ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ                                                 ເລກທີ 769/ຫສນຍ 

                                                                          ນະຄອນຫຼວງວຽງຈັນ, ວັນທີ 1 ມິຖຸນາ 2016

ແຈ້ງການ

ຮຽນ: - ທ່ານ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ທີ່ນັບຖື.
        - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ທີ່ນັບຖື.
        - ທ່ານ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້.
        - ທ່ານ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ.
        - ທ່ານ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
        - ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016
        - ອີງຕາມ ຄຳສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016.
        - ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 01 ມິຖຸນາ 2016.

           ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

   ‘‘1.) ໃຫ້ການນຳຂອງບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເຊື່ອມຊຶມ ກຳແໜ້ນ, ເຂົ້າໃຈເລິກເຊິ່ງ ແລະ ເປັນເອກະພາບໄປລວງດຽວກັນໃນຂອບເຂດທົ່ວປະເທດ ກ່ຽວກັບຈິດໃຈຄຳສັ່ງ ເລກທີ 15/ນຍ ແມ່ນໃຫ້ຢຸດຕິການສົ່ງອອກໄມ້ທຸກປະເພດ ທີ່ບໍ່ແມ່ນຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງທີ່ບໍ່ຖືກຕ້ອງຕາມກົດໝາຍ ຜ່ານ ສປປ ລາວ ໄປຕ່າງປະເທດຢ່າງເດັດຂາດ.

   2.) ໃຫ້ອົງການກວດກາລັດຖະບານ ເປັນໃຈກາງແຕ່ງຕັ້ງພະນັກງານ ລົງສົມທົບກັບທ້ອງຖິ່ນໃນຂອບເຂດທົ່ວປະເທດ ເພື່ອກວດກາຕົວຈິງ, ກໍລະນີກວດກາພົບເຫັນມີການກະທຳຜິດ ຫຼື ລະເມີດນຳໄມ້ອອກ ຂອງບຸກຄົນ, ນິຕິບຸກຄົນ ຫຼື ພາກສ່ວນກ່ຽວຂ້ອງ ແມ່ນໃຫ້ດຳເນີນຕາມກົດໝາຍ ຢ່າງເຂັ້ມງວດ ແລະ ທັນເວລາ, ບໍ່ຍົກເວັ້ນ ຫຼື ໂຍະຍານໃນທຸກກໍລະນີ.

   3.) ໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີຄວາມເປັນເຈົ້າການໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ ໃຫ້ເປັນອັນລະອຽດ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນສະເພາະໜ້າ ດັ່ງນີ້:

      3.1) ໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ກວດກາ, ເກັບກຳຂໍ້ມູນໄມ້ທັງໝົດທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນແລ້ວ ທີ່ເປັນໄມ້ຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ຍັງຄ້າງຢູ່ສະໜາມ 2, ໂດຍແຍກໃຫ້ລະອຽດ ຈຳນວນ, ບໍລິມາດ, ປະເພດໄມ້ ແລະ ສະຖານທີ່ ເພື່ອຂຶ້ນບັນຊີລະອຽດ ແລ້ວລາຍງານລັດຖະບານ ໄວ.

      3.2) ໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ດຳເນີນການດັດສົມໂຮງງານປຸງແຕ່ງໄມ້ລວມ ໃນຂອບເຂດທົ່ວປະເທດ, ໃນສະເພາະໜ້ານີ້ ແມ່ນສຸມໃສ່ແກ້ໄຂບັນດາໂຮງງານທີ່ຢູ່ ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ແລະ ປ່າຜະລິດ, ຖ້າພົບເຫັນກໍລະນີລະເມີດ ຫຼື ສ້າງຕັ້ງໂຮງງານທີ່ບໍ່ຖືກຕາມກົດໝາຍແມ່ນໃຫ້ຢຸດຕິ, ຍຸບເລີກ, ຢຶດໄວ້ເປັນຂອງລັດ ແລະ ດຳເນີນມາດຕະການຕາມລະບຽບກົດໝາຍຢ່າງເດັດຂາດ.

      3.3) ໃຫ້ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບ ກະຊວງ ປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ້ອງຖິ່ນ ເພີ່ມທະວີ ການເຝົ້າລະວັງ ແລະ ປ້ອງກັນເວນຍາມ ເພື່ອບໍ່ໃຫ້ມີການລັກລອບຂຸດຄົ້ນໄມ້ໃນຂອບເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ແລະ ຂອງທ້ອງຖິ່ນ, ເຂດກໍ່ສ້າງໂຄງລ່າງພື້ນຖານຕ່າງໆ ແລະ ເນື້ອທີ່ທຳການຜະລິດອື່ນໆ ທີ່ບໍ່ຖືກຕ້ອງຕາມລະບຽບການກົດໝາຍ. ຖ້າພົບເຫັນ ກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ ລົງວິໄນ ແລະ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ກະທຳຄວາມຜິດ.

      3.4) ຫ້າມເດັດຂາດ ບໍ່ໃຫ້ເຈົ້າໜ້າທີ່ປະຈຳຢູ່ບັນດາດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ບັນດາດ່ານຕ່າງໆ ຢູ່ຊາຍແດນ ອະນຸຍາດ ຫຼື ອຳນວຍຄວາມສະດວກໃນການສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງທີ່ບໍ່ໄດ້ຜ່ານການອະນຸມັດຈາກລັດຖະບານ ຢ່າງຖືກຕ້ອງ, ຖ້າພົບເຫັນກໍລະນີລະເມີດ ແລະ ມີການກະທຳຜິດແມ່ນໃຫ້ດຳເນີນຄະດີ, ລົງວິໄນ ແລະ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ກະທຳຄວາມຜິດ.

      3.5) ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແຕ່ງຕັ້ງໜ່ວຍວິຊາການຂອງຂະແໜງການຕົນລົງສົມທົບກັບທ້ອງຖິ່ນ ເພື່ອຜັນຂະຫຍາຍ, ການຈັດຕັ້ງປະຕິບັດ ແລະ ກວດກາຕົວຈິງ ຕາມຫຼັກວິຊາການຂອງຂະແໜງການຕົນ ໂດຍໃຫ້ມີກົນໄກການເຮັດວຽກ, ກົນໄກການປະສານງານ ແລະ ລະບອບການລາຍງານທີ່ຊັດເຈນ ແລະ ຈະແຈ້ງ.

    ໃນກໍລະນີໃນເຂດທີ່ຫຼໍ່ແຫຼມ ແລະ ເຂດຊາຍແດນແມ່ນໃຫ້ເຈົ້າໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເຂົ້າຮ່ວມການສະກັດກັ້ນການຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ທີ່ຜິດລະບຽບກົດໝາຍ.

    4.) ໃຫ້ທຸກຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ລາຍງານຜົນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ ໃຫ້ລັດຖະບານ ຊາບ ເພື່ອຊີ້ນຳແກ້ໄຂບັນຫາໃຫ້ທັນການ.’’

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມການຊີ້ນຳຂອງຂ້າງເທິງດ້ວຍ.

                                                                                   ລັດຖະມົນຕີ,

                           ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

                                                  (ເຊັນ ແລະ ປະທັບຕາ)

                                                                                   ເພັດ ພົມພິພັກ 

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification No. 0769/PS.PM, dated 1 June 2016 on the Extension and Implementation of the Order No. 15/PM, dated 13 May 2016 PDF
2 ແຈ້ງການ ເລກທີ 0769/ຫສນຍ, ລົງວັນທີ 1 ມິຖຸນາ 2016 ກ່ຽວກັບ ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.