ເພື່ອເປັນການຮັກສາມາດຕະຖານຜະລິດຕະພັນສິນຄ້າກະສິກຳທີ່ມີທ່າອ່ຽງການສົ່ງອອກທີ່ນັບມື້ນັບເພີ່ມຂື້ນ ພ້ອມທັງເປັນການແກ້ໄຂບັນຫາການຫ້າມການນຳເຂົ້າພືດບາງຊະນິດ (ກຸ່ມຜັກບົວລະພາ, ຫຸ່ມຜັກຫອມເປ, ກຸ່ມໝາກເຜັດ, ແລະ ກຸ່ມຜັກອີເລີດ) ຂອງສະຫະພາບເອີຣົບ (EU), ກະຊວງກະສິກຳ ແລະ ປ່າໄມ້ ອອກ ຄຳສັ່ງ ກ່ຽວກັບ ການເພີ່່ມທະວີຄວາມເຂັ້ມງວດ ໃນການນຳໃຊ້ມາດຕະການສຸຂານາໄມພືດ ເພື່ອແກ້ໄຂຕໍ່ການແຈ້ງເຕືອນຂອງສະຫະພາບເອີຣົບ ສະບັບເລກທີ 2109/ກປ, ລົງວັນທີ 27 ເມສາ 2016.

ໃນໄລຍະຜ່ານມາ ສະຫະພາບເອີຣົບຫ້າມການສົ່ງອອກ ແລະ ການນຳເຂົ້າກຸ່ມຜັກດັ່ງກ່າວ ສາເຫດຍ້ອນວ່າ ຜະລິດຕະພັນຜັກດັ່ງກ່າວມີສັດຕູພືດຕິດແປດໄປນຳ ແລະ ມີສານຕົກຄ້າງໃນພືດ ແລະ ຜະລິດຕະພັນພືດເກີນຄ່າມາດຕະຖານກຳນົດ. ຄຳສັ່ງສະບັບນີ້ ຈຶ່ງກຳນົດໃຫ້ຢຸດຕິ ການອອກໃບຢັ້ງຢືນສຸຂານາໄມພືດ ໃຫ້ແກ່ບັນດາບໍລິສັດທີ່ຖືກແຈ້ງເຕືອນຈາກສະຫະພາບເອີຣົບຊົ່ວຄາວ ຈົນກວ່າຈະມີການປັບປຸງ ແລະ ສອດຄ່ອງກັບມາດຕະການສຸຂານາໄມພືດຂອງສະຫະພາບເອີຣົບ.

ນອກຈາກນີ້ ຄຳສັ່ງກໍໄດ້ກຳນົດໃຫ້ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງໂຄສະນາເຜີຍແຜ່ບັນດານິຕິກຳ ແລະ ເງື່ອນໄຂການນຳເຂົ້າພືດ ແລະ ຜະລິດຕະພັນພືດຂອງສະຫະພາບເອີຣົບໃຫ້ຜູ້ສົ່ງອອກພືດ ແລະ ຜະລິດຕະພັນພືດໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດຈັດຕັ້ງໄດ້ຢ່າງຖືກຕ້ອງ ພ້ອມທັງກວດກາຄືນລະບົບກວດກາ ແລະ ຢັ້ງຢືນສຸຂານາໄມພືດຂອງພະນັກງານ, ເຈົ້າໜ້າທີ່ປ້ອງກັນພືດ ແລະ ບໍລິສັດທີ່ສົ່ງອອກ ເພື່ອລາຍງານກະຊວງກະສິກຳ ແລະ ປ່າໄມ້ ຮັບຊາບ.

ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 27 ເມສາ 2016 ເປັນຕົ້ນມາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.