ໃນວັນທີ 24 ສິງຫາ 2016 ສື່ມວນຊົນໄທ ໄດ້ອອກຂ່າວ ກ່ຽວກັບ ເຈົ້າໜ້າທີ່ພາສີ ແຫຼມສະບັງ (ຣາຊະອານາຈັກໄທ) ມີຄວາມສົງໄສ ແລະ ໄດ້ກວດກາ ຕູ້ຄອນເທນເນີ ຈຳນວນ 20 ຕູ້ ທີ່ບັນຈຸສິນຄ້າ ຈາກ ສປປ ລາວ ຜ່ານດ່ານພາສີ ໜອງຄາຍ ແລະ ຂົນສົ່ງຜ່ານແດນໄທ ໄປຍັງເຂດປົກຄອງພິເສດ ຮົງກົງ ສປ ຈີນ ເຊິ່ງຈັດສົ່ງ ແລະ ຂົນສົ່ງໂດຍ ບໍລິສັດ ເອເຊຍທານສ໌ລາຍ ໄດ້ພົບວ່າ: ຕູ້ຄອນເທນເນີດັ່ງກ່າວ ແມ່ນບັນຈຸສິນຄ້າປະເພດ ໄມ້ທ່ອນ ແລະ ໄມ້ແປຮູບ (ໄມ້ຂະຍຸງ, ໄມ້ດູ່, ໄມ້ຊິງຊັງ) ເຊິ່ງບໍ່ກົງກັບເອກະສານ ແຈ້ງຂໍອະນຸຍາດຜ່ານແດນ ວ່າ ເປັນຖ່ານໄມ້ ແລະ ບໍ່ກົງກັບພາບເອັກສເລ ທີ່ຕົ້ນທາງ ດ່ານພາສີໜອງຄາຍ ທີ່ລະບຸວ່າ ເປັນຖ່ານໄມ້.

ຕໍ່ການອອກຂ່າວດັ່ງກ່າວ, ເຈົ້າໜ້າທີ່ພາສີ ດ່ານພາສີຂົວມິດຕະພາບ 1 ແຈ້ງໃຫ້ຮູ້ວ່າ: ການກວດກາເບື້ອງຕົ້ນ ທາງດ້ານເອກະສານ ແລະ ຂໍ້ມູນບັນທຶກ ໃນເຄື່ອງເອັກສເລ ຢູ່ດ່ານພາສີດັ່ງກ່າວ ໃນໄລຍະແຕ່ ເດືອນມິຖຸນາ ຫາ ວັນທີ 26 ສິງຫາ 2016 ແມ່ນບໍ່ມີຂໍ້ມູນ ການສົ່ງອອກ ໄມ້ທ່ອນ ແລະ ໄມ້ຕີຕັບ. ແຕ່ມີການ ສົ່ງອອກຖ່ານໄມ້ ຂອງ 5 ບໍລິສັດ ລວມມີ 45 ຄັນລົດ ຊຶ່ງທັງ 5 ບໍລິສັດ ດັ່ງກ່າວ ໄດ້ດຳເນີນຂັ້ນຕອນ ການສົ່ງອອກ ແລະ ປະກອບເອກະສານ ຖືກຕ້ອງຕາມລະບຽບການ ຂອງ ສປປ ລາວ. ປະຈຸບັນ, ເຈົ້າໜ້າທີ່ພາສີ ແລະ ພາກສ່ວນກ່ຽວຂ້ອງ ກໍາລັງສືບຕໍ່ເກັບກຳ ກວດກາຂໍ້ມູນ ລະອຽດຕື່ມ.

ແຫຼ່ງທີ່ມາ: ເວັບໄຊ້ຂອງຫ້ອງວ່າການລັດຖະບານ ແຫ່ງ ສປປ ລາວ, ຂໍ້ມູນຄັ້ງວັນທີ 1 ກັນຍາ 2016.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.