ກອງປະຊຸມເຜີຍແຜ່ ຜົນການສຳຫຼວດມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ  ທີ່ທຸລະກິດສົ່ງອອກຂອງລາວພົບພໍ້ ຈະໄດ້ຈັດຂື້ນວັນທີ 15 ສິງຫາ 2016, ທີ່ ໂຮງແຮມ ລາວພລາຊ່າ, ເຊິ່ງຈະຈັດໂດຍກົມການນຳເຂົ້າ ແລະ ສົ່ງອອກ. ໂດຍຈະເຊື້ອເຊີນເອົາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂອງກັບອະນຸຍາດການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ພາກທຸລະກິດທີ່ສົ່ງອອກສິນຄ້າເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອນໍາສະເໜີຜົນການສຳ​ຫຼວດຜົນກະທົບຂອງມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ທີ່ທຸລະ​ກິດ​ສົ່ງ​ອອກຂອງລາວ ພົບພໍ້ໃນເວລາສົ່ງອອກ ພ້ອມທັງເປັນເວທີປຶກສາຫາລື ແລະ ປະກອບຄໍາຄິດເຫັນຕໍ່ຮ່າງບົດລາຍງານຜົນສໍາຫຼວດດັ່ງກ່າວ ຊຶ່ງຈະເປັນບ່ອນອີງສໍາຄັນອັນໜຶ່ງ ໃນການສະເໜີຂັ້ນເທິງພິຈາລະນາທິດທາງປັບປຸງ NTMs ຂອງ ສປປ ລາວ ພ້ອມທັງນໍາໃຊ້ເຂົ້າໃນວຽກງານການເຈລະຈາກັບບັນດາປະເທດຄູ່ຄ້າທີ່ເປັນຜູ້ວາງ NTMs. ທັງນີ້, ກໍ່ເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ສິນຄ້າສົ່ງອອກຂອງລາວ ສາມາດແຂ່ງຂັນກັບຕະຫຼາດສາກົນໄດ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.