ໂດຍອີງຕາມ ແຈ້ງການ ກ່ຽວກັບການນຳໃຊ້ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ເລກທິ 0472/ອຄ. ກຂອ , ລົງວັນທີ 10 ມີນາ 2016, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ບົດແນະນຳ ກ່ຽວກັບ ແນະນຳວິທີການນຳໃຊ້ໃບອະນຸຍາດນຳເຂົ້າ, ສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ສະບັບເລກທີ 1535/ກຂອ.ບຂອ, ລົງວັນທີ 10 ພຶດສະພາ 2016 ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ການນຳໃຊ້ ໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ທັງນີ້, ກໍ່ເພື່ອໃຫ້ມີຄວາມສະດວກງ່າຍດາຍ, ຫຼຸດຜ່ອນຂັ້ນຕອນການປະກອບເອກະສານໃຫ້ແທດເໝາະກັບສະພາບຕົວຈິງໃນປະຈຸບັນ ແລະ ຄ່ອຍຫັນໄປສູ່ການນຳໃຊ້ລະບົບການ ອອກອະນຸຍາດແບບທັນສະໄໝ (E-License) ໃນອະນາຄົດເທື່ຶອລະກ້າວ.

ຜູ້​ຂໍອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າ ສາມາດດາວໂຫຼດ ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ພ້ອມທັງ ຄຳແນະນຳໃນການນຳໃຊ້ ໂດຍການດາວໂຫຼດຈາກເວັບໄຊ້ຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຫຼື​ ສາ​ມາດຂໍສຳ​ເນົາ ​ (Soft File)​ ໃບອະນຸຍາດນຳເຂົ້າ, ສົ່ງອອກສິນຄ້າ ຈາກ​ໜ່ວຍ​ງານ​ອອກ​ອະ​ນຸ​ຍາດທີ່​ຕົນ​ຮ້ອງ​ຂໍ.

ໃນ​ກໍລະນີທີ​່​ ຜູ້​ປະກອບ​ການຍັງ​ບໍ່​ທັນ​ສາມາດ​ນຳ​ໃຊ້​ລະບົບການຍື່ນ​ຂໍແບບ​ໃໝ່​ໄດ້, ຜູ້ປະກອບການສາ​ມາດສື​ບຕໍ່ນຳ​ໃຊ້​ໃບອະນຸຍາດແບບເກົ່າ​ ຈົນ​ກວ່າຈະ​ມີ​ຄວາມ​ພ້ອມ​ ແຕ່ບໍ່ໃຫ້ກາຍວັນທີ 30 ກັນຍາ 2016. ຫຼັງ​ຈາກ​ນັ້ນ, ແມ່ນ​ໃຫ້​ຫັນ​ເຂົ້າ​ສູ່​ວິ​ທີ​ການ​ຍື່ນ​ໃບອະນຸຍາດນຳເຂົ້າ, ສົ່ງອອກແບບໃໝ່ແທນ.

ສະນັ້ນ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງສະເໜີໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການເຜີຍແຜ່ ແລະ ຊຸກຍູ້ໃຫ້ຄຳແນະນຳແກ່ຜູ້ປະກອບການ ຈັດຕັ້ງປະຕິບັດການນໍາໃຊ້ໃບອະນຸຍາດນໍາເຂົ້າ, ສົ່ງອອກສິນຄ້າ ສະບັບປັບປຸງໃໝ່ ເຊິ່ງໄດ້ເລິ່ມນຳໃຊ້ນັບແຕ່ວັນທີ 1 ເມສາ 2016 ເປັນຕົ້ນມາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.