ລັດຖະບານ ປະກາດໃຫ້ຢຸດຕິການອະນຸຍາດຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟ ທຸກປະເພດ ລວມທັງ ນໍ້າມັນເຊື້ອໄຟທີ່ຮັບໃຊ້ໂຄງການຊ່ວຍເຫຼືອລ້າ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໝາຍຄວາມວ່າ ນັບແຕ່ນີ້ເປັນຕົ້ນໄປ ການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ຕ້ອງໄດ້ເສຍພາສີ-ອາກອນ ຢ່າງຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແຫ່ງ ສປປ ລາວ. ຈຸດປະສົງ ຂອງການຢຸດຕິການຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ແມ່ນແນໃສ່ເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ຖືກຕ້ອງຕາມກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ຮັບປະກັນການເກັບລາຍຮັບເຂົ້າງົບປະມານຂອງລັດ ໃຫ້ໄດ້ຢ່າງຄົບຖ້ວນ ແລະ ໂປ່ງໃສ.

ທ່ານ ດຣ. ຈະເລີນ ເຢຍປ່າວເຮີ, ລັດຖະມົນຕີປະຈຳນັກງານນາຍົກລັດຖະມົນຕີິ, ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 4 ສິງຫາ 2016 ວ່າ: ການຕົກລົງດັ່ງກ່າ ວແມ່ນອີງໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ທີ່ກຳນົດວ່າ ແນວທາງນະໂຍບາຍຂອງພັກ ຕ້ອງໄດ້ຫັນເປັນກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອເປັນພາຫະນະ ແລະ ເຄື່ອງມືຄຸ້ມຄອງສັງຄົມ. ໃນນີ້ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 08 ກໍລະກົດ 2009 ມາດຕາ 52, ຂໍ້ 3, ວັກ 2 ໄດ້ກໍານົດຢ່າງຈະແຈ້ງວ່າ: “ສໍາລັບການນໍາເຂົ້ານໍ້າມັນເຊື້ອໄຟ ທຸກປະເພດ ແມ່ນບໍ່ໄດ້ຮັບການຍົກເວັ້ນດ້ານພາສີ-ອາກອນ”. ພ້ອມດຽວກັນນີ້, ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າ ດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006 ບໍ່ໄດ້ອະນຸຍາດໃຫ້ຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າເຊື້ອໄຟທຸກປະເພດ ແຕ່ຢ່າງໃດເລີຍ.

ທ່ານໄດ້ກ່າວຕື່ມອີກວ່າ: ໃນໄລຍະທີ່ຜ່ານມາ, ຍ້ອນວ່າປະເທດເຮົາເປັນປະເທດດ້ອຍພັດທະນາ, ພື້ນຖານໂຄງລ່າງໃນທຸກດ້ານ ຍັງບໍ່ທັນໄດ້ຮັບການກໍ່ສ້າງໃຫ້ເປັນລະບົບຄົບຊຸດ. ລັດຖະບານຈຶ່ງໄດ້ປະຕິບັດ ນະໂຍບາຍຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄ່ງລ່າງຈໍານວນໜຶ່ງ ເພື່ອສ້າງເງື່ອນໄຂສະດວກ ໃຫ້ແກ່ການດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ກໍ່ໄດ້ນຳມາເຊິ່ງຜົນສຳເລັດຢ່າງໃຫຍ່ຫຼວງຫຼາຍຢ່າງ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ແຕ່ຄຽງຄູ່ກັນນັ້ນ, ສັງເກດເຫັນວ່າ ຍັງເປັນ ຊ່ອງວ່າງໃຫຍ່ ໃຫ້ແກ່ການລັກລອບນໍາເຂົ້ານໍ້າມັນເຊື້ອໄຟ ມາຂາຍຕາມທ້ອງຕະຫຼາດ ໃນທົ່ວປະເທດ, ເຮັດໃຫ້ການຄຸ້ມຄອງ ພົບຄວາມຫຍຸ້ງຍາກຫຼາຍສິ່ງຫຼາຍຢ່າງ, ທັງເປັນການສູນເສຍລາຍຮັບງົບປະມານຂອງລັດຖະບານ ເປັນຈໍານວນຫຼວງຫຼາຍ ເຊັ່ນ: ການອະນຸມັດຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ໃນຂອບເຂດທົ່ວປະເທດ ມາຮອດວັນທີ 20 ພຶດສະພາ 2016 ນີ້ ມີທັງໝົດ 1,49 ຕື້ລິດ, ເປັນມູນຄ່າທັງໝົດ 1.495 ຕື້ກີບ ຕາມລາຄານໍ້າມັນເຊື້ອໄຟປະຈຸບັນ.

ຍ້ອນແນວນັ້ນ ໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 1-2 ສິງຫາ 2016 ລັດຖະບານຈຶ່ງຕົກລົງໃຫ້ຢຸດຕິການອະນຸຍາດຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ໃນຂອບເຂດທົ່ວປະເທດ ເຊິ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ນັບແຕ່ວັນທີ 4 ສິງຫາ 2016 ເປັນຕົ້ນມາ. ສໍາລັບໂຄງການໃດທີ່ໄດ້ຮັບການຍົກເວັ້ນ ໃນໄລຍະຜ່ານມາ ແມ່ນຈະໄດ້ດຳເນີນການກວດກາ ແລະ ເຈລະຈາຄືນໃໝ່ ເພື່ອເຮັດແນວໃດໃຫ້ທຸກໆໂຄງການ ຕ້ອງຫັນເຂົ້າສູ່ກົດໝາຍ, ລະບຽບການ ແລະ ໃຫ້ປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ ແລະ ເຂັ້ມແຂງ. ພ້ອມດຽວກັນ, ກໍມອບໃຫ້ບັນດາກະຊວງກ່ຽວຂ້ອງ ເປັນຕົ້ນ ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ຈົ່ງດຳເນີນການກວດກາຄືນ ການຈັດຕັ້ງປະຕິບັດບັນດາໂຄງການ ທີ່ໄດ້ຮັບການອະນຸມັດຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ທີ່ຜ່ານມາວ່າ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວເທົ່າໃດ, ຍັງເທົ່າໃດ ແລະ ຈະແກ້ໄຂແນວໃດ ໃຫ້ສອດຄ່ອງ ແລ້ວລາຍງານໃຫ້ລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາຕົກລົງ. ພ້ອມທັງ ໃຫ້ຮີບຮ້ອນກວດກາ ແລະ ປັບປຸງ ບັນດານິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງກັບການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດ ໃຫ້ສອດຄ່ອງກັບກົດໝາຍ ເພື່ອເປັນເອກະພາບກັນ ແລະ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ.

 

ແຫຼ່ງທີ່ມາ: ເວັບໄຊ້ຂອງຫ້ອງວ່າການລັດຖະບານ ແຫ່ງ ສປປ ລາວ, ຂໍ້ມູນຄັ້ງວັນທີ 16 ສິງຫາ 2016.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.