ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 ເຈົ້າແຂວງ    ເລກທີ   179  /ຈຂ.ບກ
ນະຄອນຫຼວງວຽງຈັນ, ວັນທີ່  1 ມີນາ 2016

ຄຳສັ່ງແນະນຳ
ຂອງເຈົ້າແຂວງໆບໍ່ແກ້ວ
ວ່າດ້ວຍການຄຸ້ມຄອງນຳໃຊ້ການບໍລິການລານຈອດຢູ່ໃນດ່ານສາກົນຂົວມິດຕະພາບ 4

ເຖິງ:  ບັນດາຫົວໜ້າພະແນກການ, ອົງການອ້ອມຂ້າງແຂວງ, ບັນດາເມືອງ, ຫົວໜ້າດ່ານສາກົນ, ຫົວໜ້າດ່ານພາສີປະຈຳດ່ານສາກົນມິດຕະພາບ4, ບັນດາບໍລິສັດຂົນສົ່ງ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງກັບການຂົນສົ່ງສິນຄ້າທີ່ນຳເຂົ້າ-ສົ່ງອອກ ຜ່ານດ່ານສາກົນຂົວມິດຕະພາບແຫ່ງທີ 4 ແຂວງບໍ່ແກ້ວ.

ເລື່ອງ:  ການເປີດນຳໃຊ້ບໍລິການລານຈອດ ຢູ່ໃນດ່ານສາກົນຂົວມິດຕະພາບແຫ່ງທີ 4 ນັບແຕ່ວັນທີ 01/03/2016 ເປັນຕົ້ນໄປ ພ້ອມຈັດເກັບຄ່າບໍລິການລານຈອດພັກສາງ ແລະ ຄ່າຄ່ຽນຖ່າຍສິນຄ້າ.

-    ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ ແຂວງບໍ່ແກ້ວ ສະບັບເລກທີ 157/ຈຂ.ບກ. ລົງວັນທີ 19 ກຸມພາ 2016 ວ່າດ້ວຍການເຫັນດີໃຫ້ ລລບສ ຮ່ສມກັບແຂວງ ເຂົ້ານໍາໃຊ້ບໍລິການລານຈອດລົດສິນຄ້າ, ເຄື່ອງຂອງ ຢູ່ໃນດ່ານສາກົນຂົວມິດຕະພາບ 4 ແລະ ພັດທະນາເນື້ອທີ່ດິນນອກຮົ້ວດ່ານ.
-   ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການກໍ່ສ້າງສາງການແຈ້ງຢູ່ໃນດານສາກົນຂົວມິດຕະພາບແຫ່ງທີ 4.
-   ອີງຕາມ ບົດບັນທຶກກອງປະຊຸມຂອງ ຄະນະກໍາມະການຄຸ້ມຄອງການກໍ່ສ້າງສາງກາງແຈ້ງຢູ່ໃນດ່ານສາກົນຂົວມິດຕະພາບແຫ່ງທີ 4 ຄັ້ງວັນທີ 22/02/2016.

ເຈົ້າແຂວງໆບໍ່ແກ້ວ ອອກຄຳສັ່ງແນະນຳດັ່ງນີ້:

1.    ມອບໃຫ້ພະແນກການເງິນແຂວງ ແລະ ລລບສ ເປີດນໍາໃຊ້ບໍລິການ ລານຈອດລົດສິນຄ້າ ຢູ່ໃນດ່ານສາກົນຂົວມິດຕະພາບແຫ່ງ 4 ນັບແຕ່ວັນທີ 01/03/2016 ເປັນຕົ້ນໄປ.

2.    ເກັບຄ່າບໍລິການຈອດພັກສາງ ແລະ ຄ່ຽນຖ່າຍສິນຄ້າ ທີ່ນຳໃຊ້ລານຈອດລົດ ຢູ່ໃນດ່ານສາກົນຂົວມິດຕະພາບແຫ່ງທີ 4 ຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1291/ກຄ.ພນ ລົງວັນທີ 05/08/2008 ດັ່ງລຸ່ມນີ້:

ລ/ດ

ເນື້ອໃນລາຍການ

ຫົວໜ່ວຍຄິດໄລ່

ລາຄາຄິດໄລ່ກີບ

ໝາຍເຫດ

1/

ຄ່າບໍລິການລານຈອດ ແລະ ພັກສາງ

- ລົດບັນທຸກສິນຄ້າປະເພດ.ພວງ/ເທເລີ

- ລົດບັນທຸກສິນຄ້າປະເພດ 12 ລໍ້

- ລົດບັນທຸກສິນຄ້າປະເພດ 10 ລໍ້

- ລົດບັນທຸກສິນຄ້າປະເພດ 6 ລໍ້

- ລົດບັນທຸກສິນຄ້າປະເພດ 4 ລໍ້

 

ຄັນ/ຖ້ຽວຄັນ/ຖ້ຽວ

ຄັນ/ຖ້ຽວ

ຄັນ/ຖ້ຽວ

ຄັນ/ຖ້ຽວ

 

118,000

102,000

72,000

64,000

40,000

ລາຄາຄິດໄລ່ເກັບ

ເງິນຕາມປະເພດລົດນີ້

ແມ່ນພັກຢູ່ໃນລານຈອດ

ພາຍໃນກຳນົດ 3 ວັນຖ້າ

ກາຍກຳນົດແມ່ນຈະ

ຄິດໄລ່ຄ່າຝາກເພີ້ມຕື່ມ.

3.    ຖ້າຫາກມີການຄ່ຽນຖ່າຍດ້ວຍກົນຈັກຍົກຍໍການເກັບຄ່າບໍລິການແມ່ນຄິດໄລ່ເກັບ ຕາມແຈ້ງການເລກທີ 1291/ກຄ.ພນ, ລົງວັນທີ 05/08/2008 ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

4.    ມອບໃຫ້ຄະນະກຳມະການທີ່ຖືກແຕ່ງຕັ້ງ ແລະ ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນຂົວມິດຕະພາບແຫ່ງທີ 4 ເຜີຍແຜ່ຄຳສັ່ງແນະນຳສະບັບນີ້ ໃຫ້ບັນດາບໍລິສັດ, ຜູ້ປະກອບການ ແລະ ໜ່ວຍງານທີ່ກ່ຽວຂ້ອງຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

5.    ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ ໃຫ້ບັນດາໜ່ວຍງານຕ່າງໆປະຈຳດ່ານສາກົນລາຍງານການນຳແຂວງບໍ່ແກ້ວຊາບ ເພື່ອພິຈາລະນາ ແລະ ຊີ້ນຳການຈັດຕັ້ງປະຕິບັດທັນເວລາ

6.    ຄຳສັ່ງແນະນຳສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຄຳສັ່ງແນະນຳໃດທີ່ຂັດກັບຄຳສັ່ງແນະນຳສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ເຈົ້າແຂວງໆ ບໍ່ແກ້ວ
(ເຊັນ ແລະ ປະທັບຕາ)

ດຣ ຄຳພັນ ເຜິຍຍະວົງ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order of Bokeo Governor on the Management of Parking Fee at 4th Friendship Bridge, No. 179/G.BK, dated 1 March 2016 PDF
2 ຄຳສັ່ງແນະນຳ ຂອງເຈົ້າແຂວງ ແຂວງບໍ່ແກ້ວ ວ່າດ້ວຍການຄຸ້ມຄອງນຳໃຊ້ການບໍລິການລານຈອດລົດຢູ່ໃນດ່ານສາກົນຂົວມິດຕະພາບ 4 ສະບັບເລກທີ 179/ຈຂ.ບກ ລົງວັນທີ 1 ມີນາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.