ໂຄງການມາດຕະຖານອາຫານເພື່ອການຄ້າໃນອາຊຽນ (The Standards in the Southeast Asian Food Trade Project) ໄດ້ຮັບການສະໜັບສະໜູນໂດຍກະຊວງການຮ່ວມມື ແລະ ການພັດທະນາເສດຖະກິດ ຂອງປະເທດສະຫະພັນ ເຢຍລະມັນ,  ຜ່ານອົງການ GIZ ເຊິ່ງຈະຊ່ວຍປັບປຸງຄຸນນະພາບອາຫານໃນລາວ.

ບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວໄດ້ຮັບການລົງນາມໃນວັນທີ 19 ພຶດສະພາ 2016 ທີ່ຜ່ານມາ ໂດຍທ່ານ ຄຳຕັນ ທາດາວົງ, ຮອງຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ເອີນ ອູສຕາເອັສ, ອຳນວຍການອົງການ GIZ ປະຈຳລາວ. ເປົ້າໝາຍຂອງບົດບັນທຶກນີ້ ແມ່ນເພື່ອສົ່ງເສີມການຈັດຕັ້ງປະຕິບັດມາດຕະຖານອາຫານອາຊຽນໃນ ສປປ ລາວ ແລະ ເພື່ອວາງໂຄງຮ່າງການຮ່ວມມື ແລະ ສ້າງຄວາມເຂົ້າໃຈເພື່ອອຳນວຍຄວາມສະດວກໃນການຮ່ວມມືສອງຝ່າຍໃນການຈັດຕັ້ງປະຕິບັດໂຄງການ.

ການຮ່ວມມືນີ້ແມ່ນປະກອບມີ 3 ດ້ານ ຄື: (1) ການເຊື່ອມຕໍ່ຕະຫຼາດ ເຊີ່ງຈະໄດ້ຮັບການປັບປຸງໂດຍຜ່ານການຮ່ວມມືຂອງທາງພາກລັດ ແລະ ເອກະຊົນ ໂດຍບໍລິສັດເອກະຊົນຈະເປັນຜູ້ຈັດຕັ້ງປະຕິບັດມາດຕະຖານອາຫານ, ກອງປະຊຸມກ່ຽວກັບມາດຕະຖານອາຫານ, ການຝຶກອົບຮົມຄວາມປອດໄພຂອງອາຫານໃຫ້ແກ່ບໍລິສັດ, ແລະ ການປະກອບສ່ວນໃນການວາງສະແດງສິນຄ້າຢູ່ພາກພື້ນ ກໍຄືຢູ່ສາກົນ; (2) ການພັດທະນາຄວາມອາດສາມາດຂອງການກວດສອບອາຫານໃຫ້ແກ່ພາກລັດ; ແລະ (3) ນະໂຍບາຍເພື່ອຊຸກຍູ້ການພັດທະນາແຜນການ ແລະ ຍຸດທະສາດໃນຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນ, ກໍຄືການປຶກສາຫາລືເພື່ອແລກປ່ຽນບົດຮຽນ ຫຼື ເປັນເວທີໃຫ້ແກ່ການຖອດຖອນບົດຮຽນ ລະຫວ່າງພາກລັດ ແລະ ພາກເອກະຊົນ.

ໂຄງການດັ່ງກ່າວນີ້ມີມູນຄ່າ 2.5 ລ້ານເອີໂຣ ມີເປົ້າໝາຍເພື່ອຢັ້ງຢືນວ່າມາດຕະຖານຂອງອາຊຽນ ແລະ ຂອງສາກົນຈະຖືກນຳມາໃຊ້ກັບຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນໃນຂົງເຂດອາຊຽນ ເຊີ່ງນອກຈາກປະເທດລາວແລ້ວ ກໍມີກຳປູເຈຍ, ມຽນມາ, ແລະ ຟິລິບປິນ.

ທ່ານ ຄຳຕັນ ທາດາວົງ ກ່າວວ່າ ເປົ້າໝາຍ ແລະ ສິ່ງຈຳເປັນຂອງໂຄງການໃນການສົ່ງເສີມມາດຕະຖານອາຫານ, ໂດຍສະເພາະ ຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນ ແລະ ການຜະລິດກະສຳກຳປອດສານພິດຢູ່ໃນຂົງເຂດອາຊຽນໃຫ້ສອດຄ່ອງກັບນະໂຍບາຍແຫ່ງຊາດໃນການສົ່ງເສີມກະສິກຳທີ່ປອດໄພ.

ການຮ່ວມມືພາຍໃຕ້ໂຄງການ SAFT ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກລັດ ແລະ ພາກທຸລະກິດໃນການປັບປຸງຄວາມປອດໄພອາຫານ ແລະ ຄຸນນະພາບຂອງອາຫານສົດ ເຊີ່ງຈະເຮັດໃຫ້ສິນຄ້າດັ່ງກ່າວສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໄດ້ໃນອະນາຄົດ.

ທ່ານ ເອີນ ອູສຕາເອັສ ກ່າວວ່າ ອາຫານ ແລະ ອາຫານປອດສານພິດ ແມ່ນມີຄວາມສຳຄັນຕໍ່ສຸຂະພາບຂອງປະຊາຊົນລາວ ດັ່ງນັ້ນ ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງຍາດແຍ່ງໂອກາດໃນການພັດທະນາມາດຕະຖານອາຫານ ບໍ່ແມ່ນສະເພາະເພື່ອການສົ່ງອອກເທົ່ານັ້ນ ທັງເປັນການຮັກສາສຸຂະພາບ ແລະ ການເປັນຢູ່ຂອງປະຊາຊົນລາວອີກດ້ວຍ.

ທ່ານ ທິວ ອາເນີດ, ທີ່ປຶກສາໂຄງການ ກ່າວວ່າ ໂຄງການນີ້ມີແຜນຈັດກອງປະຊຸມໃນວັນທີ 20 ພຶດສະພາ ກ່ຽວກັບການບັນຍາຍແນວໂນ້ມຕະຫຼາດອາຫານ ໃຫ້ແກ່ຜູ້ສະໜອງອາຫານ. ກອງປະຊຸມນີ້ຈະປູກຈິດສຳນຶກຄວາມປອດໄພ ແລະ ຄຸນນະພາບຂອງອາຫານ ໃຫ້ແກ່ຜູ້ສະໜອງຜັກ ແລະ ໝາກໄມ້ ໂດຍການຜັນຂະຫຍາຍ, ການຍົກຄວາມສຳຄັນ ແລະ ຄວາມເຂົ້າໃຈກ່ຽວກັບໂອກາດເຂົ້າສູ່ຕະຫຼາດ ໂດຍອີງຕາມແນວໂນ້ມຂອງຜູ້ບໍລິໂພກໃນປະຈຸບັນ. ອົງການ GIZ ຈະໃຫ້ການສະໜັບສະໜູນ 1-2 ບໍລິສັດ ໃນການຈັດຕັ້ງປະຕິບັດຮູບແບບການຜະລິດກະສິກຳທີ່ມີປະສິດທິຜົນ ຫຼື ປອດສານພິດ ຕາມມາດຕະຖານແຫ່ງຊາດ, ພາກພື້ນ ຫຼື ສາກົນ.

ໂດຍລວມແລ້ວ, ໂຄງການນີ້ແມ່ນການປະກອບສ່ວນສອງສົ້ນຂອງການອຳນວຍຄວາມສະດວກການປຶກສາຫາລືໃນພາກພື້ນ ແລະ ກົນໄກການຮ່ວມມື ແລະ ການໃຫ້ຄວາມຊ່ວຍເຫຼືອທາງດ້ານເຕັກນິກສຳລັບການຈັດຕັ້ງປະຕິບັດມາດຕະຖານອາຫານແຫ່ງຊາດ.

ແຫຼ່ງທີ່ມາ: Vientiane Times, ວັນທີ 20 ພຶດສະພາ 2016.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.