ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ    ເລກທີ 1067 / ສທ
ນະຄອນຫຼວງວຽງຈັນ, ວັນທີ 23 ພຶດສະພາ 2016

ຂໍ້ຕົກລົງ
ກ່ຽວກັບ ການຈັດຕັ້ງປະຕິບັດ ກົດກົດໝາຍວ່າດ້ວຍການຄວບຄຸມຢາສູບ

- ອີງຕາມ ກົດໝາຍ ວ່າດ້ວຍການຄວບຄຸມຢາສູບສະບັບເລກທີ 07/ສພຊ. ລົງວັນທີ 26 ພະຈິກ 2009;
- ອີງຕາມ ພັນທະຂອງ ສປປ ລາວ ຕໍ່ສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ມາດຕາ 8, 9, 10,   11 ແລະ 13.
- ອີງຕາມ ການສະເໜີຂອງກົມອະນາໄມ-ສົ່ງເສີມສຸຂະພາບ ສະບັບເລກທີ 0085/ກອສ, ລົງວັນທີ 15/1/2016

ລັດຖະມົນຕີ ກະຊວງສາທາລະນະສຸກ ຕົກລົງ

ໝວດທີ I
ຫຼັກການທົ່ວໄປ

ມາດຕາ 1 ຈຸດປະສົງ

          ເພື່ອຜັນຂະຫຍາຍເນື້ອໃນຂອງມາດຕາ 33, 34, 37, 38 ແລະ 48 ຂອງກົດໝາຍວ່າດ້ວຍການຄຸມຄອງຢາສູບ ສະບັບເລກທີ 07/ສພຊ, ລົງວັນທີ 26 ພະຈິກ 2009 ເຮັດໃຫ້ ການຈັດສະຖານທີ່ປອດຄວັນຢາສູບ, ການພິມຄຳເຕືອນສຸຂະພາບໃສ່ວັດຖຸຫຸ້ມຫໍ່ ຜະລິດຕະພັນຢາສູບ ແລະ ການຫ້າມໂຄສະນາ ຜະລິດຕະພັນຢາສູບ ໃຫ້ມີຜົນສັກສິດ ແລະ ເປັນເອກະພາບ ໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 2 ການອະທິບາຍ ຄຳສັບ

          ນອກຈາກຄໍາສັບຕ່າງໆ ທີ່ນໍາໃຊ້ກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ສະບັບເລກທີ 07/ສພຊ, ລົງວັນທີ 26 ພະຈິກ 2009 ແລ້ວ, ຍັງມີບາງຄຳສັບ ທີ່ຕ້ອງອະທິບາຍເພີ່ມເຕີມອີກດັ່ງນີ້:

1. ການຊົມໃຊ້ຜະລິດຕະພັນຢາສູບ ໝາຍເຖິງ ກິນ, ເປົ່າ, ພົ່ນ ເຂົ້າໃນປາກ ຫຼື ດັງ ຫຼື ດ້ວຍວິທີອື່ນໆ;
2. ຜະລິດຕະພັນຢາສູບອີເລັກໂຕຮນິກ (E-cigarette ຫຼື Electronic cigarettes) ໝາຍເຖິງ ຢາສູບ ໄຟຟ້າ ທີ່ບັນຈຸສານລະເຫີຍນິໂກຕິນ ແລະ ສູບດົມໄດ້ໂດຍໃຊ້ພະລັງງານໄຟຟ້າ. ຜະລິດຕະພັນຢາສູບໄຟຟ້ານີ້ມີຫຼາຍຊະນິດທີ່ແຕກຕ່າງກັນ, ບາງຊະນິດຄ້າຍຄື ກອກຢາສູບ ແລະ ມີບາງຊະນິດຄ້າຍຄື ບິກຂຽນ ຫຼື ເປັນຫຼອດນ້ອຍໆ;
3. ຜະລິດຕະພັນ ຢາສູບຊີຊາ (shisha) ແມ່ນອຸປະກອນສູບຢາຊະນິດໜຶ່ງ ທີ່ໃຊ້ລະບົບພະລັງງານໄຟຟ້າເພື່ອສູບດົມເອົາສານລະເຫີຍໂກຕີນທີ່ປະສົມນ້ຳ ຜ່ານທໍ່ເຂົ້າປາກ. ນອກຈາກນີໂກຕີນແລ້ວ ນ້ໍາດັ່ງກ່າວຍັງປະສົມສານແຕ່ງກິ່ນເຊັ່ນ: ກິ່ນໝາກໄມ້ຕ່າງໆ ເຮັດໃຫ້ເຂົ້າໃຈຜິດວ່າ ເປັນຜະລິດຕະພັນຢາພື້ນເມືອງ ແລະ ປອດໄພຕໍ່ສຸຂະພາບ.
4. ພາຍໃນອາຄານ ໝາຍເຖິງ ສະຖານທີ່ໃດໜຶ່ງ ທີ່ມຸງດ້ວຍຫຼັງຄາ ຫຼື ແອ້ມດ້ວຍຝາ ຫຼື ບໍ່ມີຝາ ແລະ ຝານັ້ນຈະຖາວອນ ຫຼື ຊົ່ວຄາວ ກໍຕາມ;
5. ສານພິດ ແລະ ສານທີ່ພາໃຫ້ເປັນມະເຮັງ ໃນຄວັນຢາສູບ

ກ) ສານພິດ

1) ຄາບອນ ມໍນອກໄຊ (Carbon Monoxide) ແມ່ນສານດຽວກັນກັບຄວັນຈາກທໍ່ລົດ, ທີ່ຂັດຂວາງການລຳລຽງອົກຊີແຊນໄປລ້ຽງຮ່າງກາຍ ພາໃຫ້ເກີດພະຍາດຫົວໃຈ-ເສັ້ນເລືອດ ແລະ ນຳໄປສູ່ການເສຍຊີວິດ;
2) ໄຮໂດຣເຈນ ໄຊຢາໄນ (Hydrogen cyanide) ແມ່ນແກັສພິດ ທີ່ທຳລາຍຫຼອດປອດ ພາໃຫ້ໄອມີຂີ້ກະເທີ ແລະ ເປັນສາເຫດຂອງ ອັກເສບຫຼອດປອດສຳເຮື້ອ ແລະ ນຳໄປສູ່ການເສຍຊີວິດ;
3) ນິໂກຕິນ (Nicotine) ແມ່ນສານເສບຕິດ ທີ່ພົບໃນໃບຢາສູບເທົ່ານັ້ນ. ເຮັດໃຫ້ເສັ້ນເລືອດແດງຕີບຕັນ ພາໃຫ້ເປັນພະຍາດຫົວໃຈເສັ້ນເລືອດ ນຳໄປສູ່ການເສຍຊີວິດ ແລະ ຍັງໃຊ້ຜະລິດເປັນຢາຂ້າແມ້ງໄມ້;
4) ແອມໂມເນຍ (Ammonia) ແມ່ນສານຊະນິດດຽວກັນກັບນ້ຳຢາລ້າງຫ້ອງນ້ໍາເຮັດໃຫ້ແສບຕາ-ດັງ ເປັນສາເຫດຂອງ ຫຼອດປອດອັກເສບ ແລະ ນຳໄປສູ່ການເສຍຊີວິດ;
5) ໄນໂຕເຈນ ໄດອອກໄຊ (Nitrogen dioxide) ແມ່ນແກັສທີ່ທຳລາຍ ເຫຍື່ອເມືອກຫຼອດປອດ ແລະ ຖົງປອດ ເຮັດໃຫ້ເປັນພະຍາດຖົງປອດອັດຕັນຊຳເຮື້ອ ແລະ ນຳໄປສູ່ການເສຍຊີວິດ;
6) ອາກເຊນິກ  (Arsenic):  ໃຊ້ເປັນສ່ວນປະກອບໃນການຜະລິດຢາເບື່ອໜູ ເມື່ອເຂົ້າຮ່າງກາຍໂດຍການກິນ ຫຼື ຫາຍໃຈ ຈະທຳລາຍລະບົບທາງເດີນອາຫານ ແລະ ສ່ວນອື່ນໆຂອງຮ່າງກາຍ ແລະ ເສຍຊີວິດໃນທີ່ສຸດ.

ຂ) ສານພາໃຫ້ເປັນມະເຮັງ

1) ທາຣ (Tar) ແມ່ນສານຊະນິດດຽວກັນກັບຢາງປູທາງ, ເມື່ອສະສົມໃນປອດ ຈະເປັນສາເຫດຫຼັກຂອງການເປັນມະເຮັງປອດ ແລະ ອັກເສດປອດຊຳເຮື້ອ ແລະ ນຳໄປສູ່ການເສຍຊີວິດ;
2) ຟໍໂມນ ຫຼື ຟໍມາລີນ (Formol, Formaline) ແມ່ນສານກັນເນົ່າ ທີ່ໃຊ້ດອງສົບຄົນຕາຍ ຊຶ່ງເປັນສາເຫດຂອງການເປັນມະເຮັງ ແລະ ນຳໄປສູ່ການເສຍຊີວິດ;
3) ໄນໂຕຣຊາມິນ (Nitrosamine) ແມ່ນສານກັນບູດ ພາໃຫ້ເປັນມະເຮັງຕັບ, ໄຂ່ຫຼັງ, ຫຼອດອາຫານ ແລະ ກະເພາະອາຫານ ແລະ ນຳໄປສູ່ການເສຍຊີວິດ. ຂ້າງເທິງ

ໝວດທີ II
ການຕິດເຄື່ອງໝາຍໃນສະຖານທີ່ ຫ້າມສູບຢາ ແລະ ການອະນຸຍາດໃຫ້ສູບຢາ

ມາດຕາທີ 3 ການຕິດເຄື່ອງໝາຍຫ້າມສູບຢາ

1) ສະຖານທີ່ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍ ການຄວບຄຸມຢາສູບ ມາດຕາ 37 ແລະ 38 ກ່ຽວກັບສະຖານທີຫ້າມສູບຢາ ຕ້ອງຕິດປ້າຍ ຫຼື ເຄື່ອງໝາຍ ຫ້າມສູບຢາ;
2) ເຄື່ອງໝາຍຫ້າມສູບຢາ ຕ້ອງຕິດໄວ້ບ່ອນເປີດເຜີຍ, ເຫັນໄດ້ງ່າຍ, ຊັດເຈນ ໂດຍສະເພາະທາງເຂົ້າສະຖານທີ່ນັ້ນໆ;
3) ການຫ້າມສູບຢາ ແມ່ນຫ້າມສູບຢາທຸກປະເພດ ລວມ ທັງ ຢາສູບອີເລັກໂຕນິກ ຫຼື ຢາສູບໄຟຟ້າ (E-cigarette ຫຼື Electronic cigarettes) ແລະ ຢາສູບຊີຊາ (shisha).

ມາດຕາ 4 ສະຖານທີ່ອະນຸຍາດໃຫ້ສູບຢາ

1)    ສະຖານທີ່ອະນຸຍາດໃຫ້ສູບຢາ ຕ້ອງຢູ່ນອກອາຄານເທົ່ານັ້ນ ແລະ ຫ່າງຈາກຕົວອາຄານ ໂດຍສະເພາະປະຕູທາງເຂົ້າ ແລະ ປ່ອງຢ້ຽມ ຢ່າງໜ້ອຍ ສິບແມັດ, ສ່ວນພາຍໃນອາຄານທັງໝົດແມ່ນຫ້າມສູບຢາ.
2)    ເຄື່ອງໝາຍອະນຸຍາດໃຫ້ສູບຢາ ຕ້ອງຕິດໄວ້ຢູ່ບ່ອນ ເປີດເຜີຍ, ເຫັນໄດ້ງ່າຍ ແລະ ຊັດເຈນ. ຂ້າງເທິງ

ໝວດທີ III

ການພິມຄຳເຕືອນສຸຂະພາບ ແລະ ສະຫຼາກ ໃສ່ຜະລິດຕະພັນຢາສູບ

ມາດຕາ 5 ການພິມຄຳເຕືອນສຸຂະພາບ ໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບ

         ຜະລິດຕະພັນຢາສູບທີ່ຜະລິດພາຍໃນປະເທດ, ນໍາເຂົ້າມາຈາກຕ່າງປະເທດເພື່ອຈໍາໜ່າຍໃນ ສປປ ລາວ ລວມທັງ ໃນຮ້ານຄ້າປອດພາສີ ຕ້ອງໄດ້ພິມຄຳເຕືອນສຸຂະພາບ ໃຫ້ຖືກຕ້ອງຕາມຫຼັກການ ດັ່ງນີ້:

1. ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຜູ່ກໍານົດ ຄໍາເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມຕົວໜັງສື ເປັນພາສາລາວ ເພື່ອສະໜອງໃຫ້ຜູ່ດຳເນີນທຸລະກິດ ຜະລິດ ແລະ ນຳເຂົ້າ ຜະລິດຕະພັນຢາສູບ ໃນການຈັດພິມຕາມຕົ້ນສະບັບ ແລະ ຕ້ອງມີການກຳນົດຄຳເຕືອນສຸຂະພາບໃໝ່ ໃນທຸກໆສອງປີ ຫຼື ແຕ່ລະໄລຍະ ໂດຍອີງຕາມຜົນການຄົ້ນຄວ້າທາງດ້ານວິຊາການ ທັງພາຍໃນ ແລະ ສາກົນ;
2. ຄໍາເຕືອນສຸຂະພາບ ແລະ ຂໍ້ຄວາມ ປະກອບດ້ວຍ ຫົກ ແບບ ຢ່າງ ດັ່ງນີ້:

ແບບທີ 1 ຮູບ ແລະ ຂໍ້ຄວາມຄໍາເຕືອນ              ຄວັນຢາສູບ ພາໃຫ້ເປັນມະເຮັງປອດ;
ແບບທີ 2 ຮູບ ແລະ ຂໍ້ຄວາມຄຳເຕືອນ              ຄວັນຢາສູບ ພາໃຫ້ເປັນມະເຮັງປາກ;
ແບບທີ 3 ຮູບ ແລະ ຂໍ້ຄວາມຄໍາເຕືອນ               ຄວັນຢາສູບ ພາໃຫ້ເສັ້ນເລືອດໃນສະໝອງແຕກ;
ແບບທີ 4 ຮູບ ແລະ ຂໍ້ຄວາມຄໍາເຕືອນ              ຄວັນຢາສູບ ພາໃຫ້ຫົວໃຈວາຍ;
ແບບທີ 5 ຮູບ ແລະ ຂໍ້ຄວາມຄໍາເຕືອນ              ຄວັນຢາສູບ ພາໃຫ້ແຂ້ວດຳ-ປາກເໝັນ;
ແບບທີ 6 ຮູບ ແລະ ຂໍ້ຄວາມຄຳເຕືອນ              ຄວັນຢາສູບ ຂ້າຄົນອອ້ມຂ້າງ.

- ລາຍລະອຽດ ໃຫ້ເບິ່ງເອກະສານຊ້ອນທ້າຍ ທີ 1 ຂ້າງເທິງ

3. ວັດຖຸຫຸ້ມຫໍ່ ຫຼື ຊອງຢາສູບ

1)    ໃນກໍລະນີ ຊອງຢາສູບ ດ້ານທີ່ມີເນື້ອທີ່ລະຫວ່າງ  41,35  ຫາ  50,4  ຊັງຕີແມັດ ເປັນດ້ານທີ່ມີເນື້ອທີ່ຫຼາຍທີ່ສຸດ, ໃຫ້ພິມຮູບພາບ ແລະ ຂໍ້ຄວາມຄຳເຕືອນ ທີ່ມີຂະໜາດ  5,50  x  6,53 ຊັງຕີແມັດ ໃສ່ຂອບເທິງສຸດ ໂດຍໃຫ້ກວມເອົາຢ່າງໜ້ອຍດ້ານລະ ເຈັດສິບຫ້າ ເປີເຊັນ ຂອງເນື້ອທີ່ດັ່ງກ່າວ;
2)    ໃນກໍລະນີ ຊອງຢາສູບ ດ້ານທີ່ມີເນື້ອທີ່ຫຼາຍທີ່ສຸດນັ້ນ ມີເນື້ອທີ່ນ້ອຍກວ່າ ຫຼື ຫຼາຍກວ່າ  41,35  ຫາ  50,4  ຊັງຕີແມັດ. ຮູບພາບ ແລະ ຂໍ້ຄວາມຄຳເຕືອນທີ່ພິມນັ້ນ ສາມາດຫຍໍ້ ແລະ ຂະຫຍາຍຂະໜາດໄດ້ຕາມ ຄວາມເໝາະສົມ ແຕ່ຕ້ອງຮັກສາຊັດສ່ວນຂອງຄວາມກວ້າງ ແລະ ຄວາມສູງ ລວມທັງຄວາມຊັດເຈນ ຂອງຮູບພາບ ແລະ ຂໍ້ຄວາມຄຳເຕືອນ ໄວ້ຄືເກົ່າ ແລະ ໃຫ້ເນື້ອທີ່ຂອງຮູບພາບ ແລະ ຂໍ້ຄວາມຄຳເຕືອນ ກວມເອົາຢ່າງໜ້ອຍ ເຈັດສິບເປີເຊັນ ຂອງເນື້ອທີ່ດັ່ງກ່າວ;
3)    ໃນກໍລະນີ ຫຍໍ້ ຫຼື ຂະຫຍາຍ ຂະໜາດຂອງ ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ຕາມສັດສ່ວນແລ້ວ ແຕ່ບໍ່ກວມຮອດ ເຈັດສິບເປີເຊັນ ຂອງເນື້ອທີ່ກຳນົດ ໃຫ້ພິມເນື້ອທີ່ເປັນສີດຳ ໃສ່ສ່ວນເຫຼືອດ້ານເທິງ ສຸດ ຫຼື ສອງຂ້າງ ຂອງຄຳເຕືອນເພື່ອໃຫ້ ຮູບພາບ ແລະ ຂໍ້ຄວາມເຕືອນ ລວມທັງ ເນື້ອທີ່ສີດຳ ກວມຢ່າງໜ້ອຍດ້ານລະ ເຈັດສິບເປີເຊັນ ຂອງເນື້ອທີ່ຊອງຢາສູບ;
4)    ໃນກໍລະນີທີ່ ວັດຖຸຫຸ້ມຫໍ່ຢາສູບ ບໍ່ເປັນຮູບສີຫຼ່ຽມ ຕ້ອງພິມຮູບພາບ ແລະ ຂໍ້ຄວາມເຕືອນ ຕາມຂະໜາດທີ່   ກຳນົດໄວ້ໃນຂໍ້ 1) ນ້ອຍ ຂອງຂໍ້ 3 ມາດຕາ 5 ຢ່າງໜ້ອຍ ສອງຮູບທີ່ແຕກຕ່າງກັນ ຕໍ່ໜຶ່ງວັດຖຸຫຸ້ມຫໍ່ ແລະ ເພີ່ມພື້ນທີ່ເປັນສີດຳໃສ່ສ່ວນເຫຼືອ ດ້ານເທິງສຸດ ຫຼື ສອງຂ້າງ ຂອງຄຳເຕືອນ ເພື່ອໃຫ້ຮູບພາບ ແລະ ຂໍ້ຄວາມເຕືອນ ລວມທັງ ພື້ນທີ່ສີດຳ ກວມຢ່າງໜ້ອຍດ້ານລະ 75% ຂອງວັດຖຸຫຸ້ມຫໍ່ຢາສູບ.

4. ວັດຖຸຫຸ້ມຫໍ່ ຫຼື ຕຸດຢາສູບ

1)    ໃນກໍລະນີ ຕຸດຢາສູບດ້ານທີ່ມີເນື້ອທີ່ຫວ່າງ 229 ຫາ 242,5 ຊັງຕີຕາແມັດ ເປັນດ້ານທີ່ມີເນື້ອທີ່ຫຼາຍທີ່ສຸດ, ໃຫ້ພິມຮູບພາບ ແລະ ຂໍ້ຄວາມເຕືອນ ທີ່ມີຂະໜາດ 27,3 x 6.52 ຊັງຕີແມັດ ໃສ່ຂອບເທີງສຸດ ໂດຍໃຫ້ກວມເອົາ ຢ່າງໜ້ອຍດ້ານລະ 75% ຂອງເນື້ອທີ່ດັ່ງກ່າວ.
2)    ໃນກໍລະນີ ຕຸດຢາສູບດ້ານທີ່ມີເນື້ອທີ່ຫຼາຍທີ່ສຸດນັ້ນ ມີເນື້ອທີ່ໜ້ອຍກວ່າ ຫຼື ຫຼາຍກວ່າ 229 ຫາ 242,5 ຊັງຕີຕາແມັດ, ຮູບພາບ ແລະ ຂໍ້ຄວາມຄຳເຕືອນທີ່ພິມນັ້ນ ສາມາດຫຍໍ້ ຫຼື ຂະຫຍາຍ ໄດ້ຕາມຄວາມເໝາະສົມ ແຕ່ຕ້ອງຮັກສາສັດສ່ວນຂອງ ຄວາມກວ້າງ ແລະ ຄວາມສູງ ລວມທັງ ຄວາມຊັດເຈນຂອງຮູບພາບ ແລະ ຂໍ້ຄວາມເຕືອນ ໄວ້ຄືເກົ່າ ແລະ ໃຫ້ເນື້ອທີ່ຂອງຮູບພາບ ແລະ ຂໍ້ຄວາມເຕືອນ ກວມເອົາຢ່າງໜ້ອຍດ້ານລະ 75% ຂອງເນື້ອທີ່ດັ່ງກ່າວ.
3)    ໃນກໍລະນີ ຫຍໍ້ ຫຼື ຂະຫຍາຍ ຂະໜາດຂອງ ຮູບພາບ ແລະ ຂໍ້ຄວາມເຕືອນ ຕາມສັດສ່ວນແລ້ວແຕ່ບໍ່ກວມຮອດ 75% ຂອງເນື້ອທີ່ກຳນົດ ໃຫ້ເພີ່ມເນື້ອທີ່ເປັນສີດຳ ໃສ່ສ່ວນເຫຼືອ ດ້ານເທີງສຸດ ຫຼື ສອງຂ້າງ ຂອງຄຳເຕືອນເພື່ອໃຫ້ ຮູບພາບ ແລະ ຂໍ້ຄວາມເຕືອນ ລວມທັງເນື້ອທີ່ສີດຳ ກວມຢ່າງໜ້ອຍດ້ານລະ 75% ຂອງເນື້ອທີ່ຫຼາຍທີ່ສຸດຂອງຕຸດຢາສູບ.
4)    ຮູບພາບ ແລະ ຂໍ້ຄວາມເຕືອນ ໃນ ຂໍ້ 4 ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ແມ່ນບໍ່ໄດ້ບັງຄັບໃຊ້ກັບຕຸດຢາສູບທີ່ເປັນ ປຣາສະຕິກໃສ, ບໍ່ມີສີ ຊຶ່ງສາມາດເບິ່ງເຫັນຮູບພາບ ແລະ ຂໍ້ຄວາມຄຳເຕືອນ ຂອງຊອງຢາສູບທີ່ບັນຈຸຢູ່ໃນ ຕຸດນັ້ນໄດ້ຢ່າງຊັດເຈນແລ້ວ.
5)    ຕູ້ວາງຂາຍຢາສູບ ຈະຕ້ອງເປັນປະເພດໃສສາມາດສ່ອງເຫັນ ຊອງຢາສູບທີ່ແທ້ຈິງຢູ່ໃນຕູ້ໄດ້ຢ່າງຊັດເຈນ, ຊຶ່ງຊອງຢາສູບດັ່ງກ່າວມີ ຮູບພາບ, ຂໍ້ຄວາມເຕືອນ ແລະ ສະຫຼາກ ຕາມການກຳນົດຂອງ ກະຊວງສາທາລະນະສຸກ;
6)    ໃນການຈັດພີມຄຳເຕືອນສຸຂະພາບຕ້ອງມີການສັບປ່ຽນໝູນວຽນ ທັງຫົກຮູບ ພ້ອມຂໍ້ຄວາມຕ່າງໆໃນທຸກໆ ຫ້າສິບພັນຊອງ;
7)    ໃນກໍລະນີ ຜະລິດ ແລະ ນຳເຂົ້າ ຜະລິດຕະພັນຢາສູບແຕ່ລະຍີ່ຫໍ້ທີ່ມີຫຼາຍຮູບແບບນັ້ນ, ແຕ່ລະຮູບແບບແມ່ນໃຫ້ພິມຮູບພາບ ແລະ ຂໍ້ຄວາມເຕືອນທີ່ແຕກຕ່າງກັນ;
8)    ຕ້ອງພິມຮູບພາບ ແລະ ຂໍ້ຄວາມຄຳເຕືອນ ຕາມຕົ້ນສະບັບ ທີ່ອະນຸມັດຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກເທົ່ານັ້ນ. ຄ່າຄວາມເຂັ້ມຂອງສີ, ນ້ຳໜັກສີ ແລະ ຕຳແໜ່ງ ຂອງໂຕອັກສອນ, ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ລວມທັງຄວາມຊັດເຈນ ຂອງຮູບຕ້ອງຕິດຕາມຕົ້ນສະບັບຄຳເຕືອນສຸຂະພາບ ໃນເອກະສານສອນທ້າຍ 1;
9)    ສຳລັບ ວັນ ເດືອນ ປີ ຜະລິດ ຂອງຜະລິດຕະພັນຢາສູບ ແມ່ນໃຫ້ພິມໃສ່ດ້ານໃດດ້ານໜຶ່ງຂອງວັດຖຸຫຸ້ມຫໍ່ ຜະລິດຕະພັນຢາສູບ ທີ່ສາມາດເຫັນໃດຢ່າງຊັດເຈນຢູ່ນອກເນື້ອທີ່ ທີ່ໄດ້ກຳນົດໃຫ້ພິມຮູບພາບ, ຂໍ້ຄວາມ ຄຳເຕືອນ ແລະ ສະຫຼາກ. ຂ້າງເທິງ

ມາດຕາ 6 ການພິມສະຫຼາກ ໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບ

          ຜະລິດຕະພັນຢາສູບທີ່ຜະລິດຢູ່ພາຍໃນປະເທດ, ນໍາເຂົ້າມາຈາກຕ່າງປະເທດເພື່ອຈໍາໜ່າຍໃນ ສປປ ລາວ ລວມທັງ ໃນຮ້ານຄ້າປອດພາສີ ຕ້ອງໄດ້ພິມສະຫຼາກໃຫ້ຖືກຕ້ອງຕາມຫຼັກການ ດັ່ງນີ້:

1.  ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຜູ່ກໍານົດສະຫຼາກກຽ່ວກັບ ສານພິດ ແລະ ສານກໍ່ມະເຮັງ ໃນຄວັນຢາສູບ ເພື່ອສະໜອງໃຫ້ແກ່ຜູ່ດຳເນີນທຸລະກິດ ຜະລິດ ແລະ ນຳເຂົ້າ ຜະລິດຕະພັນຢາສູບ ໃນການຈັດພິມຕາມຕົ້ນສະບັບ ຊຶ່ງມີ 09 ແບບ ໂດຍໃຫ້ພີມແຕ່ລະແບບສັບປ່ຽນກັນ. ສະຫຼາກຕ້ອງກວມເອົາ ຢ່າງໜ້ອຍ ເຈັດສິບຫ້າເປີເຊັນ ທັງສອງດ້ານຂ້າງ ຫຼື ດ້ານເທິງ ແລະ ດ້ານລຸ່ມ ຂອງວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບທີ່ສາມາດເຫັນໄດ້ຊັດເຈນ. ຕ້ອງມີການກຳນົດສະຫຼາກໃໝ່ ໃນທຸກສອງປີ ຫຼື ແຕ່ລະໄລຍະ ໂດຍອີງຕາມຜົນການຄົ້ນຄວ້າທາງດ້ານ ວິຊາການ ທັງພາຍໃນ ແລະ ສາກົນ;
2.  ສະຫຼາກປະກອບມີ 09 ແບບ ດັ່ງນິ້:

ແບບທີ 1 ຄວັນຢາສູບມີສານ ຄາບອນ ມໍນອກໄຊ ເປັນສານພິດແບບດ່ຽວກັນກັບຄວັນທໍ່ລົດ;
ແບບທີ 2 ຄວັນຢາສູບມີສານ ໄຮໂດຣເຈນ ໄຊຢາໄນ ແມ່ນແກັສພິດທຳລາຍຫຼອດປອດ ແລະ ຖົງປອດ;
ແບບທີ 3 ນິໂກຕິນໃນຢາສູບ ເຮັດໃຫ້ເສບຕິດ ແລະ ໃຊ້ຜະລິດເປັນຢາຂ້າແມ້ງໄມ້;
ແບບທີ 4 ຄວັນຢາສູບມີສານ ແອມໂມເນຍ ໃຊ້ເປັນນໍາ້ຢາລ້າງຫ້ອງນຳ້;
ແບບທີ 5 ຄວັນຢາສູບມີສານ ແກັສພິດ ໄນໂຕຣເຈນ ໄດອອກໄຊ;
ແບບທີ 6 ຄວັນຢາສູບມີສານ ອາກເຊນິກ ທີ່ໃຊ້ເປັນຢາເບື່ອໜູ;
ແບບທີ 7 ຄວັນຢາສູບມີສານ ທາຣ ທີ່ພາໃຫ້ເປັນມະເຮັງປອດ;
ແບບທີ 8 ຄວັນຢາສູບມີສານ ຟອກໂມນ ເປັນນຳ້ຢາດອງສົບ;
ແບບທີ 9 ຄວັນຢາສູບມີສານ ໄນໂຕຣຊສາມີນ ທີ່ພາໃຫ້ເປັນມະເຮັງ;

-  ລາຍລະອຽດໃຫ້ເບິ່ງເອກະສານຊ້ອນທ້າຍ ທີ 2 ຂ້າງເທິງ

3. ວັດຖຸຫຸ້ມຫໍ່ ຫຼື ຊອງຢາສູບ

1)   ໃນກໍລະນີ ຊອງຢາສູບດ້ານຂ້າງທີ່ມີເນື້ອທີ່ລະຫວ່າງ 16,7 ຫາ 21,36 ຊັງຕີຕາແມັດ ຕ້ອງພິມສະຫຼາກກ່ຽວກັບ ສານພິດ ແລະ ສານທີ່ພາໃຫ້ເປັນມະເຮັງ ໃນຄວັນຢາສູບ ທີ່ມີຂະໜາດ 2,2 x 6,6 ຊັງຕີແມັດ ໂດຍໃຫ້ພີມໃສ່ຂອບລຸ່ມສຸດຂອງດ້ານຂ້າງຊອງຢາສູບ ແລະ ໃຫ້ພິມສະຫຼາກໃສ່ແຕ່ລະຂ້າງໃນແບບທີ່ແຕກຕ່າງກັນ. ເນື້ອທີ່ຂອງສະຫຼາກຕ້ອງກວມເອົາຢ່າງໜ້ອຍດ້ານລະ 75% ຂອງຂ້າງຊອງຢາສູບທີ່ສາມາດເຫັນໄດ້ ຢ່າງຊັດເຈນ.
2)   ຖ້າຫາກ ດ້ານຂ້າງຂອງຊອງຢາສູບ ມີເນື້ອທີ່ ນ້ອຍກວ່າ ຫຼື ຫຼາຍກວ່າ 16,7 ຫາ 21,36 ຊັງຕີຕາແມັດ, ສະຫຼາກກ່ຽວກັບ ສານພິດ ແລະ ສານທີ່ພາໃຫ້ເປັນມະເຮັງ ໃນຄວັນຢາສູບ ທີ່ພິມນັ້ນ ສາມາດຫຍໍ້ ຫຼື ຂະຫຍາຍ ຂະໜາດໄດ້ຕາມຄວາມເໝາະສົມ ແຕ່ຕ້ອງຮັກສາສັດສ່ວນຂອງ ຄວາມກວ້າງ ແລະ ຄວາມສູງ ຂອງສະຫຼາກໃຫ້ຄື່ເກົ່າ. ເນື້ອທີ່ຂອງສະຫຼາກ ຕ້ອງກວມເອົາຢ່າງນ້ອຍດ້ານລະ 75% ຂອງຂ້າງຊອງຢາສູບ ທີ່ສາມາດເຫັນໄດ້ຢ່າງຊັດເຈນ.
3)   ໃນກໍລະນີ ຫຍໍ້ ຫຼື ຂະຫຍາຍ ຂະໜາດຂອງສະຫຼາກກ່ຽວກັບ ສານພິດ ແລະ ສານກໍ່ມະເຮັງ ໃນຄວັນຢາສູບຕາມສັດສ່ວນແລ້ວ ແຕ່ບໍ່ກວມຮອດ 75% ຂອງແຕ່ລະຂ້າງຊອງຢາສູບ, ໃຫ້ເພີ່ມເນື້ອທີ່ເປັນສີດຳ ໃສ່ສ່ວນເຫຼືອ ດ້ານລຸ່ມສຸດ ຫຼື ສອງຂ້າງຂອງຫຼາກ. ເນື້ອທີ່ຂອງສະຫຼາກ ແລະ ເນຶ້ອທີ່ສີດຳ ຕ້ອງກວມຢ່າງນ້ອຍດ້ານລະ 75% ຂອງຂ້າງຊອງຢາສູບ ທີ່ສາມາດເຫັນໄດ້ຢ່າງຊັດເຈນ.
4)    ໃນກໍລະນີທີ່ ວັດຖຸຫຸ້ມຫໍ່ ຫຼື ຊອງຢາສູບ ບໍ່ເປັນຮູບສີຫຼ່ຽມ ຕ້ອງພິມສະຫຼາກກ່ຽວກັບ ສານພິດ ແລະ ສານທີ່ພາໃຫ້ເປັນມະເຮັງ ໃນຄວັນຢາສູບ ໃສ່ເນຶ້ອທີ່ສ່ວນເຫຼືອ ກົງກັັນຂ້າມກັບຮູບພາບ ແລະ ຂໍ້ຄວາມຄຳເຕືອນ ໂດຍໃຫ້ຄວາມສູງຂອງສະຫຼາກ ເທົ່າກັບຮູບພາບ ແລະ ຂໍ້ຄວາມຄຳເຕືອນ. ຂ້າງເທິງ

4. ວັດຖຸຫຸ້ມຫໍ່ ຫຼື ຕຸດຢາສູບ

1)    ໃນກໍລະນີ ດ້ານຂ້າງຕຸດຢາສູບມີເນື້ອທີ່ລະຫວ່າງ 116,05 ຫາ 127,85 ຊັງຕີແມັດ ຕ້ອງພິມສະຫຼາກກ່ຽວກັບສານພິດ ແລະ ສານພາໃຫ້ເປັນມະເຮັງ ໃນຄວັນຢາສູບ ທີ່ມີຂະໜາດ 4,5 x 20,47 ຊັງຕີແມັດ ຢູ່ເບື້ອງຂອບຊ້າຍສຸດ ແລະ ແຕ່ລະຂ້າງແມ່ນໃຫ້ພິມສະຫຼາກ ໃນແບບທີ່ແຕກຕ່າງກັນ ເນື້ອທີ່ຂອງສະຫຼາກຕ້ອງກວມຢ່າງນ້ອຍ 75% ຂອງແຕ່ລະດ້ານທີ່ສາມາດເຫັນໄດ້ຢ່າງຊັດເຈນ.
2)    ໃນກໍລະນີ ດ້ານຂ້າງຕຸກຢາສູບທີມີເນື້ອທີ່ໜ້ອຍກວ່າ ຫຼື ຫຼາຍກ່ວາ 116,05 ຫາ 127,85 ຊັງຕີແມັດ ສະຫຼາກທີ່ພິມນັ້ນສາມາດ ຫຍໍ້ ຫຼື ຂະຫຍາຍ ຂະໜາດໄດ້ຕາມຄວາມເໝາະສົມ ແຕ່ຕ້ອງຮັກສາສັດສ່ວນຂອງຄວາມກວ້າງ ແລະ ຄວາມສູງ ຂອງສະຫຼາກໄວ້ຄືເກົ່າ. ເນື້ອທີ່ຂອງສະຫຼາກ ຕ້ອງກວມເອົາຢ່າງໜ້ອຍ 75% ຂອງແຕ່ລະດ້ານທີ່ສາມາດ ເຫັນໄດ້ຢ່າງຊັດເຈນ.
3)    ໃນກໍລະນີ ຫຍໍ້ ຫຼື ຂະຫຍາຍ ຂະໜາດຂອງສະຫຼາກຕາມສັດສ່ວນແລ້ວ ແຕ່ບໍ່ກວມຮອດ 75% ຂອງດ້ານຂ້າງຕຸດຢາສູບ ໃຫ້ເພີ່ມເນື້ອທີ່ເປັນສີດຳ ໃສ່ສ່ວນເຫຼືອດ້ານເທິງສຸດ ຫຼື ສອງຂ້າງຂອງແຕ່ລະຂ້າງທີ່ສາມາດ ເຫັນໄດ້ຢ່າງຊັດເຈນ.
4)    ສະຫຼາກໃນຂໍ້ 3 ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ແມ່ນບໍ່ໄດ້ບັງຄັບໃຊ້ກັບຕຸດຢາສູບ ທີ່ເປັນປຣາສະຕິກໃສ, ບໍ່ມີສີ ຊຶ່ງສາມາດເບິ່ງເຫັນສະຫຼາກຂອງຊອງຢາສູບທີ່ບັນຈຸຢູ່ໃນຕຸດນັ້ນ ໄດ້ຢ່າງຊັດເຈນແລ້ວ.
5)    ໃຫ້ຜູ່ຜະລິດ ແລະ ນ້ຳເຂົ້າ ຜະລິດຕະພັນຢາສູບ ຈັດພິມສະຫຼາກກ່ຽວກັບ ສານພິດ ແລະ ສານພາໃຫ້ເປັນມະເຮັງໃນຄວັນຢາສູບ ແລະ ມີການສັບປ່ຽນໝູນວຽນ ໃນທຸກໆ ຫ້າສິບພັນຊອງ ແລະ ຫ້າພັນຕຸດ.
6)    ໃນກໍລະນີ ຜະລິດ ແລະ ນ້ຳເຂົ້າ ຜະລິດຕະພັນຢາສູບຫຼາຍກວ່າໜຶ່ງຍີ່ຫໍ້, ແຕ່ ລະຍີ່ຫໍ້ ທີ່ມີຫຼາຍຮູບແບບນັ້ນ, ແຕ່ລະຮູບແບບແມ່ນໃຫ້ພິມສະຫຼາກກ່ຽວກັບ ສານພິດ ແລະ ສານພາໃຫ້ເປັນມະເຮັງ ໃນຄວັນຢາສູບທີ່ແຕກຕ່າງກັນ.
7)    ຜູ່ຜະລິດ ແລະ ນ້ຳເຂົ້າ ຜະລິດຕະພັນຢາສູບຕ້ອງມີສະຫຼາກກ່ຽວກັບ ສານພິດ ແລະ ສານພາໃຫ້ເປັນມະເຮັງ ໃນຄວັນຢາສູບ ຕາມຕົ້ນສະບັບ ທີ່ສາມາດຮັບໄດ້ຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສະທາລະນະສຸກ ເທົ່ານັ້ນ ທັ້ງນີ້ ຄ່າຄວາມເຂັ້ມຂອງສີ, ນ້ຳໜັກສີ, ຂະໜາດ ແລະ ຕໍາແໜ່ງຂອງໂຕໜັງສືພິມໃນສະຫຼາກກ່ຽວກັບ ສານພິດ ແລະ ສານທີ່ພາໃຫ້ເປັນມະເຮັງ ໃນຄວັນຢາສູບ ຕ້ອງເປັນໄປ ຕາມທີ່ໄດ້ກຳນົດໄວ້ ໃນຕົ້ນສະບັບສະຫຼາກ ໃນເອກະສານຊ້ອນທ້າຍ 2.

ມາດຕາ 7 ການລາຍງາມ ຂໍ້ມູນ ກ່ຽວກັບ ຜະລິດຕະພັນຢາສູບ

          ຜູ່ຜະລິດ ແລະ ນຳເຂົ້າ ຜະລີດຕະພັນຢາສູບ ເພື່ອຈໍາໜ່າຍຢູ່ ສປປ ລາວ ຕ້ອງລາຍງານຂໍ້ມູນກ່ຽວກັບ ສ່ວນປະກອບ ແລະ ຊີ້ແຈງສ່ວນປະສົມ ຢ່າງລະອຽດ ທີ່ນຳເຂົ້າໃນການຜະລິດ ຜະລິດຕະພັນຢາສູບ ໃຫ້ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງ ສາທາລະນະສຸກ ຢ່າງໜ້ອຍປີລະ 1 ຄັ້ງ. ຂ້າງເທິງ

ໝວດທີ IV
ຂໍ້ຫ້າມເພີ່ມເຕີມ ສຳລັບຜູ່ດຳເນີນທຸລະກິດ ຜະລິດຕະພັນຢາສູບ

ມາດຕາ 8 ຂໍ້ຫ້າມເພີ່ມເຕີມສຳລັບ ຜູ່ດຳເນີນທຸລະກິດ ຜະລິດຕະພັນຢາສູບ

            ຫ້າມຜູ່ດໍາເນີນທຸລະກິດຜະລິດຕະພັນຢາສູບ ມີພຶດຕິກໍາດັ່ງນີ້:

1)    ໂຄສະນາ ແລະ ສົ່ງເສີມ ການບໍລິໂພກຜະລິດຕະພັນຢາສູບ ທຸກຮູບແບບ, ການໂຄສະນາໃສ່ຕູ້ຢາສູບ, ການໂຄສະນາຜະລິດຕະພັນຢາສູບຂ້າມຊາດ, ແລະ ກິດຈະກຳສະແດງເຖິງຄວາມຮັບຜິດຊອບ, ຕໍ່ສັງຄົມ (Corporate Social Responsibility-CSR).
2)    ພິມເນື້ອໃນ, ຮູບພາບຄຳເຕືອນສຸຂະພາບ ແລະ ສະຫຼາກ ໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບ ທີບໍ່ໄດ້ຮັບອະນຸຍາດຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງ ສາທາລະນະສຸກ.
3)    ພິມຂໍ້ຄວາມທີ່ເຮັດໃຫ້ຜູ່ຊົມໃຊ້ຢາສູບເຂົ້າໃຈຜິດ ກ່ຽວກັບຄຸນລັກສະນະ ແລະ ຜົນກະທົບ ຂອງຢາສູບຕໍ່ສຸຂະພາບ ເຊັ່ນ: ອ່ອນ (Mild), ກາງ (Medium), ຈືດ (Light), ຈືດທີ່ສຸດ (Ultra-light), ອ່ອນທີ່ສຸດ (Ultra-mild), ສານທາຣຕຳ່ (Low tar), ຫຼື ຂໍ້ຄວາມ ຫຼື ສັນຍາລັກ ທີ່ມີຄວາມໝາຍຄ້າຍຄືກັນ ຫຼື ພິມຄຳວ່າ ມີລົດຊາດ ແລະ ກິນຕ່າງໆ ເຊັ່ນ: ເມັນທອນ (Menthol), ໝາກໄມ້, ຊາຂຽວ ແລະ ອື່ນໆ. ໃສ່ວັດຖຸຫຸ້ມຜະລິດຕະພັນຢາສູບ. ຂ້າງເທິງ

ໝວດທີ V
ການຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ຂໍ້ຕົກລົງ ວ່າດ້ວຍການຄວບຄຸມຢາສູບ

ມາດຕາ 9 ຜູ່ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ

             ຜູ່ກວດກາ ແລະ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ່ລະເມີດ ປະກອບດ້ວຍ:

1.    ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ( ໜ່ວຍງານ ຄວບຄຸມຢາສູບ ແລະ ອະນາໄມສິ່ງແວດລ້ອມ ) ແລະ ກອງກວດກາອາຫານ ແລະ ຢາ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
2.    ກົມຕຳຫຼວດສິ່ງແວດລ້ອມ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
3.    ຂະແໜງການ ຖະແຫຼງຂ່າວ-ວັດທະນະທຳ-ທ່ອງທ່ຽວ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
4.    ຂະແໜງການ ການເງິນ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
5.    ຂະແໜງການ ອຸດສາຫະກຳ ແລະ ການຄ້າ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
6.    ຂະແໜງການອື່ນໆທີ່ກ່ຽວຂ້ອງ, ບຸກຄົນ ແລະ ນິຕິບຸກຄົນ.

        ສໍາລັບ ມະຕິແຕ່ງຕັ້ງ ລາຍຊື່ໜ່ວຍງານ/ບຸກຄົນ ຕາມການຈັດຕັ້ງຂ້າງເທິງນີ້ ຕ້ອງໄດ້ເປັນໄປຕາມທີ່ໄດ້ກຳນົດໄວ້ ໃນເອກະສານຊ້ອນທ້າຍ 3. ຂ້າງເທິງ

ມາດຕາ 10 ສິດ ແລະ ໜ້າທີ່ ຂອງຜູ່ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ

1.   ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ

-     ກວດກາຕົວຈິງຢ່າງເປັນປົກກະຕິ ກ່ຽວກັບ ເຂດຫ້າມສູບຢາ ການພິມຄໍາເຕືອນສຸຂະພາບໃສ່ຊອງຢາສູບ ແລະ ການຫ້າມໂຄສະນາຜະລິດຕະພັນຢາສູບ ໂດຍເຊື່ອມສານເຂົ້າກັບ ວຽກງານກວດກາປະຈຳວັນຂອງຕົນ.
-     ໃນກໍລະນີພົບເຫັນການລະເມີດ

+  ຕ້ອງແຈ້ງໃຫ້ເຈົ້າໜ້າທີຕຳຫຼວດສິ່ງແວດລ້ອມ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
+  ແຈ້ງເຖິງ ຜູ່ດຳເນີນທຸລະກິດ ຜະລິດ ແລະ ນຳເຂົ້າ ຜະລິດຕະພັນຢາສູບ ທີ່ລະເມີດຕໍ່ກັບການພິມຄຳເຕືອນສຸຂະພາບໃສ່ຊອງຢາສູບ ແລະ ຫ້າມໂຄສະນາຜະລິດຕະພັນຢາສູບ.
+  ສະເໜີເຖິງຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາໃນການໂຈະ ການດໍາເນີນທຸລະກິດຊົ່ວຄາວ ຫຼື ຖາວອນ ຕາມກໍລະນີໜັກ ຫຼື ເບົາ.

-    ສັງລວມ, ສະຫຼຸບ ແລະ ລາຍງານຜົນຂອງການກວດກາທັງໝົດໃຫ້ແກ່ ຄະນະກຳມະການ ແຫ່ງຊາດ ເພືອການຄວບຄຸມຢາສູບ ເປັນແຕ່ລະໄລຍະ.
-     ປະຕິບັດມາດຕະການອື່ນໆ ຕາມການມອບໝາຍ. ຂ້າງເທິງ

2.   ກອງກວດກາ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ

-     ກວດກາຕົວຈິງຢ່າງເປັນປົກກະຕິ ກ່ຽວກັບເຂດຫ້າມສູບຢາ ການພິມຄໍາເຕືອນສຸຂະພາບໃສ່ຊອງຢາສູບ ແລະ ການຫ້າມໂຄສະນາຜະລິດຕະພັນຢາສູບ ໂດຍເຊື່ອມສານເຂົ້າກັບ ວຽກງານກວດກາປະຈຳວັນຂອງຕົນ.
-     ໃນກໍລະນີພົບເຫັນການລະເມີດ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດສີ່ງແວດລ້ອມ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
-     ສະຫຼຸບ ແລະ ລາຍງານຜົນຂອງການກວດກາ ໃຫ້ແກ່ ຄະນະກອງເລຂາກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ເປັນແຕ່ລະໄລຍະ.
-     ປະຕິບັດມາດຕະການອື່ນໆ ຕາມການມອບໝາຍ.

3.   ກົມຕຳຫຼວດສີ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ

-     ກວດກາຕົວຈິງຢ່າງເປັນປົກກະຕິ ກ່ຽວກັບເຂດຫ້າມສູບຢາ, ການພິມຄໍາເຕືອນສຸຂະພາບໃສ່ຊອງຢາສູບ ແລະ ການຫ້າມໂຄສະນາຜະລິດຕະພັນຢາສູບ ໂດຍເຊື່ອມສານເຂົ້າກັບວຽກງານກວດກາປະຈຳວັນຂອງຕົນ.
-     ໃນກໍລະນິພົບເຫັນການລະເມີດ ຕ້ອງເຮັດບົດບັນທຶກ ແລະ ອອກໃບສັ່ງປັບໃໝ ຕາມລະບຽບການສະເພາະ.
-     ສະຫຼຸບ ແລະ ລາຍງານຜົນຂອງການກວດກາ ໃຫ້ແກ່ ຄະນະກອງເລຂາກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ເປັນແຕ່ລະໄລຍະ.
-     ປະຕິບັດມາດຕະການອື່ນໆ ຕາມການມອບໝາຍ. ຂ້າງເທິງ

4.   ກົມສື່ມວນຊົນ, ກົມຄຸ້ມຄອງການໂຄສະນາ-ສື່ິ່ສິ່ງພິມ ແລະ ຫ້ອງການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

-     ກວດກາຕົວຈິງຢ່າງເປັນປົກກະຕິ ກ່ຽວກັບການຫ້າມໂຄສະນາຜະລິດຕະພັນຢາສູບ ໂດຍເຊື່ອມສານເຂົ້າກັບວຽກງານ ກວດກາປະຈຳວັນຂອງຕົນ.
-     ໃນກໍລະນີພົບເຫັນການລະເມີດ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
-     ສະຫຼຸບ ແລະ ລາຍງານຜົນຂອງການກວດກາ ໃຫ້ແກ່ ຄະນະກອງເລຂາກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ເປັນແຕ່ລະໄລຍະ.
-     ປະຕິບັດມາດຕະການອື່ນໆ ຕາມການມອບໝາຍ.

5.   ກົມພາສີ, ກະຊວງການເງິນ

-     ກວດກາຕົວຈິງຢ່າງເປັນປົກກະຕິ ກ່ຽວກັບການຫ້າມໂຄສະນາຜະລິດຕະພັນຢາສູບ, ໂດຍເຊື່ອມສານເຂົ້າກັບວຽກງານ ກວດກາປະຈຳວັນຂອງຕົນ.
-     ໃນກໍລະນີພົບເຫັນການລະເມີດ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຕຳຫຼວດສີ່ງແວດລ້ອມ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
-     ຜະລິດ ແລະ ສະໜອງແບບຟອມການປັບໃໝ ໃຫ້ຕຳຫຼວດສິ່ງແວດລ້ອມ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
-     ສະຫຼຸບ ແລະ ລາຍງານຜົນຂອງການກວດກາ ໃຫ້ແກ່ ຄະນະກອງເລຂາກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ເປັນແຕ່ລະໄລຍະ.
-     ປະຕີບັດມາດຕະການອື່ນໆ ຕາມການມອບໝາຍ. ຂ້າງເທິງ

6.   ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ

-     ກວດກາຕົວຈິງຢ່າງເປັນປົກກະຕິກ່ຽວກັບ ການພິມຄຳເຕືອນໃສ່ຊອງຢາສູບ, ການຫ້າມໂຄສະນາຜະລິດຕະພັນຍາສູບ ແລະ ຢາສູບເຖື່ອນ ໂດຍເຊື່ອມສານເຂົ້າກັບວຽກງານ ກວດກາປະຈໍາວັນຂອງຕົນ.
-       ໃນກໍລະນີພົບເຫັນການລະເມີດ ຕ້ອງແຈ້ງໃຫ້ເຈົ້າໜ້າທີຕຳຫຼວດສິ່ງແວດລ້ອມ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ ໃນທຸກໆລະດັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
-     ເຮັດໜັງສືສະເໜີເຖິງຜູ່ດຳເນີນທຸລະກິດ ຜະລິດ ແລະ ນຳເຂົ້າ ຜະລິດຕະພັນຢາສູບ ເພື່ອເຂົ້າມາຮັບຊາບກ່ຽວກັບ ການລະເມີດ ການພິມຄຳເຕືອນສຸຂະພາບໃສ່ຊອງຢາສູບ ຫຼື ການຫາ້ມໂຄສະນາຜະລິດຕະພັນຢາສູບ ຫຼື ຢາສູບເຖື່ອນ ພ້ອມທັງເຮັດບົດບັນທຶກ ແລະ ອອກໃບສັ່ງປັບໃໝ.
-     ພິຈາລະນາ ໂຈະການດຳເນີນທຸລະກິດຊົ່ວຄາວ ຫຼື ຖາວອນ ຕາມກໍລະນີໜັກ ຫຼື ເບົາ.
-     ສະຫຼຸບ ແລະ ລາຍງານຜົນຂອງການກວດກາ ໃຫ້ແກ່ ຄະນະກອງເລຂາກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ເປັນແຕ່ລະໄລຍະ.
-     ປະຕີບັດມາດຕະການອື່ນໆ ຕາມການມອບໝາຍ.

7.   ຂະແໜງການອື່ນທີ່ກ່ຽວຂ້ອງ, ບຸກຄົນ ແລະ ນິຕິບຸກຄົນ

         ໃນກໍລະນີພົບເຫັນການລະເມີດ ເຂດຫ້າມສູບຢາ, ການພິມຄຳເຕືອນສຸຂະພາບໃສ່ຊອງຢາສູບ, ການຫ້າມໂຄສະນາຜະລິດຕະພັນຢາສູບ ແລະ ຢາສູບເຖື່ອນ ມີສິດແຈ້ງໃຫ້ເຈົ້າໜ້າທີ່ ຕາມທີ່ກຳນົດໄວໃນ ມາດຕາ 9 ຂອງຂໍ້ຕົກລົງສະບັບນີ້. ຂ້າງເທິງ

ໝວດທີ VI
ບົດບັບຍັດສຸດທ້າຍ

ມາດຕາ 11 ການຈັດຕັ້ງປະຕິບັດ

            ມອບໃຫ້ ກອງເລຂາຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ເປັນເຈົ້າການໂດຍກົງໃນການໂຄສະນາ, ເຜີຍແຜ່ ແລະ ຈັດຕັ້ງ ປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນິ້ ຢ່າງເຂັ້ມງວດ.

ມາດຕາ 12 ຜົນສັກສິດ

           ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ລົງລາຍເຊັນ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

           ສໍາລັບ ການພິມຄໍາເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກ ທີ່ກໍານົດໃນມາດຕາ 5 ແລະ 6 ຂອງຂໍ້ຕົກລົງ ສະບັບນິ້ ແມ່ນມີຜົນບັງຄັບໃຊ້ພາຍໃນ ໜຶ່ງຮ້ອຍຊາວ ວັນ ນັບແຕ່ມື້ລົງໃນຈົດໝາຍເຫດທາງລັດຖະການ.

ປະທານ ຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ
ລັດຖະມົນຕີ ກະຊວງ ສາທາລະນະສຸກ
(ເຊັນ ແລະ ປະທັບກາ)

ຮສ ດຣ ບຸນກອງ ສີຫາວົງ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the Implementation of Law on Tobacco Control No. 1067/MoH, dated 23 May 2016 PDF
2 ຂໍ້ຕົກລົງ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບເລກທີ 1067/ສທ, ລົງວັນທີ 23 ພຶດສະພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.