ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (Forest Law Enforcement, Governance and Trade, FLEGT) ມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າໄມ້ແບບຍືນຍົງ. ແຜນງານດັ່ງກ່າວ ຖືກອອກແບບມາເພື່ອຫຼີກລ້ຽງການຕັດໄມ້ ແລະ ນໍາເອົາໄມ້ ແລະ ຜະລິດຕະພັນໄມ້ທີ່ຜິດກົດໝາຍເຂົ້າໄປໃນສະຫະພາບເອີຣົບ. ເປົ້າໝາຍຫຼັກຂອງແຜນງານດັ່ງກ່າວ ແມ່ນເພື່ອລິເລີ່ມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດຜູ້ຜະລິດໄມ້ ຊຶ່ງແມ່ນອົງປະກອບຫຼັກຂອງແຜນງານ, ສປປ ລາວ ກໍ່ໄດ້ເຂົ້າຮ່ວມການເຈລະຈາກັບສະຫະພາບເອີຣົບ ກ່ຽວກັບ ຂໍ້ຕົກລົງ VPA ດັ່ງກ່າວ.

ໃນວັນທີ 12 ກໍລະກົດ ທີ່ຜ່ານມາ, ທີ່ແຂວງຫຼວງພະບາງກໍໄດ້ມີ ກອງປະຊຸມ “ຄະນະຊີ້ນໍາລະດັບຊາດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້-ການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ”, ໂດຍການເປັນປະທານຂອງ ທ່ານ ດຣ. ພວງປາຣີສັກ ປຣະວົງວຽງຄໍາ (ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຫົວໜ້າທີມເຈລະຈາລະດັບຊາດໃນແຜນງານ FLEGT/VPA), ຮ່ວມກັບ ທ່ານ ຈັນສອນ ແສນບຸດຕະລາດ (ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ທ່ານ ບຸນສະຫວາດ ບຸບຜາ (ຮອງລັດຖະມົນຕີ ກະຊວງຍຸຕິທໍາ), ທ່ານ ສຸກສະໄໝ ຈັນທະມາດ (ຮອງເຈົ້າແຂວງ ແຂວງອັດຕະປື), ທ່ານ ບຸນມີ ພິມມະສອນ (ຮອງເຈົ້າແຂວງ ແຂວງຄໍາມ່ວນ), ແລະ ທ່ານ ຍັນຍົງ ສີປະເສີດ (ຮອງເຈົ້າແຂວງ ແຂວງໄຊຍະບູລີ). ນອກນັ້ນ ຍັງມີຕົວແທນຈາກຂະແໜງປຸງແຕ່ງໄມ້ ແລະ ອົງການຈັດຕັ້ງທາງສັງຄົມກໍໄດ້ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ແລະ ແຜນການໃນຕໍ່ໜ້າຂອງແຜນງານ FLEGT. ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ເພາະວ່າ ນອກຈາກຈະເປັນກອງປະຊຸມ ຄະນະຊີ້ນໍາລະດັບຊາດຄັ້ງທີ 2 ແລ້ວ, ມັນຍັງເປັນໄລຍະທີ່ຂຸ້ນຂ້ຽວຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ຂອງ ສປປ ລາວ ອີກດ້ວຍ.

ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ “ວຽກງານໃນແຜນງານ FLEGT ຈະສົ່ງເສີມ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15 ແລະ ຍັງເປັນການສະກັດກັ້ນການທໍາລາຍປ່າໄມ້ ເນື່ອງຈາກວ່າ ອົງປະກອບໜຶ່ງທີ່ສໍາຄັນຂອງ ແຜນງານ FLEGT ແມ່ນການໃຫ້ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ແຫຼ່ງທີ່ມາຂອງໄມ້, ແລະ ວິທີການຕິດຕາມການເຄື່ອນຍ້າຍຂອງໄມ້ໃນຕ່ອງໂສ້ການສະໜອງໄມ້ ໂດຍສະເພາະ ແມ່ນການຕິດຕາມການເຄື່ອນຍ້າຍໄມ້ ໃນບັນດາແຂວງທົດລອງ ເຊິ່ງໄດ້ຮັບການຮັບຮອງຈາກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້”.

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT) ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງ ເຢຍລະມັນ ແລະ ຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit). ໂຄງການດັ່ງກ່າວມີການເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການປະສານງານ FLEGT ພາຍໃຕ້ການຄຸ້ມຄອງຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລວມທັງ ໜ່ວຍງານຂອງລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

ໃນໄລຍະທໍາອິດຂອງແຜນງານ FLEGT-VPA ນີ້ແມ່ນໄດ້ຈັດຕັ້ງຂຶ້ນຢູ່ 3 ແຂວງທົດລອງ ຄື: ແຂວງ ໄຊຍະບູລີ, ຄໍາມ່ວນ ແລະ ອັດຕະປື. ໃນນັ້ນ ອົງການກອງທຶນອະນຸລັກທຳມະຊາດໂລກ (Word Wide Fund for Nature) ຈັດຕັ້ງປະຕິບັດແຜນງານ FLEGT ຮ່ວມກັບ ກົມກວດກາປ່າໄມ້ ໃນ ສອງ ແຂວງ ພາກໃຕ້ (ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື). ອົງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດວຽກງານໂດຍການຊອກຫາແນວທາງແກ້ໄຂ, ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ນຳໃຊ້ຮູບແບບທີ່ເໝາະສົມຂອງທ້ອງຖິ່ນ ແລະ ສາກົນ ທີ່ມີການຮ່ວມມືກັນຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້.

ແຫຼ່ງທີ່ມາ: ເວັບໄຊທ໌ທາງການຂອງ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງ ສປປ ລາວ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.