ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມແມ່ນເພື່ອເປັນການເຜີຍ​ແຜ່​ຄຳ​ສັ່ງ ສະ​ບັບເລກທີ 15/ນຍ ວ່າ​ດ້ວຍ​ການເພີ້ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນ, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ແຈ້ງ​ການ ສະ​ບັບ​ເລກ​ທີ 769/ຫ​ສນຍ ລົງ​ວັນ​ທີ 1 ມິ​ຖຸ​ນາ 2016 ວ່າ​ດ້ວຍ​ການ​ຜັນ​ຂະ​ຫຍາຍ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຄຳ​ສັ່ງ ສະ​ບັບເລກ​ທີ 15/ນຍ, ລົງ​ວັນ​ທີ 13 ພຶດສະພາ 2016 ແລະ ນິ​ຕິ​ກຳຜັນຂະຫຍາຍຄຳ​ສັ່ງ 15/ນຍ ຂອງບັນດາກະຊວງກ່ຽວ​ຂ້ອງໃຫ້ແກ່​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ​ໄມ້​ລາວ​.

ໃນ​ໂອ​ກາດ​ນີ້, ທ່ານ​ ຮອງນາ​ຍົ​ກ​ລັດຖະມົນຕີ ສົມດີ ດວງດີ ໄດ້ຊີ້ແຈງໃຫ້ຜູ້ເຂົ້າຮ່ວມ ຮັບຊາບເຖິງນະ​ໂຍ​ບາຍຂອງ​ລັດ​ຖະ​ບານ ທີ່ຕ້ອງ​ການ​ຊຸກ​ຍູ້ສົ່ງເສີມ​ການຫັນ​ເປັນ​ອຸດ​ສາ​ຫະ​ກຳປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ​ທີ່​ແທ້​ຈິງ ໂດຍໃຫ້ສອດ​ຄ່ອງກັບ​ທິດ​ທາງ​ການພັດ​ທະ​ນາເສດ​ຖະ​ກິດແບບ​ຍືນ​ຍົງ, ສີ​ຂຽວ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ແລະ ​ເຮັດ​ໃຫ້ເນື້ອ​ທີ່​ປົກຫຸ້ມປ່າ​ໄມ້ກວມ 70% ຂອງ​ເນື້ອ​ທີ່​ທົ່ວ​ປະ​ເທດໃນ​ປີ 2020. ພ້ອມດຽວກັນ, ທ່ານ ຍັງໄດ້​ຮຽກ​ຮ້ອງໃຫ້ພາກ​ທຸ​ລະ​ກິດລາວ ໂດຍ​ສະ​ເພາະຜູ້​ທີ່​ດຳ​ເນີນ​ທຸ​ລະ​ກິດໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມເອົາ​ໃຈ​ໃສ່ຂອງ ລັດຖະບານ ໃນການແກ້ໄຂບັນຫາການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ພ້ອມທັງຂໍໃຫ້ເປັນເອກະພາບ ໃນ​ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງ, ໄປຕາມໃນ​ລວງດຽວກັນ ໂດຍ​ສະ​ເພາະ:

❖    ຄວາມ​ເປັນ​ເອກ​ະ​ພາບ​ ແລະ ເປັນເຈົ້າການ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ບັນ​ດາຄຳ​ສັ່ງ​, ແຈ້ງ​ການ ທີ່​ລັດ​ຖະ​ບານ​ວາງ​ອອກ ລວມ​ທັງຄຳ​ສັ່ງ​ເລກ​ທີ 15/ນຍ ແລະ ບັນ​ດາຄຳ​ສັ່ງ, ແຈ້ງ​ການຜັນ​ຂະ​ຫຍາຍ​ຄຳ​ສັ່ງ 15/ນຍຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ຢ່າງເຂັ້ມງວດ;
❖    ​ໃຫ້ຢຸດ​ເຊົາ​ການ​ຊື້​ຂາຍ​ໄມ້​ທີ່ບໍ່​ຖືກ​ລະ​ບຽບ, ໂດຍ​ສະ​ເພາະ​ແມ່ນ​ການ​ຊື້​ໄມ້​ກັບ​ປະ​ຊາ​ຊົນ (ທີ່ບໍ່​ມີ​ທະ​ບຽ​ນ​ສວນ​ປູກ) ທັງນີ້ກໍເພື່ອບໍ່​ເປັນການ​ສົ່ງ​ເສີມ​ການ​ຂຸດ​ຄົ້ນ​ໄມ້ແບບ​ຜິດ​ກົດ​ໝາຍ;
❖    ໃຫ້ບັນ​ດາ​ໂຮງ​ງານປຸງແຕ່ງໄມ້ຕ້ອງໄດ້ຮີບຮ້ອນປັບ​ປຸງ ແລະ ດັດສົມ​ຕົນ​ເອງ ​ໃຫ້​ສອດ​ຄ່ອງ​ກັບ​ນະໂຍບາຍ, ນິຕິກຳຂອງລັດຖະບານ ແລະ ກະຊວງທີ່ກ່ຽວຂ້ອງວາງອອກ ໂດຍສະເພາະແມ່ນ ທີ່ຕັ້ງຂອງໂຮງ​ງານ ​ທ​ີ່​ຕັ້ງ​ຢູ່​ໃນເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ແລະ ປ່າຜະລິດ;
❖    ການ​ເຄື່ອນ​ຍ້າຍ​ໄມ້ຂອງບັນດາໂຮງງານຕ້ອງປະ​ຕິ​ບັດ​ໃຫ້ຖ​ືກ​ຕ້ອງ ແລະ ສອດ​ຄ່ອງ​ກັບນິ​ຕິ​ກຳ​ທີ່​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງວາງ​ອອກ, ໂດຍ​ສະ​ເພາ​ະ​ນໍ້​າໜັກຂອງ​ລົດ​ບັນ​ທຸກ​ຕ້ອງບໍ່​ເກີນ​ຕາມເກນ​ມາດຕະຖານ ທີ່​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ກຳ​ນົດ, ການ​​ເຄື່ອນ​ຍ້າຍຕ້ອງ​ປະ​ຕິ​ບັດ​ໃຫ້​ຖືກ​ໂມງ​ເວ​ລາ (ບໍ່ໃຫ້ເຄື່ອນຍ້າຍຫຼັງຈາກ 6 ໂມງແລງ);
❖    ໃຫ້​ບັນດາໂຮງງານປຸງແຕ່ງໄມ້ ຕ້ອງໄດ້ເພີ້ມທະວີການປະ​ສານ​ສົມທົບ​ທີ່​ດີ​ພາຍ​ໃນ​ກຸ່ມ ແລະ ສົມທົບກັບກຸ່ມໂຮງງານເຟີນີເຈີ ໂດຍໃຫ້ມີການ​ແບ່ງ​ງານ, ມີການແບ່ງ​ປັນ​ກັນ​ຜະ​ລິດເປັນກຸ່ມ (Cluster), ມີການ​ສະ​ໜອງ​ຂໍ້​ມູນ​ຕະຫຼາດ ​ແລະ ການ​ເຂົ້າ​ເຖິງ​ຕະຫຼາດ;
❖    ໃຫ້ບັນດາໂຮງງານ​ຫັນມາ​ນຳ​ໃຊ້​ໄມ້ປູກເພື່ອເປັນວັດ​ຖຸ​ດິບ​ສະ​ໜອງ​ການ​ຜະ​ລິດພາຍໃນໂຮງງານ. ສຳລັບໂຮງ​ງານ​ໃດ​ທີ່​ມີ​ທ່າ​ແຮງ ແມ່ນ​ໃຫ້​ມີ​ການ​ປູກ​ໄມ້ ເພື່ອ​ສະ​ໜອງ​ແກ່​ໂຮງງ​ານ​ຂອງ​ຕົນ ແລະ ຈຳໜ່າຍສະໜອງໃຫ້ໂຮງງານອື່ນໆ.

ກອງປະຊຸມໄດ້ດຳເນີນໄປຢ່າງຟົດຟື້ນ, ມີການຖາມຕອບບັນຫາເພື່ອເປັນການໄຂຂໍ້ຂ້ອງໃຈ ແລະ ອະທິບາຍໃຫ້ເກີດຄວາມກະຈ່າງແຈ້ງຕໍ່ກັບການຜັນຂະຫຍາຍເນື້ອໃນຂອງຄຳສັ່ງເລກທີ 15/ນຍ ແລະ ນິ​ຕິ​ກຳ​ຜັນ​ຂະ​ຫ​ຍາຍ 15/ນຍ ຂອງ​ບັນ​ດາ​ຂະ​ແໜງ​ການ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ປະກົດຜົນເປັນຈິງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.