ເພື່ອຮັບປະກັນສິດ, ຄວາມຍຸດຕິທຳ, ຜົນປະໂຫຍດຂອງລັດ ແລະ ຂອງຜູ້ແຈ້ງພາສີ ໃນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງກັບການແກ້ໄຂຄໍາສະເໜີຄືນ ໃຫ້ມີປະສິດທິຜົນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບລະບຽບການສາກົນທີ່ ສປປ ລາວເປັນ ພາຄີ, ກະຊວງການເງິນ ອອກ ຄຳແນະນຳ ວ່າດ້ວຍ ການສະເໜີຄືນ ແລະ ການແກ້ໄຂຄຳສະເໜີຄືນ ສະບັບເລກທີ 1639/ກງ, ລົງວັນທີ 31 ພຶດສະພາ 2016.

ຄຳແນະນຳນີ້ ກຳນົດຫຼັກການ, ລະບຽບການ, ຂັ້ນຕອນ, ແລະ ວິທີການດຳເນີນວຽກງານກ່ຽວກັບການສະເໜີຄືນຂອງຜູ້ແຈ້ງພາສີ ແລະ ການແກ້ໄຂຄຳສະເໜີຄືນ. ຜູ້ແຈ້ງພາສີ ທີ່ເຫັນວ່າຕົນບໍ່ໄດ້ຮັບຄວາມເປັນທຳ ຕາມການຕົກລົງຂອງລັດຖະການພາສີ ກ່ຽວກັບມູນຄ່າແຈ້ງພາສີ, ເລກລະຫັດ ແລະ ແຫຼ່ງກຳເນີດສິນຄ້າ, ເຄື່ອງຂອງ ສາມາດຍື່ນຄຳສະເໜີຕາມແບບພິມທີ່ລັດຖະການພາສີກຳນົດ ແລະ ຕ້ອງໄດ້ຕິດຄັດຂໍ້ມູນ, ຫຼັກຖານ ແລະ ເອກະສານກ່ຽວຂ້ອງທີ່ເປັນການເຊື່ອຖືໄດ້ ຕໍ່ຄະນະກຳມະການແກ້ໄຂຄຳສະເໜີແຕ່ລະຂັ້ນ ເພື່ອດຳເນີນການຕາມທີ່ກຳນົດໄວ້ໃນມາດຕາ 68 ຂອງ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011.

ພາຍຫຼັງທີ່ໄດ້ຮັບການສະເໜີຄືນ, ຄະນະກຳມະການແກ້ໄຂຄຳສະເໜີ ຈະຄົ້ນຄວ້າ ພິຈາລະນາຄຳສະເໜີ ແລະ ເອກະສານ, ຂໍ້ມູນຫຼັກຖານອ້າງອີງກ່ຽວຂ້ອງ ທີ່ຜູ້ແຈ້ງພາສີສະໜອງໃຫ້ຄະນະກຳມະການ ເພື່ອອອກຄໍາຕົກລົງໃຫ້ຜູ້ສະເໜີຄືນ ຕາມຂັ້ນຕອນທີ່ກົດໝາຍ ແລະ ລະບຽບການກຳນົດ.

ຄຳແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 31 ພຶດສະພາ 2016 ເປັນຕົ້ນມາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.