ສາລະບານ

1.  ບໍລິສັດ ທີ່ນຳເຂົ້າ ນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ...

2.  ບໍລິສັດທີ່ນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ໃຫ້ສະໜອງຂໍ້ມູນ ...

3.  ການຄິດໄລ່ ອາກອນມູນຄ່າເພີ່ມເບື້ອງສົ້ນອອກ ...

4.  ການລາຍງານ ການເຄື່ອນໄຫວເບື້ອງສົ້ນອອກ ແລະ ເບື້ອງສົ້ນເຂົ້າ ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມສ່ວຍສາອາກອນ    ເລກທີ 4698/ກງ.ກສອ
ນະຄອນຫຼວງວຽງຈັນ, ວັນທີ 03 ສິງຫາ 2016

ແຈ້ງການເພີ່ມເຕີມ

ເຖິງ: -  ທ່ານຫົວໜ້າພະແນກຄຸ້ມຄອງເກັບລາຍຮັບ ກົມສ່ວຍສາອາກອນ, ຫົວໜ້າພະແນກສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.
      -   ທ່ານຜູ້ອຳນວຍການ ວິສາຫະກິດ/ບໍລິສັດ ທີ່ນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ຢູ່ໃນຂອບເຂດທົ່ວປະເທດ.

ເລື່ອງ: ການຄິດໄລ່ເກັບ ແລະ ແຈ້ງມອບ ອາກອນມູນຄ່າເພີ່ມ ຈາກການນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟຢູ່ພາຍໃນປະເທດ.

-   ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
-   ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງເລກທີ 52/ສພຊ, ລົງວັນທີ 23 ກໍລະກົດ 2014;
-   ອີງຕາມ ແຈ້ງການຂອງຫ້ອງການ ກະຊວງການເງິນ ສະບັບເລກທີ 745/ກງ.ຫກ, ລົງວັນທີ 28 ມີນາ 2016. ຂ້າງເທິງ

     ກົມສ່ວຍສາອາກອນ ຂໍແຈ້ງການເພີ່ມເຕີມມາຍັງທ່ານຊາບ ກ່ຽວກັບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ທີ 5 ຂອງແຈ້ງການຂອງຫ້ອງການ ກະຊວງການເງິນ ສະບັບເລກທີ 745/ກງ.ຫກ, ລົງວັນທີ 28 ມີນາ 2016 ໃຫ້ປະຕິບັດເປັນເອກະພາບກັນ ຄືດັ່ງນີ້: 

1.  ບໍລິສັດ ທີ່ນຳເຂົ້າ ນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໃຫ້ແຈ້ງເສຍອາກອນມູນຄ່າເພີ່ມ ເປັນແຕ່ລະເດືອນ ບໍ່ໃຫ້ກາຍວັນທີ 15 ຂອງເດືອນຖັດໄປ ພາຍຫຼັງທີ່ມີການຈຳໜ່າຍນ້ຳມັນເຊື້ອໄຟ ຢູ່ພາຍໃນປະເທດ ຕາມຈຳນວນເງິນ ອາກອນມູນຄ່າເພີ່ມ ສ່ວນຜິດດ່ຽງໃນເວລາຂາຍຍົກ ທີ່ຕ້ອງມອບຕື່ມ ທີ່ໄດ້ກຳນົດໄວ້ໃນໂຄງການສ້າງລາຄານ້ຳມັນເຊື້ອໄຟ ໃນແຕ່ລະໄລຍະ. ໃນກໍລະນີ ທີ່ນຳເອົານ້ຳມັນເຊື້ອໄຟມາຈາກຕ່າງປະເທດ (ແຕ່ບໍ່ແມ່ນການເຄື່ອນຍ້າຍ) ເພື່ອລົງສາງຢູ່ແຂວງໃດ ແຂວງໜຶ່ງ ແມ່ນໃຫ້ມອບຈຳນວນເງິນອາກອນມູນຄ່າເພີ່ມ ສ່ວນຜິດດ່ຽງໃນເວລາຂາຍຍົກ ທີ່ຕ້ອງມອບຕື່ມ ຕາມໂຄງສ້າງລາຄານ້ຳມັນແຕ່ລະໄລຍະ ໃຫ້ພະແນກສ່ວຍສາອາກອນປະຈຳແຂວງນັ້ນ;

2.  ບໍລິສັດທີ່ນຳເຂົ້າ ແລະ ຈຳໜ່າຍນ້ຳມັນເຊື້ອໄຟ ໃຫ້ສະໜອງຂໍ້ມູນ ໂຄງສ້າງພື້ນຖານໂຄງລ່າງ, ແຜນການນຳເຂົ້າ ແລະ ແຜນການຈຳໜ່າຍນ້ຳມັນເຊື້ອໄຟ ປະຈຳປີ ໃຫ້ກົມສ່ວຍສາອາກອນ ກ່ອນວັນທີ 01 ມີນາ ຂອງທຸກໆປີ ຢ່າງເປັນລະບົບປົກກະຕິ; ຂ້າງເທິງ

3.  ການຄິດໄລ່ ອາກອນມູນຄ່າເພີ່ມເບື້ອງສົ້ນອອກ ແມ່ນໃຫ້ເອົາມູນຄ່າ ຫຼື ລາຄາຂາຍຍົກ ບໍ່ລວມມີອາກອນມູນຄ່າເພີ່ມ ຄູນກັບ ອັດຕາອາກອນມູນຄ່າເພີ່ມ, ພ້ອມທັງອອກໃບເກັບເງິນ ຕາມການຄິດໄລ່ດັ່ງກ່າວ. ອາກອນມູນຄ່າເພີ່ມທີ່ຕ້ອງມອບຕື່ມ ແມ່ນໃຫ້ເອົາ ອາກອນມູນຄ່າເພີ່ມເບື້ອງສົ້ນອອກ ຕາມຈຳນວນນ້ຳມັນທີ່ໄດ້ຂາຍໃນເດືອນ ລົບໃຫ້ ຈຳນວນ ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຂອງຈຳນວນນ້ຳມັນທີ່ໄດ້ຂາຍໃນເດືອນ ທີ່ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ແຕ່ລະໄລຍະ.

4.  ການລາຍງານ ການເຄື່ອນໄຫວເບື້ອງສົ້ນອອກ ແລະ ເບື້ອງສົ້ນເຂົ້າ ຫຼື ການປະກອບໃບແຈ້ງ ອາກອນມູນຄ່າເພີ່ມ ແມ່ນໃຫ້ເອົາມູນຄ່າ ບໍ່ລວມອາກອນມູນຄ່າເພີ່ມທັງໝົດໃນເດືອນຕາມຈຳນວນນ້ຳມັນທີ່ໄດ້ຂາຍໃສ່ໃນຫ້ອງທີ 15, ສ່ວນຫ້ອງທີ 19 ແມ່ນ ຈຳນວນເງິນ ອາກອນມູນຄ່າເພີ່ມເບື້ອງສົ້ນອອກ ແລະ ໃຫ້ປະກອບຂໍ້ມູນ: ມູນຄ່າຊື້ທັງໝົດ ຂອງຈຳນວນນ້ຳມັນທີ່ໄດ້ຂາຍໃນເດືອນເຂົ້າໃສ່ຫ້ອງທີ 23, ສ່ວນຫ້ອງທີ 29 ແມ່ນ ຈຳນວນເງິນ ອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ແລະ ຈະເກີດມີ ອາກອນມູນຄ່າເພີ່ມ ທີ່ຕ້ອງມອບ ຢູ່ຫ້ອງທີ 44 ຂອງໃບແຈ້ງ ຊຶ່ງຈະເທົ່າກັບ ຈຳນວນອາກອນມູນຄ່າເພີ່ມທີ່ຕ້ອງມອບຕື່ມແຕ່ລະໄລຍະ ຄູນກັບ ຈຳນວນ ນ້ຳມັນທີ່ໄດ້ຂາຍອອກ ຕາມໂຄງສ້າງລາຄານ້ຳມັນເຊື້ອໄຟ. ຂ້າງເທິງ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມສ່ວຍສາອາກອນ
(ເຊັນ ແລະ ປະທັບກາ)

ສັງວອນ ພັນທະວິໄລ

ນຳສົ່ງ:

-   ທ່ານ ລັດຖະມົນຕີ ກະຊວງການເງິນ     1 ສະບັບ ເພື່ອໃຊ້ຕາງລາຍງານ;
-   ທ່ານ ຮອງລັດຖະມົນຕີ ກະຊວງການເງິນ    1 ສະບັບ ເພື່ອໃຊ້ຕາງລາຍງານ;
-   ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ    1 ສະບັບ ເພື່ອຊາບ ແລະ ປະຕິບັດ;
-   ສະພາອຸດສາຫະກຳ ແລະ ການຄ້າ, ປະທານກຸ່ມທຸລະກິດນ້ຳມັນເຊື້ອໄຟ    1 ສະບັບ ເພື່ອຊາບ ແລະ ປະຕິບັດ;
-  ພະແນກຄຸ້ມຄອງເກັບລາຍຮັບ ກົມສ່ວຍສາອາກອນ   1 ສະບັບ ເພື່ອປະຕິບັດ;
-   ພະແນກສ່ວຍສາອາກອນ ປະຈຳແຂວງ, ນະຄອນຫຼວງ ແຂວງລະ    1 ສະບັບ ເພື່ອປະຕິບັດ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Additional Notification on the Collection and Declaration of Value Added Tax from the Import and Distribution of Fuel Nationwide No.4698/MoF.TD, dated 3 August 2016 PDF
2 ແຈ້ງການເພີ່ມເຕີມ ກ່ຽວກັບ ການຄິດໄລ່ເກັບ ແລະ ແຈ້ງມອບ ອາກອນມູນຄ່າເພີ່ມ ຈາກການນຳເຂົ້າ ແລະ ຈຳໜ່າຍເຊື້ອໄຟຢູ່ໃນຂອບເຂດທົ່ວປະເທດ ສະບັບເລກທີ 4698/ກງ. ກສອ, ລົງວັນທີ 3 ສິງຫາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.