ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕເອກະພາບ ວັດທະນະຖາວອນ

ກະຊວງການເງິນ        ເລກທີ 1530/ກງ
ນະຄອນຫຼວງວຽງຈັນ, ວັທີ 20 ພຶດສະພາ 2016

 ເຖິງ : ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທຸກໆຂັ້ນ, ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນທຸກຄົນ, ຊາວຕ່າງດ້າວ, ຊາວຕ່າງ ປະເທດ  ທີ່ເຄື່ອນໄຫວ ແລະ ດຳລົງຊີວິດ ຢູ່ດິນແດນ ສປປ ລາວ.

ເລື່ອງ : ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸ່ງ ແລະ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015.

-  ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 019/ສພຊ, ລົງວັນທີ 15 ທັນວາ 2015;
-  ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
-  ອີງຕາມ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 023/ປປທ, ລົງວັນທີ 28  ມັງກອນ 2016;
-  ອີງຕາມ ການລົງຈົດໝາຍເຫດທາງລັດຖະການຂອງກະຊວງຍຸຕິທຳ ຄັ້ງວັນທີ 09 ພຶດສະພາ 2016.

        ກະຊວງການເງິນ ຂໍຖືເປັນກຽດ ແຈ້ງມາເພື່ອຊາບກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015, ຊຶ່ງມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ 15 ວັນ (ລົງໃນຈົດໝາຍເຫດວັນທີ 09 ພຶດສະພາ 2016) ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 100 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ, ສະນັ້ນ ກົດໝາຍສະບັບດັ່ງກ່າວ ແມ່ນມີຜົນນຳໃຊ້ໄດ້ນັບແຕ່ວັນທີ 24 ພຶດສະພາ 2016 ເປັນຕົ້ນໄປ.

ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ລັດຖະມົນຕີກະຊວງການເງິນ
(ເຊັນ ແລະ ປະທັບກາ)

ສົມດີ ດວງດີ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification no. 1530/MoF dated 20 May 2016 on the Implementation of Tax Law (Revised Version) no. 70 NA, dated 15 December 2015 PDF
2 ແຈ້ງການ ເລກທີ 1530/ກງ ລົງວັນທີ 20 ພຶດສະພາ 2016 ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.