ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ     ເລກທີ 2806/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 30 ພຶດສະພາ 2016.

ຄຳສັ່ງແນະນຳ

ຮຽນ:  ທ່ານ ຫົວໜ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນ,
           ທ່ານ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການເພີ່ມທະວີ ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສັດນ້ຳ ແລະ ສັດປ່າ ໃນຂອບເຂດທົ່ວປະເທດ.

-    ອີງຕາມກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24/12/2007 ທີ່ກຳນົດໄວ້ໃນມາດຕາ 64 ພາກທີ VII.
-    ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 435/ນຍ, ລົງວັນທີ 28 ພະຈິກ 2011 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

      ໃນຊຸມປີທີ່ຜ່ານມາເຫັນວ່າມີຫຼາຍທ້ອງຖິ່ນໄດ້ເອົາໃຈໃສ່ໃນການຄຸ້ມຄອງສັດນ້ຳ ແລະ ສັດປ່າ ໃນທ້ອງຖິ່ນຂອງຕົນຢ່າງຕັ້ງໜ້າ ໂດຍມີການກວດກາລາດຕະເວດຢູ່ໃນຂອບເຂດພື້ນທີ່ປ່າສະຫງວນ ແລະ ປ່າປ້ອງກັນແຫ່ງຊາດ, ເຂດທີ່ຫຼໍ່ແຫຼມ, ຕາມທ້ອງຕະຫຼາດ ແລະ ຮ້ານອາຫານ, ພ້ອມດຽວກັນນັ້ນກໍ່ໄດ້ມີການໂຄສະນາເຜີຍແຜ່ ໂດຍການອອກລະບຽບ ແລະ ມີມາດຕະການຫ້າມລ່າ ແລະ ຫ້າມຈັບໃນຊ່ວງໄລຍະສັດປ່າ ແລະ ສັດນ້ຳ ຖືພາມານ, ອອກແມ່ແຜ່ລູກ ແລະ ສະກັດກັ້ນການຄ້າຂາຍສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ. ປຸກລະດົມການມອບອາວຸດລ່າເນື້ອ ແລະ ເຄື່ອງມືຫາປາແບບດັບສູນໃຫ້ອຳນາດການປົກຄອງ ເພື່ອຄຸ້ມຄອງ ແລະ ນຳໃຊ້ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດນ້ຳ.

      ໄປຄຽງຄູ່ກັບດ້ານຕັ້ງໜ້າຍັງສັງເກດເຫັນວ່າ ຢູ່ບາງທ້ອງຖິ່ນຍັງມີປະກົດການລະເມີດຕໍ່ກົດໝາຍ ໂດຍມີການຄ້າຂາຍສັດນ້ຳ ແລະ ສັດປ່າ ທີ່ຫວງຫ້າມຢູ່ຕາມທ້ອງຕະຫຼາດ ແລະ ຕາມເສັ້ນທາງຕ່າງໆ ແລະ ຍັງມີການລັກລອບສັດນ້ຳ ແລະ ສັດປ່າ, ການຫາປາດ້ວຍວິທີການນຳໃຊ້ອາວຸດສົງຄາມ, ລູກລະເບີດ, ຢາເບື່ອ, ທາດເຄມີ, ເຄື່ອງຊອັດປາ ແລະ ອຶ່ນໆ. ບາງທ້ອງຖິ່ນຍັງມີປະກົດການລັກລອບຍິງຊ້າງປ່າ, ຄ້າຂາຍສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ຢູ່ຕາມທ້ອງຕະຫຼາດ ແລະ ບັນດາຮ້ານອາຫານ ຢ່າງທ້າທາຍ ໂດຍບໍ່ຄຳນຶງເຖິງລະບຽບກົດໝາຍ.

      ປະກົດການຫຍໍ້ທໍ້ທີ່ກ່າວມາຂ້າງເທິງນັ້ນ ແມ່ນການກະທຳທີ່ຜິດກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດໄດ້ປະກາດໃຊ້, ຝືນຕໍ່ສົນທິສັຍາສາກົນ ທີ່ ສປປ ລາວ ເປັນພາຄີ ແລະ ທັງເປັນໄພຂົ່ມຂູ່ ຕໍ່ການຂະຫຍາຍພັນ ແລະ ຄວາມຢູ່ລອດຂອງສັດນ້ຳ ແລະ ສັດປ່າ ຂອງປະເທດເຮົາ.

      ສະນັ້ນເພື່ອແກ້ໄຂສິ່ງຫຍໍ້ທໍ້ດັ່ງກ່າວໃຫ້ເຂົ້າສູ່ລະບຽບກົດໝາຍ, ເປັນການສ້າງຂະບວນການຢ່າງຕັ້ງໜ້າເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ອະນຸລັກສັດປ່າແຫ່ງຊາດ 13 ກໍລະກົດ 2016  ແລະ ເປັນການສ້າງເງື່ອນໄຂໃຫ້ແກ່ການຂະຫຍາຍພັນຂອງສັດນ້ຳ ແລະ ສັດປ່າ.

ລັດຖະມົນຕີ ອອກຄຳສັ່ງແນະນຳ:

      ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ປະສານສົມທົບກັບການນຳອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານຄຸ້ມຄອງສັດນ້ຳ ແລະ ສັດປ່າ ໃນຂອບເຂດທົ່ວປະເທດດັ່ງນີ້:

1)    ສະເໜີໃຫ້ອົງການປົກຄອງທ້ອງຖິ່ນຈັດຕັ້ງເຜີຍແຜ່ ຄົ້ນຄວ້າ ແລະ ເຊື່ອມຊຶມເນື້ອໃນຕົ້ນຕໍ ຂອງກົດ   ໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ດ້ວຍຮູບການໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າແມ່ຄ້າ, ເຈົ້າຂອງຮ້ານອາຫານ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນຂະບວນການກວ້າງຂວາງ ແລະ ທົ່ວເຖິງ.

2)    ໂຄສະນາເຜີຍແຜ່, ປຸກລະດົມຂົນຂວາຍໃຫ້ທົ່ວສັງຄົມເຫັນໄດ້ຄວາມສຳຄັນຂອງສັດນ້ຳ ແລະ ສັດປ່າ ຕໍ່ສິ່ງແວດລ້ອມໃນທຳມະຊາດ, ຕໍ່ຊີວິດການເປັນຢູ່ຂອງຄົນເຮົາ ແລະ ເຫັນໄດ້ເຖິງສະພາບການຫຼຸດໜ້ອຍຖອຍລົງ ຂອງສັດນ້ຳ ແລະ ສັດປ່າ ໃນປະເທດເຮົາ ບໍ່ວ່າທາງດ້ານຈຳນວນ ແລະ ຊະນິດພັນ ໂດຍຜ່ານສື່ສານຕ່າງໆ ເຊັ່ນ: ໜັງສືພີມ, ວິທະຍຸກະຈາຍສຽງ ແລະ ໂທລະພາບ, ບົດເພງ, ບົດລຳ, ບົດເລື່ອງສັ້ນ ພ້ອມກັນນັ້ນຢູ່ໃນບ່ອນທີ່ມີເງື່ອນໄຂ ກໍ່ຄວນມີການຈັດປະກວດຮູບແຕ້ມ, ການຈັດວາງສະແດງ ແລະ ຄັດເລືອກບຸກຄົນດີເດັ່ນ ຕໍ່ການອະນຸລັກສັດນ້ຳ ແລະ ສັດປ່າ ແຈກຢາຍຄູ່ມື ແລະ ເອກະສານວິຊາການ ການຂະຫຍາຍພັນປາ ແລະ ວຽກງານອະນຸລັກສັດນ້ຳ ແລະ ສັດປ່າ ເພື່ອເປັນຄວາມຮູ້ພື້ນຖານໃນການອະນຸລັກສັດນ້ຳ ແລະ ສັດປ່າ ທຳມະຊາດຢ່າງທົ່ວເຖິງ.

3)    ເຮັດໃບແຈ້ງການເຖິງບັນດາຜູ້ປະກອບການ ທີ່ດຳເນີນທຸລະກິດກ່ຽວກັບສັດນ້ຳ ແລະ ສັດປ່າ ຢູ່ໃນພາກທີ IV ການນຳໃຊ້ສັດນ້ຳ ແລະ ສັດປ່າ, ໝວດທີ 2 ທຸລະກິດກ່ຽວກັບສັດນ້ຳ ແລະ ສັດປ່າ ໃນມາດຕາ 35, 37 ແລະ 38. ພ້ອມທັງເອົາໃຈໃສ່ໃນການເກັບກຳຂໍ້ມູນ, ການຂື້ນທະບຽນສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ລວມທັງການມີງາຊ້າງໄວ້ໃນຄອບຄອງ ໃນແຕ່ລະບ້ານ, ເມືອງ ແລະ ແຂວງຂອງຕົນ.

4)    ດຳເນີນການຕິດຕາມກວດກາ ແລະ ສືບຕໍ່ປຸກລະດົມຂົນຂວາຍປະຊາຊົນ ໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງໃນການມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

5)    ສົມທົບກັບອົງການປົກຄອງທ້ອງຖິ່ນປຸກລະດົມ ແລະ ຈັດຕັ້ງຂະບວນການປ່ອຍປາຊະນິດພື້ນເມືອງຕ່າງໆໃຫ້ໄດ້ຢ່າງກວ້າງຂວາງລົງໃນໜອງ, ບຶງ, ແມ່ນ້ຳລຳເຊ, ອ່າງເກັບນ້ຳ, ເຊັ່ນ: ອ່າງເກັບນ້ຳຊົນລະປະທານ, ເຄື່ອນໄຟຟ້ານ້ຳຕົກ ແລະ ປ່ອຍສັດປ່າຊະນິດຕ່າງໆທີ່ໄດ້ມາຈາກການເພາະພັນເຂົ້າໃນປ່າສະຫງວນຕ່າງໆທີ່ເຫັນວ່າມີຄວາມປອດໄພ ແລະ ສາມາດອອກແມ່ແຜ່ລູກໄດ້.

6)    ຫ້າມຈັບ, ຊື້-ຂາຍ, ຫາສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມທີ່ລະບຸໄວ້ໃນ (ບັນຊີ I) ແລະ ປະເພດຄຸ້ມຄອງ (ບັນຊີ II) ໃນທຸກລະດຸການຢ່າງເດັດຂາດ (ລາຍລະອຽດບັນຊີ I ແລະ ບັນຊີ II ມີໃນເອກະສານຊ້ອນທ້າຍ ຂອງຄຳສັ່ງແນະນຳສະບັບນີ້).

-  ຫ້າມນຳເອົາສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ, ທີ່ຍັງມີຊີວິດ, ງາຊ້າງ, ຊາກ, ສິ້ນສ່ວນ ແລະ ອະ ໄວຍະວະຕ່າງໆຂອງສັດ ອອກຈາກຖິ່ນທີ່ຢູ່ອາໄສ ຫຼື ແຫຼ່ງກຳເນີດ ມາໄວ້ຄອບຄອງ.

-  ຫ້າມລ່າສັດນ້ຳ ແລະ ສັດປ່າ ປະເພດທົ່ວໄປ (ບັນຊີ III) ໃນສະຖານທີ່ ທີ່ຫວງຫ້າມ, ເຂດອະນຸລັກພັນສັດປ່າ ແລະ ວັງສະຫງວນ ໂດຍສະເພາະໃນໄລຍະເຂົ້າພັນສາ.

-  ຫ້າມບຸກລຸກທຳລາຍ ເຂດອະນຸລັກພັນສັດປ່າ, ວັງສະຫງວນພັນປາ, ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ແລະ ທາງອອ້ມ ເຊັ່ນ: ດ້ວຍການບຸກເບີກ, ຕັ້ງຖິ່ນຖານໃໝ່, ຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້, ນຳໃຊ້ຢາປາບສັດຕູພຶດ ແລະ ຢາຂ້າຫຍ້າເກີນກຳນົດ ແລະ ການກະທຳອຶ່ນໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

-  ຫ້າມຈັບຈອງ, ຢ້າຍ, ປ່ຽນແປງ ຫຼື ທຳລາຍ ເຄື່ອງໝາຍເຂດແດນ ວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສຂອງສັດປ່າ ແລະ ສັດນ້ຳທຳມະຊາດ.

7)    ຫ້າມບັນດາຫ້າງຮ້ານ, ຕະຫຼາດ, ສູນການຄ້າ, ໂຮງແຮມ ຫຼື ສະຖານທີ່ອຶ່ນໆ ວາງຂາຍ, ວາງສະແດງ ແລະ ພົວພັນຊື້-ຂາຍ ສັດນ້ຳ-ສັດປ່າ ປະເພດຫວງຫ້າມ ທັງມີຊີວິດ ແລະ ບໍ່ມີຊີວິດ, ສິ້ນສ່ວນ ຫຼື ອະໄວຍະວະຂອງສັດນ້ຳ-ສັດປ່າ ທີ່ນອນຢູ່ໃນບັນຊີ I ແລະ ບັນຊີ II ຢ່າງເດັດຂາດ.

8)    ຫ້າມບັນດາຮ້ານອາຫານ ໃຫ້ບໍລິການອາຫານທີ່ປຸງແຕ່ງຈາກສັດນ້ຳ-ສັດປ່າ ປະເພດຫວງຫ້າມທີ່ນອນໃນບັນຊີ I ແລະ ບັນຊີ II ຢ່າງເດັດຂາດ, ໃນນີ້ລວມທັງການຫ້າມໂຄສະນະ, ປຸກລະດົມ ແລະ ຊວນເຊື່ອໃຫ້ສັງຄົມ ຊົມໃຊ້ ແລະ ບໍລິໂພກ.

9)    ໃຫ້ດຳເນີນມາດຕະການເກືອດຫ້າມການຫາປາ ໃນຊ່ວງລະດູປາວາງໄຂ່ ນັບແຕ່ວັນທີ 1 ພຶດສະພາ ຫາ ວັນທີ 31 ຕຸລາ ຂອງທຸກໆປີ ເພາະໃນຊ່ວງນີ້ເປັນຊ່ວງໄລຍະທີ່ສັດນ້ຳ ແລະ ສັດປ່າ ຊະນິດຕ່າງໆ ກຳລັງຖືພາມານ ແລະ ອອກແມ່ແຜ່ລູກ ໃນໄລຍະນີ້ແມ່ນຫ້າມເດັດຂາດ ບໍ່ໃຫ້ມີການລ່າສັດທຸກປະເພດ, ພ້ອມດຽວກັນນັ້ນກໍ່ໃຫ້ຈັດຕັ້ງພະນັກງານລົງຕິດຕາມກວດກາເປັນແຕ່ລະໄລຍະ ຢູ່ຕາມເຂດປາຂຶ້ນວາງໄຂ່ ເປັນຕົ້ນແມ່ນຢູ່ຕາມວັງສະຫງວນພັນປາ, ຫ້າມຕັນທາງເດີນຂອງປາຂຶ້ນວາງໄຂ່ຕາມຫ້ວຍ ແລະ ສາຍນ້ຳດ້ວຍວິທີການເຮັດຕ້ອນ, ເຮັດລີ່, ໃສ່ລອບ ຫຼື ໂຕ່ງ, ມອງຕາຖີ່ ແລະ ຫ້າມເດັດຂາດການນຳໃຊ້ລະເບີດ, ທາດເຄມີເບື່ອປາ, ເຄື່ອງຊອັດປາ ແລະ ເຄື່ອງມືຫາປາ ທີ່ມີລັກສະນະດັບສູນ.

10)   ໃຫ້ສ້າງແຜນການ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນການຈັດຕັ້ງພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດ ຢ່າງມີເນື້ອໃນ ໃຫ້ກາຍມາເປັນປະເພນີອັນດີງາມຂອງຊາດ (ດັ່ງຄຳຂັວນລຸ່ມນີ້):

-  ຊົມເຊີຍວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2016.

-  ການປົກປັກຮັກສາ ສັດນ້ຳ ແລະ ສັດປາ ແມ່ນພັນທະ ແລະ ໜ້າທີ່ຂອງປວງຊົນລາວທັງຊາດ.

-  ຈົ່ງຊ່ວຍກັນປົກປັກຮັກສາປ່າໄມ້, ສັດນ້ຳ ແລະ ສັດປ່າ ໃຫ້ອຸດົມສົມບູນຕະຫຼອດໄປ.

11)   ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມ ເມືອງ ໃນຂອບເຂດທົ່ວປະເທດ ເປັນເຈົ້າການໃນການເປີດບັ້ນເຊື່ອມຊຶມ ຈັດຕັ້ງປະຕິບັດຄຳສັ່ງແນະນຳ ສະບັບນີ້ຢ່າງເຂັ້ມງວດ.

12)   ຄຳສັ່ງແນະນຳ ສະບັບນີ້ ມີຜົນບັງຄັບໃຊ້ໄດ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ
(ເຊັນ ແລະ ປະທັບຕາ)

ສົມມາດ ພົນເສນາ

ສຳເນົາ ແລະ ນຳສົ່ງ:

-  ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ເພື່ອລາຍງານ)
-  ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ໜັງສືພີມ, ວິທະຍຸ, ໂທລະພາບ) (ເພື່ອ ອອກຂ່າວ ແລະ ໂຄສະນາ)
-  ຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະເທດ. (ເພື່ອຊາບ ແລະ ຊ່ວຍຊຸກຍູ້ໃນການຈັດຕັ້ງປະຕິບັດ)
-  ກົມຕ່າງໆ ອ້ອມຂ້າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ເພື່ອປະຕິບັດ)
-  ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງທົ່ວປະເທດ(ເພື່ອປະຕິບັດ)
-  ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງທົ່ວປະເທດ(ເພື່ອປະຕິບັດ)

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Instruction on Enhancing Strictness on the Management of Aquatic and Wild Animal Nationwide No. 2806/MoNRE, dated 30 May 2016 PDF
2 ຄຳສັ່ງແນະນຳ ກ່ຽວກັບ ການເພີ່ມທະວີ ຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງສັດນໍ້າ ແລະ ສັດປ່າໃນຂອບເຂດທົ່ວປະເທດ ສະບັບເລກທີ 2806/ກຊສ, ລົງວັນທີ 30 ພຶດສະພາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.