I.      ພາກສະເໜີ

ເພື່ອພັດທະນາຂະແໜງການຄ້າໃຫ້ສືບຕໍ່ຂະຫຍາຍຕົວ ແລະ ປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດ ກໍ່ຄືການສືບຕໍ່ເປົ້າໝາຍໄລຍະກາງ ແລະ ໄລຍະຍາວຂອງພື້ນຖານການພັດທະນາທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ວາງອອກ ໃຫ້ກາຍເປັນເສດຖະກິດຕະຫຼາດທີ່ສາມາດແຂ່ງຂັນໄດ້. ພາຍຫຼັງທີ ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ຢ່າງເປັນທາງການ ໃນເດືອນ ກຸມພາ 2013 ແລະ ເຂົ້າສູ່ AEC ຢ່າງເປັນທາງການໃນວັນທີ 31 ທັນວາ 2015, ລັດຖະບານ ລາວ ໄດ້ກຳນົດນະໂຍບາຍສົ່ງເສີມການຄ້າຫຼາຍຢ່າງ ຊຶ່ງລວມມີການສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ພາກທຸລະກິດ ລວມມີວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໂດຍຍົກສູງຄວາມໂປ່ງໃສ, ຫຼຸດຜ່ອນຂັ້ນຂອດໃນການດຳເນີນເອກະສານນຳເຂົ້າ - ສົ່ງອອກ, ຫຼດຜ່ອນສິ່ງກີດຂວາງທາງດ້ານການຄ້າທີ່ບໍ່ແມ່ນອັດຕາພາສີ, ແລະ ເຮັດໃຫ້ບັນດານິຕິກຳທີ່ຕິດພັນກັບການຄ້າມີຄວາມສອດຄ່ອງກັບຫຼັກການພື້ນຖານຂອງສົນທິສັນຍາພາກພື້ນ ແລ ສາກົນ ທີ່ ສປປ ລາວ ເປັນພາຄີ. ທັງໝົດນັ້ນ ແມ່ນເພື່ອຮັບປະກັນຄວາມສາມາດແຂ່ງຂັນກັບສາກົນ ແລະ ພາກພື້ນ ຂອງພາກທຸລະກິດ ຢູ່ ສປປ ລາວ.

ດັ່ງນັ້ນ, ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍນະໂຍບາຍດັ່ງກ່າວ, ຫ້ອງການປະຈຳຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ສ້າງບົດສອບຖາມເພື່ອນຳໃຊ້ເຂົ້າໃນການເກັບກຳຂໍ້ມູນ ກ່ຽວກັບ ຄວາມຫຍຸ້ງຍາກໃນການນຳເຂົ້າ - ສົ່ງອອກ ແລະ ນຳສິນຄ້າຜ່ານແດນສາກົນ ຂອງພາກທຸລະກິດ ໂດຍມີຈຸດປະສົງເພື່ອກຳນົດບັນຫາ ແລະ ຂໍ້ຫຍຸ້ງຍາກ ທີ່ເກີດຂື້ນໃນພາກປະຕິບັດຕົວຈິງ ຂອງຫົວໜ່ວຍທຸລະກິດນຳເຂົ້າ - ສົ່ງອອກ. ບົດສອບຖາມ ໄດ້ສົ່ງໃຫ້ 80 ບໍລິສັດ ນຳເຂົ້າ - ສົ່ງອອກ ຢູ່ນະຄອນຫຼວງວຽງຈັນ ໃນນັ້ນມີ 47 ບໍລິສັດ ຕອບກັບ. ນອກນັ້ນ, ໄດ້ສົ່ງແບບສອບຖາມໃຫ້ 90 ບໍລິສັດ ຢູ່ 17 ແຂວງ ແຕ່ບໍ່ໄດ້ຮັບຄຳຕອບກັບ. ສະນັ້ນ, ຈຶ່ງໄດ້ລົງເກັບກຳຂໍ້ມູນຕົວຈິງ  ຈາກ 12 ບໍລິສັດ ຢູ່ 05 ແຂວງ ຄື:  ແຂວງບໍລິຄຳໄຊ (04 ບໍລິສັດ); ແຂວງຄຳມ່ວນ ( 04 ບໍລິສັດ);  ແຂວງສະຫວັນນະເຂດ (05 ບໍລິສັດ) ແລະ ແຂວງຈຳປາສັກ (05 ບໍລິສັດ).

   II.      ສັງລວມບັນຫາຂອງພາກທຸລະກິດ

ໃນການເກັບກຳຂໍ້ມູນໃນຄັ້ງນີ້ ເຖິງວ່າ ຂໍ້ມູນທີ່ເກັບກຳໄດ້ອາດຈະບໍ່ໄດ້ຈາກພາກທຸລະກິດໃນຂອບເຂດທົ່ວປະເທດ ແຕ່ກໍ່ສາມາດສະທ້ອນໃຫ້ເຫັນບັນຫາທີ່ມີລັກສະນະລວມໃນການປະຕິບັດຕົວຈິງ ກ່ຽວກັບ ການນຳເຂົ້າ - ສົ່ງອອກສິນຄ້າ ເປັນຕົ້ນການປະສານງານລະຫວ່າງ ພາກລັດ ກັບພາກທຸລະກິດ, ຮູບແບບການຈັດຕັ້ງປະຕິບັດ ແລະ ການຜັນຂະຫຍາຍນະໂຍບາຍ ຂອງລັດຖະບານ ທີ່ຍັງບໍ່ທັນເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ແລະ ຍັງບໍ່ທັນສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ແລະ ບັນດາສົນທິສັນຍາພາກພື້ນ ແລະ ສາກົນ ທີ່ສປປ ລາວ ເປັນພາຄີ ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:

1.      ການຂໍອະນຸຍາດນໍາເຂົ້າ - ສ່ົງອອກສິນຄ້າ ແມ່ນມີຄວາມຫຍຸ້ງຍາກ ເນື່ອງຈາກວ່າມີຫຼາຍຂັ້ນຕອນ, ບາງຂອດຂອງການຂໍອະນຸຍາດແມ່ນໃຊ້ເວລາໃນການດຳເນີນເອກະສານຫຼາຍເກີນຄວາມຈຳເປັນ. ພ້ອມນັ້ນ, ໃນຕົວຈິງ ມີຫຼາຍຂະແໜງການຍັງຢາກມີສ່ວນຮ່ວມໃນການອະນຸຍາດນຳເຂົ້າ - ສົ່ງອອກ ຈຶ່ງກໍ່ໃຫ້ເກີດຄວາມບໍ່ເປັນເອກະພາບ ກົມກຽວ ແລະ ສອດຄ່ອງກັນທາງດ້ານນິຕິກໍາ. ບັນຫາທີ່ພາກທຸລະກິດໃຫ້ຄວາມສົນໃຈຫຼາຍແມ່ນການນຳເຂົ້າ  - ສົ່ງອອກ ຜະລິດຕະພັນໄມ້ ໂດຍໄດ້ຊີ້ໃຫ້ເຫັນວ່າ ການຈັດ​ຕັ້ງ​ປະຕິບັດລະ ບຽບການ ເຊັ່ນ ​ແຈ້ງ​ການ​ເລກທີ 1765/ກງ ວ່າ​ດ້ວຍ​ຄຳ​ສັ່ງ​ແນະນຳ​ເລື່ອງ​ເອົາ​ໃຈ​​ໃສ່​ຄຸ້ມ​ຄອງ​ການ​ສົ່ງ​ອອກ​ໄມ້ ​ເພື່ອ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ຢ່າງ​ຖືກຕ້ອງ, ຄົບຖ້ວນ, ທັນ​ເວລາ ຂອງກະຊວງ​ການ​ເງິນ, ​ແຈ້ງ​ການ​ເພີ່ມ​ເຕີມ ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ເລກທີ 2857/ຫກ.ກຂອ ວ່າ​ດ້ວຍ ​ແຈ້ງ​ການ​ເພີ່ມ​ເຕີມ ​ເລື່ອງ​ປັບປຸງ​ເນື້ອ​ໃນ​ແຈ້ງ​ການ​ເລກທີ 1904/ອຄ.ກຂອ, ຂໍ້ 1.4 ກ່ຽວ​ກັບ ​ຂັ້ນ​ຕອນ​ການ​ອອກ​ອະນຸຍາດ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້ ຍັງມີຄວາມລ່າຊ້າ ແລະ ສັບສົນໃນການຈັດຕັ້ງປະຕິບັດ ສຳລັບ ພາກທຸລະກິດ ຍ້ອນ​ວ່າ ​ພາລະບົດບາດຂອງຂະແໜງການທີ່ກ່ຽວຂ້ອງ, ຄວາມໝາຍ​ຂອງ​ຄຳ​ສັບ ​ແລະ ປະ​ເພດ​ຂອງ​ສິນຄ້າ ຍັງຂາດຄວາມເປັນເອກະພາບ ຊັດເຈນ ແລະ ກົມກຽວ.

ພ້ອມນັ້ນ, ພາກທຸລະກິດຍັງເຫັນວ່າ ອີກສາເຫດ ທີ່ພາໃຫ້ເກີດມີຄວາມລ່າຊ້າໃນການອອກອະນຸ ຍາດແມ່ນຍ້ອນເຈົ້າໜ້າທີ່ຂອງລັດ ຂາດຄວາມຊໍານານ ຄວາມເຂົ້າໃຈຕໍ່ບັນຫາ ແລະ ຂາດສິດໃນການຕັດ ສິນໃຈ.

2.      ການແຈ້ງເອກະສານພາສີ ກໍ່ແມ່ນອີກຂັ້ນຕອນທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກທຸລະກິດບໍ່ໜ້ອຍ ໂດຍສ່ວນໃຫຍ່ແມ່ນເກີດມາຈາກບັນຫາທາງດ້ານເຕັກນິກ, ອຸປະກອນ ແລະ ເຄື່ອງມືຮັບໃຊ້ໃນການດຳເນີນຂັ້ນຕອນແຈ້ງເອກະສານພາສີ ເຊັ່ນ:  ລະບົບໂປຼແກຼມ ແລະ ຄອມພິວເຕີ້ ບໍ່ຮັບປະກັນຄວາມສະຖຽນ ເຊັ່ນລະບົບຫຼົ້ມ, ໄຟ້ຟ້າບໍ່ພໍ ເປັນຕົ້ນ ຊຶ່ງເຮັດໃຫ້ເກີດມີຄວາມລ່າຊ້າໃນການປ້ອນຂ້ໍມູນ. ພ້ອມນັ້ນ ເຫັນວ່າ ຈຳນວນ​​ເຈົ້າໜ້າ​ທີ່​ ​ແລະ ປ່ອງ​ແຈ້ງຍັງມີຈໍານວນບໍ່​ພຽງພໍເມື່ອທຽບກັບຈໍານວນຜູ້ມາໃຊ້ບໍລິການ.

3.      ຂັ້ນຕອນການຂໍໃບຢັ້ງຢືນສຸຂານາໄມພືດ ສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກທຸລະກິດຢູ່ຕ່າງແຂວງຫຼາຍພໍສົມຄວນ ຍ້ອນວ່າ ກ່ອນຂະແໜງກະສິກຳ ແລະ ປ່າໄມ້ ຈະພິຈາລະນາ ​ອອກ​ໃບຢັ້ງຢືນ​ສຸ​ຂະ​ນາ​ໄມ​ພືດ ເຈົ້າ​ໜ້າ​ທີ່​ຕ້ອງ​ໄດ້​ລົງ​ກວດ​ກາ​ສິນຄ້າ​ຕົວ​ຈິງ ແຕ່ເນື່ອງຈາກວ່າ ບາງ​ສິນຄ້າ​​ເ​ກັບ​ໄວ້​ຢູ່​ໃກ້ສະຖານທີ່ເກັບຊື້ ແລະ ເຂດການຜະລິດ ແຕ່ໄກ​ຈາກຫ້ອງການ (ບໍລິສັດ)​ ເຮັດ​ໃຫ້​​​ເສຍ​ເວລາ​ໃນ​ການ​ເດີນທາງ ​ແລະ ມີຄ່າ​ສິ້ນ​ເປືອງຫຼາຍ ແຕ່ການ​ລົງ​ກວດກາຕົວຈິງເປັນພຽງແຕ່​ຮູບ​ການ​ເທົ່າ​ນັ້ນ. ນອກນັ້ນ, ຢູ່ບາງແຂວງ ບໍ່ສາມາດອອກໃບຢັ້ງຢືນສຸຂານາໄມພືດໄດ້ ແລະ ຕ້ອງໄດ້ມາສະເໜີຂໍຢູ່ນະຄອນຫຼວງ ເຮັດໃຫ້ເສຍເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ​. ຍິ່ງໄປກວ່າ​ນັ້ນ, ບາງແຂວງ​ເກັບ​ຄ່າ​ທຳນຽມ ໂດຍສ້າງ​ບິນ​ຂື້ນ​​ເອງ ໂດຍ​ບໍ່​​ເປັນ​ເອກະ​ພາບກັບ​ແບບຟອມທີ່ຂັ້ນສູນ​ກາງກຳນົດໃຫ້ ​ແລະ ການ​ເກັບ​ຄ່າ​ທຳນຽມ​ກໍ່​ບໍ່​ໄດ້​ອີງ​ໃສ່ລັດຖະບັນຍັດ ຂອງປະທານປະເທດ​ 003/ປປທ ລົງວັນທີ 26.12.2012 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.

4.      ການ​ຂໍອະນຸຍາດ​ຂຸດ​ຄົ້ນ​​ສິນຄ້າ​ປະ​ເພດ​ເຄື່ອງ​ປ່າ​ຂອງ​ດົງ ​ເພື່ອ​ສົ່ງ​ອອກ ຍັງມີ​ຫຼາຍ​ຂັ້ນຂອດ. ​​ບາງ​ປະ​ເພດ​ສິນຄ້າ ​ເຊັ່ນ ໝາກ​ແໜ່​ງ ​ຕ້ອງ​ໄດ້​ເກັບ​ຊື້​ເປັນລະດູ​ການ ​ເມື່ອມີ​ຫຼາຍ​ຂັ້ນ​ຕອນ​ແບບ​ນີ້ ​ເຮັດ​ໃຫ້​ບໍ່ສາມາດ​​ເກັບ​ກູ້​ໄດ້ທັນ​ເວລາ.

5.      ການຄິດໄລ່ຄ່າທໍານຽມອາກອນ ໄດ້ສ້າງຄວາມສັບສົນໃຫ້ແກ່ພາກທຸລະກິດ ໃນພາກປະຕິບັດຕົວຈິງ ຫຼາຍພໍສົມຄວນ ເນື່ອງຈາກລະບຽບການ, ມາດຕະຖານການຄິດໄລ່ ແລະ ການຈັດເກັບອາກອນແຕ່ລະປະເພດສິນຄ້າ ຍັງບໍ່ມີຄວາມຈະແຈ້ງ ເຊິ່ງອາດເກີດຈາກຄວາມບໍ່ໂປ່ງໃສຂອງເຈົ້າໜ້າທີ່ ເຮັດໃຫ້ເຂົາເຈົ້າສວຍໃຊ້ຊ່ອງວ່າງທີ່ມີຢູ່ເພື່ອຫາຜົນໂຫຍດແກ່ຕົນເອງ.

  III.      ຂໍ້ສະເໜີຂອງພາກທຸລະກິດ

ເພືອເປັນການແກ້ໄຂບັນຫາທີ່ກ່າວມາຂ້າງເທິງ ພາກທຸລະກິດ ໄດ້ສະເໜີບາງວິທີແກ້ໄຂ ດັ່ງນີ້:

1.      ສ້າງ​ຄວາມ​ເປັນ​ເອກະ​ພາບ​​ໃນ​ການຈັດຕັ້ງປະຕິ​ບັດ​ຂັ້ນຕອນ, ລະບຽບ​ການ​ຕ່າງໆ ລະຫວ່າງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ໃຫ້ກະທັດຮັດ ຖືກຕ້ອງ ຄົບຖ້ວນ ແລະ ເປັນເອກະພາບ: ຂະແໜງການທີ່ກ່ຽວຂ້ອງ ຄວນມີການປຶກສາ​ຫາລື​ຶ ເພື່ອພ້ອມກັນກວດກາ​ຄືນ​ບັນດາ​ນິຕິ​ກຳ ​ແລະ ລະບຽບ​ການ​ທີ່​ນຳ​ໃຊ້​ຢູ່​ປະຈຸ​ບັນ ວ່າມີ​ຄວາມສອດຄ່ອງ​ກັນ ຫຼື ​ບໍ່. ພ້ອມນັ້ນ ຄວນມີການຍັ່ງຄວາມຄິດເຫັນຂອງ ພາກທຸລະກິດ ​ກ່ອນ​ການ​ອອກ ແລະ ຈັດຕັ້ງປະຕິບັດ​ນິຕິ​ກຳ ຫຼື ນະ​ໂຍບາຍ​ໃດໜຶ່ງ ຢ່າງຈິງຈັງ ແລະ ເປີດກວ້າງ ກວ່າເກົ່າ ​ເພື່ອຮັບປະກັນຄວາມເປັນເອກະພາບ ລະຫວ່າງຂະແໜງການຂອງລັດ ໃນການຄຸ້ມຄອງ ແລະ ອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ ໃນການຈັດຕັ້ງປະຕິບັດຕົວຈິງ. ພ້ອມດຽວກັນນັ້ນ, ໃຫ້ລະບຸລາຍລະອຽດ ກ່ຽວກັບ ຄວາມຮັບຜິດຊອບ ແລະ ພາລະບົດບາດໃນການອອກອະນຸຍາດ ຂອງຂະແໜງການຕ່າງໆໃນແຕ່ລະຂັ້ນ ເຊັ່ນ: ຂັ້ນບ້ານ, ຂັ້ນເມືອງ, ຂັ້ນແຂວງ ຕ້ອງປະຕິບັດແບບໃດ ເພື່ອຮັບປະກັນຄວາມຈະແຈ້ງ ແລະ ບໍ່ເປັນການເປີດຊ່ອງທາງໃຫ້ແກ່ບຸກຄົນທີ່ບໍ່ດີ.

2.      ປັບປຸງ ​ແລະ ຈັດ​ລະບົບການ​ເຮັດ​ວຽກ, ຂັ້ນຕອນ​ການ​ດຳ​ເນີນ​ເອກະສາ​ນ ​ແລະ ການອະນຸມັດ​​ເອກະສານໃຫ້​ເໝາະ​ສົມ ເນື່ອງຈາກວ່າໃນໄລຍະຜ່ານມາລະບົບການ​ເຮັດ​ວຽກ, ຂັ້ນຕອນ​ການ​ດຳ​ເນີນ​ເອກະສາ​ນ ​ແລະ ການອະນຸມັດ​​ເອກະສານຂອງຂະແໜງການທີ່ກ່ຽວຂ້ອງ ແມ່ນໃຊ້ເວລາຫຼາຍເກີນຄວາມຈຳເປັນ ແລະ ຄາດຄະເນບໍ່ໄດ້ ຊຶ່ງສົ່ງຜົນໃຫ້ເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ເຊັ່ນ: ຄ່າໃຊ້ຈ່າຍໃນການຝາກສາງທີ່ເພີ່ມຂື້ນເນື່ອງຈາກບໍ່ສາມາດນຳສິນຄ້າອອກໄດ້ທັນຕາມກຳນົດເວລາ ແລະ ການຖືກປັບໃໝຈາກຄູ່ຄ້າເພາະສົ່ງສິນຄ້າໃຫ້ຄູ່ຄ້າບໍ່ທັນຕາມກຳນົດເວລາ. ຖ້າສາມາດຫຼຸດຜ່ອນບັນຫາດັ່ງກ່າວໄດ້ ຈະເປັນປັດໃຈໜຶ່ງໃນການຊ່ວຍໃຫ້ພາກທຸລະກິດສາມາດຫຼຸດຜ່ອນຕົ້ນທຶນ ແລະ ສາມາດແຂ່ງຂັນກັບປະເທດຄູ່ຄ້າໄດ້ຢ່າງເຕັມສ່ວນ.

3.      ການຄັດເລືອກ ແລະ ພັດທະນາບຸກຄະລາກອນ ແມ່ນອີກແນວທາງໜຶ່ງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ເກີດຂື້ນ. ເລີ້ມຕົ້ນຈາກການຄັດ​ເລືອກ​ເອົາ​ເຈົ້າ​ໜ້າ​ທີ່​ຜູ້ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ​ແລະ ຄວາມ​ຮູ້​ຄວາມ​ສາມາດ​ທີ່​ແທ້​ຈິງ​ມາ​ປະ​ຕິ​ບັດ​ວຽກ ໄປພ້ອມໆກັບການຈັດ​ຝຶກ​ອົບຮົມ ເພື່ອສ້າງແນວຄວາມຄິດ, ທັດສະນະ​ຄະຕິ, ຈັນ​ຍາ​ບັນ ​ແລະ ​ຄວາມຮັບຜິດຊອບອັນຖືກຕ້ອງ ແລະ ເໝາະສົມຕໍ່ວຽກ ໃຫ້ແກ່​ພະນັກງານລັດ. ປັບປຸງ​ຂີດ​ຄວາມ​ສາມາດ​ຂອງເຈົ້າ​ໜ້າ​ທີ່​​ ໃຫ້​ມີຄວາມຊຳນານ ​ແລະ ​ເຂົ້າ​ໃຈຕໍ່ກັບ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ ​​ເພື່ອ​ໃຫ້ສາມາດປະຕິບັດ​ໜ້າ​ທີ່ ​ແລະ ​ແກ້​ໄຂ​ບັນຫາ​ໄດ້ຢ່າງ​ມີ​ປະສິດທິພາບຂື້ນກວ່າເກົ່າ.

4.      ການ​ເຜີຍ​ແຜ່ລະບຽບການ​ ກ່ຽວກັບ ຂັ້ນຕອນການຂໍອະນຸຍາດ ເປັນອີກວິທີການໜຶ່ງທີ່ຈະຊ່ວຍຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງ​ພາກ​ທຸລະ​ກິດ ​ຕໍ່ກັບຄວາມໝາຍ ແລະ ຄວາມສໍາຄັນຂອງບັນດາລະບຽບ ຫຼັກການ ແລະ ຂັ້ນຕອນທີ່ພາກລັດນຳໃຊ້ຄຸ້ມຄອງ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ - ສົ່ງອອກ ເຊ່ັນ: ເຜີຍແຜ່ລະບຽບການ ແລະ ວິທີການຄິດໄລ່ອາກອນ, ລະບຽບການທີ່ກ່ຽວຂ້ອງກັບການດຳເນີນຂັ້ນຕອນການນໍາເຂົ້າ - ສົ່ງອອກ.

5.      ປັບປຸງອຸປະກອນ, ເຄື່ອງມືຮັບໃຊ້ ແລະ ໂປຼແກຼມຕ່າງໆ ໃນການດຳເນີນຂັ້ນຕອນໃຫ້ມີປະສິດທິພາບ ແລະ ຮັບປະກັນຄວາມສະຖຽນ ຄວນມີການສ້າງລະບົບຮອງຮັບໃນກໍລະນີມີບັນຫາດ້ານຄວາມສະຖຽນຂອງໂປຼແກຼມ ໄປພ້ອມໆກັບການເພີ່ມເຈົ້າໜ້າທີ ​ແລະ ປ່ອງບໍລິການ​ແຈ້ງ​ເອກະສານ ໃຫ້ຫຼາຍຂື້ນຕື່ມ ເພື່ອຮັບ ປະກັນຄວາມວ່ອງໄວໃນການດຳເນີນການແຈ້ງເອກະສານ​.

 IV.      ສິ່ງທີ່ພາກລັດຄວນເອົາໃຈໃສ່

ການປະສານງານທີ່ດີລະຫວ່າງພາກລັດ ແລະ ພາກທຸລະກິດ ແມ່ນມີຄວາມສຳຄັນ ແລະ ຈຳເປັນ, ລັດຖະບານ ລາວ ​ໄດ້​ມີ​ນະໂຍບາຍ​ສົ່ງ​ເສີມການ​ປະສານ​ງານ ​ລະຫວ່າງ ພາກ​ລັດ ກັບ ພາກ​ທຸລະ​ກິດ ​ໂດຍ​​ຜ່ານກົນໄກ ຕ່າງໆ ​ເຊັ່ນ: ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ແຫ່ງ​ຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ກອງ​ປະຊຸມ​ທຸລະ​ກິດ​ລາວ, ແລະ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ. ເຖິງຢ່າງໃດກໍ່ຕາມ, ການປະສານງານແມ່ນຍັງບໍ່ເປັນປົກກະຕິ ແລະ ເປັນລະບົບເທົ່າທີ່ຄວນ ຊຶ່ງມັນສະແດງອອກໃຫ້ເຫັນໃນເວລາທີ່ພາກທຸລະກິດພົບຄວາມຫຍຸ້ງຍາກ ພວກເຂົ້າໄດ້ສະເໜີບັນຫາດ້ວຍຫຼາຍຊ່ອງທາງ ແລະ ຜ່ານຫຼາຍຮູບແບບ ຕໍ່ຂະແໜງການທີ່ກ່ຽວຂ້ອງຂອງລັດ ເຊັ່ນ: ບາງບໍລິສັດ ສະເໜີບັນຫາຕໍ່ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ແຫ່ງຊາດລາວ, ບາງບໍລິສັດສະເໜີຫາຂະແໜງການກ່ຽວຂ້ອງ ໂດຍກົງ ຂື້ນກັບລັກສະນະຂອງບັນຫາ (ບັນຫາໃຫຍ່ ຫຼື ບັນຫານ້ອຍ). ໄລຍະເວລາທີ່ໃຊ້ໃນການແກ້ໄຂບັນຫາຂອງພາກທຸລະກິດແຕ່ລະຄັ້ງແມ່ນມີຄວາມແຕກຕ່າງກັນໄປຕາມແຕ່ລະກໍລະນີ ບາງຄັ້ງບັນຫາອາດຈະຖືກທ້ອນໂຮມໄວ້ ແລ້ວນໍາສະເໜີໃນກອງປະຊຸມທ້າຍປີບາດດຽວ ຊຶ່ງເຮັດໃຫ້ບໍ່ສາມາດແກ້ໄຂບັນຫາຂອງພາກທຸລະກິດໄດ້ທ່ວງທັນກັບສະພາບ, ສະນັ້ນ ບາງບໍລິສັດອາໃສຄວາມລຶ້ງເຄີຍກັບພະນັກງານລັດ ໂດຍພົວພັນຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງໂດຍກົງ ເພື່ອປຶກສາຫາລືຂໍໃຫ້ແກ້ໄຂບັນຫາຂອງພວກເຂົາໂດຍທັນທີ. ໂດຍສ່ວນໃຫຍ່ ພາກທຸລະກິດ ມີທັດສະນະດ້ານລົບຕໍ່ກັບການແກ້ໄຂບັນຫາຂອງພາກລັດ ເຮັດໃຫ້ເຂົາເຈົ້າຊອກຫາຊ່ອງທາງແກ້ໄຂບັນຫາດ້ວຍຕົວເອງ ຊຶ່ງສ່ວນໃຫຍ່ຈະຢູ່ນອກລະບົບ ແລະ ບາງບໍລິສັດອາດປ່ຽນໄປເຮັດທຸລະກິດໃໝ່. ສະນັ້ນ, ໃນຂອດການປະສານງານ ແລະ ຕິດຕາມແກ້ໄຂບັນຫາ ລະຫວ່າງພາກລັດ ແລະ ພາກທຸລະກິດ ຈື່ງຍັງເປັນອີກບັນຫາທີ່ຍັງຄ້າງຄາ ແລະ ຄວນໄດ້ຮັບການແກ້ໄຂປັບປຸງໃຫ້ດີຂື້ນ ແລະ ພາກລັດຄວນມີການພິຈາລະນາ ຫາວິທີທາງສ້າງຄວາມເຊື່ອໝັ້ນຂອງພາກທຸລະກິດ.

ໄປພ້ອມໆກັນນັ້ນ, ວຽກງານການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານນະໂຍບາຍ ແລະ ນິຕິກຳ ໃຫ້ແກ່ພາກທຸລະກິດ ແມ່ນອີກວຽກງານໜຶ່ງທີ່ຕ້ອງໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ເສີມຂະຫຍາຍໃຫ້ທົ່ວເຖິງ. ຊຶ່ງພາກທຸລະກິດເອງໄດ້ຮຽກຮ້ອງໃຫ້ມີການເຜີຍແຜ່ຂໍ້ມູນດ່ັງກ່າວໃຫ້ຫຼາຍຂື້ນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ ແລະ ເປັນການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍທີ່ອາດເກີດຂື້ນຈາກການປະກອບເອກະສານທີ່ບໍ່ຖືກຕ້ອງ ເນື່ອງຈາກຂາດຂໍ້ມູນຂ່າວສານທີ່ຖືກຕ້ອງ, ຄົບຖ້ວນ ແລະ ທັນກັບສະພາບການ.

V.         ສະຫຼູບ

ບັນຫາ ແລະ ຂໍ້ຫຍຸ້ງຍາກ ຂ້າງເທິງນີ້ ແມ່ນຄວາມຄິດເຫັນຈາກມຸມມອງ ແລະ ທັດສະນະຂອງພາກທຸລະກິດທີ່ດຳເນີນການນໍາເຂົ້າ - ສົ່ງອອກ ແລະ ນໍາສິນຄ້າຜ່ານແດນ ຢູ່ໃນ ສປປ ລາວ ຊຶ່ງສາມາດນຳໃຊ້ເປັນຂໍ້ມູນພື້ນຖານ ແລະ ບ່ອນອີງໃຫ້ແກ່ຂະແໜງການລັດ ໃນການທົບທວນຄືນສະພາບການຈັດຕັ້ງປະຕິບັດນະໂຍ ບາຍ ລະບຽບການ ນິຕິກຳໃຫ້ສອດຄ່ອງກັບຕົວຈິງ. ທັງໝົດນັ້ນເພື່ອບັນລຸໄດ້ເປົ້າໝາຍການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະກິດຂອງ ສປປ ລາວ ຕາມທິດທາງນະໂຍບາຍຂອງພັກ ແລະ ລັດຖະບານ ພ້ອມນັ້ນກໍ່ເພື່ອເປັນການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ ໃນຍຸກຂອງການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນ ຄວາມສາມາດແຂ່ງຂັ້ນຂອງພາກທຸລະກິດລາວ.

 

ກົມການນຳເຂົ້າ ແລະ ສົ່ງອອກ

ພະແນກ ອຳນວຍຄວາມສະດວກທາງດ້ານການຄ້າ
ເບີໂທ/ແຟັກ: + 856 21 454 224
ອີເມລ:  [email protected] ຫຼື [email protected]

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.