ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ມາດຕະຖານກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ
ມາດຕາ 3. ອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້

ໝວດທີ II - ຄວາມປອດໄພຂອງຜົນຜະລິດ

ມາດຕາ 5. ປະຫວັດ ແລະ ການຈັດການພື້ນທີ່ການຜະລິດ
ມາດຕາ 6. ການນໍາໃຊ້ແນວພັນພືດ
ມາດຕາ 7. ການນໍາໃຊ້ຝຸ່ນ
ມາດຕາ 8. ແຫຼ່ງນໍ້າ ແລະ ການສະໜອງນໍ້າ
ມາດຕາ 9. ການນໍາໃຊ້ສານເຄມີ
ມາດຕາ 10. ການນໍາໃຊ້ເຄື່ອງມືອຸປະກອນເກັບກ່ຽວ ແລະ ພາຊະນະເກັບຮັກສາຜົນຜະລິດ
ມາດຕາ 11. ເຄຫາສະຖານ
ມາດຕາ 12. ການທໍາຄວາມສະອາດ
ມາດຕາ 13. ການຄວບຄຸມສັດລ້ຽງ ແລະ ສິ່ງນໍາເຊື້ອພະຍາດ
ມາດຕາ 14. ການອານາໄມສ່ວນບຸກຄົນ
ມາດຕາ 15. ການເກັບຮັກສາຜົນຜະລິດ
ມາດຕາ 16. ການເກັບຮັກສາ ແລະ ການຂົນສົ່ງ
ມາດຕາ 17. ການພິສູດຫຼັກຖານ ແລະ ການຮຽກຄືນ
ມາດຕາ 18. ການຝຶກອົບຮົມ
ມາດຕາ 19. ການບັນທຶກເອກະສານ
ມາດຕາ 20. ການທົບທວນຄືນ

ໝວດທີ III - ການໃຊ້ກາໝາຍ ແລະ ສະຫຼາກ

ມາດຕາ 21. ການໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ
ມາດຕາ 22. ການນໍາໃຊ້ສະຫຼາກການຜະລິດກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ

ໝວດທີ IV - ການອອກໃບຢັ້ງຢືນ ກ່ຽວກັບຄວາມປອດໄພຂອງຜົນຜະລິດ

ມາດຕາ 23. ການອອກໃບຢັ້ງຢືນກ່ຽວກັບຄວາມປອດໄພຂອງຜົນຜະລິດ

ໝວດທີ V - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 24. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 25. ມາດຕະການຕໍ່ຜູ້ລະເມີດ

ໝວດທີ VI - ບົດບັນຍັດສຸດທ້າຍ

ມາດຕາ 26. ການຈັດຕັ້ງປະຕິບັດ
ມາດຕາ 27. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້   ເລກທີ 0115/ກປ
ນະຄອນຫຼວງວຽງຈັນ, ວັນທີ 27/01/2011

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍມາດຕະຖານກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ

- ອີງຕາມກົດໝາຍວ່າດ້ວຍ ກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
- ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້;
- ອີງຕາມໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1176/ກປຝ, ລົງວັນທີ 09 ພະຈິກ 2010.

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
      ຂໍ້ຕົກລົງສະບັບນີ້ ວາງອອກເພື່ອເປັນເຄື່ອງມືໃນການຄຸ້ມຄອງ ການຜະລິດພືດຜັກ ແລະ ໝາກໄມ້ສົດ ຕາມມາດຕະຖານກະສິກໍາທີ່ດີ ຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ; ສາມາດເຊື່ອມໂຍງກັບຕະຫຼາດສາກົນ ແລະ ພາກພື້ນ; ສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດ ພືດຜັກ ແລະ ໝາກໄມ້ສົດຂອງ ສປປລາວ. ຂ້າງເທິງ

ມາດຕາ 2. ມາດຕະຖານກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ
   ມາດຕະຖານກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດຢູ່ ສປປລາວ ແມ່ນໄດ້ພັດທະນາຂຶ້ນບົນພື້ນຖານ ມາດຕະຖານກະສິກໍາທີ່ດີຂອງອາຊຽນ ຊຶ່ງກວມເອົາຂໍ້ກໍານົດຕ່າງໆ ທີ່ຜູ້ຜະລິດ ແລະ ຜູ້ປະກອບການ ຕ້ອງປະຕິບັດ ເພື່ອໃຫ້ໄດ້ຜົນຜະລິດມີຄວາມປອດໄພຕໍ່ຜູ້ບໍລິໂພກ. ຂ້າງເທິງ

ມາດຕາ 3. ອະທິບາຍຄໍາສັບ
   ຄໍາສັບຕ່າງໆທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ມາດຕະຖານໝາຍເຖິງ: ການກໍານົດຄຸນລັກສະນະສະເພາະ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະອື່ນໆທີ່ກ່ຽວຂ້ອງກັບຄຸນນະພາບ;
  2. ການຜະລິດກະສິກໍາທີ່ດີ (Good Agriculture Practice ‘’GAP”) ໝາຍເຖິງ: ການນໍາໃຊ້ວິທີການເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງ ທີ່ເປັນອັນຕະລາຍອາດເກີດຂຶ້ນ ໃນລະຫວ່າງການຜະລິດ, ການເກັບກ່ຽວ ແລະ ຫຼັງການເກັບກ່ຽວ;
  3. ໂຄງສ້າງເຄຫາສະຖານໝາຍເຖິງ: ສະຖານທີ່ປຸກສ້າງ, ໂຮງເຮືອນ, ສະຖານທີ່ຜະລິດ, ເກັບມ້ຽນ, ປຸງແຕ່ງ ແລະ ຫຸ້ມຫໍ່ຜົນຜະລິດ;
  4. ສານເຄມີໝາຍເຖິງ: ຝຸ່ນເຄມີ, ຢາປາບສັດຕູພືດ, ຢາຂ້າຫຍ້າ, ຮໍໂມນ, ສານເຄືອບຜິວ ແລະ ແຮ່ທາດບໍາລຸງດິນ;
  5. ເຄມີອື່ນໆໝາຍເຖິງ: ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະສິ່ງອື່ນໆ;
  6. ທາດອາຫານບໍາລຸງດິນ (Soil Additives) ໝາຍເຖິງ: ແຮ່ທາດຕ່າງໆ: ເຫຼັກ, ມັງການ, ບໍຣອນ (Br), ຮິວມັດ (humus);
  7. ເຊື້ອຈຸລິນຊີໝາຍເຖິງ: ສິ່ງທີ່ມີຊີວິດທີ່ບໍ່ສາມາດ ເບິ່ງດ້ວຍຕາເປົ່າໄດ້ເຊັ່ນ: ເຊື້ອໄວຣັດ, ແບັກເຕີລີ, ເຊື້ອຣາ;
  8. ເຊື້ອຊີວະວິທະຍາໝາຍເຖິງ: ເຊື້ອຈຸລິນຊີທີ່ມີຊີວິດ ທີ່ເປັນປະໂຫຍດທີ່ໄດ້ມາຈາກ ເຊື້ອໄວຣັດ, ແບັກເຕີລີ, ເຊື້ອຣາ;
  9. ການເຮັດອານາໄມ/ທໍາຄວາມສະອາດໝາຍເຖິງ: ການລ້າງ, ເປົ່າ, ເຊັດ, ກວາດ ແລະ ຖູເອົາດິນ, ສິ່ງເປິເປື້ອນ ແລະ ສິ່ງແປກປອມອອກຈາກຜົນຜະລິດ, ສະຖານທີ່ປຸງແຕ່ງເບື້ອງຕົ້ນ ແລະ ສະຖານທີ່ເກັບມ້ຽນຜົນຜະລິດ;
  10. ອົງການທີ່ມີອໍານາດໝາຍເຖິງ: ການຈັດຕັ້ງລັດ ຫຼື ເອກະຊົນທີ່ຖືກຮັບຮອງ ເປັນອົງການທີ່ມີສິດອໍານາດ ໃນການພັດທະນາ ຫຼື ກວດກາມາດຕະຖານ ແລະ ຫຼັກການຈັດຕັ້ງປະຕິບັດກົດລະບຽບ ແລະ ນະໂຍບາຍຕ່າງໆ. ຍົກຕົວຢ່າງ: ກົດລະຫັດອາຫານ (CODEX) ແມ່ນກົມອາຫານ ແລະ ຢາ, ກົມປູກຝັງ;
  11. ວັດຖຸອົງຄະທາດ (Organic Material) ໝາຍເຖິງ: ວັດຖຸທີ່ໄດ້ມາຈາກພືດ, ສັດ ແລະ ແຮ່ທາດຕ່າງໆທີ່ບໍ່ໄດ້ຜ່ານຂະບວນການສັງເຄາະ;
  12. ສິ່ງແປກປອມ (Foreign Objectives) ໝາຍເຖິງ: ສິ່ງທີ່ບໍ່ຕ້ອງການປະປົນ ຢູ່ກັບຜະລິດຕະພັນ ຫຼື ບໍລິເວນອ້ອມຮອບຜະລິດຕະພັນ ຊຶ່ງອາດກໍ່ໃຫ້ເກີດຜົນກະທົບຕໍ່ ຄວາມປອດໄພ ຫຼື ຄຸນນະພາບຜົນຜະລິດ ຕົວຢ່າງ: ແກ້ວ, ໂລຫະ, ໄມ້, ກ້ອນຫີນ, ດິນ, ໃບໄມ້, ຜ້າຢາງ ຫຼື ຖົງຢາງ ແລະ ແກ່ນຫຍ້າ;
  13. ຊື່ຜະລິດຕະພັນໝາຍເຖິງ: ຊື່ການຄ້າຂອງຜະລິດຕະພັນ;
  14. ຜູ້ນໍາໃຊ້ໝາຍເຖິງ: ຜູ້ຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການນໍາໃຊ້ຝຸ່ນ, ຢາ ແລະ ສານເຄມີ;
  15. ສິ່ງນໍາເຊື້ອພະຍາດໝາຍເຖິງ: ພາຫະທຸກປະເພດເປັນຕົ້ນແມ່ນຄົນ, ສັດ ແລະ ພາຫະທີ່ເປັນສາຍເຫດ ໃນການນໍາເຊື້ອພະຍາດມາສູ່ຜົນຜະລິດ. ຂ້າງເທິງ

ມາດຕາ 4. ຂອບເຂດການນໍາໃຊ້
   ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບປະຕິບັດ ສໍາລັບບຸກຄົນ, ນິຕິບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງດໍາເນີນທຸລະກິດ ດ້ານການປູກພືດຜັກ ແລະ ໄມ້ໃຫ້ໝາກ ຕາມມາດຕະຖານກະສິກໍາທີ່ດີກ່ຽວກັບ ຄວາມປອດໄພຂອງຜົນຜະລິດຢູ່ ສປປລາວ. ຂ້າງເທິງ

ໝວດທີ II
ຄວາມປອດໄພຂອງຜົນຜະລິດ

ມາດຕາ 5. ປະຫວັດ ແລະ ການຈັດການພື້ນທີ່ການຜະລິດ

  1. ຕ້ອງວິໄຈປະເມີນຜົນ ແລະ ເກັບຮັກສາບົດລາຍງານຜົນການວິໄຈ ຄວາມສ່ຽງການປົນເປື້ອນຂອງສານເຄມີ ແລະ ເຊື້ອຈຸລິນຊີທີ່ເປັນອັນຕະລາຍຕໍ່ຜົນຜະລິດ ເນື່ອງຈາກການນໍາໃຊ້ພື້ນທີ່ໃນໄລຍະຜ່ານມາ ຫຼື ຈາກພື້ນທີ່ໃກ້ຄຽງກ່ອນການ ປູກພືດແຕ່ລະຄັ້ງ;
  2. ຖ້າຜົນວິໄຈພົບວ່າ ພື້ນທີ່ມີຄວາມສ່ຽງຕໍ່ການປົນເປື້ອນຂອງສານເຄມີ ແລະ ເຊື້ອຈຸລິນຊີ, ຕ້ອງໄດ້ນໍາໃຊ້ມາດຕະການປ້ອງກັນຄວາມສ່ຽງ ຢ່າງເໝາະສົມ ແລະ ບັນທຶກມາດຕະການດັ່ງກ່າວ;
  3. ຕ້ອງເກັບຮັກສາບົດບັນທຶກກ່ຽວກັບພື້ນທີ່ ການຜະລິດເພື່ອເປັນຫຼັກຖານອ້າງອີງ. ຂ້າງເທິງ

ມາດຕາ 6. ການນໍາໃຊ້ແນວພັນພືດ

  1. ແນວພັນພືດທີ່ຜະລິດຢູ່ພາຍໃນຟາມ ຕ້ອງບັນທຶກຂັ້ນຕອນການຜະລິດລະອຽດ, ໃນກໍລະນີນໍາໃຊ້ສານເຄມີ ເຂົ້າໃນການຜະລິດຕ້ອງໃຫ້ເຫດຜົນ ຂອງການນໍາໃຊ້;
  2. ແນວພັນພືດທີ່ນໍາມາຈາກບ່ອນອື່ນ ຕ້ອງບັນທຶກວັນທີ, ຊື່ ແລະ ສະຖານທີ່ຂອງຜູ້ສະໜອງ;
  3. ບໍ່ອະນຸຍາດໃຫ້ປູກແນວພັນພືດ ຫຼື ຊະນິດພືດ ທີ່ເປັນພິດຕໍ່ສຸຂະພາບຂອງຜູ້ບໍລິໂພກ ຢູ່ພາຍໃນສວນປູກພືດ. ຂ້າງເທິງ

ມາດຕາ 7. ການນໍາໃຊ້ຝຸ່ນ

  1. ຕ້ອງວິໄຈ ແລະ ບັນທຶກຜົນການວິໄຈຄວາມສ່ຽງ ການປົນເປື້ອນຂອງການນໍາໃຊ້ສານເຄມີ ແລະ ເຊື້ອຈຸລິນຊີຂອງແຕ່ລະພືດ;
  2. ຖ້າຜົນການວິໄຈພົບການປົນເປື້ອນ ຈາກການນໍາໃຊ້ຝຸ່ນ, ຕ້ອງໃຊ້ມາດຕະການຕ່າງໆ ເພື່ອຫຼຸດຜ່ອນຄວາມສ່ຽງການປົນເປື້ອນ ຕໍ່ຜົນຜະລິດ;
  3. ຕ້ອງເລືອກນໍາໃຊ້ຝຸ່ນ ທີ່ບໍ່ມີຄວາມສ່ຽງຕໍ່ການປົນເປື້ອນ ຂອງໂລຫະໜັກ;
  4. ບໍ່ອະນຸຍາດໃຫ້ນໍາໃຊ້ວັດຖຸອົງຄະທາດ ທີ່ບໍ່ຜ່ານການບົ່ມ ຫຼື ໝັກເຂົ້າໃນການຜະລິດ;
  5. ຕ້ອງບັນທຶກວິທີການ, ສະຖານທີ່, ວັນທີ ແລະ ໄລຍະເວລາຂອງການບົ່ມ ຫຼື ການໝັກວັດຖຸອົງຄະທາດ;
  6. ຕ້ອງສະແດງເອກະສານຢັ້ງຢືນແຫຼ່ງທີ່ມາ ຂອງວັດຖຸອົງຄະທາດ;
  7. ບໍ່ອະນຸຍາດໃຫ້ນໍາໃຊ້ສິ່ງເສດເຫຼືອ ຈາກຮ່າງກາຍຂອງຄົນ ເຂົ້າໃນການຜະລິດພືດ;
  8. ຕ້ອງບໍາລຸງຮັກສາ ແລະ ກວດກາເຄື່ອງມືອຸປະກອນ ໃຫ້ຢູ່ໃນສະພາບນໍາໃຊ້ໄດ້ເປັນປະຈໍາ;
  9. ຕ້ອງກໍານົດທີ່ຕັ້ງ, ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກ ສໍາລັບການຜະລິດ, ການປະສົມ ແລະ ການເກັບຮັກສາຝຸ່ນ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການປົນເປື້ອນ ຂອງພື້ນທີ່ການຜະລິດ ແລະ ແຫຼ່ງນໍ້າ;
  10. ການຈັດຊື້ຝຸ່ນ ຕ້ອງມີລາຍລະອຽດກ່ຽວກັບຊະນິດຝຸ່ນ, ສະຖານທີ່ຜະລິດ, ຊື່ຜູ້ຈໍາໜ່າຍ, ວັນທີ ແລະ ຈໍານວນ;
  11. ການນໍາໃຊ້ຝຸ່ນ ຕ້ອງບັນທຶກວັນທີ, ຊື່ຜະລິດຕະພັນ, ສະຖານທີ່, ອັດຕາ, ວິທີການ ແລະ ຊື່ຜູ້ນໍາໃຊ້. ຂ້າງເທິງ

ມາດຕາ 8. ແຫຼ່ງນໍ້າ ແລະ ການສະໜອງນໍ້າ

  1. ນໍ້າທີ່ໃຊ້ ສໍາລັບການປູກພືດ ແລະ ການລ້າງຜົນຜະລິດຕ້ອງສະອາດ, ປອດໄພ ແລະ ບໍ່ມີການປົນເປື້ອນ ຈາກສານເຄມີທີ່ເປັນອັນຕະລາຍ, ໃນກໍລະນີ ພົບວ່າມີຄວາມສ່ຽງຕໍ່ການປົນເປື້ອນ ຕ້ອງໄດ້ເຮັດການທົດສອບຄຸນນະພາບນໍ້າ;
  2. ໃນກໍລະນີພົບວ່າ ນໍ້າມີຄວາມສ່ຽງຕໍ່ການປົນເປື້ອນ ດ້ວຍສານເຄມີ ຫຼື ເຊື້ອຈຸລິນຊີ ຕ້ອງນໍາໃຊ້ນໍ້າຈາກແຫຼ່ງອື່ນ ຫຼື ບໍາບັດນໍ້າໃຫ້ຖືກຕ້ອງ ຕາມຫຼັກວິຊາການ ກ່ອນການນໍາໃຊ້ ພ້ອມທັງເກັບຮັກສາບົດບັນທຶກນັ້ນໄວ້. ຂ້າງເທິງ

ມາດຕາ 9. ການນໍາໃຊ້ສານເຄມີ

  1. ບຸກຄົນທີ່ເຮັດວຽກກັບສານເຄມີ ຕ້ອງຜ່ານການຝຶກອົບຮົມ ກ່ຽວກັບການນໍາໃຊ້ສານເຄມີ ຢ່າງຖືກຕ້ອງ;
  2. ຜູ້ແນະນໍາການນໍາໃຊ້ສານເຄມີ ຕ້ອງມີຄວາມຮູ້ພື້ນຖານດ້ານວິຊາການທີ່ກ່ຽວຂ້ອງ;
  3. ຕ້ອງນໍາໃຊ້ລະບົບການປ້ອງກັນພືດ ແບບປະສົມປະສານ ໃນບ່ອນທີ່ມີເງື່ອນໄຂ ເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີ;
  4. ຕ້ອງສັ່ງຊື້ສານເຄມີຈາກຜູ້ຈໍາໜ່າຍ ຫຼື ຜູ້ສະໜອງທີ່ໄດ້ຮັບ ໃບອະນຸຍາດເປັນທາງການເທົ່ານັ້ນ;
  5. ສານເຄມີ ແລະ ເຊື້ອຊີວະວິທະຍາ ທີ່ນໍາໃຊ້ຕ້ອງມີໃບອະນຸຍາດນໍາໃຊ້ ຈາກພາກສ່ວນທີ່ມີສິດ ແລະ ໜ້າທີ່ກ່ຽວຂ້ອງ;
  6. ຂອບເຂດການຕົກຄ້າງສູງສຸດ ຂອງຢາປາບສັດຕູພືດ (MRL-Maximum Residue Limits) ຕ້ອງປະຕິບັດຕາມກົດລະຫັດອາຫານ (Codex Alimentarius) ຊຶ່ງອົງການອາຫານ ແລະ ການກະເສດ ໄດ້ກໍານົດອອກເປັນແຕ່ລະໄລຍະ;
  7. ການນໍາໃຊ້ສານເຄມີ ໃຫ້ປະຕິບັດໄປຕາມສະຫຼາກ ຫຼື ເອກະສານແນະນໍາ ຂອງຜະລິດຕະພັນນັ້ນ;
  8. ເພື່ອຮັບປະກັນການນໍາໃຊ້ສານເຄມີ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຕ້ອງວິໄຈສານພິດຕົກຄ້າງ ໃນຜົນຜະລິດຈາກຫ້ອງວິໄຈ ຫຼື ຫ້ອງທົດລອງທີ່ໄດ້ຮັບການຮັບຮອງ ຈາກພາກສ່ວນທີ່ກ່ຽວຂ້ອງ;
  9. ບໍ່ອະນຸຍາດໃຫ້ປະສົມສານເຄມີ ຫຼາຍກວ່າ 2 ຊະນິດ. ຍົກເວັ້ນໃນກໍລະນີຈໍາເປັນ ຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ;
  10. ສານເຄມີ ທີ່ນໍາໃຊ້ຕ້ອງຢູ່ໃນຂອບເຂດອາຍຸການນໍາໃຊ້ ແລະ ພາຊະນະບັນຈຸຢູ່ໃນສະພາບດີ;
  11. ອຸປະກອນທີ່ນໍາໃຊ້ກັບສານເຄມີ ຕ້ອງບໍາລຸງຮັກສາໃຫ້ຢູ່ ໃນສະພາບທີ່ນໍາໃຊ້ໄດ້ ແລະ ກວດກາປະສິດທິພາບຂອງການນໍາໃຊ້ ຢ່າງໜ້ອຍປີລະຄັ້ງ;
  12. ຕ້ອງທໍາຄວາມສະອາດອຸປະກອນ ຈາກການນໍາໃຊ້ສານເຄມີ ໃນແຕ່ລະຄັ້ງ;
  13. ຕ້ອງກໍາຈັດສານເຄມີທີ່ເຫຼືອຈາກການນໍາໃຊ້ ດ້ວຍວິທີການທີ່ບໍ່ມີຄວາມສ່ຽງ ຂອງການປົນເປື້ອນ ຕໍ່ຜົນຜະລິດ;
  14. ຕ້ອງເກັບຮັກສາສານເຄມີໄວ້ ໃນບ່ອນທີ່ມີໂຄງສ້າງເຄຫາສະຖານທີ່ແໜ້ນໜາ, ປອດໄພ ແລະ ຈັດວາງໃຫ້ເປັນລະບຽບ; ສານເຄມີຊະນິດນໍ້າ ແລະ ຊະນິດຝຸ່ນ ຕ້ອງເກັບຮັກສາແຍກກັນ, ພ້ອມທັງຕິດຕັ້ງສິ່ງອໍານວຍຄວາມສະດວກ ໃນກໍລະນີມີສານເຄມີຮົ່ວໄຫຼ. ຫ້າມບຸກຄົນທີ່ບໍ່ກ່ຽວຂ້ອງ ເຂົ້າໃນສະຖານທີ່ເກັບຮັກສາສານເຄມີ ກ່ອນໄດ້ຮັບອະນຸຍາດ;
  15. ຕ້ອງເກັບຮັກສາສານເຄມີ ໄວ້ໃນພາຊະນະບັນຈຸເດີມ. ຖ້າສານເຄມີຖືກປ່ຽນຖ່າຍໄປ ໃສ່ພາຊະນະອື່ນ, ຕ້ອງຕິດເຄື່ອງໝາຍ, ຂໍ້ແນະນໍາການນໍາໃຊ້, ຊື່ທາງການຄ້າ, ອັດຕາ ແລະ ວັນເວລາໝົດອາຍຸການນໍາໃຊ້;
  16. ບໍ່ອະນຸຍາດໃຫ້ນໍາໃຊ້ ພາຊະນະບັນຈຸສານເຄມີເປົ່າ;
  17. ການເກັບມ້ຽນ ແລະ ການຖິ້ມພາຊະນະບັນຈຸສານເຄມີເປົ່າ ຕ້ອງປະຕິບັດຕາມຫຼັກວິຊາການ ຢ່າງເຂັ້ມງວດ;
  18. ສານເຄມີທີ່ຍົກເລີກນໍາໃຊ້ ຫຼື ບໍ່ໄດ້ນໍາໃຊ້ເປັນເວລາຍາວນານ ໃຫ້ແຍກຢ່າງຈະແຈ້ງ ແລະ ເກັບໄວ້ໃນສະຖານທີ່ປອດໄພ ຈົນກວ່າຈະກໍາຈັດຖິ້ມ;
  19. ຕ້ອງບັນທຶກການນໍາໃຊ້ສານເຄມີ ເປັນແຕ່ລະພືດ, ລາຍລະອຽດ, ເຫດຜົນ, ສະຖານທີ່, ວັນທີ, ອັດຕາ, ວິທີການ, ໄລຍະເວລາຢຸດໃຊ້ ກ່ອນການເກັບກ່ຽວ ແລະ ຊື່ຜູ້ນໍາໃຊ້;
  20. ຕ້ອງເກັບຮັກສາເອກະສານ ກ່ຽວກັບການສັ່ງຊື້ສານເຄມີ, ຜູ້ສະໜອງ, ວັນທີ, ຈໍານວນ ແລະ ວັນທີໝົດອາຍຸ ຫຼື ວັນທີຜະລິດ;
  21. ຕ້ອງເກັບຮັກສາບົດບັນທຶກ ກ່ຽວກັບການນໍາໃຊ້ສານເຄມີ ເຊັ່ນ: ສະຖານທີ່, ລາຍລະອຽດຂອງສານເຄມີ, ວັນທີ ແລະ ຈໍານວນ, ວັນທີສິ້ນສຸດການນໍາໃຊ້ ຫຼື ກໍາຈັດຖິ້ມ;
  22. ໃນກໍລະນີມີສານພິດຕົກຄ້າງ ເກີນຂອບເຂດການຕົກຄ້າງສູງສຸດ (MRL-Maximum Residue Limits), ຕ້ອງຄົ້ນຄວ້າຫາສາເຫດຂອງການປົນເປື້ອນ, ວິທີແກ້ໄຂ ເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນຊໍ້າອີກ ແລະ ເກັບຮັກສາບົດບັນທຶກຂອງເຫດການທີ່ເກີດຂຶ້ນ ພ້ອມທັງວິທີການຈັດຕັ້ງປະຕິບັດນັ້ນໄວ້;
  23. ຕ້ອງຄຸ້ມຄອງ ແລະ ເກັບຮັກສານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງແລະ ສິ່ງອື່ນໆ ທີ່ບໍ່ແມ່ນສານເຄມີໄວ້ໃນບ່ອນທີ່ປອດໄພ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການປົນເປື້ອນ ຕໍ່ຜົນຜະລິດ. ຂ້າງເທິງ

ມາດຕາ 10. ການນໍາໃຊ້ເຄື່ອງມືອຸປະກອນເກັບກ່ຽວ ແລະ ພາຊະນະເກັບຮັກສາຜົນຜະລິດ

  1. ວັດຖຸອຸປະກອນ, ພາຊະນະບັນຈຸ ແລະ ເຄື່ອງມືຕ່າງໆ ຕ້ອງຜະລິດມາຈາກວັດຖຸ ທີ່ບໍ່ປົນເປື້ອນຕໍ່ຜົນຜະລິດ;
  2. ພາຊະນະທີ່ໃຊ້ບັນຈຸສິ່ງເສດເຫຼືອສານເຄມີ ແລະ ວັດຖຸທີ່ເປັນອັນຕະລາຍໃຫ້ແຍກອອກ ແລະ ຫ້າມເອົາມາໃຊ້ບັນຈຸຜົນຜະລິດ;
  3. ຕ້ອງບໍາລຸງຮັກສາວັດຖຸອຸປະກອນເປັນປົກກະຕິ ເພື່ອຫຼຸດຜ່ອນການປົນເປື້ອນ ຕໍ່ຜົນຜະລິດ;
  4. ຕ້ອງເກັບຜົນຜະລິດ, ວັດສະດຸຫຸ້ມຫໍ່ ແລະ ວັດຖຸອຸປະກອນໃຫ້ຫ່າງຈາກສານເຄມີ, ຝຸ່ນ, ທາດອາຫານບໍາລຸງດິນ ແລະ ນໍາໃຊ້ມາດຕະການຕ່າງໆ ເພື່ອຫຼຸດຜ່ອນການປົນເປື້ອນ ຈາກສິ່ງນໍາເຊື້ອພະຍາດ;
  5. ຕ້ອງກວດກາຄວາມທົນທານ ແລະ ຄວາມສະອາດຂອງພາຊະນະບັນຈຸ ເຄື່ອງມື ແລະ ວັດຖຸອຸປະກອນ ກ່ອນການນໍາໃຊ້ ຫຼື ກໍາຈັດຖິ້ມ (ຖ້າມີຄວາມຈໍາເປັນ);
  6. ບໍ່ອະນຸຍາດໃຫ້ວາງຜົນຜະລິດ ໃສ່ໜ້າດິນ ຫຼື ພື້ນຫ້ອງໂດຍກົງ. ຂ້າງເທິງ

ມາດຕາ 11. ເຄຫາສະຖານ

  1. ຕ້ອງຮັກສາຄວາມສະອາດຕຶກ, ອາຄານ ແລະ ສະຖານທີ່ເຮັດການຜະລິດ, ຫຸ້ມຫໍ່, ຮັກສາ ແລະ ເກັບມ້ຽນຜົນຜະລິດ. ຕ້ອງແຍກນໍ້າມັນເຄື່ອງ, ນໍ້າມັນເຊື້ອໄຟ ແລະ ເຄື່ອງຈັກທີ່ນໍາໃຊ້ໃນຟາມ ອອກຈາກສະຖານທີ່ເຮັດການຫຸ້ມຫໍ່ ແລະ ເກັບຮັກສາຜົນຜະລິດ;
  2. ຕ້ອງສ້າງລະບົບລະບາຍນໍ້າເປື້ອນ ແລະ ກໍາຈັດຂີ້ເຫຍື້ອ ເພື່ອຫຼຸດຜ່ອນຄວາມສ່ຽງການປົນເປື້ອນ ໃນພື້ນທີ່ການຜະລິດ ແລະ ການສະໜອງນໍ້າ;
  3. ຕ້ອງມີສິ່ງປ້ອງກັນດອກໄຟ ເພື່ອບໍ່ໃຫ້ແຕກຕົກລົງໃສ່ພື້ນທີ່ເຮັດການຫຸ້ມຫໍ່, ພາຊະນະບັນຈຸ ແລະ ວັດຖຸອຸປະກອນ. ໃນກໍລະນີມີດອກໄຟແຕກຕົກລົງໃສ່ ໃຫ້ນໍາເອົາຜົນຜະລິດນັ້ນຖິ້ມ, ຕ້ອງເຮັດຄວາມສະອາດອຸປະກອນ, ພາຊະນະບັນຈຸ ແລະ ເຄື່ອງມື;
  4. ຕ້ອງແຍກວັດຖຸອຸປະກອນ ແລະ ເຄື່ອງມືກໍ່ສ້າງອອກຈາກສະຖານທີ່ຫຸ້ມຫໍ່, ພາຊະນະເກັບຮັກສາ ແລະ ສາງເກັບມ້ຽນຜົນຜະລິດ. ຫ້າມນໍາໃຊ້ເຄື່ອງມືເຫຼົ່ານັ້ນ ໃນເວລາຫຸ້ມຫໍ່, ຍົກຍ້າຍ ແລະ ເກັບຮັກສາຜົນຜະລິດ. ຂ້າງເທິງ

ມາດຕາ 12. ການທໍາຄວາມສະອາດ

  1. ສະຖານທີ່ຫຸ້ມຫໍ່, ເກັບຮັກສາ, ສາງເກັບມ້ຽນຜົນຜະລິດ, ອຸປະກອນເຄື່ອງມື, ພາຊະນະບັນຈຸ ແລະ ບັນດາອຸປະກອນຕ່າງໆ ຕ້ອງທໍາຄວາມສະອາດ ແລະ ຂ້າເຊື້ອພະຍາດ;
  2. ຕ້ອງຄັດເລືອກສານເຄມີທີ່ເໝາະສົມ ເພື່ອທໍາຄວາມສະອາດ ແລະ ຂ້າເຊື້ອພະຍາດ. ຂ້າງເທິງ

ມາດຕາ 13. ການຄວບຄຸມສັດລ້ຽງ ແລະ ສິ່ງນໍາເຊື້ອພະຍາດ

  1. ຕ້ອງສະກັດກັ້ນສັດລ້ຽງຕ່າງໆ ທີ່ຢູ່ຕາມບ້ານ ແລະ ຢູ່ໃນຟາມບໍ່ໃຫ້ເຂົ້າມາໃນພື້ນທີ່ການຜະລິດ ໂດຍສະເພາະພື້ນທີ່ປູກພືດ ຫຼື ບໍລິເວນອ້ອມຮອບສະຖານທີ່ຫຸ້ມຫໍ່ ແລະ ສະຖານທີ່ເກັບຮັກສາ;
  2. ຕ້ອງນໍາໃຊ້ມາດຕະການຕ່າງໆ ຢ່າງເໝາະສົມໃນການປ້ອງກັນ ແລະ ກໍາຈັດສິ່ງນໍາເຊື້ອພະຍາດຢູ່ໃນ ແລະ ອ້ອມຮອບສະຖານທີ່ເກັບຮັກສາ, ຫຸ້ມຫໍ່ ແລະ ສາງເກັບມ້ຽນຜົນຜະລິດ;
  3. ຕ້ອງນໍາໃຊ້ ແລະ ຮັກສາເຫຍື່ອລໍ້ ຫຼື ກັບດັກ ເພື່ອຄວບຄຸມສັດຕູພືດ, ພ້ອມທັງບັນທຶກສະຖານທີ່ວາງເຫຍື່ອລໍ້ ແລະ ກັບດັກ. ຂ້າງເທິງ

ມາດຕາ 14. ການອານາໄມສ່ວນບຸກຄົນ

  1. ຜູ້ອອກແຮງງານ ຕ້ອງມີຄວາມຮູ້ ຫຼື ໄດ້ຮັບການຝຶກອົບຮົມ ກ່ຽວກັບການອານາໄມສ່ວນບຸກຄົນ;
  2. ຕ້ອງມີຄູ່ມືການອານາໄມສ່ວນບຸກຄົນ ແລະ ວາງໄວ້ບ່ອນທີ່ເຫັນໄດ້ງ່າຍ;
  3. ຕ້ອງມີຫ້ອງນໍ້າ ແລະ ບ່ອນອໍານວຍຄວາມສະດວກ ໃນການເຮັດອານາໄມສ່ວນບຸກຄົນ;
  4. ຕ້ອງກໍາຈັດນໍ້າເປື້ອນ ໃນສະຖານທີ່ເຮັດການຜະລິດ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການປົນເປື້ອນທາງກົງ ແລະ ທາງອ້ອມຕໍ່ຜົນຜະລິດ. ຂ້າງເທິງ

ມາດຕາ 15. ການເກັບຮັກສາຜົນຜະລິດ

  1. ການນໍາໃຊ້ສານເຄມີ ເພື່ອຮັກສາຜົນຜະລິດພາຍຫຼັງການເກັບກ່ຽວ ຕ້ອງປະຕິບັດຕາມການກໍານົດ ໃນມາດຕາ 10;
  2. ການນໍາໃຊ້ນໍ້າ ເພື່ອຮັກສາຜົນຜະລິດພາຍຫຼັງການເກັບກ່ຽວ ຕ້ອງປະຕິບັດຕາມການກໍານົດ ໃນມາດຕາ 9;
  3. ນໍ້າທີ່ໃຊ້ລ້າງຜົນຜະລິດຄັ້ງສຸດທ້າຍ ຕ້ອງແມ່ນນໍ້າທີ່ສະອາດ ສາມາດກິນໄດ້ ຫຼື ມີຄ່າເທົ່າກັບມາດຕະຖານ ຄຸນນະພາບຂອງນໍ້າດື່ມ. ຂ້າງເທິງ

ມາດຕາ 16. ການເກັບຮັກສາ ແລະ ການຂົນສົ່ງ

  1. ຕ້ອງວາງພາຊະນະບັນຈຸຜົນຜະລິດ ຫຼື ຜົນຜະລິດໄວ້ເທິງພື້ນດິນ;
  2. ຕ້ອງທໍາຄວາມສະອາດວັດສະດຸຮອງພື້ນ ກ່ອນການນໍາໃຊ້ທຸກຄັ້ງ;
  3. ຕ້ອງທໍາຄວາມສະອາດພາຫະນະຂົນສົ່ງ ກ່ອນການນໍາໃຊ້ທຸກຄັ້ງ;
  4. ຕ້ອງແຍກສິນຄ້າທົ່ວໄປ ທີ່ອາດເປັນແຫຼ່ງຂອງການປົນເປື້ອນ ອອກຈາກຜົນຜະລິດກະສິກໍາທີ່ດີ ໃນເວລາເກັບຮັກສາ ແລະ ຂົນສົ່ງ. ຂ້າງເທິງ

ມາດຕາ 17. ການພິສູດຫຼັກຖານ ແລະ ການຮຽກຄືນ

  1. ຕ້ອງຕິດຊື່ ແລະ ລະຫັດໃສ່ແຕ່ລະພື້ນທີ່ການຜະລິດ ພ້ອມທັງບັນທຶກໃສ່ແຜນທີ່ການຜະລິດໄວ້;
  2. ຕ້ອງຕິດເຄື່ອງໝາຍຊື່, ລະຫັດ ແລະ ສະຖານທີ່ປູກພືດໃສ່ ພາຊະນະບັນຈຸຜົນຜະລິດ;
  3. ຕ້ອງບັນທຶກວັນທີ ແລະ ຈຸດໝາຍປາຍທາງ ຂອງການຂາຍສິນຄ້າແຕ່ລະຄັ້ງ;
  4. ໃນກໍລະນີພົບວ່າ ຜົນຜະລິດມີການປົນເປື້ອນ ຫຼື ມີຄວາມສ່ຽງຕໍ່ການປົນເປື້ອນ, ໃຫ້ແຍກຜົນຜະລິດອອກຕ່າງຫາກ ແລະ ຫ້າມບໍ່ໃຫ້ຈໍາໜ່າຍ ຫຼື ຖ້າຂາຍອອກໄປແລ້ວ ຕ້ອງໄດ້ແຈ້ງໃຫ້ຜູ້ຊື້ຮູ້ທັນທີ;
  5. ຄົ້ນຄວ້າຫາສາຍເຫດຂອງການປົນເປື້ອນ ແລະ ວິທີການແກ້ໄຂ ເພື່ອປ້ອງກັນການເກີດຊໍ້າອີກ ພ້ອມທັງເກັບຮັກສາບົດບັນທຶກນັ້ນໄວ້. ຂ້າງເທິງ

ມາດຕາ 18. ການຝຶກອົບຮົມ
   ຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງໄດ້ຮັບການຝຶກອົບຮົມ ແລະ ມີຄວາມຮູ້ກ່ຽວກັບການປະຕິບັດກະສິກໍາທີ່ດີ. ຂ້າງເທິງ

ມາດຕາ 19. ການບັນທຶກເອກະສານ
   ຕ້ອງເກັບຮັກສາບົດບັນທຶກກ່ຽວກັບ ການປະຕິບັດກະສິກໍາທີ່ດີ ໄວ້ຢ່າງໜ້ອຍ 2 ປີຂຶ້ນໄປ. ຂ້າງເທິງ

ມາດຕາ 20. ການທົບທວນຄືນ

  1. ຕ້ອງທົບທວນຄືນທຸກໆການຈັດຕັ້ງປະຕິບັດ ຢ່າງໜ້ອຍປີລະຄັ້ງ ເພື່ອຮັບປະກັນການປະຕິບັດ ແລະ ວິທີການນໍາໃຊ້ຖືກຕ້ອງ ຕາມລະບຽບຫຼັກການ;
  2. ຕ້ອງເກັບຮັກສາບົດບັນທຶກກ່ຽວກັບວິທີການຈັດຕັ້ງປະຕິບັດ ດ້ານຄວາມປອດໄພຂອງຜົນຜະລິດ. ຂ້າງເທິງ

ໝວດທີ III
ການໃຊ້ກາໝາຍ ແລະ ສະຫຼາກ

ມາດຕາ 21. ການໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ

  1. ຜົນຜະລິດທີ່ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານກະສິກໍາທີ່ດີ ດ້ານຄວາມປອດໄພຂອງຜົນຜະລິດຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງມີສິດນໍາໃຊ້ກາໝາຍກະສິກໍາທີ່ດີ ດ້ານຄວາມປອດໄພຂອງຜົນຜະລິດ;
  2. ບໍ່ອະນຸຍາດນໍາໃຊ້ກາໝາຍກະສິກໍາທີ່ດີ ດ້ານຄວາມປອດໄພຂອງຜົນຜະລິດ ເປັນຍີ່ຫໍ້ຂອງຜົນຜະລິດ, ກາໝາຍກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ ຕ້ອງບໍ່ເດັ່ນກວ່າຍີ່ຫໍ້ຂອງຜົນຜະລິດ ໂດຍໂຕອັກສອນບົ່ງບອກການຮັບຮອງມາດຕະຖານ ແລະ ສັນຍາລັກມາດຕະຖານກະສິກໍາທີ່ດີ ກ່ຽວກັບດ້ານຄວາມປອດໄພຂອງຜົນຜະລິດ ຕ້ອງມີຂະໜາດບໍ່ເກີນ ¾ ຂອງຍີ່ຫໍ້ຜົນຜະລິດ. ຂ້າງເທິງ

ມາດຕາ 22. ການນໍາໃຊ້ສະຫຼາກການຜະລິດກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ

  1. ພາຊະນະບັນຈຸຕ້ອງມີຊື່ຜະລິດຕະພັນ, ນໍ້າໜັກ, ຊື່ ແລະ ທີ່ຢູ່ຜູ້ຜະລິດ ຫຼື ຜູ້ປະກອບການ ຜູ້ຜະລິດສຸດທ້າຍທີ່ຂໍການຮັບຮອງຈາກກົມປູກຝັງ, ພ້ອມທັງລະບຸແຫຼ່ງທີ່ມາຂອງຜົນຜະລິດ;
  2. ກ່ອນມີການຈັດພິມສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜົນຜະລິດ ທີ່ມີກາໝາຍມາດຕະຖານກະສິກໍາທີ່ດີ ດ້ານ ຄວາມປອດໄພຂອງຜົນຜະລິດຕິດຢູ່, ຜູ້ຜະລິດ ຫຼື ຜູ້ປະກອບການ ຕ້ອງສົ່ງສໍາເນົາຕົ້ນສະບັບ ແບບສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜະລິດຕະພັນ ໃຫ້ກົມປູກຝັງ ກວດກາຄວາມຖືກຕ້ອງກ່ອນທຸກໆຄັ້ງ. ຂ້າງເທິງ

ໝວດທີ IV
ການອອກໃບຢັ້ງຢືນ ກ່ຽວກັບຄວາມປອດໄພຂອງຜົນຜະລິດ

ມາດຕາ 23. ການອອກໃບຢັ້ງຢືນກ່ຽວກັບຄວາມປອດໄພຂອງຜົນຜະລິດ
   ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໃນການປະເມີນຜົນ, ກວດກາ ແລະ ການອອກໃບຢັ້ງຢືນກ່ຽວກັບຄວາມປອດໄພຂອງພືດຜັກ-ໝາກໄມ້ສົດໃນ ສປປລາວ. ຂ້າງເທິງ

ໝວດທີ V
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 24. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການປະຕິບັດກະສິກໍາທີ່ກ່ຽວກັບຄວາມປອດໄພຂອງຜົນຜະລິດ ຈະໄດ້ຮັບການປະຕິບັດນະໂຍບາຍ ແລະ ການຍ້ອງຍໍຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 25. ມາດຕະການຕໍ່ຜູ້ລະເມີດ
      ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຂໍ້ຕົກລົງ ວ່າດ້ວຍມາດຕະຖານກະສິກໍາທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ຫຼື ລົງໂທດທາງອາຍາຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍກະສິກໍາຂອງ ສປປລາວ. ຂ້າງເທິງ

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 26. ການຈັດຕັ້ງປະຕິບັດ
  
ມອບໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ. ຂ້າງເທິງ

ມາດຕາ 27. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ດຣ. ຕີ ພົມມະຈັກ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.