ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ     ເລກທີ    1152/ຫສນຍ.ກລຂ
ນະຄອນຫຼວງວຽງຈັນ, ວັນທີ 9 ສິງຫາ 2016

ແຈ້ງການ

        ຮຽນ :  - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ນັບຖື.
                 - ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.
                 - ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.
                 - ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
                 - ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

         ເລື່ອງ :  ການຢຸດເຊົາການຍົກເວັ້ນພາສີ-ອາກອນນຳເຂົ້າ ສຳລັບນ້ຳມັນເຊື້ອໄຟຂອງບັນດາໂຄງການຕ່າງໆ  ໃນຂອບເຂດທົ່ວປະເທດ.

-   ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006;
-   ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 02/ສພຊ, ລົງວັນທີ 08 ກໍລະກົດ 2009;
-   ອີງຕາມ ກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
-   ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ຊຸດທີ VIII ສະບັບເລກທີ 07/ສພຊ, ລົງວັນທີ 22 ເມສາ 2016;
-   ອີງຕາມ ບົດບັນທຶກກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 1-2 ສິງຫາ 2016.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາທ່ານຊາບ ດັ່ງນີ້:

“ 1). ເລີ່ມແຕ່ເດືອນສິງຫາປີ 2016 ເປັນຕົ້ນໄປ ລັດຖະບານ ຈະບໍ່ອະນຸຍາດໃຫ້ຍົກເວັ້ນພາສີ-ອາກອນສຳລັບການນຳເຂົ້ານ້ຳມັນເຊື້ອໄຟທຸກຊະນິດຂອງບັນດາໂຄງການຕ່າງໆໃນຂອບເຂດທົ່ວປະເທດ. ຂ້າງເທິງ

2). ສໍາລັບໂຄງການໃດ ທີ່ໄດ້ຮັບການຍົກເວັ້ນໃນໄລຍະຜ່ານມາ ແມ່ນໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການກວດກາ ແລະ ເຈລະຈາຄືນໃໝ່ ເພື່ອເຮັດແນວໃດທຸກໆ ພາກສ່ວນຕ້ອງຫັນເຂົ້າມາສູ່ການປະຕິບັດລະບຽບກົດໝາຍຢ່າງເຂັ້ນງວດ.

3). ໃຫ້ກະຊວງອຸດສາຫະກໍຳ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາບໍລິສັດ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ, ນັບທັັງການນຳເຂົ້າ-ສົ່ງຜ່ານ ແລະ ບັນດາໂຮງງານນ້ຳມັນໃນຂອບເຂດທົ່ວປະເທດ ມີປະສິດທິຜົນແນວໃດ ແລະ ບັນຫາຕ່າງ ແລ້ວລາຍງານໃຫ້ລັດຖະບານ. ”

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທີງໃຫ້ໄດດ້ຮັບຜົນດີ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
( ເຊັນ ແລະ ປະທັບກາ )

ເພັດ ພົມພິທັກ

ບ່ອນນໍາສົ່ງ :

-   ນາຍົກ-ຮອງນາຍົກ             04 ສະບັບ
-   ຫ້ອງວ່າການສູນກາງພັກ      01 ສະບັບ
-   ເກັບມ້ຽນ                          08 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the Termination of Tariff and Tax Exemption For All Types of Fuel Imports Nationwide No. 1152/PMO.PS​​O, dated 9 August 2016 PDF
2 ແຈ້ງການ ກ່ຽວກັບ ການຢຸດເຊົາການຍົກເວັ້ນພາສີ-ອາກອນນຳເຂົ້າ ສຳລັບນໍ້າມັນເຊື້ອໄຟຂອງບັນດາໂຄງການຕ່າງໆໃນຂອບເຂດທົ່ວປະເທດ ສະບັບເລກທີ 1152/ຫສນຍ.ກລຂ ລົງວັນທີ 9 ສິງຫາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.