ພາຍຫຼັງທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ໃນປີ 2013 ແລະ ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ຫຼື AEC ໃນຕົ້ນປີ 2016 ນີ້. ການດໍາເນີນການຄ້າໂດຍ ສະເພາະການນໍາເຂົ້າ ແລະ ສົ່ງອອກ ແມ່ນໄດ້ຮັບການເປີດເສລີຂຶ້ນ. ບັນດາອັດຕາພາສີນໍາເຂົ້າສິນຄ້າສ່ວນໃຫຍ່ແມ່ນກໍາລັງຫຼຸດລົງເຫຼືອ 0-5%.  ແຕ່ເຖິງຢ່າງໃດກໍ່ຕາມ, ມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ (Non-Tariff Measures : NTMs) ເຊັ່ນ: ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ (SPS), ມາດຕະການສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (TBT), ມາດຕະການຄວບຄຸມການນຳເຂົ້າ, ຫຼື ມາດຕະການຄວບຄຸມລາຄາຕ່າງໆ ເຫຼົ່ານີ້້ເປັນຕົ້ນ ແມ່ນຖືກນຳໃຊ້ ເພື່ອເປັນເງື່ອນໄຂໃນການນໍາເຂົ້າ ຫຼື ສົ່ງອອກສິນຄ້າ ຫຼື ເປັນສິ່ງທີ່ຈະມາປ່ຽນແທນການນຳໃຊ້ອັດຕາພາສີຕໍ່ກັບການນຳເຂົ້າ-ສົ່ງອອກສິນຄ້າ. ຈຸດປະສົງຕົ້ນຕໍຂອງການນໍາໃຊ້ມາດຕະການເຫຼົ່ານີ້ກໍ່ແມ່ນ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ, ສັດ ແລະ ພືດ ເປັນຕົ້ນ.

ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນຢໍ້າເຖິງຄວາມຈຳເປັນວ່າ : “ເຖິງແມ່ນວ່າຈຸດປະສົງສ່ວນໃຫຍ່ ຂອງການນໍາໃຊ້ NTMs ຕົ້ນຕໍ ແມ່ນເພື່ອປົກປ້ອງຜູ້ບໍລິໂພກ ແລະ ຊົມໃຊ້ສິນຄ້າ, ແຕ່ຖ້າມາດຕະການດັ່ງກ່າວນີ້ ຖືກວາງອອກ ຫຼື ນຳໃຊ້ ໂດຍບໍ່ໄດ້ມີການປະເມີນເຫດຜົນ ແລະ ຜົນກະທົບ (ຜົນໄດ້ ແລະ ຜົນເສຍ) ຢ່າງລະອຽດກ່ອນ, ມາດຕະການດັ່ງກ່າວ ອາດກາຍເປັນອຸປະສັກໃຫ້ແກ່ການຄ້າ ຫຼື ອາດຖືກເຊື່ຶອງຊ້ອນເພື່ອຈຸດປະສົງທີ່ກີດກັນຄູ່ແຂ່ງທາງດ້ານການຄ້າ”.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຜົນກະທົບເບື້ອງຕົ້ນຂອງມາດຕະການອອກໃບອະນຸຍາດນຳເຂົ້າຍານພາຫະນະ ແລະ ນໍ້າມັນເຊື້ອໄຟ ທີ່ກົມການການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າຄຸ້ມຄອງ. ແລະ ໄດ້ຮັບຟັງການບັນຍາຍວິທີການດຳເນີນການເຮັດບົດປະເມີນຜົນກະທົບຈາກຊ່ຽວຊານຂອງໂຄງການ ເພື່ອເປັນການກະກຽມໃນເບື້ອງຕົ້ນ ໃຫ້ແກ່ການປະເມີນມາດຕະການທີ່ມີຜົນກັບຄວາມຮັບຜິດຊອບແຕ່ລະກະຊວງໃນຕໍ່ໜ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.