດໄວ້ຕາມລະບຽບການ ແລະ ມີຄວາມຮັບຜິດຊອບ ໃນກໍລະນີສານເຄມີເປັນພິດ ຫຼື ສິ່ງເສດເຫຼືອ ຫາກສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ ໂດຍສະເພາະຂອງແມ່ ແລະ ເດັກ, ພືດ, ສັດ, ສິ່ງມີຊີວິດອື່ນ ແລະ ລະບົບນິເວດ.
      ຜູ້ບໍລິໂພກ ມີຄວາມຮັບຜິດຊອບ ໃນການຄວບຄຸມສານເຄມີເປັນພິດ ແລະ ການກຳຈັດສິ່ງເສດເຫຼືອ ທີ່ຕົນໄດ້ຄອບຄອງ ແລະ ນຳໃຊ້ໃນຄອບຄົວ ຢ່າງເໝາະສົມ. ຂ້າງເທິງ

ໝວດທີ 4
ການຢັ້ງຢືນ ແລະ ອະນຸຍາດ ກ່ຽວກັບສິ່ງແວດລ້ອມ

ມາດຕາ 41 (ໃໝ່) ການຢັ້ງຢືນກ່ຽວກັບສິ່ງແວດລ້ອມ

       ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍອີງຕາມຜົນກະທົບ ຈາກການກໍ່ສ້າງໂຄງການການລົງທຶນ ຫຼື ກິດຈະການຕ່າງໆ ດ້ວຍການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.
      ການຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແມ່ນ ການຮັບບຮອງເອົາບົດລາຍງານການສຶກສາເບື້ອງຕົ້ນ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ລວມທັງແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ.

ມາດຕາ 42 (ໃໝ່) ການອະນຸຍາດໃຫ້ປ່ອຍສານມົນລະພິດ

       ການອະນຸຍາດໃຫ້ປ່ອຍສານມົນລະພິດ ແມ່ນ ການຮັບຮູ້ ແລະ ໃຫ້ສິດແກ່ຜູ້ດຳເນີນການຜະລິດ,ທຸລະກິດ ເຊັ່ນ: ອຸດສາຫະກຳ, ບໍ່ແຮ່, ກະສິກຳ, ປ່າໄມ້, ຫັດຖະກຳ, ການບໍລິການ ຫຼື ກິດຈະການອື່ນ ໃນການປ່ອຍສານມົນລະພິດ ຕາມມາດຕະຖານການປ່ອຍ ຊຶ່ງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ກຳນົດ ພາຍຫຼັງໄດ້ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.
      ສຳລັບປະເພດການລົງທຶນ ແລະ ກິດຈະການພັດທະນາ ທີ່ຕ້ອງໄດ້ຮັບອະນຸຍາດ ໃນການປ່ອຍສານມົນລະພິດນັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 43 (ໃໝ່) ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ໃບອະນຸຍາດໃຫ້ປ່ອຍສານມົນລະພິດ

       ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຕໍ່ບົດລາຍງານການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ມີຜົນໃຊ້ໄດ້ຕະຫຼຶດໄລຍະເວລາຂອງໂຄງການ ເວັ້ນເສັຍແຕ່ຜູ້ໄດ້ຮັບໃບຢັ້ງຢືນ ຫາກບໍ່ດຳເນີນກິດຈະການໃດໆ ພາຍໃນກຳນົດ ສອງ ປີ ນັບແຕ່ວັນໄດ້ຮັບອະນຸຍາດ ເປັນຕົ້ນໄປ, ໃບຢັ້ງຢືນດັ່ງກ່າວກໍຈະຕົກໄປ. ໃນກໍລະນີທີ່ຜູ້ກ່ຽວ ຫາກມີຈຸດປະສົງສືບຕໍ່ດຳເນີນໂຄງການ ຫຼື ກິດຈະການນັ້ນ ກໍຕ້ອງຂໍອະນຸຍາດຄືນໃໝ່.
      ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຕໍ່ແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາ ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແລະ ໃບອະນຸຍາດໃຫ້ປ່ອຍສານມົນລະພິດ ມີອາຍຸ ສອງ ຫາ ຫ້າ ປີ ຕາມແຕ່ລະປະເພດໂຄງການ ແລະ ສາມາດຕໍ່ໄດ້ບົນພື້ນຖານ ການປະຕິບັດເງື່ອນໄຂດ້ານສິ່ງແວດລ້ອມ ທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 44 (ໃໝ່) ການບໍລິການດ້ານສິ່ງແວດລ້ອມ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການບໍລິການດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ ຕ້ອງຍື່ນຄຳຮ້ອງ ພ້ອມດ້ວຍບົດວິພາກເສດຖະກິດ-ເຕັກນິກ ຕໍ່ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາ.
      ການພິຈາລະນາ ຄຳຮ້ອງດັ່ງກ່າວ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 45 (ໃໝ່) ເງື່ອນໄຂຂອງຜູ້ບໍລິການດ້ານສິ່ງແວດລ້ອມ

       ຜູ້ບໍລິການດ້ານສິ່ງແວດລ້ອມ ຕ້ອງມີເງື່ອນໄຂດັ່ງນີ້:

1.    ມີນັກວິຊາການທີ່ມີປະສົບການດ້ານສິ່ງແວດລ້ອມ;
2.    ມີທຶນ, ອຸປະກອນ ແລະ ເຕັກໂນໂລຊີ ດ້ານສິ່ງແວດລ້ອມ ຢ່າງພຽງພໍ;
3.    ມີຈັນຍາບັນດ້ານສິ່ງແວດລ້ອມ;
4.    ມີ່ເງື່ອນໄຂອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ໝວດທີ 5
ການສົ່ງເສີມ ແລະ ການມີສ່ວນຮ່ວມຂອງມວນຊົນ

ມາດຕາ 46 (ໃໝ່) ການສຶກສາ ແລະ ການສ້າງຈິດສຳນຶກ ກ່ຽວກັບສິ່ງແວດລ້ອມ

       ລັດ ສົ່ງເສີມ ການມີສ່ວນຮ່ວມ, ການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການປົກປັກຮັກສາສິ່ງແວດລ້ອມ ດ້ວຍການພັດທະນາຫຼັກສູດການສຶກສາກ່ຽວກັບສິ່ງແວດລ້ອມ ເຂົ້າໃນການຮຽນ-ການສອນ ຢູ່ໃນລະບົບໂຮງຮຽນ, ນອກລະບົບໂຮງຮຽນ, ໂຮງຮຽນວິຊາຊີບທຸກຂັ້ນ ແລະ ມະຫາວິທະຍາໄລ ທັງພາກລັດ ແລະ ເອດະຊົນ.
      ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງຈິດສຳນຶກກ່ຽວກັບສິ່ງແວດລ້ອມ ແລະ ສ້າງຂະບວນການ ເນື່ອງໃນໂອກາດວັນສຳຄັນຕ່າງໆ.

ມາດຕາ 47 (ໃໝ່) ການບໍລິການຂໍ້ມູນຂ່າວສານ ກ່ຽວກັບສິ່ງແວດລ້ອມ

       ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕ້ອງສ້າງລະບົບຄຸ້ມຄອງ ແລະ ບໍລິການຂໍ້ມູນຂ່າວສານ ກ່ຽວກັບສິ່ງແວດລ້ອມ ເພື່ອຮັບປະກັນການສະໜອງຂໍ້ມູນຂ່າວສານໃຫ້ແກ່ມວນຊົນ ຕາມລະບຽບການ.
      ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ກ່ຽວກັບວຽກງານສິ່ງແວດລ້ອມ.

ມາດຕາ 48 (ໃໝ່) ການມີສ່ວນຮ່ວມຂອງມວນຊົນ

       ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ, ການປະເມີນສິ່ງແວດລ້ອມແບບຍຸດທະສາດ, ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ການສ້າງແຜນການຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ, ການຄວບຄຸມມົນລະພິດ ແລະ ອື່ນໆ ຕ້ອຝມີການເຂົ້າຮ່ວມຂອງການຈັດຕັ້ງ, ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ທີ່ກ່ຽວຂ້ອງ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ ຫຼື ທາງອ້ອມ. ຂ້າງເທິງ

ພາກທີ IV
ການອະນຸລັກ ແລະ ການນຳໃຊ້ ຊັບພະຍາກອນທຳມະຊາດ

ມາດຕາ 49 (ໃໝ່) ການຂຶ້ນບັນຊີຊັບພະຍາກອນທຳມະຊາດ

       ຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ຂຶ້ນບັນຊີຊັບພະຍາກອນທຳມະຊາດ ດ້ວຍການກຳນົດຊະນິດ, ບໍລິມາດ ແລະ ປະເພດ ທີ່ຕ້ອງໄດ້ຮັບການສະຫງວນ, ສາມາດທົດແທນຄືນໄດ້ ແລະ ມີຄຸນຄ່າທາງດ້ານເສດຖະກິດ, ວັດທະນະທຳ ແລະ ລະບົບນິເວດ ເພື່ອເປັນພື້ນຖານ ໃຫ້ແກ່ການວາງນະໂຍບາຍ, ຍຸດທະສາດ, ນິຕິກຳ, ແຜນນຳໃຊ້, ກຳນົດຂອບເຂດການອະນຸຍາດໃຫ້ສຳຫຼວດ, ຄ່າຊັບພະຍາກອນທຳມະຊາດ, ອັດຕາອາກອນສິ່ງແວດລ້ອມ, ຄ່າບໍລິການລະບົບນິເວດ, ຄ່າປົກປັກຮັກສາສິ່ງແວດລ້ອມ ແລະ ການທົດແທນຄ່າເສັຍຫາຍ ຕໍ່ສິ່ງແວດລ້ອມ ລວມທັງການກຳນົດວິທີການ, ມາດຕະການຄຸ້ມຄອງ ແລະ ຕິດຕາມ ກວດກາ ການນຳໃຊ້ຊັບພະຍາກອນທຳມະຊາດ.
      ວິທີການຂຶ້ນບັນຊີຊັບພະຍາກອນທຳມະຊາດ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 50 (ປັບປຸງ) ລັດ ສົ່ງເສີມ ການອະນຸລັກ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ດ້ວຍການວາງນະໂຍບາຍ, ລະບຽບກົດໝາຍ, ວິທີການ ແລະ ມາດຕະການ ເພື່ອສະກັດກັ້ນ ການບຸກລຸກ ແລະ ການທຳລາຍຂອງມະນຸດ ຫຼື ຈາກໄພທຳມະຊາດ ແນໃສ່ຮັກສາຄວາມສົມດູນຂອງລະບົບນິເວດ ແລະ ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ເປັນຕົ້ນ ດິນ, ນ້ຳ, ແຮ່ທາດ, ປ່າໄມ້, ພັນພືດ, ພັນສັດ, ແມງໄມ້ ແລະ ຈຸລິນຊີ ລວມທັງການຮັກສາແນວພັນ, ພັນທຸກຳ ທີ່ເປັນຜົນປະໂຫຍດ ແລະ ຖິ່ນທີ່ຢູ່ອາໄສ ໃຫ້ມີຄວາມຫຼາກຫຼາຍ ແລະ ຍືນຍົງ.
      ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງຈັດສັນເຂດອະນຸລັກ, ເຂດສະຫງວນ, ເຂດຫວງຫ້າມ, ເຂດອຸດທິຍານທ່ອງທ່ຽວທຳມະຊາດ ສີຂຽວ ຕາມຂັ້ນຄຸ້ມຄອງຂອງຕົນ ເພື່ອຟື້ນຟູ ແລະ ຂະຫຍາຍເນື້ອທີ່ປ່າໄມ້ໃຫ້ນັບມື້ນັບຫຼາຍ.
      ມາດຕະການ ກ່ຽວກັບການອະນຸລັກຊັບພະຍາກອນທຳມະຊາດ ໄດ້ກຳນົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 51 (ໃໝ່) ສິດຂອງຜູ້ນຳໃຊ້ຊັບພະຍາກອນທຳມະຊາດ

       ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ສາມາດນຳໃຊ້ຊັບພະຍາກອນທຳມະຊາດ ໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 52 (ໃໝ່) ພັນທະຂອງຜູ້ນຳໃຊ້ຊັບພະຍາກອນທຳມະຊາດ

       ຜູ້ນຳໃຊ້ຊັບພະຍາກອນທຳມະຊາດ ມີ ພັນທະ ດັງນີ້:

1.    ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງປະຢັດ, ສົມເຫດສົມຜົນ, ມີປະສິດທິຜົນ ແລະ ຍືນຍົງ;
2.    ປະເມີນຜົນກະທົບ ທີ່ອາດເກີດຂຶ້ນ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ດຳເນີນການປ້ອງກັນ ຫຼື ຫຼຸດຜ່ອນຜົນກະທົບດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ;
3.    ບໍ່ລະເມີດສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອື່ນ ໃນການນຳໃຊ້ຊັບພະຍາກອນທຳມະຊາດ;
4.    ແກ້ໄຂຜົນກະທົບ ແລະ ບູລະນະຟື້ນຟູ ເຂດທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ຊັບພະຍາກອນທຳມະຊາດ;
5.    ປະກອບສ່ວນ ແລະ ເຂົ້າຮ່ວມຢ່າງເປັນເຈົ້າການ ໃນຂະບວນການປົກປັກຮັກສາຊັບພະຍາກອນທຳມະຊາດ;
6.    ຈ່າຍຄ່າຊັບພະຍາກອນທຳມະຊາດ, ຄ່າບໍລິການລະບົບນິເວດ ແລະ ຄ່າປົກປັກຮັກສາສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ;
7.    ໃຊ້ແທນຄ່າເສັຍຫານ ທີ່ເກີດຈາກຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ໃນການນຳໃຊ້ຊັບພະຍາກອນທຳມະຊາດ;
8.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ມາດຕາ 53 (ປັບປຸງ) ການຂຸດຄົ້ນ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ

       ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການຂຸດຄົ້ນ, ຂົນສົ່ງ, ເກັບຮັກສາ, ປຸງແຕ່ງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ພາກທີ V
ການບູລະນະ ຟື້ນຟູສິ່ງແວດລ້ອມ

ມາດຕາ 54 (ປັບປຸງ) ການບູລະນະ ຟື້ນຟູສິ່ງແວດລ້ອມ

      ການບູລະນະ ຟື້ນຟູສິ່ງແວດລ້ອມ ແມ່ນ ການເຮັດໃຫ້ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ທີ່ຖືກທຳລາຍ ຫຼື ເສື່ອມໂຊມແລ້ວນັ້ນ ມີການຟື້ນຕົວ ແລະ ໄດ້ຮັບການປົວແປງໃຫ້ຢູ່ໃນສະພາບທີ່ດີ ແລະ ລະບົບນິເວດ ມີຄວາມສົມດູນ.

ມາດຕາ 55 (ໃໝ່) ຄວາມຮັບຜິດຊອບໃນການບູລະນະ ຟື້ນຟູ ສິ່ງແວດລ້ອມ

      ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ກໍ່ໃຫ້ເກີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຕ້ອງແກ້ໄຂ, ປັບປຸງ, ບູລະນະ ຟື້ນຟູ ລວມທັງທົດແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ ໃນເຂດທີ່ໄດ້ຮັບຜົນກະທົບນັ້ນ.
      ໃນກໍລະນີທີ່ມີໄພພິບັດທຳມະຊາດ ເກີດຂຶ້ນ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງປະສານສົມທົບກັນ ເພື່ອມີວິທີການ ແລະ ມາດຕະການ ປັບປຸງ, ບູລະນະ ຟື້ນຟູຄືນເຂດດັ່ງກ່າວ.

ມາດຕາ 56 (ປັບປຸງ) ພັນທະໃນການບູລະນະ ຟື້ນຟູສິ່ງແວດລ້ອມ

       ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພັນທະປະກອບສ່ວນ ທາງດ້ານທຶນຮອນ, ສະຕິປັນຍາ, ເຫື່ອແຮງ ແລະ ວັດຖຸປະກອນຕ່າງໆ ເພື່ອບູລະນະສິ່ງແວດລ້ອມ ທີ່ຖືກທຳລາຍ ຫຼື ເສື່ອມໂຊມ. ຂ້າງເທິງ

ມາດຕາ 57 (ປັບປຸງ) ການບູລະນະ ຟື້ນຟູ ເຂດທີ່ຖືກທຳລາຍ

      ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການຜະລິດ, ທຸລະກິດ, ການບໍລິການ ຫຼື ກິດຈະກຳໃດໜຶ່ງ ທີ່ກໍ່ໃຫ້ເກີດຄວາມເສັຍຫາຍ ຕ້ອງຮັບຜິດຊອບອກ້ໄຂ, ບູລະນະ ຟື້ນຟູຄືນເຂດ, ສະຖານທີ່ທິວທັດທຳມະຊາດ, ມໍຣະດົກທາງດ້ານວັດທະນະທຳ, ສະຖານທີ່ປະຫວັດສາດ ແລະ ວັດຖຸບູຮານ ທີ່ຖືກທຳລາຍ ພາຍໃຕ້ການຕິດຕາມ ກວດກາ ຂອງອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ.
      ໃນກໍລະນີທີ່ມີໄພພິບັດທຳມະຊາດເກີດຂຶ້ນ ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຕ້ອງປະສານສົມທົບກັນ ເພື່ອມີວິທີການ ແລະ ມາດຕະການ ແກ້ໄຂ ແລະ ບູລະນະ ຟື້ນຟູຄືນເຂດດັ່ງກ່າວ.

ມາດຕາ 58 (ໃໝ່) ການຄ້ຳປະກັນດ້ານການເງິນ ຕໍ່ສິ່ງແວດລ້ອມ

       ເຈົ້າຂອງໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຕ້ອງໄດ້ວາງເງິນຄ້ຳປະກັນ ການບູລະນະຟື້ນຟູສິ່ງແວດລ້ອມ, ການແກ້ໄຂມົນລະພິດ ແລະ ອະນາໄມສິ່ງແວດລ້ອມ ຊຶ່ງເກີດຈາກການດຳເນີນວຽກງານຂອງຕົນ ຈົນຮອດໄລຍະປິດໂຄງການລົງທຶນ ຫຼື ກິດຈະການດັ່ງກ່າວ.
      ເງິນຄ້ຳປະກັນການບູລະນະ ສິ່ງແວດລ້ອມ ກວມເອົາຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນໄລຍະຕິດຕັ້ງ, ດຳເນີນງານ, ປິດກິດຈະການ ຫຼື ຄ່າໃຊ້ຈ່າຍທີ່ເກີດຂຶ້ນພາຍຫຼັງປິດກິດຈະການ. ເງິນຄ້ຳປະກັນ ຈະຖືກນຳໃຊ້ໃນກໍລະນີທີ່ຜູ້ປະກອບການ ບໍ່ປະຕິບັດພັນທະຂອງຕົນໃນການບູລະນະ ຟື້ນຟູສິ່ງແວດລ້ອມ, ການແກ້ໄຂ, ອະນາໄມສິ່ງແວດລ້ອມ, ທົດແທນຄ່າເສັຍຫາຍ ຫຼື ຄ່າໃຊ້ຈ່າຍໃນການແກ້ໄຂຜົນກະທົບທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຫຼື ສັນຍາ.
      ໃນກໍະນີ ເຈົ້າຂອງໂຄງການລົງທຶນ ຫຼື ກິດຈະການຕ່າງໆ ຫາກໄດ້ປະຕິບັດພັນທະຂອງຕົນຄົບຖ້ວນຕາມສັນຍາແລ້ວ ເງິນຄ້ຳປະກັນດັ່ງກ່າວ ກໍຈະສົ່ງຄືນໃຫ້ແກ່ຜູ້ກ່ຽວ ຖ້າຫາກໄດ້ກຳນົດໄວ້ໃນສັນຍາ. ຂ້າງເທິງ

ພາກທີ VI
ເຫດການສຸກເສີນທາງດ້ານສິ່ງແວດລ້ອມ ແລະ ໄພພິບັດທຳມະຊາດ

ມາດຕາ 59 (ໃໝ່) ເຫດການສຸກເສີນທາງດ້ານສິ່ງແວດລ້ອມ

       ເຫດການສຸກເສີນທາງດ້ານສິ່ງແວດລ້ອມ ແມ່ນ ສະພາບສິ່ງແວດລ້ອມ ທີ່ມີລະດັບອັນຕະລາຍສູງກວ່າມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານການຄວບຄຸມມົນລະພິດແຫ່ງຊາດ ຊຶ່ງເກີດຈາກທຳມະຊາດ, ອຸປະຕິເຫດ, ການເຄ່ືອນໄຫວດຳເນີນທຸລະກິດ ຫຼື ເຫດການອື່ນ.
   ພື້ນທີ່ບ່ອນເຫດການສຸກເສີນທາງດ້ານສິ່ງແວດລ້ອມ ເກີດຂຶ້ນນັ້ນ ຕ້ອງຖືກປະກາດເຂດອັນຕະລາຍທາງດ້ານສິ່ງແວດລ້ອມ.

ມາດຕາ 60 (ໃໝ່) ມາດຕະການປ້ອງກັນເຫດການສຸກເສີນທາງດ້ານສິ່ງແວດລ້ອມ

       ເພື່ອປ້ອງກັນ ແລະ ສະກັດກັ້ນ ເຫດການສຸກເສີນທາງດ້ານສິ່ງແວດລ້ອມ ທີ່ອາດເກີດຂຶ້ນ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ຄອບຄອງ, ນຳໃຊ້, ຂົນສົ່ງວັດຖຸລະເບີດ, ໄວໄຟ, ສານເຄມີເປັນອັນຕະລາຍ, ວັດຖຸບັນຈຸສານກຳມັນຕະພາບລັງສີ ຕ້ອງມີວິທີການ ແລະ ມາດຕະການປ້ອງກັນ ເຊັ່ນ ຕິດສະຫຼາກ ຫຼື ເຄື່ອງໝາຍ, ແຈ້ງການລ່ວງໜ້າ, ຄວບຄຸມ ແລະ ແກ້ໄຂຜົນກະທົບ ທີ່ອາດຈະເກີດຂຶ້ນ ແລະ ສ້າງຄວາມເສັຍຫາຍຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ.

ມາດຕາ 61 (ໃໝ່) ການຄວບຄຸມເຫດການສຸກເສີນທາງດ້ານສິ່ງແວດລ້ອມ

       ການຄວບຄຸມເຫດການສຸກເສີນທາງດ້ານສິ່ງແວດລ້ອມ ໃຫ້ປະຕິບັດ ດັ່ງນີ້:

1.    ເຂດບ່ອນມີສານເຄມີເປັນພິດປົນເປື້ອນເຂັ້ມຂຸ້ນສູງກວ່າລະດັບທີ່ີອະນຸຍາດ ໃຫ້ອົງການປົກຄອງຂັ້ນແຂວງທີ່ກ່ຽວຂ້ອງ ເປັນຜູ້ປະກາດເຂດດັ່ງກ່າວ ເປັນເຂດອັນຕະລາຍທາງດ້ານສິ່ງແວດລ້ອມ;
2.    ເຂດບ່ອນມີສິ່ງແວດລ້ອມເສື່ອມໂຊມຢ່າງຮ້າຍແຮງ ບໍ່ສາມາດແກ້ໄຂໄດ້ ຊຶ່ງພາໃຫ້ສິ່ງມີຊີວິດບໍ່ສາມາດຢູ່ໄດ້ ໃຫ້ລັດຖະບານ ເປັນຜູ້ປະກາດເຂດດັ່ງກ່າວ ເປັນເຂດສຸກເສີນທາງດ້ານສິ່ງແວດລ້ອມ.

     ໃນກໍລະນີເຫດການສຸກເສີນ ແລະ ອັນຕະລາຍ ທາງດ້ານສິ່ງແວດລ້ອມ ຫາກເກີດຈາກການດຳເນີນໂຄງການລົງທຶນ ແລະ ກິດຈະການໃດໜຶ່ງ ຜູ້ພັດທະນາໂຄງການລົງທຶນ ແລະ ຜູ້ດຳເນີນກິດຈະການນັ້ນ ຕ້ອງຮັບຜິດຊອບແກ້ໄຂຕົ້ນເຫດ ແລະ ຜົນກະທົບຂອງເຫດການດັ່ງກ່າວ ພ້ອມທັງແຈ້ງໃຫ້ລັດຖະບານ, ອົງການປົກຄອງທ້ອງຖິ່ນ, ຂະແໜງການສາທາລະນະສຸກ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ມວນຊົນຊາບ ຢ່າງທັນການ.

     ໃນເຂດອັນຕະລາຍມາງດ້ານສິ່ງແວດລ້ອມ ຕ້ອງໂຈະ, ຈຳກັດ ຫຼື ຫ້າມການເຄື່ອນໄຫວ ທີ່ເປັນອັນຕະລາຍ ຕໍ່ຊີວິດ, ສຸຂະພາບຂອງຄົນ,ສັດ, ພືດ, ສິ່ງທີ່ມີຊີວິດອື່ນ ແລະ ລະບົບນິເວດ.

     ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ກຳນົດລະບຽບການຄຸ້ມຄອງເຂດອັນຕະລາຍ ທາງດ້ານສິ່ງແວດລ້ອມ, ສຳລັບລະບຽບການຄຸ້ມຄອງເຂດສຸກເສີນທາງດ້ານສິ່ງແວດລ້ອມ ແມ່ນ ລັດຖະບານ ເປັນຜູ້ກຳນົດ ຕາມການສະເໜີ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

     ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ປຸກລະດົມການເຂົ້າຮ່ວມຂອງທຸກອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ເພື່ອແກ້ໄຂຕົ້ນເຫດ ແລະ ຜົນກະທົບຈາກເຫດການສຸກເສີນທາງດ້ານສິ່ງແວດລ້ອມ ລວມທັງຕົກລົງເຄື່ອນຍ້າຍປະຊາຊົນ ອອກຈາກເຂດດັ່ງກ່າວ. ຂ້າງເທິງ

ມາດຕາ 62 (ປັບປຸງ) ໄພພິບັດທຳມະຊາດ

     ໄພພິບັດທຳມະຊາດ ແມ່ນ ເຫດການ, ປາກົດການ ແລະ ການປ່ຽນແປງ ຂອງທຳມະຊາດທີ່ສົ່ງຜົນກະທົບ ແລະ ສ້າງຄວາມເສັຍຫາຍຢ່າງຫຼວງຫຼາຍ ຕໍ່ສິ່ງແວດລ້ອມ, ເສດຖະກິດ-ສັງຄົມ, ຊັບສິນ, ສຸຂະພາບ ແລະ ຊີວິດຂອງຄົນ, ພືດ, ສັດ, ສິ່ງມີຊີວິດອື່ນ ແລະ ລະບົບນິເວດ ເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ພາຍຸ, ໄຟໃໝ້ລາມປ່າ, ແຜ່ນດິນໄຫວ ແລະ ໄພພິບັດອື່ນ.
      ພື້ນທີ່ໄພພິບັດທຳມະຊາດ ເກີດຂຶ້ນນັ້ນ ຕ້ອງໄດ້ປະກາດເປັນເຂດອັນຕະລາຍ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຄຸ້ມຄອງໄພພິບັດທຳມະຊາດ.

ມາດຕາ 63 (ໃໝ່) ມາດຕະການປ້ອງກັນໄພພິບັດທຳມະຊາດ

       ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ ຕ້ອງມີມາດຕະການທີ່ເໝາະສົມ ໃນການປ້ອງກັນ, ແກ້ໄຂ ແລະ ຄວບຄຸມ ເປັນຕົ້ນ ການສ້າງລະບົບເຕືອນໄພລ່ວງໜ້າ, ແຜນການປູກຕົ້ນໄມ້ເພື່ອປ້ອງກັນໄພນ້ຳຖ້ວມ, ການເຊາະເຈື່ອນຂອງດິນ, ໄພແຫ້ງແລ້ງ, ການສະກັດກັ້ນໄຟໄໝ້ລາມປ່າ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ມາດຕາ 64 (ໃໝ່) ການຄວບຄຸມໄພພິບັດທຳມະຊາດ

       ການຄວບຄຸມໄພພິບັດທຳມະຊາດ ທີ່ຈະເກີດ, ພວມເກີດ ຫຼື ໄດ້ເກີດ ໃຫ້ປະຕິບັດ ດັ່ງນີ້:

1.    ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພັນທະປ້ອງກັນ ແລະ ຕ້ານໄພພິບັດທຳມະຊາດ ລວມທັງໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ເພື່ອບັນເທົາທຸກ ຢ່າງຮີບດ່ວນ;
2.    ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງລາຍງານໂດຍດ່ວນ ໃຫ້ອົງການປົກຄອງທ້ອງຖິ່ນ ຫຼື ຂະແໜງການການທີ່ກ່ຽວຂ້ອງ;
3.    ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຕ້ອງປະສານສົມທົບກັບຂະແໜງການຂອງລັດ ແລະ ທຸກພາກສ່ວນ ໃນສັງຄົມ ພ້ອມກັນຊອກຫາວິທີການ ແລະ ມາດຕະການ ພ້ອມທັງປຸກລະດົມປະຊາຊົນ ແລະ ອົງການຈັດຕັ້ງທຸກຂັ້ນ ປະກອບສ່ວນດ້ານສະຕິປັນຍາ, ແຮງງານ, ທຶນຮອນ, ພາຫະນະ, ອຸປະກອນທີ່ຈຳເປັນ ເພື່ອປ້ອງກັນ ແລະ ຫຼຸດຜ່ອນໄພພິບັດ ດັ່ງກ່າວ.

     ໃນກໍລະນີໄພພິບັດເກີດຂຶ້ນ ໃນຫຼາຍທ້ອງຖິ່ນພ້ອມກັນ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງປະສານສົມທົບກັນ ຊອກຫາວິທີການ ແລະ ມາດຕະການ ເພື່ອປ້ອງກັນ ແລະ ຫຼຸດຜ່ອນໄພພິບັດດັ່ງກ່າວ ຢ່າງທັນການ.

     ລັດຖະບານ ສ້າງຕັ້ງຄະນະກຳມະການ ຄຸ້ມຄອງໄພພິບັດແຫ່ງຊາດ ເພື່ອຊີ້ນຳລວມ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ ໂດຍມອບໃຫ້ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນກອງເລຂາຮັບຜິດຊອບໂດຍກົວ ໃນຂອບເຂດທົ່ວປະເທດ ແລະ ຄົ້ນຄວ້າວາງແຜນ ຍຸດທະສາດ, ວິທີການ ແລະ ມາດຕະການ ກ່ຽວກັບການປ້ອງກັນ, ການຫຼຸດຜ່ອນໄພພິບັດ, ການແກ້ໄຂ ແລະ ບູລະນະ ຟື້ນຟູ ເຂດທີ່ປະສົບໄພພິບັດ ຫຼື ເຂດທີ່ກຳລັງເກີດໄພພິບັດໂດຍດ່ວນ ພ້ອມທັງຕິດຕາມເຂດທີ່ອາດເກີດໄພພິບັດ ຢ່າງປົກກະຕິ. ຂ້າງເທິງ

ພາກທີ VII
ກອງທຶນປົກປັກຮັກສາສິ່ງແວດລ້ອມ

ມາດຕາ 65 (ປັບປຸງ) ກອງທຶນປົກປັກຮັກສາສິ່ວແວດລ້ອມ

       ລັດ ສົ່ງເສີມໃຫ້ມີການສ້າງຕັ້ງກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອນຳໃຊ້ເຂົ້າໃນວຽກງານສຶກສາຄົ້ນຄວ້າ, ປ້ອງກັນ, ແກ້ໄຂ, ບູລະນະ ຟື້ນຟູສິ່ງແວດລ້ອມ.
      ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

ມາດຕາ 66 (ປັບປຸງ) ແຫຼ່ງກອງທຶນ

       ແຫຼ່ງກອງທຶນປົກປັກຮັກສາສິ່ງແວດລ້ອມ ຕົ້ນຕໍ ມີ ດັ່ງນີ້:

1.    ງົບປະມານຂອງລັດ;
2.    ຄ່າບູລະນະ ຟື້ນຟູສິ່ງແວດລ້ອມ ຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ;
3.    ຄ່າບໍລິການລະບົບນິເວດ;
4.    ການປະກອບສ່ວນຂອງໂຄງການລົງທຶນ, ພາກສ່ວນທຸລະກິດ ແລະ ບຸກຄົນທົ່ວໄປ;
5.    ການຊ່ວຍເຫຼືອ ຂອງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
6.    ຄ່າປັບໃໝ ແລະ ຄ່າທົດແທນຄວາມເສັຍຫາຍຕໍ່ສິ່ງແວດລ້ອມ;
7.    ດອກເບ້ຍ ແລະ ຜົນກຳໄລ ທີ່ເກີດຈາກການລົງທຶນຂອງກອງທຶນ.

ມາດຕາ 67 (ປັບປຸງ) ການນຳໃຊ້ກອງທຶນປັກປັກຮັກສາສິ່ງແວດລ້ອມ

       ກອງທຶນປົກປັກຮັກສາສິ່ງແວດລ້ອມ ຈະຖືກນຳໃຊ້ເຂົ້!ໃນວຽກງານ ດັ່ງນີ້:

1.    ການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີ ເພື່ອປົກປັກຮັກສາສິ່ງແວດລ້ອມ, ສ້າງຕົວແບບການພັດທະນາສີຂຽວ, ການພັດທະນາສະອາດ, ບູລະນະຟື້ນຟູປ່າໄມ້, ທີ່ດິນ, ນ້ຳ, ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການຜະລິດສະອາດ ແລະ ອື່ນໆ;
2.    ໂຄງການປ້ອງກັນ, ຄວບຄຸມ ຫຼື ກຳຈັດມົນລະພິດທາງອາກາດ, ດິນ ແລະ ນ້ຳ;
3.    ການສ້າງລະບຽບກົດໝາຍ ກ່ຽວກັບວຽກງານສິ່ງແວດລ້ອມ;
4.    ການສຶກສາ, ການຍົກລະດັບ ແລະ ການສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ຊຸກຍູ້ຂະບວນການເຄື່ອໄຫວວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນ ວັນສິ່ງແວດລ້ອມໂລກ, ວັນນ້ຳໂລກ ແລະ ອື່ນໆ;
5.    ການຄຸ້ມຄອງ ແລະ ການແກ້ໄຂບັນຫາສິ່ງແວດລ້ອມ ທີ່ເປັນບູລິມະສິດ ໃນລະດັບຕ່າງໆ;
6.    ການບໍລິຫານ ແລະ ການລົງທຶນຂອງກອງທຶນ. ຂ້າງເທິງ

ພາກທີ VIII
ຂໍ້ຫ້າມ

ມາດຕາ 68 (ໃໝ່) ຂໍ້ຫ້າມທົ່ວໄປ

       ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີ ພຶດຕິກຳ ດັ່ງນີ້:

1.    ຕັດໄມ້ ທຳລາຍປ່າ, ດຳເນີນກິດຈະການບໍ່ແຮ່ ແບບຊະຊາຍ ແລະ ນຳໃຊ້ທີ່ດິນ ໄດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ;
2.    ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ຈຳໜ່າຍ, ເກັບຮັກສາ, ນຳໃຊ້, ນຳໄປຜະລິດຄືນໃໝ່ ແລະ ທຳລາຍສານເຄມີເປັນພິດ, ສານເຄມີທຳລາຍຊັ້ນໂອໂຊນ, ວັດຖຸປະກອນ ທີ່ບັນຈຸສານເຄມີທຳລາຍຊັ້ນໂອໂຊນ, ກຳມັນຕະພາບລັງສີ, ສິ່ງເສດເຫຼືອອັນຕະລາຍ ແລະ ສານເຄມີອົງຄະທາດເປັນພິດຕົກຄ້າງ ໂດຍບໍ່ໄດ້ຮັບອະນຸຍາດ;
3.    ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ເປັນຕົ້ນ ມົນລະພິດທາງນ້ຳ. ອາກາດ ແລະ ດິນ, ກຳມັນຕະພາບລັງສີ, ສານເຄມີເປັນພິດ, ສິ່ງເສດເຫຼືອອັນຕະລາຍ, ຄວັນ, ຝຸ່ນລະອອງ, ສິ່ງລົບກວນ ເຊັ່ນ ສຽງ, ແສງ, ສີ, ກິ່ນ, ແຮງສັ່ນສະເທືອນ, ຄວາມຮ້ອນ ແລະ ລະບາຍນ້ຳເປື້ອນລົງໃສ່ຮ່ອງນ້ຳ, ແມ່ນ້ຳ, ແຫຼ່ງນ້ຳທຳມະຊາດ ຫຼື ສະຖານທີ່ອື່ນ ໂດຍບໍ່ມີການບຳບັດ ຕາມມາດຕະຖານເຕັກນິກ;
4.    ຂົນສົ່ງ ຫີນ, ດິນ, ແຮ່, ຊາຍ ແລະ ຂີ້ເຫຍື້ອ ໂດຍບໍ່ຖືກຕ້ອງ ຕາມລະບຽບການ;
5.    ປ່ອຍສານເຄມີເປັນພິດ, ຄວັນ, ຝຸ່ນລະອອງ, ອາຍ ແລະ ກິ່ນ ເກີນມາດຕະຖານຄຸນນະພາບ ສິ່່່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
6.    ປ່ອຍສານເຄມີເປັນພິດ, ຄວັນ, ຝຸ່ນລະອອງ, ອາຍ ແລະ ກິ່ນ ເກີນມາດຕະຖານຄຸນນະພາບ ສິ່ງແວດລ້ອມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
7.    ສ້າງຄວາມສັ່ນສະເທືອນ: ສົ່ງ ສຽງ ແລະ ແສງ ເກີນຂອບເຂດ ທີ່ໄດ້ກຳນົດໄວ້;
8.    ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານ ທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ເພື່ອຜົນປະໂຫຍດ ຂອງຕົນ;
9.    ໃສ່ຮ້າຍປ້າຍສີ ຫຼື ໂຄສະນາທັບຖົມ ການຈັດຕັ້ງ ແລະ ພະນັກງານຂອງລັດ ໂດຍບໍ່ມີມູນຄວາມຈິງ;
10. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ. ຂ້າງເທິງ

ມາດຕາ 69 (ໃໝ່) ຂໍ້ຫ້າມສຳລັບເຈົ້າໜ້າທີ່ ຫຼື ພະນັກງານ

       ຫ້າມເຈົ້າໜ້າທີ່ ຫຼື ພະນັກງານ ມີ ພຶດຕິກຳ ດັ່ງນີ້:

1.    ສວຍໃຊ້ສິດອຳນາດ, ຕຳແໜ່ງ, ໜ໊າທີ່ ກ່ຽວກັບສິ່ງແວດລ້ອມ ເພື່ອຫາຜົນປະໂຫຍດສ່ວນຕົວ;
2.    ທວງເອົາ, ຂໍເອົາ, ຮັບສິນບົນ ຈາກເຈົ້າຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ດ້ານສິ່ງແວດລ້ອມ;
3.    ປະຕິບັດໜ໊າທີ່ ໂດຍບໍ່ມີຄວາມຍຸດຕິທຳ, ລຳອຽງ, ບໍ່ຖືກຕ້ອງ ຕໍ່ບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວກ່ຽວກັບວຽກງານສິ່ງແວດລ້ອມ;
4.    ລະເຫຼີງ, ເມີນເສີຍຕໍ່ການປະຕິບັດໜ້າທີ່, ກົດໜ່ວງ, ຖ່ວງດຶງການພິຈາລະນາເອກະສານຕ່າງໆ ກ່ຽວກັບສິ່ງແວດລ້ອມ;
5.    ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ເປີດເຜີຍຄວາມລັບຂອງລັດ, ທາງລັດຖະການ, ທຳລາຍເອກະສານ ກ່ຽວກັບວຽກງານສິ່ງແວດລ້ອມ;
6.    ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 70 (ໃໝ່) ຂໍ້ຫ້າມສຳລັບຜູ້ປະກອບການ

       ຫ້າມຜູ້ປະກອບການ ມີ ພຶດຕິກຳ ດັ່ງນີ້:

1.    ດຳເນີນທຸລະກິດທີ່ສ້າງຜົນກະທົບທາງລົບເກີນມາດຕະຖານ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ;
2.    ດຳເນີນທຸລະກິດໃດໜຶ່ງ ທີ່ສົ່ງກິ່ນເໝັນ, ສຽງດັງ, ປ່ອຍຄວັນ ເກີນມາດຕະຖານທີ່ໄດ້ກຳນົດໄວ້;
3.    ດຳເນີນໂຄງການ, ກິດຈະການ ແລະ ໃຫ້ບໍລິການດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ ໂດຍບໍ່ສອດຄ່ອງ ກັບການອະນຸຍາດ ແລະ ການຢັ້ງຢືນ;
4.    ຫຼົບຫຼີກການປະຕິບັດພັນທະ;
5.    ປອມແປງເອກະສານ, ໃຫ້ຂໍ້ມູນຂ່າວສານທີ່ບໍ່ຖືກກັບຄວາມເປັນຈິງ;
6.    ມີພຶດຕິກຳອື່ນ ທີ່ເປັນການລະເມີດ ລະບຽບກົດໝາຍ. ຂ້າງເທິງ

ພາກທີ IX
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 71 (ໃໝ່) ຮູບການແກ້ໄຂຂໍຂັດແຍ່ງ

       ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບສິ່ງແວດລ້ອມ ດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

1.    ການປະນີປະນອມ ໂດຍຄູ່ກໍລະນີ;
2.    ການໄກ່ເກັ່ຍ;
3.    ການແກ້ໄຂທາງດ້ານບໍລິຫານ;
4.    ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
5.    ການຮ້ອງຟ້ອງຕໍ່ສານປະຊາຊົນ;
6.    ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

ມາດຕາ 72 (ໃໝ່) ການປະນີປະນອມ ໂດຍຄູ່ກໍລະນີ

       ໃນກໍລະນີ ມີຂໍ້ຂັດແຍ່ງ ທີ່ເກີດຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ບໍ່ຮ້າຍແຮງ ແລະ ມີມູນຄ່າເສັຍຫາຍບໍ່ຫຼວງຫຼາຍ ຄູ່ກໍລະນີ ສາມາດປຶກສາຫາລື ແລະ ປະນີປະນອມ ນຳກັນ ເພື່ອແກ້ໄຂຂໍ້ຂັດແຍ່ງນັ້ນ. ຂ້າງເທິງ

ມາດຕາ 73 (ໃໝ່) ການໄກ່ເກັ່ຍ

       ໃນກໍລະນີ ມີຂໍ້ຂັດແຍ່ງ ທີ່ເກີດຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຊຶ່ງບໍ່ຮ້າຍແຮງ ແລະ ມີມູນຄ່າເສັຍຫາຍບໍ່ຫຼວງຫຼາຍ ຄູ່ກໍລະນີ ສາມາດແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກັ່ຍ.

ມາດຕາ 74 (ໃໝ່) ການແກ້ໄຂທາງດ້ານບໍລິຫານ

       ໃນກໍລະນີ ມີຂໍ້ຂັດແຍ່ງ ທີ່ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຊຶ່ງບໍ່ຮ້າຍແຮງ ແລະ ມີມູນຄ່າເສັຍຫາຍບໍ່ຫຼວງຫຼາຍ ຄູ່ກໍລະນີ ມີສິດສະເໜີໃຫ້ອົງການຄຸ້ມຄອງວຽກງານສິ່ງແວດລ້ອມ ພິຈາລະນາແກ້ໄຂ.

ມາດຕາ 75 (ໃໝ່) ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

       ໃນກໍລະນີ ທີ່ເກີດຂໍ້ຂັດແຍ່ງທາງດ້ານເສດຖະກິດ ເນື່ອງຈາກການດຳເນີນກິດຈະການສິ່ງແວດລ້ອມ ຄູ່ກໍລະນີ ມີສິດຮ້ອງຂໍໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພິຈາລະນາແກ້ໄຂຕາມລະບຽບກົດໝາຍ.

ມາດຕາ 76 (ໃໝ່) ການຮ້ອງຟ້ອງຕໍ່ສານປະຊາຊົນ

       ໃນກໍລະນີ ທີ່ເກີດຂໍ້ຂັດແຍ່ງ ເນື່ອງຈາກການດຳເນີນກິດຈະການສິ່ງແວດລ້ອມ ຄູ່ກໍລະນີ ມີສິດຮ້ອງຂໍໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພິຈາລະນາແກ້ໄຂ ຕາມລະບຽບກົດໝາຍ.

ມາດຕາ 77 (ໃໝ່) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

       ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບສິ່ງແວດລ້ອມ ທີ່ມີລັກສະນະສາກົນ ເປັນຕົ້ນ ມົນລະພິດຂ້າມຊາຍແດນ, ການຂົນສົ່ງສານເຄມີເປັນພິດ, ສິ່ງເສດເຫຼືອອັນຕະລາຍ, ອາຍພິດເຮືອນແກ້ວ ແມ່ນ ໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ຂອງ ສປປ ລາວ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ X
ການຄຸ້ມຄອງ ແລະ ກວດກາ

ໝວດທີ 1
ການຄຸ້ມຄອງວຽກງານສິ່ງແວດລ້ອມ

ມາດຕາ 78 (ປັບປຸງ) ອົງການຄຸ້ມຄອງວຽກງານສິ່ງແວດລ້ອມ

       ລັດຖະບານ ຄຸ້ມຄອງວຽກງານສິ່ງແວດລ້ອມ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບໂດຍກົງ ທັງເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄົ້ນວຄ້າ, ກຳນົດນະໂຍບາຍ, ວາງແຜນຍຸດທະສາດ, ລະບຽບການ, ວິທີການ ແລະ ມາດຕະການໃນການປົກປັກຮັກສາສິ່ງແວດລ້ອມ.

       ອົງການຄຸ້ມຄອງວຽກງານສິ່ງແວດລ້ອມປະກອບດ້ວຍ

1.    ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
2.    ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ;
3.    ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ;
4.    ໜ໋ວຍງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງບ້ານ.

     ໃນກໍລະນີທີ່ຈຳເປັນ ອາດສ້າງຕັ້ງຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ, ແຂວງ, ນະຄອນຫຼວງຂຶ້ນກໍໄດ້.

ມາດຕາ 79 (ປັບປຸງ) ສິດ ແລະ ໜ້າທີ່ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

       ໃນການຄຸ້ມຄອງວຽກງານສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີ ສິດ ແລະ ໜ້າທີ ດັ່ງນີ້:

1.    ຄົ້ນຄວ້າ, ຜັນຂະຫຍາຍແນວທາງ, ແຜນຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆ ໃຫ້ກາຍເປັນແຜນງານ, ໂຄງການລະອຽດ ແລະ ລະບຽບກົດໝາຍ ເພື່ອຄຸ້ມຄອງສິ່ງແວດລ້ອມ;
2.    ໂຄສະນາ ເຜີຍແຜ່ລະບຽບກົດໝາຍ ກ່ຽວກັບສິ່ງແວດລ້ອມໃຫ້ທົ່ວປວງຊົນ ແນໃສ່ສຶກສາອົບຮົມ, ສ້າງຈິດສຳນຶກ ແລະ ເຊີດຊູສະຕິຮັກ, ຫວງແຫນ ແລະ ປົກປັກຮັກສາສິ່ງແວດລ້ອມ;
3.    ຊີ້ນຳການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ, ວຽກງານໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍປະສານສົມທົບກັບ ກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ;
4.    ຊຸກຍູ້ ແລະ ແນະນຳໃຫ້ໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ນຳໃຊ້ຊັບພະຍາກອນທຳມະຊາດ ໃຫ້ດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມ ຕາມລະບຽບການ;
5.    ອອກໃບຢັ້ງຢືນ ກ່ຽວກັບບົດລາຍງານການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມ ໃຫ້ແກ່ຜູ້ປະກອບການ;
6.    ອອກໃບອະນຸຍາດ ການບໍລິການດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ;
7.    ຮັບຄຳສະເໜີ ແລະ ການລາຍງານບັນຫາສິ່ງແວດລ້ອມ ຈາກປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງແກ້ໄຂຂໍຂັດແຍ່ງຕາມຄວາມຮັບຜິດຊອບຂອງຕົນ;
8.    ໂຈະ ຫຼື ຖອນໃບຢັ້ງຢືນ ກ່ຽວກັບບົດລາຍງານການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມ, ໃບອະນຸຍາດການບໍລິການດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ ເມື່ອເຫັນວ່າມີ ການລະເມີດລະບຽບກົດໝາຍ;
9.    ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການດ້ານສິ່ງແວດລ້ອມ ພ້ອມທັງສຶກສາອົບຮົມ, ສ້າງຈິດສຳນຶກໃຫ້ແກ່ທຸກພາກສ່ວນຂອງສັງຄົມ, ສ້າງຂະບວນການປົກປັກຮັກສາສິ່ງແວດລ້ອມໃນທົ່ວປະເທດ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ;
10. ພົວພັນ ແລະ ຮ່ວມມືກັບສາກົນໃນວຽກງານປົກປັກຮັກສາສິ່ງແວດລ້ອມ;
11. ສະຫຼຸບ, ຕີບລາຄາ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 80 (ປັບປຸງ) ສິດ ແລະ ໜ້າທີ່ ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນ

       ໃນການຄຸ້ມຄອງວຽກງານສິ່ງແວດລ້ອມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ, ແຜນດຳເນີນງານ, ແຜນປົກປັກຮັກສາສິ່ງແວດລ້ອມ ແບບຮອບດ້ານ, ການປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ, ການຄວບຄຸມມົນລະພິດ;
2.    ໂຄສະນາ ເຜີຍແຜ່ລະບຽບກົດໝາຍ ກ່ຽວກັບສິ່ງແວດລ້ອມ ໃຫ້ປະຊາຊົນເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ສຶກສາ ແລະ ຍົກລະດັບຄວາມຕື່ນຕົວທາງດ້ານສິ່ງແວດລ້ອມ ໃຫ້ແກ່ປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພາຍໃນ ແຂວງ, ນະຄອນ ຂອງຕົນ;
3.    ຊີ້ນຳ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ຂອງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ;
4.    ເປັນເຈົ້້າການປະສານສົມທົບ ກັບພາກສ່ວນອື່ນ ທີ່ກ່ຽວຂ້ອງ ເພື່ອຈັດສັນ ແລະ ຍົກຍ້າຍປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນ, ກິດຈະການຕ່າງໆ ແລະ ໄພພິບັດທຳມະຊາດ;
5.    ຮັບຄຳສະເໜີ ແລະ ການລາຍງານບັນຫາສິ່ງແວດລ້ອມ ຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພ້ອມທັງແກ້ໄຂຂໍຂັດແຍ່ງຕາມຄວາມຮັບຜິດຊອບຂອງຕົນ;
6.    ອອກໃບຢັ້ງຢືນ ການສຶກສາ ເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ;
7.    ໂຈະ ຫຼື ຖອນໃບຢັ້ງຢືນ ການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ;
8.    ສະເໜີໂຈະ ຫຼື ຖອນໃບຢັ້ງຢືນກ່ຽວກັບບົດລາຍງານ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ແຜນຄຸ້ມຄອງ ແລະ ຕິດຕາມ ສິ່ງແວດລ້ອມ, ໃບອະນຸຍາດການບໍລິການດ້ານວິຊາການ ກ່ຽວກັບສິ່ງແວດລ້ອມ ເມື່ອເຫັນວ່າມີການລະເມີດລະບຽບກົດໝາຍ;
9.    ເກັບກຳ, ສັງລວມ, ສຶກສາຄົ້ນຄ້ວາ, ວິໄຈຂໍ້ມູນດ້ານສິ່ງແວດລ້ອມ ເພື່ອກຳນົດວິທີການ ແລະ ມາດຕະການປ້ອງກັນ, ແກ້ໄຂ, ບູລະນະ ຟື້ນຟູ ສິ່ງແວດລ້ອມ ລວມທັງທ່າແຮງຂອງສິ່ງແວດລ້ອມ ເພື່ອເປັນພື້ນຖານໃຫ້ແກ່ກາສນພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງ, ນະຄອນ ຂອງຕົນ;
10. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ ກ່ຽວກັບວຽກງານສິ່ງແວດລ້ອມ ຕາມການມອບໝາຍຂອງຂັ້ນເທິງ;
11. ສະຫຼຸບ ແລະ ລາຍງານຜົນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ຕໍ່ຂັ້ນເທິງຢ່າງເປັນປົກກະຕິ;
12. ປະຕິບັດສິດ ແລະ ໜ້າທີ່ອືື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 81 (ປັບປຸງ) ສິດ ແລະ ໜ້າທີ່ ຂອງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຈັດຕັ້ງປະຕິບັດແຜນການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ກ່ຽວກັບວຽກງານສິ່ງວແວດລ້ອມ ຂອງຂັ້ນເທິງ;
2.    ເຜີຍແຜ່ລະບຽບກົດໝາຍ ກ່ຽວກັບສິ່ງແວດລ້ອມ, ສຶກສາອົບຮົມ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ໃຫ້ແກ່ປະຊາຊົນ ແລະ ພາກສ່ວນຕ່າງໆ ພາຍໃນເມືອງ, ເທດສະບານຂອງຕົນ;
3.    ຊີ້ນຳ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ຂອງໜ່ວຍງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງບ້ານ;
4.    ເປັນເຈົ້າການປະສານສົມທົບ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອຈັດສັນ ແລະ ຍົກຍ້າຍປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນ, ກິດຈະການຕ່າງໆ ແລະ ໄພພິບັດທຳມະຊາດ ຕາມຄວາມຮັບຜິດຊອບຂອງຕົນ;
5.    ອອກໃບຢັ້ງຢືນ ແຜນຄຸ້ມຄອງສິ່ງແວດລ້ອມ ຂອງທຸລະກິດຄອບຄົວ;
6.    ໂຈະ ຫຼື ຖອນໃບຢັ້ງຢືນ ກ່ຽວກັບແຜນຄຸ້ມຄອງສິ່ງແວດລ້ອມ ຂອງທຸລະກິດຄອບຄົວ;
7.    ສະເໜີໂຈະ ຫຼື ຖອນໃບຢັ້ງຢືນ ການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ;
8.    ປຶກສາຫາລື ແລະ ແກ້ໄຂບັນຫາສິ່ງແວດລ້ອມ ກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ພາຍໃນເມືອງ, ເທດສະບານ ຂອງຕົນ;
9.    ຮັບຄຳສະເໜີ ແລະ ການລາຍງານບັນຫາສິ່ງແວດລ້ອມ ຈາກປະຊາຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ພ້ອມທັງແກ້ໄຂຂໍ້ຂັດແຍ່ງຕາມຄວາມຮັບຜິດຊອບ ຂອງຕົນ;
10. ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ປັບປຸງ, ດັດແກ້, ໂຈະ ຫຼື ຍົກເລີກກິດຈະການໃດໜຶ່ງພາຍໃນເມືອງ, ເທດສະບານ ທີ່ກໍ່ໃຫ້ເກີດຜົນກະທົບອັນບໍ່ດີຕໍ່ຊີວິດ, ສຸຂະພາບ ຂອງຄົນ, ສັດ, ພືດ ແລະ ສິ່ງມີຊີວິດອື່ນ;
11. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ສິ່ງແວດລ້ອມ ຕໍ່ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ. ຂ້າງເທິງ

ມາດຕາ 82 (ປັບປຸງ) ສິດ ແລະ ໜ້າທີ່ ຂອງໜ່ວຍງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງບ້ານ

       ໃນການຄຸ້ມຄອງວຽກງານສິ່ງແວດລ້ອມ ໜ່ວຍງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງບ້ານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຈັດຕັ້ງປະຕິບັດແຜນການ, ລະບຽບການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ໂດຍອີງໃສ່ແຜນການ. ຄຳແນະນຳ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຂອງເມືອງ, ເທດສະບານ;
2.    ເຜີຍແຜ່, ສຶກສາອົບຮົມ, ສ້າງຈິດສຳນຶກ, ນຳພາ, ປຸກລະດົມຊຸກຍູ້ ແລະ ຂົນຂວາຍປະຊາຊົນ ໃຫ້ເປັນເຈົ້າການ ໃນວຽກງານຄຸ້ມຄອງ, ປົກປັກຮັກສາ, ແກ້ໄຂບັນຫາ ແລະ ບູລະນະຟື້ນຟູສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ພາຍໃນບ້ານ;
3.    ປະເມີນ ແລະ ຕິດຕາມ ການຈັດຕັ້ງປະຕິບັດແຜນການ, ຄຳແນະນຳ ກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ ຂອງປະຊາຊົນພາຍໃນບ້ານ;
4.    ເປັນເຈົ້າການເຂົ້້າຮ່ວມ ວຽກງານຈັດສັນ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນ, ກິດຈະການຕ່າງໆ ແລະ ໄພພິບັດທຳມະຊາດ ໃນຂອບເຂດບ້ານຂອງຕົນ;
5.    ສະເໜີໂຈະ ຫຼື ຖອນໃບຢັ້ງຢືນ ກ່ຽວກັບແຜນຄຸ້ມຄອງສິ່ງແວດລ້ອມ ຂອງທຸລະກິດຄອບຄົວ;
6.    ເຂົ້າຮ່ວມປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບວຽກງານສິ່ງແວດລ້ອມ, ການອະນຸມັດໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ຕັ້ງຢູ່ຂອບເຂດບ້ານຂອງຕົນ ກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງ ເມືອງ, ເທດສະບານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອແກ້ໄຂ ບັນຫາສິ່ງແວດລ້ອມ ໃນຂອບເຂດບ້ານຂອງຕົນ;
7.    ຮັບ ແລະ ແກ້ໄຂຄຳວະເໜີກ່ຽວກັບບັນຫາສິ່ງແວດລ້ອມ ຈາກປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມຄວາມຮັບຜິດຊອບຂອງຕົນ;
8.    ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ປັບປຸງ, ດັດແກ້, ໂຈະ ຫຼື ຍົກເລີກກິດຈະການໃດໜຶ່ງ ພາຍໃນບ້ານ ທີ່ກໍ່ໃຫ້ເກີດຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ແລະ ລະບົບນິເວດ;
9.    ສ້າງລະບຽບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ຢູ່ໃນຂອບເຂດບ້ານຂອງຕົນ ເປັນຕົ້ນ ການຮັກສາຄວາມສະອວດພາຍໃນບ້ານ, ການພັດທະນາບ້ານ ເປັນເຂດຂຽວ ສະອາດ ງາມຕາ, ວັງສະຫງວນ, ປ່າໄມ້ຊຸມຊົນ;
10. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານ ສິ່ງແວດລ້ອມຕໍ່ຂັ້ນເທິງ ຂອງຕົນ ຢ່າງເປັນປົກກະຕິ;
11. ປະຕິບັດສິດ ແລະ ໜ໊າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 83 (ປັບປຸງ) ສິດ ແລະ ໜ້າທີ່ ຂອງຂະແໜງການອື່ນ

       ໃນການຄຸ້ມຄອງວຽກງານສິ່ງແວດລ້ອມ ທຸກຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ມີສິດ ແລະ ໜ້າທີ່ຄຸ້ມຄອງ, ປົກປັກຮັກສາ ແລະ ບູລະນະ ຟື້ນຟູສິ່ງແວດລ້ອມ ດ້ວຍການສ້າງຕັ້ງ ການຈັດຕັ້ງໃດໜຶ່ງ ທີ່ຮັບຜິດຊອບວຽກງານສິ່ງແວດລ້ອມ ເພື່ອເຮັດໜ້າທີ່ຄຸ້ມຄອງ, ຕິດຕາມ ແລະ ກວດກາສິ່ງແວດລ້ອມ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ຂ້າງເທິງ

ໝວດທີ 2
ການກວດກາວຽກງານສິ່ງແວດລ້ອມ

ມາດຕາ 84 (ໃໝ່) ອົງການກວກາວຽກງານສິ່ງແວດລ້ອມ

       ອົງການກວດກາວຽກງານສິ່ງແວດລ້ອມ ປະກອບດ້ວຍ:

1.    ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບການຄຸ້ມຄອງວຽກງານສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 78 ຂອງກົດໝາຍສະບັບນີ້;
2.    ອົງການກວດກາພາຍນອກ ຊຶ່ງມີສະພາແຫ່ງຊາດ, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບແຫ່ງລັດ ຕາມກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 85 (ໃໝ່) ສິດ ແລະ ໜ້າທີ່ ຂອງອົງການກວດກາວຽກງານສິ່ງແວດລ້ອມ

       ອົງການກວດກາວຽກງານສິ່ງແວດລ້ອມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ສ້າງແຜນງານ, ແຜນການກວດກາສິ່ງແວດລ້ອມປະຈຳປີ ໂດຍຮັບປະກັນໃຫ້ໂຄງການລົງທຶນ ຫຼື ກິດຈະການຕ່າງໆ ບໍ່ສ້າງຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ເກີນມາດຕະຖານ;
2.    ກວດກາການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ແຜນງານ, ແຜນການ ແລະ ລະບຽບກົດໝາຍກ່ຽວກັບສິ່ງແວດລ້ອມ;
3.    ກວດກາດ້ານສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມແຜນຄຸ້ມຄອງ ແລະ ຕິດຕາມສິ່ງແວດລ້ອມ ໂດຍປະສານສົມທົບກັບຂະແໜງການອື່ນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ;
4.    ກວດກາາາາາການປ່ອຍມົນລະພິດ ແລະ ສິ່ງລົບກວນ ໂດຍອີງໃສ່ມາດຕະຖານຄຸນນະພາບ ສິ່ງແວດລ້ອມລວມ ແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ;
5.    ສະເໜີ ອົງການທີ່ກ່ຽວຂ້ອງອອກຄຳສັ່ງໂຈະ ຫຼື ຍົກເລີກ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ເມື່ອພົບວ່າມີຜົນກະທົບທີ່ຮ້າຍແຮງຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຊຶ່ງບໍ່ສາມາດແກ້ໄຂໄດ້;
6.    ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານກວດກາຂອງຕົນ. ຂ້າງເທິງ

ມາດຕາ 86 (ໃໝ່) ເນື້ອໃນການກວດກາ

       ການກວດກາວຽກງານສິ່ງແວດລ້ອມ ມີ ເນື້ອໃນ ດັ່ງນີ້:

1.    ການປະຕິບັດ ນະໂຍບາຍ ແລະ ລະບຽບກົດໝາຍ ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ;
2.    ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຈັດຕັ້ງປະຕິບັດວຽກງານປົກປັກຮັກສາສິ່ງແວດລ້ອມ;
3.    ຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກ ຂອງພະນັກງານ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ.

     ສ່ວນການກວດກາວິຊາການດ້ານສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ, ແຜນຄຸ້ມຄອງ ແລະ ຕິດຕາມ ສິ່ງແວດລ້ອມ, ການກວດກາ ການປ່ອຍມົນລະພິດ ແລະ ສິ່ງລົບກວນ ໄດ້ກຳດນົດໄວ້ໃນລະບຽບການສະເພາະ.

ມາດຕາ 87 ຮູບການ ການກວດກາ

       ການກວດກາວຽກງານສິ່ງແວດລ້ອມ ມີ ສາມ ຮູບການ ດັ່ງນີ້:

1.    ການກວດກາ ຕາມປົກກະຕິ;
2.    ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
3.    ການກວດກາ ແບບກທັນຫັນ.

      ການກວດກາ ຕາມປົກກະຕິ ແມ່ນ ການກວດກາ ຕາມແຜນການ ທີ່ມີລັກສະນະກວດກາ ເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.
      ການກວດກາ ໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ຜູ້ຖືກກວດກາຮູ້ກ່ອນ ຢ່າງໜ້ອຍ ຊາວສີ່ ຊົ່ວໂມງ.
      ການກວດກາ ແບບກະທັນຫັນ ແມ່ນ ການກວດກາ ເມື່ອເຫັນວ່າມີຄວາມຈຳເປັນ, ຮີບດ່ວນ ໂດຍບໍ່ໄດ້ແຈ້ງລ່ວງໜ້າໃຫ້ຜູ້ຖືກກວດກາຮູ້.
     ການກວດກາ ໃຫ້ດຳເນີນ ທັງການກວດກາເອກະສານ ທັງການກວດກາການປະຕິບັດຕົວຈິງ ແລະ ໃຫ້ປະຕິບັດຕາມລະບຽບກົດໝາຍ ຢ່າງເຂັ້ມງວດ. 

ມາດຕາ 88 (ໃໝ່) ການປະເມີນ ແລະ ລາຍງານ ການເຄື່ອນໄຫວວຽກງານສິ່ງແວດລ້ອມ

       ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີໜ້າທີ່ປະເມີນ ແລະ ລາຍງານ ການເຄື່ອໄຫວວຽກງານສິ່ງແວດລ້ອມ ໃນແຕ່ລະປີ ຕໍ່ລັດຖະບານ.
       ການປະເມີນ ແລະ ລາຍງານການເຄື່ອນໄຫວວຽກງານສິ່ງແວດລ້ອມ ໃຫ້ປະຕິບັດ ຕາມ ມາດຕາ 22 ແລະ 28 ຂອງກົດໝາຍສະບັບນີ້. ຂ້າງເທິງ

ພາກທີ XI
ວັນສິ່ງແວດລ້ອມແຫ່ງຊາດ, ເຄື່ອງໝາຍ, ເຄື່ອງແບບ ແລະ ຕາປະທັບ

ມາດຕາ 89 (ໃໝ່) ວັນສິ່ງແວດລ້ອມແຫ່ງຊາດ

       ສປປ ລາວ ຖືເອົາ ວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ ເພື່ອສົ່ງເສີມ, ສ້າງຈິດສຳນຶກ ແລະ ຍົກລະດັບຄວາມຕື່ນຕົວ ໃນການປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ປະຊາຊົນ.
      ໃນແຕ່ລະປີ ສູນກາງ ແລະ ທ້ອງຖິ່ນ ຕ້ອງສ້າງຂະບວນການ ແລະ ຈັດພິທີສະເຫຼີມສະຫຼອງ ດ້ວຍຮູບການທີ່ເໝາະສົມ.

ມາດຕາ 90 (ໃໝ່) ເຄື່ອງໝາຍ, ເຄື່ອງແບບ ແລະ ຕາປະທັບ

       ອົງການຄຸ້ມຄອງ ແລະ ກວດກາວຽກງານສິ່ງແວດລ້ອມ ມີເຄື່ອງໝາຍ, ເຄື່ອແບບ ແລະ ຕາປະທັບ ທີ່ໄດ້ຮັບອະນຸມັດຈາກລັດຖະບານ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ. ຂ້າງເທິງ

ພາກທີ XII
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 91 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການປົກປັກຮັກສາສິ່ງແວດລ້ອມ, ການສົ່ງເສີມຄຸນນະພາບສິ່ງແວດລ້ອມ, ການຄວບຄຸມມົນລະພິດ, ການບູລະນະ ຟື້ນຟູ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ມາດຕາ 92 (ປັບປຸງ) ມາດຕະການ ຕໍ່ຜູ້ລະເມີດ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝ ຫຼື ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ຕາມລະບຽບກົດໝາຍ.

ມາດຕາ 93 (ປັບປຸງ) ມາດຕະການສຶກສາອົບຮົມ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເປັນຄັ້ງທຳອິດ ທີ່ບໍ່ເປັນອັນຕະລາຍ ຫຼື ຮ້າຍແຮງ ໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສັຍຫາຍ ທີມີມູນຄ່າບໍ່ຫຼວງຫຼາຍ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ ຕາມລະບຽບການ.

ມາດຕາ 94 (ໃໝ່) ມາດຕະການທາງວິໄນ

       ພະນັກງານ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຂໍ້ຫ້າມທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ, ກໍ່ຄວາມເສັຍຫາຍທີ່ມີມູນຄ່າບໍ່ຫຼວງຫຼາຍ ແຕ່ບໍ່ຈິງໃຈລາຍງານ ຈະຖືກລົງວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:

-       ກ່າວເຕືອນຄວາມຜິດຕາມລະບຽບກົດໝາຍກ່ຽວກັບລັດຖະກອນ ພ້ອມທັງບັນທຶກໄວ້ໃນສຳເນົາເອກະສານ ຊີວະປະຫວັດຂອງຜູ່ກ່ຽວ;
-       ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;
-       ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງ ຕ່ຳກວ່າເກົ່າ;
-       ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

     ຜູ້ຖືກລົງວິໄນຕ້ອງສົ່ງຊັບສິນ ທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

ມາດຕາ 95 (ປັບປຸງ) ມາດຕະການປັບໃໝ

       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້, ຂໍ້ຫ້າມ ແລະ ເງື່ອນໄຂ ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳປະທານ ຫຼື ໃບອະນຸຍາດ ກ່ຽວກັບສິ່ງແວດລ້ອມ ຈະຖືກປັບໃໝ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

ມາດຕາ 96 (ປັບປຸງ) ມາດຕະການທາງອາຍາ

     ບຸກຄົນ ທີ່ລະເມີດກົດໝາຍ ສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມກົດໝາຍອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ ລວມທັງໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 97 (ປັບປຸງ) ມາດຕະການໂທດເພີ່ມ

       ນອກຈາກໂທດຕົ້ນຕໍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 96 ຂອງກົດໝາຍສະບັບນີ້ ຜູ້ກະທຳຜິດ ຈະຖືກປະຕິບັດມາດຕະການໂທດເພີ່ມ ເຊັ່ນ ການໂຈະ, ການຖອນ ໃບອະນຸຍາດ ຫຼື ຍຸບເລີກກິດຈະການ. ຂ້າງເທິງ

ພາກທີ XIII
ບົດບັນຍັດສຸດທ້າຍ

ມາດຕາ 98 ການຈັດຕັ້ງປະຕິບັດ

       ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 99 (ປັບປຸງ) ຜົນສັກສິດ

       ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ເກົ້າສິບວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
      ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 02/99/ສພຊ ລົງວັນທີ 3 ເມສາ 1999.

        ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Environmental Protection Law (Revised Version) No. 29/NA, dated 18 December 2012 PDF
2 ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.