ໃນວັນທີ 7 ມິຖຸນາ 2016 ຜ່ານມາ, ຢູ່ທີ່ ໂຮງແຮມ ລາວພລາຊາ ນະຄອນຫລວງວຽງຈັນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດການນຳໃຊ້ໂທລະສັບສາຍດ່ວນ ໝາຍເລກ 1510 ເພື່ອປົກປ້ອງຜູ້ຊົມໃຊ້ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Ernst Hustaedt, ຜູ້ອຳນວຍການ ອົງການ GIZ ປະຈໍາ ສປປ ລາວ, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທັງພາກລັດ, ເອກະຊົນ ລວມທັງອົງການຈັດຕັ້ງສັງຄົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ແລະ ນັກຂ່າວໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ ຫຼາຍກວ່າ 70 ທ່ານ. ໂຄງການນີ້ແມ່ນໜື່ງໃນໂຄງການປົກປ້ອງຜູ້ຊົມໃຊ້ຂອງ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານເຢຍລະມັນ ໂດຍຜ່ານໂຄງການ  Deutsche Gesellschaft für Internationale Zusammenarbeit (GIZ) GmbH.

ການສ້າງຕັ້ງໂທລະສັບສາຍດ່ວນຂຶ້ນຢ່າງເປັນທາງການນີ້ ແມ່ນເພື່ອ​ເຮັດ​ໃຫ້​ກົດ​ຫມາຍ​ວ່າດ້ວຍການປົກ​ປ້ອງ​ຜູ້​ຊົມ​ໃຊ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ໂດຍສະເພາະແມ່ນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ຢ່າງແທ້ຈິງ.  ສິ່ງດັ່ງກ່າວແມ່ນ​ເປັນ​ຂີດ​ຫມາຍ​ທີ່​ສຳ​ຄັນ​​ ແລະ​ ມີ​ຄວາມ​ຈຳ​ເປັນສຳ​ລັບ​​ ສ​ປ​ປ​ ລາວ​ ເຮົາ ໂດ​ຍ​ສະ​ເພາະ​ແມ່ນເພື່ອເຮັດໃຫ້​ຜູ້​ຊົມ​ໃຊ້ໄດ້ມີເຄື່ອງມືໃນການປະສານ ຫຼື ແຈ້ງຕໍ່ຫນ່ວຍງານລັດທີ່ຮັບຜິດຊອບ ກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ໂດຍກົງ. ພ້ອມທັງ ຍັງເປັນພັນທະຂອງ ສປປ ລາວ ກ່ຽວກັບວຽກງານດ້ານການປົົກປ້ອງຜູ້ຊົມໃຊ້ໃນອາຊຽນອີກດ້ວຍ.

ປັດຈຸບັນ ເສດຖະກິດມີການຂະຫຍາຍຕົວ, ມີການເພີ່ມຂື້ນຂອງຜູ້ຜະລິດ ແລະ ການສະໜອງສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍ ໄດ້ເຮັດໃຫ້ຜູ້ຊົມໃຊ້ພົບບັນຫາຈາກສີນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບຫຼາຍຂື້ນ. ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ຂອງ ສປປ ລາວ ໄດ້ໃຫ້ສິດແກ່ຜູ້ຊົມໃຊ້ໃນການຮ້ອງຂໍ ຫຼື ຮ້ອງຟ້ອງ ເອົາການແກ້ໄຂ ແລະ ການທົດແທນຄ່າເສຍຫາຍຈາກຜູ້ສະໜອງສິນຄ້າ ແລະ ການບໍລິການ ທີ່ບໍ່ມີຄຸນນະພາບ ຫຼື ບໍ່ໄດ້ມາດຕະຖານ ແລະ ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຕົນ. ການເປີດການນຳໃຊ້ໂທລະສັບສາຍດ່ວນ 1510 ເປັນທາງເລືອກໜື່ງຂອງຜູ້ຊົມໃຊ້ໃນການຮ້ອງທຸກ ຫຼື ແຈ້ງຂໍ້ມູນ, ພ້ອມນີ້ ຍັງ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ຜູ້​ທຳ​ການ​ຜະ​ລິດ ແລະ ດຳ​ເນີນ​ທຸ​ລະ​ກິດ​ຕ່າງໆ​ຕ້ອງ​ໄດ້ເອົາ​ໃຈ​ໃສ່​ຜະ​ລິດ​ ຫຼື  ​ຈຳ​ຫນ່າຍ​ສິນ​ຄ້າ​ ຫຼື  ໃຫ້​ການ​ບໍ​ລິ​ການທີ່​ມີ​ຄຸນ​ນະ​ພາບ,​ ມາດ​ຕະ​ຖານ,  ມີ​ຄວາມ​ປອດ​ໄພ   ແລະ​  ລາ​ຄາ​ທີ່​ເຫມາະ​ສົມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.