ສາລະບານ

ມາດຕາ 1 : ລົບລ້າງການໃຫ້ນະໂຍບາຍຫຼຸດຜ່ອນພາສີ-ອາກອນ ...

ມາດຕາ 2 : ຢຸດເຂົາການນຳເຂົ້າລົດມືສອງຢ່າງສິ້ນເຊີງ ...

ມາດຕາ 3 : ບັນດາບໍລິສັດ ທີ່ຈະນຳເຂົ້າພາຫະນະທຸກປະເພດ ຕ້ອງມີເງື່ອນໄຂຄົບຖ້ວນ ...

ມາດຕາ 4 :  ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ...

ມາດຕາ 5 : ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ...

ມາດຕາ 6 : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ນາຍົກລັດຖະມົນຕີ                                           ເລກທີ 78/ນຍ
                        ນະຄອນຫຼວງວຽງຈັນ, ວັນທີ 3 ກໍລະກົດ 2012

ຂໍ້ຕົກລົງ
ວ່າດ້ວຍການຢຸດຕີການນຳເຂົ້າລົດມືສອງ ແລະ
ການໃຫ້ນະໂຍບາຍຫຼຸດຜ່ອນພາສີ-ອາກອນສຳລັບການນຳເຂົ້າລົດ
Hybrid, ລົດທີ່ແລ່ນດ້ວຍອາຍແກັດ NGV, LPG ແລະ ນ້ຳມັນເຊື້ອໄຟ

-    ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 02/ສພຊ, ລົງວັນທີ 06/05/2003;
-    ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;
-    ອີງຕາມ ກົດໝາຍວ່າດ້ວຍສວຍສາອາກອນ ສະບັບເລກທີ 04/ສພຊ, ລົງວັນທີ 19 ພຶດສະພາ 2005;
-    ອີງຕາມ ບົດລາຍງານ ສະບັບເລກທີ 2422/ອຄ.ກຂອ, ລົງວັນທີ 23 ທັນວາ 2011 ຂອງກະຊວງອຸດສາຫະກຳ ແລະ ການຄ້າ. ຂ້າງເທິງ

ນາຍົກລັດຖະມົນຕີຕົກລົງ

ມາດຕາ 1 : ລົບລ້າງການໃຫ້ນະໂຍບາຍຫຼຸດຜ່ອນພາສີ-ອາກອນ ສຳລັດການນຳເຂົ້າລົດ Hybrid, ລົດນໍາໃຊ້ແກັດ NGV, LPG, ນ້ຳມັນເຊື້ໄຟ ແລະ ລົດມືສອງ ແກ່ບັນດາບໍລິສັດ ທີ່ໄດ້ຮັບນະໂຍບາຍແກ່ລັດຖະບານໃນໄລຍະຜ່ານມາ, ສະເພາະຈຳນວນລົດທີ່ນຳເຂົ້າບໍ່ໝົດ. ສ່ວນລົດທີ່ໄດ້ສັ່ງຊື້ກ່ອນມື້ມີແຈ້ງການໃຫ້ຢຸດເຊົາ ແລະ ໄດ້ນຳເຂົ້າມາກ່ອນວັນທີ 28 ມີນາ 2012 ຕາມຂໍ້ມູນຜົນການກວດກາຄັ້ງວັນທີ 14/02-28/3/2012 ຂອງຄະນະກໍາມະການກວດກາ ແມ່ນເຫັນດີແກ້ໄຂໃຫ້ບໍລິສັດເສຍພາສີ-ອາກອນ ຕາມນະໂຍບາຍທີ່ລັດຖະບານໄດ້ຕົກລົງໄປແລ້ວ. ຂ້າງເທິງ

ມາດຕາ 2 : ຢຸດເຊົ່າການນຳເຂົ້າລົດມືສອງຢ່າງສິ້ນເຊີງ ນັບແຕ່ມື້ມີແຈ້ງການ ຂອງຫ້ອງວ່າການລັດຖະບານສະບັບເລກທີ 191/ຫລບ.ກສສ, ລົງວັນທີ 08/02/2012 ຍົກເວັ້ນກົນຈັກໜັກ ເພື່ອຮັບໃຊ້ການຜະລິດ ແມ່ນສາມາດນໍາເຂົ້າໄດ້ ແຕ່ຕ້ອງຮັບປະກັນດ້ານຄຸນນະພາບ, ມີອາຍຸການນຳໃຊ້ ແລະ ຄົບຕາມ ມາດຕະຖານທີ່ກຳນົດໄວ້. ສຳລັບລົດມືສອງທີ່ໄດ້ສັ່ງຊື້ກ່ອນມື້ມີແຈ້ງການໃຫ້ຢຸດເຊົາ ແລະ ໄດ້ນຳເຂົ້າມາຄ້າງຢູ່ສາງກ່ອນວັນທີ 28 ມີນາ 2012 ຕາມຂໍ້ມູນຜົນການກວດກາ ຄັ້ງວັນທີ 14/02-28/03/2012 ຂອງຄະນະກໍາມະການກວດກາ ແມ່ນເຫັນດີໃຫ້ນໍາເຂົ້າ ແລະ ປະຕິບັດຕາມນະໂຍບາຍທີລັດຖະບານໄດ້ຕົກລົງແລ້ວ. ຖ້າຍັງມີການນຳເຂົ້າລົດມືສອງເຂົ້າມາ ພາຍຫຼັງ ວັນທີ 28/03/2012 ແມ່ນໃຫ້ສົ່ງອອກຄືນ ແລະ ບໍ່ອະນຸຍາດໃຫ້ມີການປະເມີນລາຄ່າເພື່ອເສຍພາສີ-ອາກອນນໍຳເຂົ້າ, ຖ້າຝ່າຝືນແມ່ນໃຫ້ດຳເນີນການເພື່ອຍຶດເປັນຂອງລັດ ຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005 ກຳນົດໄວ້.

ມາດຕາ 3 : ບັນດາບໍລິສັດ ທີ່ຈະນຳເຂົ້າພາຫະນະທຸກປະເພດ ຕ້ອງມີເງື່ອນໄຂຄົບຖ້ວນ ຕາມຂໍ້ຕົກລົງ ສະບັບເລກທີ 0919/ອຄ.ກຂອ, ລົງວັນທີ 12/05/2009 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ວາງອອກ ແລະ ການນໍາເຂົ້າພາຫະນະທຸກປະເພດຕ້ອງເສຍພາສີ-ອາກອນ ຕາມອັດຕາ ທີ່ກົດໝາຍກຳນົດໄວ້. ຂ້າງເທິງ

ມາດຕາ 4 ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ກະຊວງໂຍທາທີການ ແລະ ຂົນສົ່ງ ແກ້ໄຂຕົວຈິງໃຫ້ສຳເລັດຂາດຕົວ ຕາມພາລະບົດບາດ ແລະ ສິດຂອງຕົນ ເປັນແຕ່ລະກໍລະນີ ໂດຍອີງໃສ່ຂໍ້ມູນຜົນການກວດກາ ຄັ້ງວັນທີ 14/02-28/3/2012 ຂອງຄະນະກໍາມະການກວດກາ.

ມາດຕາ 5 : ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຕາມພາລະບົບບາດຂອງຕົນຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.

ມາດຕາ 6 : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ນາຍົກລັດຖະມົນຕີ
( ເຊັນ ແລະ ປະທັບກາ )

ທອງສິງ ທຳມະວົງ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Decision on the Termination to Import Used Vehicle and Policy on Tariff and Tax Reduction for the Import of Vehicle (Hybrid, NGV, LPG) and Fuel no. 78/PM, dated 3 July 2012 PDF
2 ຂໍ້ຕົກລົງ ວ່າດ້ວຍ ການຢຸດຕິການນຳເຂົ້າລົດມືສອງ ແລະ ການໃຫ້ນະໂຍບາຍຫຼຸດຜ່ອນພາສີ-ອາກອນສຳລັບການນຳເຂົ້າລົດ Hybrid, ລົດທີ່ແລ່ນດ້ວຍອາຍແກັສ NGV, LPG ແລະ ນໍ້າມັນເຊື້ອໄຟ ສະບັບເລກທີ 78/ນຍ, ລົງວັນທີ 3 ກໍລະກົດ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.